ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ, ຂົວຕໍ່ຫວ່າງວິຈິດສິນທີ່ເປັນມູນເຊື້ອ ກັບວິຈິດສິນຍຸກປະຈຸບັນຫວຽດນາມ


(vovworld)- ໂດຍ​ແມ່ນ​ລຸ້ນຄົນ​ທຳ​ອິດ​ຂອງ​ພື້ນ​ຖານ​ວິ​ຈິດ​ສິນ​ປະ​ຕິ​ວັດຫວຽນາມ, ຈິດ​ຕະ​ກອນ​ທີ່​ມີຊື່​ສຽງ ຫງວຽນ​ຕື​ງຽມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການແຕ້ມ​ພາບ​ດ້ວຍ​ສີ​ຂັດ​ມັນ,ສີ​ເຄືອບ, ແປ້ງ​ສີ, ….ພິ​ເສດ​ແມ່ນ​ສິ​ລະ​ປະ​ແຕ້ມພາບ​ສີ​ຂັດ​ມັນ. ນັບ​ແຕ່​ຄາວ​​ຍັງ​ເປັນນັກ​ສຶກ​ສາ​ຂອງ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ອິນ​ດູ​ຈີນ​​ຈົນ​ເຖິງມື້​ລ່ວງ​ລັບ​ໄປ. ຈິດ​ຕະ​ກອນ​ ຫງວຽນ​ຕື​ງຽມ ໄດ້​ອຸ​ທິດ​ສ່ວນ​ຕະ​ຫລອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ສິ​ລະ​ປະ, ຄື​ດັ່ງ​ຂົວ​ຕໍ່​ລະ​ຫວ່າງວິ​ຈິດ​ສິນ​ທີ່​ເປັນ​ມູນ​ເຊື້ອ ກັບ​ວິ​ຈິດ​ສິນ​ຍຸກ​ປະ​ຈຸ​ບັນ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ, ຂົວຕໍ່ຫວ່າງວິຈິດສິນທີ່ເປັນມູນເຊື້ອ ກັບວິຈິດສິນຍຸກປະຈຸບັນຫວຽດນາມ - ảnh 1

        ຈິດ​ຕະ​ກອນ​ທີ່​ມີຊື່​ສຽງ ຫງວຽນ​ຕື​ງຽມ ເກີດ​ປີ 20/10/1922 ຢູ່ ເມືອງ ນາມ​ດານ ແຂວງ ເງ້​ອານ. ປີ 1941, ທ່ານ​ໄດ້​ເສັງ​ເຂົ້າ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິ​ນ ອິນ​ດູ​ຈີນ ຢູ່ ຮ່າ​ໂນ້ຍ ແລະ ເປັນ​ເພື່ອນ​ລຸ້ນ​ດຽວ​ກັບ ຈິດ​ຕະ​ກອນ​ທີ່​ມີຊື່​ສຽງ ​ບູ່ຍ​ຊວນ​ຟາຍ ດ້ວຍ​ບັນ​ດາ​ພາບ​ແຕ້ມທີ່​ລື​ຊື່ ​ກ່ຽວ​ກັບ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ຊຸດ​ຮຽນສຸດ​ທ້າຍ​ຂອງວິ​ທະ​ຍາ​ໄລ ວິ​ຈິດ​ສິນ ອິນ​ດູ​ຈີນ. ຮຽນປີທີ 3, ​ຈິດ​ຕະ​ກອນ​ຫງວຽນ​ຕື​ງຽມໄດ້​ຮັບ​ການ​ແນະ​ນຳ​ໂດຍ​ກົງ​ຈາກສາດ​ສະ​ດາ​ຈານ, ຈິດ​ຕະ​ກອນ​ທີ່​ມື​ຊື່​ສຽງ ໂຕງອກ​ເວີນ, ທ່ານ​ໄດ້​ສຳ​ພັດ​ກັບ ວິ​ທີແຕ້ມຮູບ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ທຸກ​ເຕັກ​ນິກ​​​​ທາງ​ດ້ານຈິດ​ຕະ​ກຳ, ເຕັກ​ນິກໃນ​ການ​ແຕ້ມ​ພາບ, ການ​ໃຊ້​ສີ​ຂັດ​ມັນ​ກໍ​ລ້ວນ​ແລ້ວ​ແຕ່​ໄດ້​ຮັບ​ການ​ແນະ​ນຳ​ຈາກຈິດ​ຕະ​ກອນ​ໂຕງອກ​ເວີນ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ໂດ໋​ບ໋າວ, ອະ​ດີດ​ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ອາດ​ຈະ​ເວົ້າ​ໄດ້​ວ່າ ຈິດ​ຕະ​ກອນ​ທີ່​ມີຊື່​ສຽງ ຫງວຽນ​ຕື​ງຽມ ມີ​ສີ​ມື​ອັນ​ຄ່ອງ​ແຄ້ວ​ທີ່​ສຸດ, ທັດ​ທຽມ​ກັບ​ທ່າ​ອ່ຽງສິ​ລ​ະປະ​ຂອງ​ໂລກ​ປະ​ຈຸ​ບັນ. ​ສິ່ງ​ທີ່​ພິ​ເສດນັ້ນ​ແມ່ນ ໃນ​ພາບ​ແຕ້ມ​ຂອງ​ເພີ່ນ ກ່ຽວ​ກັບ​ດ້ານ​ສິ​ລະ​ປະ, ທ່ານ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ຢູ່​ໂຮງ​ຮຽນ​ວິ​ຈິດ​ສິນ​ອີນ​ດູ​ຈີນ ນັ້ນ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ທ່ານ​ຮັບ​ເອົາ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ. ເຖິງ​ຢ່າງ​ໃດ​ກໍ​ຕາມ ທ່ານບໍ່​ຫລົງ​ລື​ມ​ເນື້ອ​ໃນ ໝາຍ​ຄວາມ​ວ່າ ທ່ານ​ໄດ້​ນຳ​ໃຊ້​ບັນ​ດາ​ຄວາມ​​ຮູ້, ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ​ເຂົ້າ​ໃນ​ພາບ​ແຕ້ມ​ຂອງ​ຕົນ.”

ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ, ຂົວຕໍ່ຫວ່າງວິຈິດສິນທີ່ເປັນມູນເຊື້ອ ກັບວິຈິດສິນຍຸກປະຈຸບັນຫວຽດນາມ - ảnh 2

        ອາ​ຈານ​ຜູ້​ທີ​ສອງ​ຊື່ງຈິດ​ຕະ​ກອນ​ທີ່​ມີຊື່​ສຽງ ຫງວຽນ​ຕື​ງຽມ ໄດ້​ຮັບຜົນ​ສະ​ທ້ອນ​ຫລາຍ ນັ້ນ​ແມ່ນຈິດ​ຕະ​ກອນ​ຫງວຽນ​ໂດ​ກູງ. ໃນ​ໄລ​ຍະ​ສົງ​ຄາມ, ​ເມື່ອ​​ຍົກ​ຍ້າຍ​ໄປເຂ​ດ​ປອດ​ໄພ​ຢູ່ ເຊີນ​ໄຕ, ນັກ​ຈ​ິດ​ຕະ​ກອນ ຫງວຽນ​ໂດ​ກູງ ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຈິດ​ຕະ​ກອນ​ທີ່​ມີ​ຊື່​ສຽງ​ຂອ​ງ​ຫວຽດ​ນາມ ໃນ​ສັດ​ຕະ​ວັດ​ທີ 20 ​ໄດ້ພາ​​ທ່ານລົງ​ບັນ​ດາ​ຕາ​ແສງ, ສາ​ລາ​ບ້ານ, ວັດ​ວາ​ອາ​ຮາມ ຢູ່ ເຊີນ​ໄຕ ເພື່ອ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ບູ​ຮານ ແລະ ແຕ້ມ​ພາບ. ຄາວ​ຍັງ​ມີ​ຊີ​ວິດ​ຢູ່ ຈິດ​ຕະ​ກອນ​ ຫງວຽນ​ຕື​ງຽມ ເຄີຍ​ເວົ້າ​ວ່າ ​ຍາມ​ໃດທ່ານ​ກໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​​ຕໍ່​ອາ​ຈານ​ສອງ​ຄົນ​ດັ່ງ​ກ່າວ ແລະ ຍ້ອນ​ໄດ້​ຮັບ​ການ​ສິດ​ສອນ​ຈາກ​ຈິດ​ຕະ​ກອນ​ສອງ​ຄົນ​ທີ່​ເປັນ​ອາ​ຈານ​ຂອງ​ຕົນ​ນັ້ນ ຄວາມ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ວິ​ຈິດ​ສິນ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ຊືມ​ເລິກ​ເຂົ້າ​ແນວ​ຄິດ​ດ້ານ​ສິ​ລະ​ປະຂອງ​ທ່ານ. ພາບ​ແຕ້ມ​ແຜ່ນທຳ​ອິດ​ຂອງ​ທ່ານ​ທີ່​ມີ​ຫົວ​ເລື່ອງ “ຜູ້​ຍາມ​ວັນ​ມຽວ” ແຕ້ມ​ດ້ວຍ​ສີ​ຂັດ​ມັນໄດ້​ຮັບ​ລາງວັນ​ທີ 1 ປີ 1944 ໂດ​ຍ​ສະ​ພາ​​ກຳ​ມະ​ການ​ ງານ​ວາງ​ສະ​ແດງວິ​ຈິດ​ສິນ Salon Unique ມອບ​ໃຫ້.

        ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ, ຈິດ​ຕະ​ກອນ ຫງວຽນ​ຕື​ງຽມ ​ເປັນ​ອາ​ຈານ ​ສອນ​ຢູ່​ໂຮງ​ຮຽນ​ວິ​ຈິດ​ສິນ​ຕໍ່​ຕ​້ານ​ຢູ່ ຫວຽດ​ບັກ. ມີ​ໄລ​ຍະຫນຶ່ງ​ທ່ານ​ສິດ​ສອນ​ຢູ່​ໂຮງ​ຮຽນ​ວິ​ຈິດ​ສິນ ຮ່າ​ໂນ້ຍ (1959-1960). ບັນ​ດາ​ພາບ​ແຕ້ມ​ຂອງ​ເພີ່ນ ມີ​ສີ​ສັນ​ສະ​ເພາະ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜູ້​ຊົມ. ຕົວ​ຢ່າງ​ຄື​: ພາບ​ແຕ້ມ “ຟ້ອນ​ສິງ​ໂຕ”, “ວາດ​ຟ້ອນ​ບູ​ຮານ” ແລະ “ພາບ​ງົວ​ນ້ອຍ” ແມ່ນ​ບັນ​ດາ​ພາບ​ແຕ້ມ​ເຕັມ​ໄປ​ດ້ວຍ​ຄວາມ​ຈິງ​ໃນ​ຊີ​ວິດ ແລະ ປະ​ຈຸ​ບັນ​ພວມ​ໄດ້​ຮັກ​ສາ​ໄວ້​ໃນ​ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ.​ ​ຮອງ​ສາ​ດສະ​ດາ​ຈານ, ດ​ຣ ຫງວຽນ​ໂດ​ບ໋າວ  ໃຫ້​ຮູ້​ວ່າ:

        “ພາບ​ແຕ້ມ​ແຜ່ນ​ຫນຶ່ງ​​ຂອງ​ຈິດ​ຕະ​ກອນ ຫງວຽນ​​ຕືງຽມ ໄດ້​ພັນ​ລະ​ນາ​ເຖິງ​ການ​ປ່ຽນ​ໃຫມ່, ການ​ພັດ​ທະ​ນາ​ຂອງ​ເຂດ​ຊົນ​ນະ​ບົດ. ພາບ​ແຕ​້ມ​ຂອງຈິດ​ຕະ​ກອນ ຫງວຽນ​ຕື​​ງຽມ ແມ່ນ​ແຕ້ມ​ຕາມ​ແບບ​ພາບ​ພື້ນ​ເມືອງ​ດົງ​ໂຮ່. ຮູບ​ຜູ້​ເຖົ້າ​ຜູ້​ແກ່, ຮູບ​ພະ​ນັກ​ງານ, ຮູບ​ເດັກ​ນ້ອຍ, ຊາວ​ຫນຸ່ມ​ໃນ​​ພາບ​​ແຕ້ມຂອງ ຈິດ​ຕະ​ກອນ ຫງວຽນ​ຕື​ງຽມ ລ້ວນ​ແຕ່​ມີ​ນິດ​ໃສ​ໃຈ​ຄໍ​​ສະ​ເພາະ ແລະ ວິ​ທີ​ແຕ້ມ​ກໍ​ຕ່າງ​ກັບ​ການ​ແຕ້ມ​ຮູບ​ກ່ອນນີ້.”

ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ, ຂົວຕໍ່ຫວ່າງວິຈິດສິນທີ່ເປັນມູນເຊື້ອ ກັບວິຈິດສິນຍຸກປະຈຸບັນຫວຽດນາມ - ảnh 3

        ພິ​ເສດ ປະ​ມວນພາບ ສັດ 12 ​ລາ​ສີ ໂດຍ​ຈິດ​ຕະ​ກອນ ຫງວຽນ​ຕື​ງຽມ ແຕ້ມ​ໃນ​ຊຸມ​ປີ​ທ້າຍ​ຊີ​ວິດ ໂດຍ​ແຕ້ມ​ໄປ​ແຕ້ມ​ມາ​ເປັນ​ຫລາຍ​ແບບ​ທີ່​ແຕກ​ຕ່າງ​ກັນ. ອາດ​ຈະ​ເວົ້າ​ໄດ້​ວ່າ ພາບ​ແຕ່​ລະ​ແຜ່ນ​ແມ່ນ​ແຕກ​ຕ່າງ​ກັນ, ວິ​ທີ​ແຕ​້ມ​​ຮູບຂອງ​ທ່ານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງກວ່າ. ລາ​ສີ​  12 ໂຕ ນັ້ນ, ບາງ​ເທື່ອ​ທ່ານ​ເພີ່ມ​ລວດ​ລາຍ ຫລື ຕັດ​ອ​ອອກ ເພື່ອ​​ເຮັດ​ໃຫ້​ຮູບ​ແຕ້ມ​ມີ​ຊີ​ວິ​ດ​ຊີ​ວາກວ່າ. ການ​ນຳ​ໃຊ້​​ລາ​ສີໃນວັດ​ທະ​ນະ​ທຳ​ພື້ນ​ເມືອງ ເປັນ​ການຢັ້ງ​ຢືນ ທ່ານ​ແມ່ນ​ຫນຶ່ງ​ໃນ​​ຈຳ​ນວນ​ຫນ້ອຍຈິດ​ຕະ​ກອນ​ຫວຽດ​ນາມ ຂຸດ​ຄົ້ນ​ສິ​ລະ​ປະ​ພື້ນ​ເມືອງ ເພື່ອ​ສ້າງ​ພື້ນ​ຖານ​ດ້ານ​ວິ​ຈິດ​ສິນ​ຫວຽດ​ນາມ ທີ່​ທັນ​ສະ​ໄຫມ. ຈິດ​ຕະ​ກອນ ວີ​ກຽນ​ແທ່ງ, ຫົວ​ຫນ້າ​ກົ​ມວິ​ຈິດ​ສິນ​ຖ່າຍ​ພາບ ແລະ ​ວາງ​ສະ​ແດງ, ໃຫ້​ຮູ້​ວ່າ:

        “ຮູບ​ພາບ​ໂດຍ​ຈິດ​ຕະ​ກອນ ຫງວຽນ​ຕື​ງຽມ ແຕ້ມ​ ແມ່ນ​ມີ​ຄວາ​ມ​ງາມ​ແບບ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງທີ່​ສຸດ. ເມື່ອ​ຊົມ​ພາບ​ແຕ້ມ​ຂອງ​ເພີ່ນ ​ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ ​ ຂອງ​ຫວຽດ​ນາມ, ວັດ​ທະ​ນະ​ທຳ​ສະ​ແດງ​ ​ຜ່ານ​ຮູບ​ພາບສາ​ລ​າ​ບ້ານຫວຽດ​ນາມ ຊື່ງ​ທ່ານ​ໄດ້​ແຕ້ມ​ໃນ​ພາບ​ສີ​​ຂັດ​ມັນ​​ທັນ​ສະ​ໄຫມຂອງ​ຕົນ.”


ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ, ຂົວຕໍ່ຫວ່າງວິຈິດສິນທີ່ເປັນມູນເຊື້ອ ກັບວິຈິດສິນຍຸກປະຈຸບັນຫວຽດນາມ - ảnh 4
ຈິດ​ຕະ​ກອນ ຫງວຽນ​ຕື​ງຽມ

        ຈິດ​ຕະ​ກອນ ຫງວຽນ​ຕື​ງຽມ ໄດ້​ຮັບ​ຖື​ວ່າ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ້ “ເປ​ີດ​ຊ່ອງ​ທາງ”ໃຫ້​ແກ່​ພື້ນ​ຖານ​ວິ​ຈິດ​ສິນ​ຫວຽດ​ນາມ ຍຸກ​ປະ​ຈຸ​ບັນ ແລະ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຈິດ​ຕະ​ກອນ​ລຸ້ນສຸດ​ທ້າຍ​ຂອງ​ວິ​ທະ​ຍາ​ໄລ ວິ​ຈິດ​ສິນ ອິນ​ດູ​ຈີນ. ບັນ​ດາ​ພາບ​ແຕ້ມ​ ໂດຍ ຈິດ​ຕະ​ກອນ ຫງວຽນ​ຕື​ງຽມປະ​ໄວ້​ໃຫ້​ຄົນ​ລຸ້ນ​ຫລັງ ເປັນ​ການຢັ້ງ​ຢືນ​ທີ່​ຕັ້ງໃນ​ພື້ນ​ຖານ​​ຈິດ​ຕະ​ກຳ ​ຍຸກ​ປະ​ຈຸ​ບັນ​ຂອງ ຫວຽດ​ນາມ​​ໃນ​ສັດ​ຕະ​ວັດ​ທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ