ກອງຟ້ອນກອງ ເຈິໄຮດຳ ຢູ່ວັດ ສະໄນດົນກູມ ອະນຸລັກວັດທະນະທຳເຜົ່າ ຂະແມ.
Ngoc Anh -  
(VOVWORLD) -ຟ້ອນກອງ ເຈິໄຮດຳ ແມ່ນປະເພດສິລະປະສະແດງພື້ນເມືອງທີ່ເປັນເອກະລັກຂອງເຜົ່າ ຂະແມ. ວາດຟ້ອນທີ່ພົ້ນເດັ່ນຂຶ້ນດ້ວຍການສົມທົບລະຫວ່າງ ວິຊາມວຍ, ດົນຕີ ແລະ ເຕັ້ນລຳ. ໃນວັດ ສະໄນດອນກູມ ທີ່ຕາແສງ ໂອເລິມ ແຂວງ ອານຢາງ ກອງຟ້ອງກອງ ເຈິໄຮດຳ ປະກອບສ່ວນອະນຸລັກວັດທະນະທຳທີ່ເປັນເອກະລັກຂອງເຜົ່າ ຂະແມ
ລາຍການສະແດງຟ້ອນກອງ ເຈິໄຮດຳ ຢູ່ວັດຊ່ວາຍຊໍໃນແຂວງອານຢາງ |
ຟ້ອນກອງ ເຈິໄຮດຳ ໄດ້ກຳເນີດມາຈາກກອນລຳ ຣີມເຄ ເຜົ່າຂະແມ. ຢູ່ທີ່ນີ້ຄວາມດີ ແລະ ຄວາມຮ້າຍສູ້ຢັນກັນ ແລະ ຄວາມຊອບທຳຈະເອົາຊະນະ. ດົນຕີຫຼັກກໍ່ແມ່ນກອງ ເຈິໄຮດຳ ມີຮູບຮ່າງປຽບເໝືອນຂາຊ້າງເຮັດດ້ວຍໄມ້ມີ້, ໄມ້ໝາກ, ໜ້າກອງຖືກເຮັດດ້ວຍໜັງຄວາຍ ຫຼື ໜັງງົວ, ປະດັບປະດາຢ່າງສວຍງາມ ດ້ວຍສີເຫຼືອງສີແດງ ສີຂຽວ. ສຳລັບຊຸດອາພອນຂອງນັກຟ້ອນ ເຈິໄຮດຳ ເຄີຍແມ່ນຊຸດອາພອນຕັດຫຍິບດ້ວຍຜ້າ ສະຣົງ ຖືກນຳໃຊ້ໃຫ້ທັງຊາຍ ແລະ ຍິງ. ວາດຟ້ອນ ເຈິໄຮດຳ ຖືກປະຕິບັດໃນທ່າມກາງສຽງກອງທີ່ເຂັ້ມແຂງ ເຊິ່ງເປັນການເລົ່າຄືນການບຸກໂຈມຕີຢ່າງອົງອາດກ້າຫານຂອງນັກຮົບເຜົ່າ ຂະແມ ພ້ອມທັງເຊີດຊູເທວະດາຟ້າແຖນ ແລະ ພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ ການດຳລົງຊີວິດມີຄວາມສະຫງົບສຸກ ທັງເປັນການສ້າງບັນຍາກາດທີ່ເຄັ່ງຂຶມເບີກບານມ່ວນຊື່ນ. ກອງຟ້ອນ ເຈິໄຮດຳ ຢູ່ວັດ ສະໄນດອນກູມ ມີສະມາຊິກເກືອບ 50ຄົນ ເຊິ່ງລ້ວນແຕ່ແມ່ນເພດຊາຍໃນເກນອາຍຸແຕ່ 12 ຫາ 20 ປີ. ຕາແສງ ໂອເລິມ ມີ4ວັດເຜົ່າ ຂະແມ ພວມຮັກສາບັນດາກອງຟ້ອມກອງ ເຈິໄຮດຳ ໃນນັ້ນມີກອງຟ້ອນກອງ ເຈິໄຮດຳ ຢູ່ວັດສະໄນດອນກູມ ມີຄວາມເປັນເອກະລັກທີ່ສຸດ. ນ້ອງເຈົາເນຊອມນາດ ສະມາຊິກກອງຟ້ອນກອງ ເຈິໄຮດຳ ຢູ່ວັດສະໄນດອນກູມ ໃຫ້ຮູ້ວ່າ:
“ກອງຟ້ອນກໍຝຶກແອບໃນຍາມກາງຄືນຢູ່ວັດສະໄນດອນກູມ ປະມານແຕ່ 2 ຫາ 3 ຊົ່ວໂມງ. ເມື່ອຫາກໍ່ຮຽນຟ້ອນກໍ່ເປັນການຍາກ ຍ້ອນຈັງຫວະຕ້ອງປະຕິບັດຢ່າງຊັດເຈນ, ເຂັ້ມແຂງ ແລະ ສຽບຂາດ. ກໍ່ຍ້ອນມັກຮັກຕົວລະຄອນ ຈັນ ນັບແຕ່ຄາວຍັງນ້ອຍ ດັ່ງນັ້ນນ້ອງກໍ່ຍິ່ງຮຽນ ກໍ່ຍິ່ງເຫັນເຖິງຄວາມດູດດື່ມ”.
ຟ້ອນກອງ ເຈິໄຮດຳ ຍັງສົມທົບກັບການສະແດງຂອງ ລີງຮານູມານ ດ້ວຍບັນດາຈັງຫວະທີ່ຄຶກຄື້ນຄື ຍິ້ມຫົວ, ທຸ, ເຕັ້ນ ເກົາ… ເພາະສະນັ້ນຖ້າຫາກມີໂອກາດຊົມລາຍການຟ້ອນ ເຈິໄຮດຳ ແຂກທ່ອງທ່ຽວຈະຮູ້ສຶກປິຕິຊົມຊື່ນ ແລະ ສະຫວາດສະເຫວີຍ. ຟ້ອນ ເຈິໄຮດຳ ແມ່ນຂາດບໍ່ໄດ້ໃນບັນດາງານບຸນໃຫຍ່ຄື ບຸນປີໃໝ່ຈອນຈະນຳເທີເມິຍ, ງານບຸນໂດນຕາ, ງານບຸນອັອກອອມບັອກ. ນ້ອງ ເຈົ່ແກຣງ ສັງກັດກອງຟ້ອນ ເຈິໄຮດຳ ຢູ່ວັດສະໄນດອນກູມ ເລົ່າສູ່ຟັງວ່າ:
“ໂດຍທົ່ວໄປແລ້ວ, ກອງຟ້ອນກໍ່ທຳການສະແດງໃນໂອກາດວັນບຸນ, ບຸນເຕັດຂອງເຜົ່າ ຂະແມ. ນ້ອງກໍ່ສວມບົດຕົວລະຄອນຜູ້ເປັນເມຍຂອງນັກບວດ. ກອງຟ້ອນເຄີຍມີສະມາຊິກ ແຕ່ 12 ຫາ 14 ຄົນ. ເຄີຍໃຊ້ເຄື່ອງດົນຕີຄືກອງ, ໜ້າກາກ ນ້ອງກໍ່ພູມໃຈທີ່ສຸດເມື່ອໄດ້ສະແດງຟ້ອນຮັບໃຊ້ການທ່ອງທ່ຽວ”.
ຕາມຈັງຫວະຂອງສຽງກອງທີ່ຟົດຟື້ນມ່ວນຊື່ນ, ພວກນ້ອງໃນກອງຟ້ອນ ເຈິໄຮດຳ ຜັດປ່ຽນກັນສວມບົດຕົວລະຄອນທີ່ລື້ງເຄີຍໃນກອນລຳ ຣີມເຄ. ແຕ່ລະຕົວລະຄອນຖືກວາດພາບຢ່າງມີຊີວິດຊີວາ ຜ່ານຮູບຮ່າງຊຸດອາພອນ ແລະ ຈັງຫວະສຽງກອງທີ່ເປັນເອກະລັກ. ນ້ອງ ເຈົາຟັກກະໄດ ສັງກັດກອງຟ້ອນ ເຈິໄຮດຳ ຢູ່ວັດສະໄນດອນກູມ ໃຫ້ຮູ້ວ່າ:
“ຄາວຍັງນ້ອຍນ້ອງມັກເບິ່ງຕິກຕັອກ ກໍ່ເຫັນມ່ວນທີ່ສຸດ ດັ່ງນັ້ນເມື່ອມີຊຸດຮຽນຟ້ອນນ້ອງກໍ່ຈົດຊື່ເຂົ້າຮ່ວມຊຸດຮຽນ. ຜູ້ໃດກໍ່ມີຄວາມຫວັງຢາກເຂົ້າຮ່ວມຊຸດຮຽນ. ໃນເບື້ອງຕົ້ນຟ້ອນກໍ່ຍາກທີ່ສຸດ ແຕ່ພາຍຫຼັງຮຽນໄລຍະໜຶ່ງກໍ່ຄ່ອຍໆລື້ງໄປ. ຕ້ອງແອບແຕ່ໜຶ່ງຫາສອງເດືອນຈຶ່ງສາມາດຟ້ອນງາມໄດ້”.
ປີກາຍນີ້,ສິລະປະຟ້ອນກອງ ເຈິໄຮດຳ ຂອງຊາວເຜົ່າ ຂະແມ ແຂວງ ອານຢາງ ໄດ້ກາຍເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ກອງຟ້ອງກອງ ເຈິໄຮດຳ ຂອງວັດສະໄນດອນກູມ ບໍ່ພຽງແຕແຕ່ ສະແດງຢູ່ທ້ອງຖິ່ນເທົ່ານັ້ນ ຫາກຍັງເຂົ້າຮ່ວມການສະແດງຢູ່ສະຖານທີ່ອື່ນໆ ອັນໄດ້ອະນຸລັກປະກອບສ່ວນໂຄສະນາວາດຟ້ອນພື້ນເມືອງຂອງເຜົ່າ ຂະແມ ທັງເປັນການອະນຸລັກວັດທະນະທຳເຜົ່າຂະແມອີກດ້ວຍ.
Ngoc Anh