(VOVWORLD) -ໃນຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ, ພິທີໄຫວ້ບູຊາເຈົ້າເຕົ່າກໍ່ແມ່ນພິທີກຳທີ່ສຳຄັນຕິດພັນກັບຄວາມສຳນຶກ ກ່ຽວກັບຫຼັກສິນທຳ ແລະ ການສືບຕໍ່ມູນເຊື້ອຜ່ານຫຼາຍລຸ້ນຄົນ. ພິທີກຳນີ້ ບໍ່ພຽງແຕ່ມີຄວາມໝາຍທາງດ້ານຈິດວິນຍານເທົ່ານັ້ນ ຫາກຍັງສ່ອງແສງແບບວິທີ ເຊິ່ງຊາວ ຫວຽດນາມ ໄດ້ຮັກສາ ແລະ ຖ່າຍທອດບັນດາຄຸນຄ່າວັດທະນະທຳຈາກຄອບຄົວ ຕະຫຼອດຮອດວົງຄະນາຍາດ
ເຂດຕະຫຼາດຊຸມຊົນ ໄດ້ຄຶກຄື້ນຫຼາຍຂຶ້ນໃນເວລາໃກ້ຈະຮອດບຸນເຕັດ
|
ແຕ່ລະປີ ຮອດວັນທີ 23 ເດືອນ 12 ໄລ່ຕາມຈັນທະປະຕິທິນ ບັນດາຄອບຄົວຊາວ ຫວຽດນາມ ພ້ອມກັນທຳພິທີໄຫວ້ບູຊານຳສົ່ງເຈົ້າເຕົ່າຂຶ້ນສູ່ສະຫວັນ. ນີ້ແມ່ນພິທີກຳຈັດຂຶ້ນໃນຈຸດເວລາສິ້ນສຸດປີເກົ່າ ແລະ ເລີ່ມກະກຽມວຽກງານທຳອິດໃຫ້ແກ່ບຸນປີໃໝ່ປະຈຳຊາດ.
ນັບແຕ່ຮຸ່ງເຊົ້າຢູ່ເຂດຕະຫຼາດຊຸມຊົນ ໄດ້ຄຶກຄື້ນຫຼາຍຂຶ້ນ. ນາງ ຟຸ້ງທິທ໋າວ ຢູ່ຕາແສງ ຮວ່າງມາຍ ປີໃດກໍ່ຄືກັນ ກໍ່ລ້ວນແຕ່ໄປຕະຫຼາດແຕ່ເຊົ້າພ້ອມກັບພວກລູກ. ນາງ ທ໋າວ ເປີດເຜີຍວ່າ:
“ແຕ່ລະປີຂ້າພະເຈົ້າພ້ອມກັບພວກລູກໄປຕະຫຼາດແຕ່ເຊົ້າເພື່ອກະກຽມເຄື່ອງຂອງ ເພື່ອໄຫວ້ບູຊາ. ລວມມີດອກໄມ້ປາໄນ, ດອກໄມ້ ແລະ ໝາກໄມ້… ທັງນີ້ກໍ່ເພື່ອຊ່ວຍໃຫ້ພວກລູກເພີ່ມຄວາມເຂົ້າໃຈ ກ່ຽວກັບວິທີໄຫວ້ບູຊາເຈົ້າເຕົ່າ”.
ບັນຍາກາດຊື້ຂາຍກໍ່ຄຶກຄື້ນມ່ວນຊື່ນ ເຊິ່ງໄດ້ປົ່ງບອກເຖິງບຸນເຕັດໃກ້ຈະວຽນມາ ປາໄນ ແມ່ນຂອງບູຊາທີ່ຂາດບໍ່ໄດ້ໃນພິທີ່ໄຫວ້ບູຊາເຈົ້າເຕົ່າ. ຕາມປະເພນີແລ້ວ ປາໄນກໍ່ແມ່ນພາຫະນະເພື່ອນຳສົ່ງເຈົ້າເຕົ່າກັບຄືນສູ່ສະຫວັນ. ຮູບພາບປາໄນປ່ຽນໂຕເປັນມັງກອນ ຜ່ານຜ່າລົມແຮງຂຶ້ນສູ່ສະຫວັນ ແມ່ນມີຄວາມໝາຍເປັນສັນຍາລັກໃຫ້ແກ່ຈິດໃຈຜ່ານຜ່າຄວາມຫຍຸ່ງຍາກ, ຄວາມມານະອົດທົນ ແລະ ຄວາມຄາດຫວັງບືນຕົວຂຶ້ນ ເພື່ອປະສົບຜົນສຳເລັດ. ການປ່ອຍປາໄນລົງນ້ຳໃນມື້ທຳພິທີບູຊາເຈົ້າເຕົ່າ ຍັງສະແດງໃຫ້ເຫັນຄວາມເມດຕາປານີ ແລະ ຄວາມຄາດຫວັງກ່ຽວກັບການປອງດອງລະຫວ່າງມະນຸດກັບທຳມະຊາດ
ໃນພິທີໄຫວ້ບູຊາເຈົ້າເຕົ່ານັ້ນ, ພາເຂົ້າໃນຄອບຄົວກໍ່ແມ່ນຂັ້ນຕອນທີ່ສຳຄັນທີ່ສຸດໃນພິທີ, ເຖິງວ່າຂ້ອງຄາກັບວຽກງານຫຼາຍກໍ່ຕາມ ແຕ່ການກະກຽມພາເຂົ້າໄຫວ້ບູຊາເຈົ້າເຕົ່າກໍ່ລ້ວນແຕ່ຖືກປະຕິບັດຢ່າງລອບຄອບຖີ່ຖ້ວນ. ນາງ ຟຸ່ງທິທ໋າວ ໃຫ້ຮູ້ວ່າ:
“ປີໃດກໍເຊັ່ນດຽວກັນ ຂ້າພະເຈົ້າກໍ່ທຳພິທີໄຫວ້ບູຊາເຈົ້າເຕົ່າ ຍ້ອນວ່າ ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າກໍ່ໄດ້ຮັບການແນະນຳເຮັດພາເຂົ້າຈາກພໍ່ແມ່. ປັດຈຸບັນຂ້າພະເຈົ້າກໍ່ຢາກໃຫ້ພວກລູກຂອງຕົນຕ້ອງເສີມຂະຫຍາຍປະເພນີທີ່ມີມາແຕ່ດົນນານີ້”.
ສ່ວນອ້າຍ ຫງວຽນຫງອກລິງ, ພາເຂົ້າໄຫວ້ບູຊາເຈົ້າເຕົ່າກໍ່ຍັງຄົງປະຕິບັດເໝືອນເດີມ. ອ້າຍ ລິງ ເປີດເຜີຍວ່າ:
“ປີໃດກໍ່ເຊັ່ນດຽວກັນ ຄອບຄົວຂ້າພະເຈົ້າກໍ່ແຕ່ງພາເຂົ້າທີ່ອົບອຸ່ນ ເພື່ອທຳພິທີນຳສົ່ງເຈົ້າເຕົ່າຂຶ້ນສະຫວັນ. ບັນດາເຍື່ອງອາຫານໃນພາເຂົ້າກໍ່ຍັງຖືກຮັກສາຄືເກົ່າ ຄື ຕົ້ມກະດູກກັບມັນຝຣັ່ງ, ຂົ້ວຜັກ, ຕົ້ມໄກ້ ແລະ ເຂົ້າໜຽວ”.
ສ່ວນລຸງ ຟ້າມດຶກຢື ກໍ່ແບ່ງປັນວ່າ:
“ຄອບຄົວຂ້າພະເຈົ້າກໍ່ຍັງຮັກສາການປຸ່ງແຕ່ງບັນດາເຍື່ອງອາຫານມາຈາກສະໄໝປູ່ຍ່າຕາຍາຍພໍ່ແມ່ຂອງຂ້າພະເຈົ້າຍັງແຕ່ງບັນດາເຍື່ອງອາຫານເຊັ່ນນັ້ນ. ຮອດລຸ້ນພວກຂ້າພະເຈົ້າກໍ່ເຮັດເຊັ່ນດຽວກັນ ເພື່ອຮັກສາປະເພນີທີ່ມີມາແຕ່ດົນນານ”.
ຈາກແງ່ມູມວັດທະນະທຳ, ສາດສະດາຈານ ຟ້າມຮົ່ງຕຸງ ສັງກັດສະພາວິທະຍາສາດ ແລະ ບຳລຸງສ້າງ, ມະຫາວິທະຍາໄລຮ່າໂນ້ຍ ຖືວ່າ:
“ພິທີໄຫວ້ບູຊາເທວະດາຟ້າແຖນ ຫຼື ພິທີໄຫວ້ບູຊາບັນພະບູລຸດ, ໄລຍະໃດກໍ່ເຊັ່ນດຽວກັນ, ສິ່ງທີ່ສຳຄັນກໍ່ບໍ່ແມ່ນຕ້ອງການບັນດາເຍື່ອງອາຫານທີ່ແຊບນົວ ຫຼື ມີຫຼາຍເຍື່ອງ, ແຕ່ສຳຄັນແມ່ນຢູ່ໃນຈິດໃຈຂອງພວກເຮົາມຸ່ງໄປສູ່ບັນພະບູລຸດ ເທວະດາຟ້າແຖນ”.
ໃນແນວຄິດຈິດໃຈຂອງຊາວ ຫວຽດນາມ, ໃນພິທີໄຫວ້ບູຊາເຈົ້າເຕົ່າບໍ່ພຽງແຕ່ພິທີກຳນຳສົ່ງເທວະດາຟ້າແຖນກັບຄືນສູ່ສະຫວັນເທົ່ານັ້ນ ຫາກຍັງແມ່ນໂອກາດ ເພື່ອໃຫ້ແຕ່ລະຄອບຄົວເຕົ້າໂຮມກັນພ້ອມກັນທົບທວນຄືນ ການເຄື່ອນໄຫວໃນໜຶ່ງປີທີ່ຜ່ານມາ ແລະ ສິ້ນສຸດວຽກງານທີ່ຫຍຸ້ງຍາກສັບສົນຂອງປີເກົ່າ ແລະ ມຸ່ງໄປສູ່ປີໃໝ່ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມປາດຖະໜາຢ່າງດີງາມ.