ງານບຸນ “ພວກເຮົາແມ່ນໜຶ່ງດຽວ” ແຜ່ກະຈາຍວັດທະນະທຳ,ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ສ ເກົາຫຼີ

(VOVWORLD) -  ງານບຸນ “ພວກເຮົາແມ່ນໜຶ່ງດຽວ” ຄັ້ງທີ VI ປີ 2014 ຫາຫໍ່ຖືກຈັດຂຶ້ນຢູ່ນະຄອນ ປູຊານ ປະເທດ ສ ເກົາຫຼີ. ງານບູນຖືກຈັດຂຶ້ນປະຈຳປີຢູ່ນະຄອນຕ່າງໆຂອງ ສ ເກົາຫຼີ ທີມີຊາວ ຫວຽດນາມ ດຳລົງຊີວິດ ຮ່ຳຮຽນແລະ ເຮັດວຽກຢ່າງຫຼວງຫຼາຍ. ງານບຸນປີນີ້ ລວມມີບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ເຊິ່ງມີການເຂົ້າຮ່ວມຂອງມວນຊົນ ແລະ ສິລະປິນຂອງສອງປະເທດ
ງານບຸນ “ພວກເຮົາແມ່ນໜຶ່ງດຽວ” ແຜ່ກະຈາຍວັດທະນະທຳ,ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ສ ເກົາຫຼີ - ảnh 1ບັນດານັກສິລະປີນຫວຽດນາມ ທຳການສະແດງທີ່ງານບຸນ

      ງານບຸນລວມມີບັນດາເຫດການ: ລາຍການສະແດງດົນຕີ “ພວກເຮົາແມ່ນໜຶ່ດຽວ”, ງານປະກວດຄວາມເກັ່ງກ້າສາມາດທີ່ສະຫງວນໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ສ ເກົາຫຼີ, ລາຍການເຕັ້ນຕາມໃຈ ແລະ ບັນດາລາຍການລະຫຼິ້ນມ່ວນຊື່ນ. ໃນນັ້ນລາຍການສະແດງດົນຕີ ແມ່ນຈຸດທີ່ພົ້ນເດັ່ນຂອງງານບຸນ                          

       ທີ່ງານບຸນ ເຂົ້າຮ່ວມລາຍການດົນຕີ ມີບັນດານັກຮ້ອງ ນັກສິລະປິນທີ່ມີຊື່ສຽງຂອງ ຫວຽດນາມ ແລະ ສ ເກົາຫຼີ, ເຂົາເຈົ້າໄດ້ມີບັນດາລາຍການສະແດງທີ່ປະທັບໃຈ ຜ່ານບັນດາບົດດົນຕີ ບົດເພງຍ້ອງຍໍສັນລະເສີນຄວາມຮັກຂອງຄູ່ບ່າວສາວ, ຄວາມຮັກບ້ານເກີດເມືອງນອນ ປະເທດຊາດ ຫຼື ສະແດງ ວາດຟ້ອນທີ່ຟົດຟື້ນມ່ວນຊື່ນ. ນັກຮ້ອງຊາຍ ວິງຄວັດ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າຂັບຮ້ອງບັນດາບົດເພງທີ່ຂ້າພະເຈົ້າປະພັນໃນມໍ່ໆມານີ້. ນັ້ນແມ່ນບົດເພງ “ຍັງເຫຼືອສິ່ງນີ້”; “ດົນເກີນໄປ”; “ປະອ້າຍອອກໄປ”. ຂ້າພະເຈົ້າໄດ້ປະພັນບົດເພງໃດໃຫ້ສຳເລັດສືບຕໍ່ປະພັນບົດເພງຕໍ່ໄປອີກ”.

ມາຊົມລາຍການມີເພື່ອນໜຸ່ມຫວຽດນາມ ແລະ ສ ເກົາຫຼີ ຫຼາຍຄົນເປີດເຜີຍວ່າ:

“ລາຍການສະແດງດົນຕີ ຖືກຈັດສ້າງຢ່າງລະອຽດ ເຊິ່ງມີການເຂົ້າຮ່ວມຂອງບັນດານັກສິລະປິນທີ່ມີຊື່ສຽງ. ຂ້າພະເຈົ້າເຫັນວ່າ ກຸ່ມນັກຮ້ອງນັກສິລະປິນຂອງ ສ ເກົາຫຼີ ເມື່ອສະແດງບົນເວທີກໍ່ໄດ້ຮັບການຊົມເຊີຍຢ່າງສຸດໃຈຈາກຜູ້ຊົມ”.

“ນ້ອງມີຄວາມສຸກ ແລະ ດີໃຈທີ່ສຸດ ເມື່ອໄດ້ພົບພວກນັກຮ້ອງທີ່ນ້ອງນິຍົມຊົມຊອບ. ຢູ່ ສ ເກົາຫຼີ ນ້ອງຄິດວ່າ ຕົນເອງຈະບໍ່ມີໂອກາດໄດ້ພົບພວກນັກຮ້ອງນັກສິລະປິນນີ້. ນ້ອງຫວັງວ່າ ບັນດາງານບຸນເຊັ່ນນີ້ຈະຖືກຈັດຂຶ້ນນັບມື້ນັບຫຼາຍ ດ້ວຍຂອບຂະໜາດໃຫຍ່ກວ່າ”.

ວັດທະນະທຳ ຫວຽດນາມ ຖືກສະແດງອອກຜ່ານການປະກວດຄວາມເກັ່ງກ້າສາມາດທີ່ສະຫງວນໃຫ້ແກ່ພົນລລະເມືອງ ຫວຽດນາມ ຢູ່ ສ ເກົາຫຼີ. ບັນດາຜູ້ເຂົ້າຮ່ວມງານປະກວດໄດ້ເຕັ້ນ ແລະ ຂັບຮ້ອງ ຫຼື ເສບເຄື່ອງດົນຕີພື້ນເມືອງ. ເຂົ້າຮ່ວມໃນຮອບຊີງຊະນະເລີດທີ່ງານປະກວດມີນັກຮ້ອງ ນັກສິລະປິນ 6 ຄົນ. ຄະນະຈັດຕັ້ງໄດ້ມອບໜຶ່ງລາງວັນທີ່ມີມູນຄ່າ 200.000 ອວນ ໃຫ້ແກ່ນັກສິລະປິນ ຫງວຽນທິຫງອກອ໊ຽນ ນັກສຶກສາໂຮງຮຽນພາສາຕ່າງປະເທດ ປູຊານ ຜູ້ທີ່ໄດ້ສະແດງຄວາມເກັ່ງກ້າສາມາດຜ່ານລາຍການເຕັ້ນ Belly Dance . ນອກຈາກນັ້ນຄະນະຈັດຕັ້ງຍັງມອບຂອງຂັວນໃຫ້ແກ່ ແກັກຖຸ໋ຍຈີ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ປູຊານ ຜູ້ສະແດງບົດເພງ “For You” . ນ້ອງ ເຟືອງງີ ຜູ້ເຂົ້າຮ່ວມການປະກວດ ໃຫ້ຮູ້ວ່າ:

  “ນ້ອງເຂົ້າຮ່ວມງານປະກວດໃນສອງຂັ້ນຕອນ. ຂັ້ນຕອນປະກວດຄວາມເກັ່ງກ້າສາມາດສ່ວນບຸກຄົນ, ເຕັ້ນຜູ້ດຽວ ແລະ ຂັ້ນຕອນປະກວດເຕັ້ນລວມ. ລາຍການໄດ້ນຳມາເຊິ່ງຄວາມເປັນປະໂຫຍດ ແລະ ໂອກາດໄດ້ພົບປະລື້ງເຄີຍກັບຫຼາຍຄົນ”.

ສ່ວນນ້ອງ ບຸ່ຍທິເທືອງ ຊາວຫວຽດນາມ ພວມດຳລົງຊີວິດຢູ່ນະຄອນ ປູຊານ ເປີດເຜີຍວ່າ:

   “ນ້ອງເຂົ້າຮ່ວມການປະກວດເຕັ້ນຕາມໃຈ. ບັນດານັກຮ້ອງ ຫວຽດນາມ ທີ່ເຂົ້າຮ່ວມໃນງານບຸນ ກໍ່ແມ່ນໜຶ່ງໃນບັນດາວິທີໂຄສະນາວັດທະນະທຳ ຫວຽດນາມ ສູ່ເພື່ອມມິດ ສ ເກົາຫຼີ. ນ້ອງເຫັນວ່າ ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ ແລະ ສ ເກົາຫຼີ ຄວນຈັດຂຶ້ນຢ່າງເປັນປະຈຳ”.

ງານບຸນ “ພວກເຮົາແມ່ນໜຶ່ງດຽວ” ຄັ້ງທີ VI ປີ 2024 ໄດ້ປະສົບຜົນສຳເລັດ ອັນໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ຊາວ ຫວຽດນາມ ແລະ ສ ເກົາຫຼີ. ງານບຸນໄດ້ໂຄສະນາແຜ່ກະຈາຍວັດທະນະທຳ ຫວຽດນາມ ຢູ່ ສ ເກົາຫຼີ ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ