ສີສັນດອກບົວຢູ່ ຮ່າໂນ້ຍ

(VOVWORLD) -ຮ່າໂນ້ຍ ມີ 12 ລະດູດອກໄມ້ ແຕ່ແຕ່ລະລະດູດອກໄມ້ຢູ່ ຮ່າໂນ້ຍ ພັດມີຄວາມງາມສີສັນ ແລະ ກິ່ນຫອມຫວນທີ່ແຕກຕ່າງກັນ. ໃນຊ່ວງເວລານີ້ ຮ່າໂນ້ຍ ພວມຢູ່ໃນລະດູດອກບົວບບານສະພັງ. ດອກບົວຢູ່ ຮ່າໂນ້ຍ ບໍ່ພຽງແຕ່ມີຄວາມຄວາມງາມເທົ່ານັ້ນ ຫາກຍັງມີລົມຫາຍໃຈຂອງເຂດດິນແດນແຫ່ງອະລິຍະທຳນັບພັນປີອີກດ້ວຍ
ສີສັນດອກບົວຢູ່ ຮ່າໂນ້ຍ - ảnh 1ດອກບົວຢູ່ໄຕໂຮ່

   ນັບແຕ່ຕົ້ນເດືອນ ມິຖຸນາ ຫາຕົ້ນເດືອນ ກໍລະກົດ ປະຊາຊົນ ແລະ ແຂກທ່ອງທ່ຽວອາດຈະພົບເຫັນລົດບັນທຸກດອກໄມ້, ຜູ້ຍ່າງເລາະຂາຍດອກໄມ້ ໂດຍສະເພາະແມ່ນນດອກບົວ. ສ່ວນຢູ່ຕາມສະດອກບົວ ເປັນຕົ້ນແມ່ນບໍລິເວນຕາແສງ ກວ໋າງອານ, ຕືລຽນ ຂຶ້ນກັບເມືອງ ເຕີຍໂຮ່ ໃນຊຸມວັນນີ້ ກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວນັບຫຼາຍຄົນມາຢ້ຽມຊົມ ແລະ ຖ່າຍຮູບດອກບົວເປັນທີ່ລະລຶກ.

“ນ້ອງຮັກ ຮ່າໂນ້ຍ ດັ່ງນັ້ນລະດູດອກໄມ້ໃດຢູ່ ຮ້າໂນ້ຍ ນ້ອງກໍ່ຊົມຊອບທີ່ສຸດ. ແຕ່ດອກບົວແມ່ນພິເສດກວ່າຍ້ອນກິ່ນຫອມ ແລະ ຄວາມບໍລິສຸດ ນອກຈາກນັ້ນຢູ່ ໂຮ່ເຕິຍ ກໍ່ຍັງມີແນວພັນດອກບົວພິເສດ ເຊິ່ງຢູ່ແຫ່ງອື່ນບໍ່ມີຄືດອກບົວ ແບັກຢຽບ ແມ່ນນ້ອງຊົມຊອບທີ່ສຸດ”.

 “ຢູ່ ຮ່າໂນ້ຍ ມີສະດອກບົວຫຼາຍແຫ່ງ, ແຕ່ຂ້າພະເຈົ້າມັກຖ່າຍຮູບຢູ່ສະດອກບົວ ໂຮ່ເຕິຍ ເພາະວ່າມັນມີຄວາມດຶງດູດໃຈເປັນພິເສດ”.

ດອກບົວ ຮ່າໂນ້ຍ ມີຊື່ສຽງກວ່າໝູ່ ແມ່ນແນວພັນດອກບົວ ແບັກຢຽບ ເຊິ່ງຖືກປູກຢູ່ໜອງ ໂຮ່ເຕີຍ. ບໍ່ມີຢູ່ແຫ່ງໃດສາມາດປູກດອກບົວຊະນິດງາມນີ້ ຍ້ອນດອກໃຫຍ່ມີຫຼາຍກີບ ແລະ ມີກິ່ນຫອມ. ທ່ານ ຫງວຽນວັນຈ໊ຽນ ຢູ່ຕາແສງ ກວ໋າງອານ ໃຫ້ຮູ້ວ່າ:

 “ໃນທົ່ວປະເທດ ມີຫຼາຍແຫ່ງປູກດອກບົວ ແຕ່ດອກບົວບໍ່ມີກິ່ນຫອມຄືດອກບົວຢູ່ໜອງ ໂຮ່ເຕິຍ. ດິນຢູ່ບໍລິເວນໜອງ ໂຮ່ເຕິຍ ແມ່ນດິນອຸດົມສົມບູນ ດັ່ງນັ້ນດອກບົວກໍ່ແທດເໝາະກັບດິນຢູ່ແຫ່ງນີ້. ເມື່ອເກີດດອກກໍ່ມີກິ່ນຫອມທີ່ສຸດ ມີຄວາມແຕກຕ່າງກັບກິ່ນຫອມຂອງດອກບົວຢູ່ແຫ່ງອື່ນ”.

ເມື່ອດອກບົວ ແບັກຢຽບ ບານສະພັງກໍ່ແມ່ນຊ່ວງເວລາບັນດາຜູ້ປູກດອກບົວເລີ່ມຕົ້ນລະດູການ. ນັບແຕ່ຮຸ່ງເຊົ້າເມື່ອດວງຕາເວັນຂຶ້ນ ກໍ່ແມ່ນຈຸດເວລາທີ່ເຂົາເຈົ້າໄດ້ໄປເດັດເອົາດອກບົວ ເພື່ອເອືອບຊາ. ນີ້ແມ່ນຈຸດເວລາທີ່ດອກບົວມີຄວາມສົດ ແລະ ມີກິ່ນຫອມບໍລິສຸດ. ຈິດຕະກອນ ປອ ເຮົ້າອຽນເຖ ຖືວ່າ:

“ຜ່ານວິທີເອືອບຊາດອກບົວຢ່າງລະອຽດ ລອບຄອບຖີ່ຖ້ວນ, ລົດຫອມຂອງຊາດອກບົວໄດ້ປາກົດຕົວ ແລະ ບຳລຸງທາງດ້ານຈິດວິນຍານຂອງມະນຸດ”

ຕາມນັກສິລະປະການເອືອບຊາ ຮວ່າງແອັງເຊື໊ອງແລ້ວ, ຊາດອກບົວໄດ້ຮັບຖືວ່າ ແມ່ນສິນພິເສດຂອງດິນແດນ ຮ່າໂນ້ຍ ສ່ວນການດື່ມຊາດອກບົວກໍ່ແມ່ນສິລະປະຢ່າງໜຶ່ງ ເພາະວ່າຜູ້ດື່ມຕ້ອງມີຄວາມລະອຽດອ່ອນຈຶ່ງສາມາດຮູ້ສຶກໄດ້ເຖິງສິ່ງທີ່ຍອດຍິ່ງໃນຈອກຊາ. ທ່ານ ເຊື໊ອງເວົ້າວ່າ:

“ຊາວຮ່າໂນ້ຍ ດ້ວຍຄວາມຮັກທຳມະຊາດ ດັ່ງນັ້ນຈາກຊາຂອງ ຖາຍງວຽນ ຫຼື ຊາຊານຕຽດ ຂອງ ຮ່າຢາງ ນັ້ນ, ຊາວ ຮ່າໂນ້ຍ ໄດ້ນຳກິ່ນຫອມຂອງດອກໄມ້ເຂົ້າໄປນັ້ນ ຍົກຕົວຢ່າງຄືດອກຊ້ອນ, ດອກເບນຈະມາດ, ດອກໝາກກ້ຽວໃຫຍ່ ແລະ ພິເສດແມ່ນດອກບົວ”.

 ນອກຈາກຊາດອກບົວແລ້ວ ຊາວຮ່າໂນ້ຍ ຍັງມັກຫຼິ້ນດອກບົວ. ດອກບົວແມ່ນຄວາມງາມທີ່ລຽບງ່າຍ ມີກິ່ນຫອມຫວນ ແລະ ຊ່ວຍໃຫ້ຈິດວິນຍານຂອງມະນຸດມີຄວາມສະຫວາດສະເຫວີຍ. ນາງ ໂດ໊ທິຮ໋າວ ຢູ່ເມືອງ ດົ໊ງດາ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເມື່ອລະດູດອກບົວວຽນມາ  ຊາວ ຮ່າໂນ້ຍ ບໍ່ວ່າຜູ້ໃດກໍ່ຄອຍຖ້າຊື້ດອກບົວມັດໜຶ່ງມາປັກໃນເຮືອນ ດອກບົວມີກີບໃຫຍ່ ເມື່ອບານສະພັງສວຍງາມທີ່ສຸດ”. ຈາກດອກບົວຊາວ ຮ່າໂນ້ຍ ອາດຈະປຸງແຕງໄດ້ຫຼາຍເຍື່ອງອາຫານ ແລະ ເຄື່ອງດື່ມທີ່ແຊບນົວ ແລະ ຫອມພ້ອມທັງມີທາດບຳລຸງ ແລະ ດູດດື່ມທີ່ສຸດ ຍົກຕົວຢ່າງຄືນ້ຳຫວານດອກບົວ, ເຂົ້າໜຽວດອກບົວ,ແກງດອກບົວ, ເຂົ້າໝົມດອກບົວ… ທີ່ມີສິ່ງທີ່ຍອດຍິ່ງດ້ານອາຫານການກິນ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ