“ ລຸງໂຮ່ໃນມື້ມະຫາໄຊ” - ບົດເພງຍືນຍົງຄົງຕົວ ໃນດວງໃຈຂອງຊາວຫວຽດນາມຕະຫຼອດໄປ

ໃນ​ຕະຫຼອດ​ຊຸມ​ປີ​ແຫ່ງ​ການ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ​ຂອງ​ຊາດ​ຫວຽດ​ນາມນັ້ນ, ມີຫຼາຍ​ບົດ​ເພງປະ​ຕິ​ວັດ​ໄດ້​ຮັບ​ການ​ປະ​ພັນ. ໃນ​ນັ້ນ, ຕ້ອງ​ເຕື້ອງ​ເຖິງ​ບົດ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ຂອງ​ນັກ​ດົນ​ຕີ ຝ້າມ​ຕວຽນ. ນັກ​ດົນ​ຕີ​ຝ້າມ​ຕວຽນ ​ໄດ້​​ປະ​ພັນ​ບົດ​ເພງນີ້​ເມື່ອ​ວັນ​ທີ 28/4/1975, ກ່ອນ​ທີ່​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ​ພຽງ 2 ວັນ. ບົດ​ເພງນີ້​ດ້ວຍ​ທຳ​ນອງ​ທີ່​ເອກ​ອ້າງ​ທະ​ນົງ​ໃຈ, ເຕັມ​ໄປ​ດ້ວຍ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ທີ່​ສັກ​ກະຫຼະ​ບູ​ຊາ​ທີ່​ສະ​ຫງວຽນ​ໃຫ້​ແກ່​ປະ​ທານ​ໂຮ່​ຈິ​ມິນ ພ້ອມ​ທັງ​ມີ​ລັກ​ສະ​ນະ​ຄາດ​ຄະ​ເນ​ສຳ​ລັບ​ຂອງ​ທັງ​ຊາດ​ຫວຽດ​ນາມ.

“ ລຸງໂຮ່ໃນມື້ມະຫາໄຊ” - ບົດເພງຍືນຍົງຄົງຕົວ ໃນດວງໃຈຂອງຊາວຫວຽດນາມຕະຫຼອດໄປ - ảnh 1
ນັກ​ດົນ​ຕີ ຝ້າມ​ຕວຽນ

    ບົດ​ເພງ“ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ແມ່ນ​ບົດ​ເພງ​ທີ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ຮູ້​ຈັກ​ເຖິງ ຂະ​ນະ​ທີ່​ຖືກ​ອອກ​ອາ​ກາດ​ພ້ອມ​ກັບ​ຂ່າວ​ປົດ​ປ່ອຍ​ນະ​ຄອນ​ໄຊ​ງ່ອນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 30/4/1975 ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ນັກ​ສິ​ລະ​ປີ​ນ​ປະ​ຊາ​ຊົນ ຈູ​ຖີ​ກີງ ຊຶ່ງ​ແມ່ນ​ຜູ້​ໄດ້​ນຳ​ສຽງ​ເພງ, ວາດ​ຟ້ອນ​ໄປ​ຮັບ​ໃຊ້​ກອງ​ທັບ​ປົດ​ປ່ອຍ​ໃນ​ຕະຫຼອດ​ເສັ້ນ​ທາງ​ຈາກ​ເໜືອ​ລົງ​ຮອດ​ໃຕ້​ໃນ​ຄາວນັ້ນ ໄດ້​ແບ່ງ​ປັນ​ວ່າ : ບົດ​ເພງ“ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ປຽບ​ເໝືອນ​ນ້ຳ​ໃຈ, ແມ່ນ​ຄວາມ​ຄາດ​ຫວັງ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ນາງ. ນັກ​ສິ​ລະ​ປີ​ນ​ປະ​ຊາ​ຊົນ ຈູ​ຖີ​ກີງ ໃຫ້​ຮູ້​ວ່າ : 

   “ ສຳ​ລັບທຳ​ນອງເພງ : “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ”, ທຸກໆ​ຄົນ​ຈາກ​ຊາວ​ຫວຽດ​ນາມຫຼື​ເພື່ອນ​ມິດ​ສາ​ກົນ ໃຜໆ​ກໍ​ຂັບ​ຮ້​ອງ, ໃຜໆ​ກໍ​ຕົບ​ມື ແລະ​ໃຜໆ​ກໍ​ສາ​ມາດ​ຈັບ​ມື​ກັນ​ຟ້ອນ​ລຳ​ຕໍ່​ໜ້າ​ໄຊ​ຊະ​ນະ. ແລະ ​ບໍ່​ມີຍາມ​ໃດທີ່​ພວກ​ເຮົາ​ຄິດ​ວ່າ ປະ​ທານ​ໂຮ່​ຈິ​ມິນ​ຂອງ​ພວກ​ເຮົາ​ໄດ້​ລ່ວງ​ລັບ​ໄປ, ເວ​ລາ​ໃດ​ຮູບ​ພາບ​ຂອງ​ລຸງ​ໂຮ່​ກໍ​ຢູ່​ຄຽງ​ຂ້າງ​ພວກ​ເຮົາ ເພື່ອ​ຮັບ​ຕ້ອນໄຊ​ຊະ​ນະ ແລະ ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ພວກເຮົາ​ກ້າວ​ຂຶ້ນ  ”

    ຕອນ​ຄ່ຳ​ວັນ​ທີ 28/4, ເມື່ອ​ໄດ້​ຟັງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມ​ອອກ​ຂ່າວ ສະ​ໜາມ​ບິນ ເຕີນ​ເຊີນ​ເຍິດ ຖືກ​ຖິ້ມ​ລະ​ເບີດ, ນັກ​ດົນ​ຕີ ຝ້າມ​ຕວຽນ ຄິດໄດ້​​ເລີຍ​ເຖິງວັນ​ມະ​ຫາ​ໄຊ​ຂອງ​ທັງ​ຊາດ​ຫວຽດ​ນາມ. ທ່ານ​ແບ່ງ​ປັນ​ວ​່​າ : ຄາວນັ້ນ ເມື່ອ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ປະ​ທານ​ໂຮ່​ຈິ​ມິນທີ່​ວ່າ : “ເພື່ອ​ເອກະ​ລາດ, ເພື່ອ​ອິດ​ສະຫຼະ​ພາບ, ຕ້ອງ​ຕີ​ໃຫ້​ອາ​ເມ​ລິ​ກາ​ຖອຍ​ໄປ, ຕີ​ໃຫ້​ພວກ​ຫຸ່ນ​ໄຊ​ງ່ອນ​ພັງ​ທະ​ລາຍ​ລົງ, ນັກ​ຮົບ, ພໍ່​ແມ່​ພ​ີ່​ນ້ອງ​ຮ່ວມ​ຊາດຈົ່ງ​ກ້າວ​ຂຶ້ນ, 2 ພາກ​ເໜືອ-​ໃຕ້​ຖືກ​ໂຮມ​ເຂົ້າ​ກັນ, ບໍ່​ມີ​ລະ​ດູ​ບານ​ໃໝ່​ປີ​ໃດ​ຈະ​ມ່ວນຊື່ນກວ່າ ” , ນັກ​ດົນ​ຕີ ຝ້າມ​ຕວຽນ ກໍ​ຄິດ​ເລີຍ​ວ່າ ເວ​ລານີ້ ທົ່ວ​ທັງ​ປະ​ເທດ​ຈະ​ເບີກ​ບານ​ມ່ວນ​ຊື່ນ ແລະ ຄິດ​ເຖິງ​ປະ​ທານ​ໂຮ່​ຈິ​ມິນ, ດັ່ງ​ນັ້ນ​ທ່ານ​ໄດ້​ປະ​ພັນ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ພາຍ​ໃນ​ເວ​ລາ​ພຽງ 2 ຊົ່ວ​ໂມງຄື​ແຕ່​ເວ​ລາ 21ໂມງ 30 ນາ​ທີ ຫາ 23 ໂມງ 30 ນາ​ທີ. ນັກ​ດົນ​ຕີ ຝ້າມ​ຕວຽນ ເວົ້າ​ວ່າ  :
  “ ຕອນ​ທຽ່ງ​ວັນ​ທີ 30/4, ການ​ນຳວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມໄດ້​ໂທ​ລະ​ສັບ​ຫາ​ຂ້າ​ພະ​ເຈົ້າ​ເພື່ອ​ແຈ້​ງ​ໃຫ້​ຮູ້​ຂ່າວ​ໄຊ​ຊະ​ນະ ແລະ ເຊີນ​ຂ້າ​ພະ​ເຈົ້າ​ໄປ​ສຳ​ນັກ​ງານ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມ​ຢູ່​ຖະ​ໜົນ ກວານ​ສື ເພື່ອ​ແລກ​ປ່ຽນ​ວຽກ​ງານ​ຈະ​ໃຫ້​ອອກ​ອາ​ກາດ​ລາຍ​ການ​ດົນ​ຕີ​ຄື​ແນວ​ໃດ. ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” . ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ການ​ນຳວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມໃຫ້​ອອກ​ອາ​ກາດ​ບົດ​ເພງນີ້​ພ້ອມ​ກັບ​ຂ່າວ​ໄຊ​ຊະ​ນະ ”

    ບົດ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ໄດ້​ຖືກ​ອັດ​ສຽງ​ໃນ​ຕອນ​ບ່າຍ​ວັນ​ທີ 30/4/1975, ພາຍຫຼັງ​ທີ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມ​ປະ​ກາດ ໄຊ​ຊະ​ນະ​ຂອງ ການ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ​. ບົດ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ໄດ້​ດັງ​ກ້ອງກັງ​ວານ​ຂຶ້ນ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ທົ່ວ​ທັງ​​ຊາດ. ບົດ​ເພງນີ້ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ​່ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມ ເວົ້າ​ວ່າ : 

  “  ບົດ​ເພງນີ້​ຂອງ ນັກ​ດົນ​ຕີ ຝ້າມ​ຕວຽນ ໄດ້​ຖືກ​ອອກ​ອາ​ກາດ​ພ້ອມ​ກັບ​ບົດ​ສະ​ຖາ​ນະ​ການ​ກ່ຽວ​ກັບ​ໄຊ​ຊະ​ນະ​ວັນ​ທີ 30/4 ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ. ພ້ອມ​ກັບ​ບົດ​ຂຽນ​ນີ້​ຂອງ​ຂ້າ​ພະ​ເຈົ້າ​ທີ່​ລົງ​ພິມ​ໃນ​ໜັງ​ສື​ພິມ​ເຍີນ​ເຢີນ​ສະ​ບັບ​ອອກວັນ​ທີ 1/5/1975 ນັ້ນ ກໍ​ແມ່ນ​ບົດ​ດົນ​ຕີ​ຂອງ ນັກ​ດົນ​ຕີ ຝ້າມ​ຕວຽນ. ເມື່ອ​ບົດ​ສະ​ຖາ​ນະ​ການ​ຖືກ​ອອກ​ອາ​ກາດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາ​ມ , ຂ້າ​ພະ​ເຈົ້າ​ໄດ້ຫຼັ່ງ​ນ້ຳ​ຕາ​ໃນ​ທ່າມ​ກາງ​ຂະ​ບວນ​ຄົນ​ຟົດ​ຟື້ນ​ມ່ວນ​ຊື່ນ​ເມື່ອ​ຕອນ​ທຽງ​ວັນ​ທີ 1/5/1975, ຊຶ່ງ​ແມ່ນ​ວັນ​ກຳ​ມະ​ກອນ​ສາ​ກົນ​ທຳ​ອິດ​ເມື່ອ​ໄຊ​ງ່ອນ​ໄດ້​ຮັບ​ການ​ປົດ​ປ່ອຍ” .

     ນັກ​ດົນ​ຕີ ຝ້າມ​ຕວຽນ ໄດ້​ແບ່ງ​ປັນ​ວ່າ : ບັນ​ດາ​ຄຳ​ປະ​ໂຫຍກ, ທຳ​ນອງ​ຂອງບົດ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ຄື​ໄດ້​ມີ​ມາ​ແລ້ວ​ໃນ​ສະ​ໝອງ​ຂອງ​ທ່ານ. ທ່າ​ນ​ຂຽນ​ບົດ​ເພງນີ້ ໂດຍບໍ່​ຕ້ອງ​ໃຊ້​ຄວາມ​ຄິດ​ຫຍັງ​ເລີຍ. ນັກ​ດົນ​ຕີ ຝ້າມ​ຕວຽນ ເວົ້າ​ຕໍ່​ໄປ​ວ່າ : 

    “ ເມື່ອ​ຟັງ​ບົດ​ເພງນີ້, ຮູ້​ສຶກວ່າ ບົດ​ເພງນີ້​ໄດ້​ມີ​ມາ​ແລ້ວ, ຖ້າ​ວ່າ​ເຮົາ​ບໍ່​ປະ​ພັນ ກໍ​ຈະ​ມີ​ຜູ້​ອື່ນ​ປະ​ພັນ. ມ​ີ​ນັກ​ຂ່າວຫຼາຍ​ຄົນ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ ແລະ ຂ້າ​ພະ​ເຈົ້າ​ໄດ້​ຕອບວ່າ ນີ້​ແມ່ນ​ນ້ຳ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ນ້ຳ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ປະ​ຊາ​ຊົນ​ໃນ​ຄາວນັ້ນ, ໃນ​ສົງ​ຄາມ​ທີ່ຫຼາຍ​ຟ້າຫຼາຍ​ປີ​ຈຶ່ງ​ໄດ້​ມີ​ວັນ​ນີ້. ແລະ ເມື່ອມື້​ມະ​ຫາ​ໄຊ​ໄດ້​ມາ​ຮອດ, ຊາວ​ຫວຽດ​ນາມ​ຕ່າງ​ກໍ​ຕື້ນ​ຕັນ​ໃຈ​ທັງ​ປວງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ : ພະ​ລັງ​ຊີ​ວິດ​ຂອງ​ບົດ​ເພງນີ້ ແມ່ນ​ເລີ່ມ​ມາ​ຈາກ​ນ້ຳ​ໃຈ​ຂອງ​ຕົນ ແລະ ຄວາມ​ຮັກ​ແພງ​ຂອງ​ທຸກໆ​ຄົນ”.

    ປີນີ້​ ນັກ​ດົນ​ຕີ ຝ້າມ​ຕວຽນມີ​ອາ​ຍຸກວ່າ 80 ປີ, ທ່ານ​ໄດ້​ປະ​ພັນ​ເພງຫຼາຍ​ບົດ, ແຕ່​ສຳ​ລັບ​ບົດ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ຍາມ​ໃດ​ກໍ​ຍັງ​ຄົງ​ມີ​ຈຸດ​ຢືນ​ຕ່າງ​ຫາກ​ໃນ​ພື້ນ​ຖານ​ດົນ​ຕີ​ຫວຽດ​ນາມ. ພ້ອມ​ກັບ​ການ​ເວ​ລາ, ທຳ​ນອງ​ຂອງ​ບົດ​ເພງ “ ລຸງ​ໂຮ່​ໃນ​ມື້​ມະ​ຫາ​ໄຊ” ຍັງ​ຄົງ​ໃໝ່​ອຽ່ມ ແລະ ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ທີ່​ຍືນ​ຍົງ​ຄົງ​ຕົວ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ