ພັນປີ ເຊັງແຟັກ - ເສັ້ນທາງອະນຸລັກມໍລະດົກສິລະປະຂັບ ກາຈູ່.

(VOVWORLD) -ພັນປີ ເຊັງແຟັກ ໂດຍສິລະປິນປະຊາຊົນ ເລຫວຽດເຮືອງ ເປັນຜູ້ກຳກັບການສະແດງ ແມ່ນຮູບເງົາເອກະສານສິລະປະພຽງເລື່ອງດຽວກ່ຽວກັບຂັບກາຈູ່. ຮູບເງົາບໍ່ພຽງແຕ່ເລົ່າຄືນກ່ຽວກັບຊາຕາກຳຂອງຂັບກາຈູ່ເທົ່ານັ້ນ ຫາກຍັງສ້າງຮູບພາບຂອງສິລະປະຂັບກາຈູ່ ໃນໄລຍະປັດຈຸບັນ ເຊິ່ງຕ້ອງການມີການຮ່ວມແຮງຮ່ວມໃຈເພື່ອອະນຸລັກ ແລະ ພັດທະນາອີກດ້ວຍ
ພັນປີ ເຊັງແຟັກ - ເສັ້ນທາງອະນຸລັກມໍລະດົກສິລະປະຂັບ ກາຈູ່. - ảnh 1ສິລະປິນປະຊາຊົນ ເລຫວຽດເຮືອງ

    “ສາດສະດາຈານ ເຈິ່ນວັນເຄ ກັບຄືນປະເທດ ແລະ ໄດ້ພົບກັບແມ່ຕູ້ ແກັກທິໂຮ່ ແລະ ໄດ້ບັນທຶກສຽງແລ້ວກໍ່ນຳສະເໜີ້ຕໍ່ສະພາບດົນຕີສາກົນ. ຂັບກາຈູ່ ໄດ້ຮັບການຮັບຮອງແມ່ນມໍລະດົກບໍ່ເປັນວັດຖຸ ແລະ ໃນຄາວນັ້ນ ຂັບກາຈູ່ ຈຶ່ງເລີ່ມຕົ້ນໄດ້ຮັບການຟື້ນຟູ ແຕ່ນັກສິລະປະການໄດ້ເຖົ້າຫຼາຍແລ້ວ. ເຮົາກໍ່ມີຄວາມຫວັງຢາກໃຫ້ສັງຄົມຮ່ວມແຮງຮ່ວມໃຈອະນຸລັກ ແລະ ພັດທະນາສິລະປະຂັບກາຈູ່ ເຊິ່ງແມ່ນປະເພດສິລະປະທີ່ປະເສີດເລີດລ້ຳ ໂດຍປູ່ຍ່າຕາຍາຍໄດ້ປະໄວ້ໃຫ້”

ນີ້ແມ່ນສານໂດຍສິລະປິນປະຊາຊົນຜູ້ກຳກັບການສະແດງ ຫວຽດເຮືອງ ຢາກສົ່ງເຖິງຜູ້ຟັງເມື່ອປະຕິບັດຮູບເງົາເອກະສານ ພັນປີ ເຊັງແຟັກ. ຮູບເງົາໃຊ້ເວລາປະມານ 70 ນາທີ ເຊິ່ງໄດ້ແນະນຳໃຫ້ຜູ້ຊົມຮູ້ເຖິງບັນດາໄລຍະທາງແຫ່ງການເຄື່ອນໄຫວ ແລະ ຄົງຕົວຂອງສິລະປະຂັບກາຈູ່. ນັກກຳກັບການສະແດງ ຫວຽດເຮືອງ ໃຫ້ຮູ້ວ່າ:

 “ນີ້ແມ່ນຮູບເງົາເອກະສານ ແຕ່ມີລັກສະນະຟື້ນຟູ ຍົກຕົວຢ່າງຄື ແນະນຳການກຳເນີດຂອງສິລະປະຂັບກາຈູ່. ຕາມການເລົ່າຂານປາກຕໍ່ແລ້ວ ຂ້າພະເຈົ້າສາມາດຟື້ນຟູສິລະປະການກຳເນີດຂອງເຄື່ອງດົນຕີປະເພດໜຶ່ງ. ສ່ວນປັດໄຈມີລັກສະນະຕົວຈິງນັ້ນ ຂ້າພະເຈົ້າຕ້ອງອີງໃສ່ວັດທະນະທຳຂອງປູ່ຍ່າຕາຍາຍປະໄວ້ໃຫ້ຄື ປຶ້ມດ້ວຍໜັງສື ຫວຽດເດີມ ຫຼື ຜ່ານຮູບແກະຄວັດສະຫຼັກຢູ່ວັດສາລາບ້ານຄື ຢູ່ສາລາດົງຫງາກ ສາລາ ເວິນດິ່ງ ກ່ອນນີ້ 300 ປີ ຍັງຄົງຕົວຮູບພາບຜູ້ເສບເຄື່ອງດົນຕີ”.

 ໃນຮູບເງົາ,ສຽງເພງຂັບກາຈູ່ ໄດ້ຖືກວາດພາບໃນສະຖານທີ່ສະແດງເມື່ອກ່ອນນີ້ຄື ຢູ່ສາລາ, ວິຫານ, ຫໍບູຊາ ຫຼື ເວທີສະແດງຕ່າງໆ

ສຽງຂັບກາຈູ່ໄດ້ເຈືອຈານເຂົ້າກັບສຽງເຄື່ອງດົນຕີ ແລະ ສຽງກອງອັນໄດ້ສ້າງບັນຍາກາດສິລະປະອັນເກົ່າແກ່. ສິລະປິນປະຊາຊົນຜູ້ກຳກັບການສະແດງ ຫວຽດເຮືອງ ແບ່ງປັນວ່າ:

“ເພື່ອໃຫ້ລຸ້ນໜຸ່ມຮັບເອົາສິລະປະຂັບກາຈູ່ນັ້ນ ເຮົາກໍ່ຕ້ອງເຮັດໃຫ້ດີໃຫ້ມ່ວນ. ເຮົາຕ້ອງຟື້ນຟູກອງຂັບກາຈູ່ ໃນໄລຍະຕົ້ນສະຕະວັດທີ XX

ຜ່ານບັນດາເລື່ອງລາວຂອງນັກສິລະປະການຂັບກາຈູ່ ແກັກທິໂຮ່, ເລທິລ້ຽວ ສິລະປິນດີເດັ່ນ ແບັກເວິນ ຫຼື ນັກເສບເຄື່ອງດົນຕີຄື ພໍ່ຕູ້ ຫວຽນຝູແດ໋ ໃນຮູບເງົາກໍ່ເຮັດໃຫ້ຜູ້ຊົມສາມາດເຂົ້າໃຈແຈ້ງກວ່າ ກ່ຽວກັບການດຳລົງຊີວິດ ແລະ ຄວາມກະຕືລືລົ້ນຂອງບັນດາຜູ້ໄດ້ອຸທິດຕະຫຼອດຊີວິດ ເພື່ອຮັກສາສິລະປະນີ້. ສິລະປິນ ມາຍຕວຽດຮວາ ຜູ້ອຳນວຍການສູນອະນຸລັກ ແລະ ພັດທະນາສິລະປະພື້ນເມືອງ ເປີດເຜີຍວ່າ:

 “ດ້ວຍຮູບເງົາເອກະສານ ພັນປີ ເຊັງແຟັກ, ຂັບກາຈູ່ ໄດ້ຮັບການຮັບຮູ້ໃນບັນດາກາລະເທສະ ແລະ ກາລະເວລາທີ່ແຕກຕ່າງກັນ. ເຮົາແມ່ນຜູ້ຮັກສາມໍລະດົກ ແຕ່ເຮົາກໍ່ຍັງບໍ່ສາມາດສັງລວມໄດ້ທັງໝົດ, ແຕ່ຜ່ານຮູບເງົານີ້ ເຮົາເຫັນວ່າ ໄດ້ມີຊີວິດຢ່າງແທ້ຈິງດ້ວຍທຸກສິ່ງທຸກຢ່າງທີ່ປູ່ຍ່າຕາຍາຍຂອງພວກເຮົາໄດ້ປະຕິບັດ”.

ດ້ວຍການລົງທຶນຢ່າງລະອຽດກ່ຽວກັບເນື້ອໃນຮູບ ແລະ ການສຽງ, ຮູບເງົາໄດ້ປະກອບສ່ວນອັນສຳຄັນເຂົ້າໃນການອະນຸລັກ ໂຄສະນາ ແລະ ແຜ່ກະຈາຍຄຸນຄ່າຂອງຂັບກາຈູ່ ເຖິງມວນຊົນ. ຜູ້ກຳກັບການສະແດງ ຫງວຽນຄັກຫ໋າຍຮ່າ ໃຫ້ຂໍ້ສັງເກດວ່າ:

 “ນີ້ບໍ່ພຽງແຕ່ແມ່ນຮູບເງົາດົນຕີເທົ່ານັ້ນ ແຕ່ນີ້ແມ່ນຮູບເງົາປະຫວັດສາດ, ແມ່ນຮູບເງົາມີລວງເລິກທາງດ້ານວັດທະນະທຳ ແມ່ນຮູບເງົາສົມທົບລະຫວ່າງດົນຕີກັບບັນດາເອກະສານປະຫວັດສາດ ດ້ວຍການສຳພາດ, ຕຳນິວິຈານຂອງນັກຮຽນຮູ້ຫຼາຍຄົນ. ຂ້າພະເຈົ້າຄິດວ່ານີ້ແມ່ນປະເພດຮູບເງົາທີ່ຫາຍາກໃນພື້ນຖານຮູບເງົາ ແລະ ໂທລະພາບ”.

ເສັ້ນທາງເຄື່ອນໄຫວຂອງບັນດານັກສິລະປະການ ແລະ ບັນດາຜູ້ສຸດຈິດສຸດໃຈກັບສິລະປະຂັບກາຈູ່ ໄດ້ເປັນຫຼັກຖານຢັ້ງຢືນວ່າ ເຖິງວ່າໄດ້ຜ່ານບັນດາໄລຍະປະຫວັດສາດກໍ່ຕາມ ແຕ່ຄຸນຄ່າພື້ນເມືອງຍັງຄົງສາມາດໄດ້ຮັບການຟື້ນຟູ ຂະນະທີ່ມີຄວາມເຄົາລົບ ແລະ ຮ່ວມແຮງຮ່ວມໃຈອະນຸລັກ.

ຕອບກັບ

ຂ່າວ/ບົດ​ອື່ນ