ນຳເອົາປື້ມຫວຽດນາມອອກສູ່ຜູ້ອ່ານສາກົນ


(vovworld)- ການ​ສົ່ງ​ອອກ​ປື້ມ ແມ່ນ​ຄວາມ​ໄຝ່​ຝັນ​ຂອງ​ບັນ​ດາ​ຜູ້​ຜະ​ລິດ​ປື້ມ ຫວຽດ​ນາມ. ການ​ສົ່ງ​ອອກ​ປື​້ມ ຍັງ​ແມ່ນ​ກາ​ລະ​ໂອ​ກາດ​ເປີດກວ້າງ​ການ​ພົວ​ພັນ​ແລກ​ປ່ຽນ, ການ​ແບ່ງ​ປັນ ແລະ ຮ່ວມ​ມື​ໃຫ້​ແກ່​ບັນ​ດາ​ສຳ​ນັກ​ພິມ​ຈຳ​ຫນ່າຍ, ບໍ​ລິ​ສັດ​ຜະ​ລິດ​ປື້ມ​ຂອງ​ຫວຽດ​ນາມ. ບໍ່​ພຽງ​ແຕ່​ກາ​ນ​ສົ່ງ​ອອກ​ປື້ມ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ການເປີດກວ້າງດ້ວຍການ​ສົ່ງ​ອອກ​ລິ​ຂ​ະ​ສິດ​​ປື້ມອອ​ກສູ່​ຕ່າງ​ປະ​ເທດ, ປ​ະ​ກອບ​ສ່ວນ​​ເຂົ້າໃນ​ການ​ໂຄ​ສະ​ນາ​ພາບພົດ, ວັດ​ທະ​ນະ​ທຳ​ຫວຽດ​ນາມ ອີກ​ດ້ວຍ.

ນຳເອົາປື້ມຫວຽດນາມອອກສູ່ຜູ້ອ່ານສາກົນ - ảnh 1
ຊຸດ​ປື້ມ "ນ້ອງ​ມັກ​ຮຽນ​ເກັ່ງ​ວິ​ຊາ​ເລກ"
ພາບ:hanoimoi.com

        ຫວ່າງ​ແລ້ວນີ້, ສຳ​ນັກ​ພິມ​ຈຳ​ຫນ່າຍ Clever Media (ສະ​ຫະ​ພັນ​ລັດ​ເຊຍ) ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຊື້​ລິ​ຂະ​ສິດ​ປື້ມ​ວິ​ຊາ​ເລກ ດ້ວຍ​ພາ​ສາ​ອັງ​ກິດ 3 ເຫລັ້ມ(ຂຶ້ນ​ກັບ​ຊຸດ​ປື້ມ "ນ້ອງ​ມັກ​ຮຽນ​ເກັ່ງ​ວິ​ຊາ​ເລກ" ທີ່​ສະ​ຫງວນ​ໃຫ້​ແກ່​ນັກ​ຮຽນຊັ້ນ​ອະ​ນຸ​ບານ ແລະ ປະ​ຖົມ” ຂອງ​ບໍ​ລິ​ສັດ​ປື້ມ ລອງ​ມີງ. ນີ້​ແມ່ນ​ຜະ​ລິດ​ຕະ​ພັນຮ່ວມ​ທຸ​ລະ​ກິດ​ລະ​ຫວ່າງ​ສຳ​ນັກ​ພິມ​ຈຳ​ຫນ່າຍ PlayBac ຂອງ (ຝ​ລັ່ງ) ແລະ ບໍ​ລິ​ສັດ ລອງ​ມີງ ດ້ວຍຄຳ​ທວາຍ​ວິ​ຊາ​ເລກ ແລະ ພາບ​ປະ​ກອບ​ທີ່​ມີ​ຊີ​ວິ​ຊີ​ວາ. ຕາມ​ທ່ານ ໂດ໋​ຮ່​ວາງ​ເຊີນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ປື້ມ​ ລອງ​ມິງແລ້ວ, ຊຸດ​ປື້ມນີ້ ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ການ​ປະ​ສານ​ສົມ​ທົບ​ຢ່າງ​ເໝາະ​ສົມ, ໃນ​ນັ້ນ ເນື້ອ​ໃນ​ວິ​ຊາ​ເລກ, ພາບ​ແຕ້ມ​ປະ​ກອບ ແລະ ການ​ແປ​ເປັນ​ພາ​ສາ ອັງ​ກິດ ລ້ວນ​ແຕ່​ໂດຍ ບ​ໍ​ລິ​ສັດ ລອງ​ມີງ ຮັບ​ຜິດ​ຊອບ, ສ່ວນ​ການ​ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ວັນ​ບຸນ​ປື້ມ​ສາ​ກົນ Frankfut ໂດຍ​ສຳ​ນັກ​ພິມ​ຈຳ​ຫນ່າຍ PlayBac ຮັບ​ຜິດ​ຊອບ. ຊຸດ​ປື້ມ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ຜູ້​ທີ່​ເອົາ​ໃຈ​ໃສ່​ເ​ຖິງ​ການ​ຮຽນ​ວິ​ຊາ​ເລກ ແລະ ພາ​ສາ​ອັງ​ກິດ ຢູ່ ລັດ​ເຊຍ. ປະ​ຈຸ​ບັນ ບໍ​ລິ​ສັດ​ໄດ້​ສຳ​ເລັດ​ການ​ແປ​ຊຸດ​ປື້ມ "ນ້ອງ​ມັກ​ຮຽນ​ເກັ່ງ​ວິ​ຊາ​ເລກ" ເປັນ​ພາ​ສາ ຝ​ລັ່ງ ແລະ ພາ​ສາ​ຍີ່​ປ່​ຸ່ນ.

        “ໃນ​ສັນ​ຍາ ອັດ​ຕາ​ຈັດ​ແບ່ງ​ຜົນ​ປະ​ໂຫຍດ​ຄື: 60% ແມ່ນ​​​ຂອງບໍ​ລິ​ສັດ ລອງ​ມີງ, ສ່​ວນ 40% ​ແມ່ນ​ຂອງ​ສຳ​ນັກ​ພິມ​ຈຳ​ຫນ່າຍ PlayBac. ເມື່ອ​ສຳ​ນັກ​ພິມ​ຈຳ​ຫນ່າຍ PlayBac ນຳ​ເອົາ​ຊຸດ​ປື້ມ​ຂອງ ບໍ​ລິ​ສັດ ລອງ​ມີງ ໄປຈ່າວ​ຂາຍ​ຢູ່​ງານ​ຕະ​ຫລາດ​ປື້ມ​ສາ​ກົນ​ໃຫຍ່ກວ່າ​ໝູ່​ໃນ​ໂລກ ນັ້ນ​ແມ່ນ​ວັນ​ບຸນ​ປື້ມ Frankfut ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​ວ່າພວ​ກ​ເຮົາ​ຜະ​ລິດ​ປື້ມ​ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ ເພື່ອໃຫ້ PlayBac ສາ​ມາດ​ນຳ​ເອົາ​ຜະ​ລິ​ດ​ຕະ​ພັນ​ຂອງ​ຕົນ​ອອກ​ສູ່​ໂລກ.”

        ເກືອບ 40 ປະ​ເທດ ໄດ້​ຊື້​ລິ​ຂະ​ສິດ​ຊຸດ​ປື້ມ “ນັກ​ປາດ” ຂອງ​ສຳ​ນ​ັກ​ພິມ​ຈຳ​ຫນ່າຍ PlayBac, ບໍ​ລິ​ສັດ​ລອງ​ມີງ ໄດ້​ປະ​ດິດ​ແຕ່ງສ່ວນຫນຶ່ງ​ໃນເນື້ອ​ໃນ​ປື້ມວິ​ຊາ​ເລກໃຫ້​ສະ​ເພາະ​ຕົນ ແລະ ສຳ​ເລັດ​ດ້ວຍ​ປື້ມ​ວິ​ຊາ​ເລກ​ແປ​ເປັນ​ພາ​ສາ​ອັງ​ກິດ, ພ້ອມ​ກັບ PlayBac ແນະ​ນຳ​ປື້ມ​ດັ່ງ​ກ່າວ​ທີ່​ວັນ​ບຸນ​ປື້ມ ສ​າ​ກົນ Frankfut. ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ພາຍ​ຫລັງຜົນ​ງານດັ່ງ​ກ່າວ ແມ່ນ​ການ​ກະ​ກຽມ​ຢ່າງ​ຕັ້ງ​ຫນ້າ​ລະ​ຫວ່າງ 2 ຫົວ​ຫນ່ວຍ​ຜະ​ລິດ​ປື້ມ ດ້ວຍ​ບັນ​ດາ​ຄາດ​ໝາຍ, ມາດ​ຕະ​ຖານ​ລະ​ອຽດ. ກ່ຽວ​ກັບ​ດ້ານ​ຮູບ​ການ, ປື້ມ​ຂອງ​ຫວຽດ​ນາມ ຢາກ​ແນະ​ນຳ​ອອກ​ສູ່​ໂລກ ຕ້ອງ​ມີ​​ລະ​ຫັດຈະ​ແຈ້ງ (ເລກ​ລ​ະ​ຫັດ​ມາດ​ຕະ​ຖານ​ສາ​ກົນ​ໃຫ້​ແກ່​ປື້ມ), ຫລັງ​ຈາກນັ້ນ ຄຸນ​ນະ​ພາບ​ເຈ້ຍ, ນ້ຳ​ມຶກ ​ຕ້ອງຮັບ​ປະ​ກັນ​ຄວາມ​ປອດ​ໄພ, ມາດ​ຖານ​ຂອງ​ຜະ​ລິດ​ຕະ​ພັນ. ຄຽງ​ຄູ່​ກັນ​ນັ້ນ ຊື່​ສຽງ​ຂອງ​ຜູ້​ປະ​ດິ​ດ​ແຕ່ງ​ໄດ້​ຮັບ​ການ​ໂຄ​ສະ​ນາ​ຢ່າງກວ້າງ​ຂວາງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ດ້ວຍ​ປະ​ລິ​ມານ​ປື້ມ​ທີ່​ນຳ​ເອົາ​ໄປ​ຂາຍ​ຢູ່​ພາຍ​ໃນ​ປະ​ເທດ​ຂຶ້ນ​ເຖິງ​ນັບ​ລ້ານໆ​ຫົວ. ການ​ສົ່ງ​ອອກ​ລິ​ຂະ​ສິດ​ປື້ມ, ບັນ​ດາ​ຄ​ູ່​ຮ່ວມ​ມື​ສາ​ມາດ​ຂຸດ​ຄົ້ນ​ຈາກ​ປື້ມ​ເຫ​ລັ້ມ​ຫນຶ່ງບໍ່​ພຽງ​ແຕ່​​ສະ​ເພາະສ່ວນ​ເນື້ອ​ໃນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຄວາມ​ງາມ​ຂອງຮູບ​ພາບອີກ​ດ້ວຍ ເພື່ອ​ຮັບ​ໃຊ້​ໃຫ້​ການ​ຜະ​ລິ​ດ​ຮູບ​ເງົາ, ຜະ​ລິດ​ເຄື່ອງ​ຫລິ້ນ​ຂອງ​ເດັກ, ສ້າງ​ການ​ຫລິ້ນ​ເກັມອອນ​ລາຍ.

ປະ​ຈຸ​ບັນ, ການ​ສົ່ງ​ອອກ​ປື້ມ​ອອກ​ສູ່​ໂລກ ຍັງ​ຄົງ​ອີງ​ໃສ່​​ເປັນ​ຕົ້ນ​ຕໍ​ຈາກ​ການ​ພົວ​ພັນ​ຂອງ​ສຳ​ນັ​ກ​ພິມ​ຈຳ​ຫນ່າຍ​, ບໍ​ລິ​ສັດ​ຜະ​ລິດ​ປື້ມແຕ່​ລະ​ແຫ່ງ ຫລື​ສ່ວ​ນ​ຫນຶ່ງ​ຂອງບັນ​ດາ​ສຳ​ນັກ​ພິມ​ຈຳ​ຫນ່າຍ​ຕ່າງ​ປະ​ເທດ​ທີ່​ມາ​ຮ່ວມ​ທຸ​ລະ​ກິດ​ກັບ​ບໍ​ລິ​ສັດ​ຜະ​ລິດ​ປື້ມ​ຂອງ​ຫວຽດ​ນາມ. ທ່ານ ຫງວຽນ​ແມ້ງ​ຮຸ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ປື້ມ ທາຍ​ຮ່າ ຢືນ​ຢັນ: ນັບ​ແຕ່​ຊຸ​ມມື້​ທຳ​ອິ​ດ​ສ້າງ​ຕັ້ງ​ບໍ​ລິ​ສັດ, Thaiha Books ໄດ້​ມີ​ການ​ກຳ​ນົດ​ທິດ​ສົ່ງ​ອອກ​ທັງ​ປື້ມ ແລະ ລິ​ຂະ​ສິດ.

        “ການ​ສົ່ງ​ອອກ​ປື້ມ ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ​ທັງ​ສາມ​​ບັນ​ຫາ. ​ບັນ​ຫາ​ທີ​ຫນຶ່ງ ແມ່ນ​ເນື້ອ​ໃນ, ບັ​ນ​ຫາ​ທີ​ສອງ ປື້ມ​ເຫລັ້ມ​ນັ້ນ​ຕ້ອງ​ແປ​ເປັນ​ສາ​ພາ​ຕ່າງ​ປະ​ເທດ​ໃດ​ຫນຶ່ງ, ນອກ​ຈາກ​ພາ​ສາ​ຫວຽດ​ແລ້ວ ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​ຕ່າງ​ປະ​ເທດ. ບັນ​ຫາ​ທີ​ສາມ ແມ່ນ​ຖັນ​ແຖວ​ພະ​ນັກ​ງານແນະ​ນຳ​ປື້ມ. ຢາກ​ແນະ​ນຳ​ປື້ມ​ອອກ​ສູ່​ຜູ້​ອ່ານ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຕ້ອງ​ມີ​ລາຍ​ການ​ບຳ​ລຸງ​ສ້າງ​ບັນ​ນາ​ທິ​ການ, ​ດ້ານ​ທັກ​ສະໃນ​ການຂາຍ​ລິ​ຂະ​ສິດ​ຫລື​​ທັກ​ສະໃນງານ​ວາງ​ສະ​ແດງ​ປື້ມ, ມາດ​ຖານ​ຜະ​ລິດ​ປື້ມ.”

ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ຫວຽດ​ນາມ, ແຕ່​ລະ​ປີ ຂະ​ແຫນ່​ງ​ພິມ​ຈຳ​ຫນ່າຍ​ໄດ້​ພິມ​ອອກ​ປື້ມ​ ແລະ ສິ່ງ​ພິມ​ວັດ​ທະ​ນະ​ທຳ​ນັບ​ໝື​່ນໆ​ຫົວ ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ຜູ້​ອ່ານ​ຢູ່​ພາຍ​ໃນ​ແລະ ຕ່າງ​ປະ​ເທດ. ທີ່​ບັນ​ດາ​ງານ​ວາງ​ສະ​ແດງ​ສາ​ກົນ, ນອກ​ຈາກ​ແນະ​ນຳ​ປື້ມ, ສິ່ງ​ພິມ​ຕ່າງໆ​ຂອງ​ຫວຽດ​ນາມ​ແລ້ວ, ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ປື້ມ​ຢູ່​ຫວຽດ​ນາມ ກໍ​ເພີ່ມ​ທະ​ວີ​ການ​ຊອກ​ຫາ​ກາ​ລະ​ໂອ​ກາດ​ໂຄ​ສະ​ນາ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ, ຈາກນັ້ນ ນຳ​ເອົາ​ປື້ມ​ຂອງ​ຫວຽດ​ນາມ ອອກ​ສູ່​ຜູ້​ອ່ານ​ຢູ່​ພາຍ​ໃນ ແລະ ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ