ນ້ຳສ້າງບູຮານ ແລະ ວັດທະນະທຳໂຫ້ຍອານ

   (vovworld)-  ​ໃນ​ຍຸກປະຈຸ​ບັນ, ປະຊາຊົນ​ສ່ວນ​ຫຼາຍ​ໄດ້​ໃຊ້​ນ້ຳປະປາ​​ໃນການ​ດຳ​ເນີນ​ຊີວິດ​ປະຈຳ​ວັນ, ຮູບ​ພາບ​ຊາວ​ໂຮ້ຍອານ ຍັງ​ຄົງ​​ໃຊ້​ສະ​ໂລ່ງ​ເພື່ອຕັກ​ນ້ຳສ້າງນັ້ນແມ່ນ​ຮູບ​ພາບ​ທີ່​ຫາ​ຍາກ. ນ້ຳສ້າງ​ໄດ້​ປະກອບສ່ວນ​ສ້າງ​ເປັນ​ຄຸນຄ່າ​ສະ​ເພາະ​ໃນ​ຊີວິດ​ຂອງ​ຊາວ​ໂຮ້ຍອານ ​ແລະ ວັດທະນະທຳ​ໂຮ້ຍອານ. ​ໃນ​ແຕ່​ລະ​ມື້, ຊາວ​ໂຮ້ຍອານ ຍັງ​ໃຊ້​ນ້ຳ​ໃສ, ​ເຢັນ​, ສະອາດ​ຈາກ​ນ້ຳສ້າງ​ເພື່ອປຸ​ງແຕ່ງ​ອາຫານ​ພິ​ເສດສະ​ເພາະ​ຫຼາຍເຍື່ອງ​ ຫຼື​ໃຊ້​ເພື່ອ​ຊົງ​ນ້ຳຊາ, ກາ​ເຟ.

  ນ້ຳສ້າງບູຮານ ແລະ ວັດທະນະທຳໂຫ້ຍອານ - ảnh 1
(ພາບ: vov)

   ຊາວ​ໂຮ້ຍອານ ສ່ວນ​ຫຼາຍ​ຍັງ​ມີ​ຄວາມ​ລຶ້ງ​ເຄີຍ​ແຕ່ງກິນ, ຊົງ​ນຳຊາ​ດ້ວຍ​ນ້ຳທີ່​ເອົາ​ມາ​ຈາກ​ນ້ຳສ້າງ. ທ່ານ​ຫວໍ້​ຮົ່ງຫວຽດ, ພະນັກງານ​ສູນ​ອະນຸລັກ​ຮັກສາ​ວັດທະນະທຳ​ໂຮ້ຍອານ ​ໃຫ້​ຮູ້​ວ່າ:

   “​​​​​​​ປະຈຸ​ບັນ, ຢູ່​ໂຮ້ຍອານ​ ຍັງ​ມີ​ນ້ຳສ້າງ​ຫຼາຍ​ແຫ່ງ​, ພິ​ເສດ​ແມ່ນ​ໃນ​ຄຸ້ມ​ຖະໜົນ​ເກົ່າ​ນີ້, ນອກຈາກ​ນ້ຳສ້າງ​ບູຮານ​ບ໋າ​ເລ້​ແລ້ວ, ​ຍັງ​ມີ​ນ້ຳສ້າງອີກຫຼາຍ​ແຫ່ງຢູ່​ອ້ອມ​ແອ້ມ. ປະຈຸ​ບັນ​​ໄດ້ມີ​ລະບົບ​ນ້ຳປະປາ​ແລ້ວ​ແຕ່​ນ້ຳ​ໃນ​ນ້ຳສ້າງ​ບ໋າ​ເລ້​ ຍັງ​ຄົງ​ຖືກ​ນຳໃຊ້​​ເຂົ້າ​ໃນ​ການປຸງ​ແຕ່ງອາຫານ​. ຍ້ອນ​ນ້ຳຢູ່​ນີ້​ໃສ, ​ເຢັນ​​ເມື່ອປຸງ​​ແຕ່ງ​ເຍື່ອງ​ອາຫານ​ຈະ​ມີ​ຄຸນ​ນະພາ​ບສູງ​ກ່ວາ“.

ນ້ຳສ້າງບູຮານ ແລະ ວັດທະນະທຳໂຫ້ຍອານ - ảnh 2

 (ພາບ: vov)

  ​     ຕາມ​ບັນດາ​ຜູ້​ເຖົ້າ​ແກ່​ຢູ່​​ໂຮ້ຍອານ​ແລ້ວ, ນ້ຳສ້າງບ໋າ​ເລ້ ມີ​ມາ​ແຕ່​ສັດຕະວັດ​ທີ 8-9, ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ໂຮ້ຍອານ​​ ເຄີຍໃຊ້​ນ້ຳສ້າງບ໋າ​ເລ້ ​ໃນ​ໂອກາດ​ຕ່າງໆ​ຄື: ​ເຮັດ​ພາ​ເຂົ້າບູຊາ​ໃນ​ວັນ​ທີ 1, ວັນ​ທີ 15 ​ໄລ່​ຕາມ​ຈັນທະ​ປະຕິທິນຂອງ​ແຕ່ລະ​ເດືອນ, ອາບ​ນ້ຳໃຫ້​ເດັກ​ຫາ​ກໍ່​ເກີດ​ໃໝ່. ນ້ຳສ້າງ​ບູຮານ​ບ໋າ​ເລ້​ ໄດ້​ມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ​ແລ້ວ​ແຕ່​ນ້ຳບໍ່​ເຄີຍ​ຖືກ​ບົກ​ແຫ້ງຈັກ​ເທື່ອ. ​ທ່ານ​ຫວໍ້​ຮົ່ງຫວຽດ, ພະນັກງານ​ສູນ​ອະນຸລັກ​ຮັກສາ​ວັດທະນະທຳ​ໂຮ້ຍອານ ​​ໃຫ້​ຮູ້​ວ່າ:

   “ປະຈຸ​ບັນ, ສ້າງ​ນ້ຳບ໋າ​ເລ້ ​ໄດ້​ສະໜອງ​ນ້ຳໃຫ້​ຊາວ​ໂຮ້ຍອານ ຫຼາຍ​ຄົນ​ເພື່ອ​ນຳໃຊ້​ໃນ​ຊີວິດ​ປະຈຳ​ວັນ, ພິ​ເສດ​ແມ່ນ​ໃຊ້​ໃນ​ການ​ປຸງ​ແຕ່ງອາຫານ ​ແລະ ຊົງ​ນ້ຳຊາ, ກາ​ເຟ… ທຸກ​ຄົນ​ໄດ້​ເລົ່າ​ຂານ​ກັນ​ມາ​ວ່າ, ຖ້າ​ເອົາ​ນ້ຳຈາກ​ນ້ຳສ້າງ​ບູຮານ​ບ໋າ​ເລ້ ​ເພື່ອ​ປຸງ​ແຕ່ງອາຫານ, ​ເຍື່ອງ​ອາຫານ​ຈະ​ມີ​ລົດ​ຊາດ​​ແຊບນົວກ່ວາ

  ປະຈຸ​ບັນ, ຢູ່​ໂຮ້ຍອານ, ​ມີນ້ຳສ້າງ​ບູຮານປະມານ 80 ​ກ່ວາແຫ່ງ. ​ເຖິງ​ວ່າ​ພຽງ​ແຕ່ຫ່າງ​ຈາກ​ແມ່ນ້ຳເຄັມ​ປະມານ 50 – 150 ​ແມັດ, ບາງ​ເທື່ອ​ແຕ່ 6-10 ​ແມັດ​ເທົ່າ​ນັ້ນ, ແຕ່​ນ້ຳຢູ່​ບັນດານ້ຳສ້າງ​ນີ້​ຍັງຄົງ​ຮັກສາ​ລົດ​ຈືດ​ທຳ​ມະ​ຊາດ​ຢູ່. ​ເວລາ​ໃດ​ກໍ່​​ເຕັມ​ນ້ຳ, ​ນັບ​ທັງ​ໃນ​ຊຸມ​ວັນ​ຮ້ອນ​ເອົາ, ບົກ​ແຫ້ງ.

      ຕາມ​ທ່ານຫວໍ້​ຮົ່ງຫວຽດ, ນ້ຳສ້າງ​ໂຮ້ຍອານ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ພິ​ເສດ​ລະຫວ່າງ​ຊາວ​ເຜົ່າ​ຈຳ ​ແລະ ຊາວ​ເຜົ່າ​ກິ​ງຢູ່​ໂຮ້ຍອານ. ສ້າງ​ນ້ຳຢູ່​ໂຮ້ຍອານ ​ເຄີຍ​ມີ 3 ຮູບ​ແບບ​ຄື: ຮູບ​ມົນ, ຮູບ 4 ຫຼ່ຽມ, ຫຼື​ຮູບ​ມົນຢູ່​ເທິງ, ​ຮູບ 4 ຫຼ່ຽມຢູ່​ໃຕ້ ​ນ້ຳສ້າງໄດ້​ຮັບ​ການ​ກໍ່ສ້າງດ້ວຍ​ດິນ​ຈີ່. ​​ເຖິງ​ວ່າ​ນ້ຳສ້າງ​ແຕ່ລະ​ແຫ່ງ​ມີ​ຮູບ​ແບບ​ແຕກ​ຕ່າງ​ກັນ​ກໍ່ຕາມ​ແຕ່​ຍັງ​ມີ​ຈຸດ​ລວມຄື: ມີ​​ໂຄງ​​​ໄມ້​ແດງຢູ່​​ໃຕ້ຝາ​ດິນ​ຈີ່. ຢູ່​ຕໍ່ໜ້າ​ບ້ານ​ຂອງ​ທ່ານ​ລຶວຮຸ່ງ ຍັງ​ຄົງ​ຮັກສານ້ຳສ້າງຂອງ​ວົງ​ຕະກຸນ​ລຶວ​ໄວ້​ເໝືອນ​ເດີມ. ທ່າ​ຍລຶວຮຸ່ງ​ ໃຫ້​ຮູ້​ວ່າ:

​​​​ກ່ອນນີ້, ​​ເມື່ອ​ກໍ່ສ້າງ​ຫໍບູຊາ​ວົງ​ຕະກຸນ​ ​ເຂົາ​ເຈົ້າກໍ່ສ້າງນ້ຳສ້າງ​ນີ້ເລີຍ ​ແລະ ນ້ຳສ້າງນີ້​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ໄວ້. ​ເມື່ອ​ກໍ່ສ້າງ​, ​ເຂົາ​ເຈົ້າ​ໄດ້​ໃຊ້​ໄມ້​ແດງ 4 ​ແຜ່ນປະມານ 25 ​ແຊນ​ຕີ​ແມັດ​ເພື່ອ​ອ້ອມ​ຮອບ 4 ​ແຈ,  ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ໄວ້​ໄດ້ເໝືອນ​ເດີມ​ “.

   ​​ຈຸດ​ພິ​ເສດ​ໜຶ່ງ​ອີກ, ນັ້ນ​ແມ່ນ, ຢູ່​ເທິງນ້ຳສ້າງ​ເຫຼົ່າ​ນີ້​, ລ້ວນ​ແຕ່​ມີ​ແທ່ນ​ບູຊາ​​ເທວະ​ດານ້ຳສ້າງ. ຊາວ​ໂຮ້ຍອານ ​ໃນ​ເມື່ອ​ກ່ອນ​ມີ​ຄວາມ​ນຶກ​ຄິດ​ທີ່​ວ່າ, ນ້ຳສ້າງ​ແຕ່ລະ​ແຫ່ງ​ລ້ວນ​ແຕ່​ມີ​ເທວະ​ດາ​ອົງ​ໜຶ່ງ​ປົກ​ປ້ອງ, ນີ້​ແມ່ນ​ປັດ​ໄຈ​ດ້ານຈິດ​ວິນ​ຍານ​​ເຊິ່ງຊາວ​ໂຮ້ຍອານ​ ຍັງ​ຄົງ​ຮັກສາ​ຈົນ​​ເຖິງປະຈຸ​ບັນ. ທ່ານ​ລຶວຮຸ່ງ​ໃຫ້​ຮູ້​ວ່າ:

   “ຖ້າ​ຖົມ​ນ້ຳສ້າງ, ​ໃນ​ຄອບຄົວຈະ​​ເກີດ​ຄວາມ​ສັບສົນ​ຫຼາຍ​ຢ່າງ ​ແລະ ປະສົບ​ແຕ່​ຄວາມ​ສ່ຽງ​, ​ໃນ​ວັນ​ທີ 1, ວັນ​ທີ 15 ​ໄລ່​ຕາມ​ຈັນທະ​ປະຕິທິນ​ແຕ່ລະ​ເດືອນ, ຂ້າພະ​ເຈົ້າ​ເຄີຍຈູ​ດທູບ​ບູຊາ​ເທວະ​ດານ້ຳສ້າງ. ຊາວໂຮ້ຍອານ ໄດ້​ບູຊາ​ເທວະ​ດາຜູ້​ດູ​ແລ​ເຕົ່າ​ໄຟ, ​ເທວະ​ດາ​ແຫ່ງຄວາມຮັ່ງມີ​, ​ເທວະ​ດາ​ນ້ຳສ້າງ​, ​ເທວະ​ດາດິນ, ​ເທວະ​ດາຮ່ອງ​ບ້ານ. ​ເມື່ອ​ກ່ອນ​ຊາວ​ໂຮ້ຍອານ ບູຊາ​ເທວະ​ດາ​ນ້ຳສ້າງ​ ​ເພື່ອ​ໃຫ້​ມີນ້ຳ​ໃສ. ການບູຊາ​​ເທວະ​ດາ​ນ້ຳສ້າງ​ກໍ່​ເໝືອນ​ກັບ​ບູຊາ​ເທວະນາ​ໃນ​ບ້ານ“.

  ພ້ອມ​ກັບ​ວັດຂົວ, ​ແມ່ນ້ຳຮ່ວາຍ, ​ເຮືອນ​ບູຮານ, ຮ່ອງ​ຮອຍ​ວັດ, ວິຫານ...​ບັນດາ​ນ້ຳສ້າງກໍ​ແມ່ນ​ພາກສ່ວນ​ທີ່​ຂາດ​ບໍ່​ໄດ້​ຂອງ​ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ​ຢູ່​ໂຮ້ຍອານ./.

ຕອບກັບ

ຂ່າວ/ບົດ​ອື່ນ