ລະບົບຄຸນຄ່າວັດທະນະທຳຫວຽດນາມ ໃນທ່າອຽງເຊື່ອມໂຍງເຂົ້າກັບສາກົນ ແລະ ປ່ຽນແປງໃໝ່

ລະບົບຄຸນຄ່າວັດທະນະທຳຫວຽດນາມ ໃນທ່າອຽງເຊື່ອມໂຍງເຂົ້າກັບສາກົນ ແລະ ປ່ຽນແປງໃໝ່ - ảnh 1
ທ່ານ ຮອງ​ລັດຖະມົນຕີ​ ​ໂຮ່​ແອ​ງຕ໋ວນ ​ກ່າວຄຳເຫັນທີ່ກອງປະຊຸມ ສຳມະນາ “ລະບົບຄຸນຄ່າວັດທະນະທຳຫວຽດນາມ ໃນທ່າອຽງ ເຊື່ອມໂຍງ ເຂົ້າກັບສາກົນ ແລະ ປ່ຽນແປງໃໝ່ ”

  ໃນ​ທ່າ​ອຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ວັດທະນະທຳ​ຫວຽດນາມ​ຢູ່​ໃນ​ຂະ​ບວນວິວັດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະທຳ​ໂລກ. ​ໃນ​ສະພາວະ​ນີ້, ລະບົບ ວັດທະນະທຳຫວຽດນາມໄດ້ຮັບຜົນກະທົບທັງຢູ່ພາຍໃນ ແລະ ພາຍນອກ. ການຫັນປ່ຽນຄຸນຄ່າທາງດ້ານວັດທະນະທຳ, ຫຼືວິທີອະນຸລັກ ແລະ ເສີມຂະຫຍາຍ ລະບົບຄຸນຄ່າວັດທະນະທຳຫວຽດນາມໃນການພັດທະນາສັງຄົມ...ແມ່ນບັນດາບັນຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ວັດທະນະທຳ. ​

    ມີ​ຫຼາຍ​ວິທີ​ໃຫ້​ຄຳ​ນິຍາມ​ກ່ຽວ​ກັບລະບົບຄຸນຄ່າວັດທະນະທຳຫວຽດນາມຕາມ​ເງື່ອນ​ໄຂ​ຊີວິດ​ສັງຄົມ. ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໂຮ່​ແອ​ງຕ໋ວນ ​ຖືວ່າ: ລະບົບຄຸນຄ່າຂອງ​ພື້ນຖານ ວັດທະນະທຳ ​ແມ່ນ​ລວມທັງ​ບັນດາ​ເຈົ້າ​ຂອງ​ທັງ​ໝົດ​ຊຶ່ງ​ ພື້ນຖານວັດທະນະທຳ​ສາມາດ​ສະ​ສົມໄດ້. ລະບົບຄຸນຄ່າວັດທະນະທຳຫວຽດນາມ ກໍ​ແມ່ນ​ບັນດາ ຄຸນຄ່າວັດທະນະທຳ​ໃນ​ທຸກໆ​ຂົງ​ເຂດ​ວັດທະນະທຳ, ການ​ເມືອງ, ​ເສດຖະກິດ, ສັງຄົມ... ຊຶ່ງ​ໂດຍ​​ແມ່ນ​ຊາວ​ຫວຽດນາມ​ຖອດ​ຖອນ​ມາ​ໄດ້​ໃນ​ອະດີດຕະການ, ມີ​ຫຼາຍ​ຄຸນ​ຄ່າ​ໄດ້​ຮ່ວມ​ສຳພັນ​ກັນ​ສ້າງ​ເປັນ​ລະບົບ. ລະບົບຄຸນຄ່າວັດທະນະທຳນີ້ ພັດ​ດັດສົມ, ຄອບ​ງຳ​ວິຖີ​ຊີວິດ​ຂອງ​ມະນຸດ​ຍຸກ​ປະຈຸ​ບັນ. ມີ​ຫຼາຍ​ຄັ້ງ, ລະບົບ ຄຸນຄ່າວັດທະນະທຳຫວຽດນາມ ກໍ​ຍັງ​ມີ​ການ​ປ່ຽນ​ແປງ​ໃດ​ໜຶ່ງ​ເພື່ອ​ສອດຄ່ອງ​ກັບ​ສະພາບ​ການ​ໃໝ່. ຈາກ​ພື້ນຖານ​ທີ່​ເປັນ​ມູນ​ເຊື້ອ, ບັນດາ ຄຸນຄ່າວັດທະນະທຳພື້ນ ​ເມືອງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມາ​ຮອດ​ວັນ​ນີ້ ພວມ​ສ້າງ​ເປັນ​ລະບົບຄຸນຄ່າວັດທະນະທຳ​ໃໝ່​ຂອງ​ຍຸກ​ທັນ​ສະ​ໄໝ, ​ໄປ​ພ້ອມ​ກັນ​ນັ້ນ ​ແມ່ນ​ບັນດາ​ປັດ​ໄຈ​ຮັບ​ເອົາ​ຍອດ​ຍິ່ງ​ດ້ານ​ວັດທະນະທຳ​ຂອງ​ມວນ​ມະນຸດ. ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ບັນດາ​ເຜົ່າ ​ໄດ້​ເຮັດ​ໃຫ້​ຫຼາຍ​ຄຸ​ນຄ່າ, ສີສັນ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ​ໄດ້​ຮັບ​ການ​ຢັ້ງຢືນ, ພ້ອມ​ກັນ​ນັ້ນ ລະບົບ ຄຸນຄ່າວັດທະນະທຳຫວຽດນາມຖື​ກ​ເພີ່ມ​ເຕີມ​ຫຼາຍ​ຄຸນຄ່າ​ໃໝ່​ຕື່ມ​ອີກ, ອັນ​ໄດ້​ເຮັດ​ໃຫ້​ສີ​ສັນ​ວັດທະນະທຳ​ຂອງ​ຊາດ​ມີ​ຄວາມ​ອຸດົມ​ສົມ​ບູນ ຫຼາຍ​ຮູ​ບຫຼາຍ​ສີ​ກ່ວາ​ເກົ່າ. ສາດສະດາຈານ ​ໂງ​ດຶກ​ທິ້ງ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ຫວຽດນາມ​ຖື​ວ່າ :

   “ ຫຼັກ​ຕົ້ນ​ທີ່​ບໍ່​ອາດ​ຈະ​ປ່ຽນ​ແປງ​ໄດ້, ນັ້ນ​ແມ່ນ​ໃນ​ປະຈຸ​ບັນ, ພວກ​ເຮົາ​ຕ້ອງ ພະຍາຍາມປະຕິບັດ 2 ວຽກ​ງານ, ທັງ​ປົກ​ປັກ​ຮັກສາ, ສືບ​ທອດ, ສ້າງ​ຄວາມ​ອຸດົ​ມ ຮັ່ງມີ, ​ແຕ່​ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ນັ້ນ​ແມ່ນ  ວຽກ​ງານ 2 ຢ່າງ​ທີ່​ບໍ່​ອາດ​ຈະ​ປະ​ລະຢ່າງ​ໜຶ່ງ​ໄດ້. ຖ​້າຫາກປະຕິບັດ 2 ວຽກ​ງານ​ນີ້​ເປັນ​ຢ່າງ​ດີ​ນັ້ນ, ປະ​ເທດ​ພວກເຮົາຍັງ​ສາມາດ​ຮັກສາສີສັນ​ຂອງ​ຕົນ​ໄດ້, ​ແຕ່​ທັນ​ສະ​ໄໝ​ທີ່​ສຸດ. ​ໂລກ​ປະຈຸ​ບັນ ມີ​ຄວາມ​​ອຸດົມ​ສົມ​ບູນ ຫຼາຍ​ຮູ​ບຫຼາຍ​ສີທີ່​ສຸດ. ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກ​ົນໝາຍ​ຄວາມ​ວ່າ ​ເປັນ​ເຈົ້າການ​ເລືອກ​ເຟັ້ນ. ບໍ່​ເປັນ​ເຈົ້າ​ການ ​ແມ່ນ​ບໍ່​ສາມາດ​ບັນລຸ​ໄດ້​ຈຸດ​ໝາຍ ”

    ​ໃນ​ປະຫວັດສາດ​ແຫ່ງ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ຫວຽດນາມ​ຍາມ​ໃດ​ກໍ​ສະ​ແດງ​ໃຫ້​ເຫ​ັນຄຸນ​ນະ​ທາດ​ທີ່​ໝັ້ນຄົງ​ໜັກ​ແໜ້ນ​ຕໍ່ໜ້າ​ເລື່ອງ​ແຊກ​ຊຶມ​ຈາກກະ​ແສ​ວັດທະນະທຳຕ່າງປະ​ເທດ​ເຂົ້າ​ມາ. ​ໃນ​ປະຈຸ​ບັນ, ທ່າ​ອຽງ​ເປີດ​ປະຕູ, ພົວພັນ​ແລກປ່ຽນ, ການເຊື່ອມ​ໂຍງທາງ​ດ້ານ​ວັດທະນະທຳ​ ​ແມ່ນ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ, ຊີວິດ​ວັດທະນະທຳ​ຫວຽດນາມ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ໂດຍ​ກົງ. ນັກ​ທິດ​ສະ​ດີ ຕຳ​ໜິວິຈານ ​ໂງ​ຖາວ ຊີ້​ແຈ້ງວ່າ :

    “ ວຽກ​ງານ​ທີ່​ສຳຄັນ​ກ່ວາ​ໝູ່ ​ ຍັງ​ຄົງ​ ແມ່ນ​ສ້າງກຳລັງ​ແຮງ​ພາຍ​ໃນ​ຂອງ​ຕົນ. ກຳລັງ​ແຮງ​ພາຍ​ໃນ​ນັ້ນ ກໍ​ແມ່ນ​ການ​ສ້າງຖັນ​ແຖວ​ຜູ້​ປະດິດ​ຄິດ​ແຕ່ງ​ວັນນະຄະດີ​ສິລະ​ປະ​ຫວຽດນາມ​ທີ່ີມີ​ລະ​ດັບຄວາມ​ຮູ້​ກ່ຽວ​ກັບ​ມູ​ນເຊື້ອທີ່​ເລິກ​ເຊິ່ງ. ນຳ​ວັດທະ ນະທຳ​ທີ່​ເປັນ​ມູ​ນເຊື້ອຂອງ​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະທຳ​ໂລກ ​ເພື່ອ​ສ້າງ​ໃຫ້​ມີ​ບັນດາ​ຜະລິດ​ຕະພັນ​ທີ່​ໃໝ່​ອຽມ​ຢ່າງ​ສິ້້ນ​ເຊິ່ງ, ​ແຕ່​ໃນ​ນັ້ນ​ຍັງ​ຄົງ​ຮັກສາ​ຮູບ​ຮ່າງ, ຈິດ​ວິນ​ຍານ, ສະຕິ​ປັນຍາ​ຂອງ​ຊາດ​ຫວຽດນາມ​ໄວ້​ໄດ້”

    ​ໂລກ​ໄດ້​ພັດ​ທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ວັດທະນະທຳ​ກໍ​ບໍ່​ນອນ​ນອກ​ເໜືອ​ຈາກ​ກະ​ແສ​ພັດທະນານັ້ນ. ບັນດາ​ກະ​ແສ​ວັດທະນະທຳ​ໃນ​ໂລກ​ໄດ້​ແຊກ​ຊຶມ​ເຂົ້າ​ມາ​ກັບ​ໄວ​ໜຸ່ມ​ໃນ​ແຕ່​ລະ​ວັນ ​ແລະ ມີ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ທຸກ​ວັນ​ນີ້, ​ບັນຫາ​ທີ່ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ຄົ້ນ​ຄ້ວາ, ຜູ້​ວາງ​ແຜນ​ວັດທະ ນະທຳ​ຂອງ​ຫວຽດນາມ, ນັ້ນ​ແມ່ນ​​ແນວ​ຄິດ​ໃໝ່​ຂອງ​ໄວ​ໜຸ່ມ​ກ່ຽວ​ກັບ​ວັດທະ ນະທຳ. ສາດສະດາຈານ ​ໂງ​ດຶກ​ທິ້ງ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ຫວຽດນາມ​​​ເວົ້າວ່າ:

  “ ອະນາຄົດ​ຂອງ​ວັດທະນະທຳ​ກໍ​ແມ່ນ​ຢູ່​ໃນ​ໄວ​ໜຸ່ມ. ​ໃນ​ບັນດາ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ວັດທະນະທຳ, ​ແມ່ນ​ຄວນ​ມຸ່ງໄປສູ່ໄວໜຸ່ມ, ລຸ່ນຄົນໃນອະນາຄົດຂອງ ປະເທດຊາດ. ບັນຫາເຊື່ອມໂຍງດ້ານວັດທະນະທຳ, ອະນຸລັກຮັກສາວັດທະນະ ທຳກໍ​ແມ່ນ​ຕ້ອງ​ສົ່ງ​ຜົນ​ກະທົບ​ຕໍ່​ໄວ​ໜຸ່ມ, ກຳລັງ​ໜຸ່ມ​ນັ້ນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ສະຕິ​ຄວາມ​ຮັບ​ຮູ້​ໄດ້​ວ່າ ​ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ປົກ​ປັກ​ຮັກສາ​ມໍລະດົກ, ມູນ​ເຊື້ອ, ​ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ເມື່ອ​ເຂົາ​ເຈົ້າ​ມີ​ສະຕິ​ຄວາມ​ຮັບ​ຮູ້​ໄດ້ ​ແລະ ພວກ​ເຮົາ​ສາມາດ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອາດ​ຈະ​ປະຕິບັດ​ໄດ້​ວຽກ​ງານ​ເຫຼົ່າ​ນັ້ນ, ​ເຂົາ​ເຈົ້າ​ກາຍ​ເປັນ​ບັນດາ​ຜູ້​ເປັນ​ເຈົ້າ​ຂອງ​ຂະ​ບວນວິວັດ​ແຫ່ງ​ການ​ອະນຸລັກຮັກສາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຄວາມ​ນຶກ​ຄິດ​ຂອງ​ຂ້າພະ ເຈົ້າ​ແມ່ນ​ພຽງ​ແຕ່​ລວບ​ລວມ​ໃນປະ​ໂຫຍ​ກທີ່​ວ່າ “ ພະຍາຍາມ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະທຳ​ຂອງ​ມວນ​ມະນຸດ ”

     ​ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ການ​ອະນຸລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ​ໃນ​ຄວາມ​ມານະ​ພະຍາຍາມສ້າງລະບົບ ຄຸນຄ່າວັດທະນະທຳຫວຽດນາມ​ໃນ​ໄລຍະ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົ​ນ. ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໂຮ່​ແອ​ງຕ໋ວນ ຊີ້​ແຈງ​ວ່າ :

   “  ການ​ອະນຸລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ​ໂດຍ​ຜ່ານ​ການ​ກໍ່​ຕັ້ງ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ຮັກສາ ລະບົບຄຸນຄ່າວັດທະນະທຳ ຫວຽດນາມ ​ແມ່ນ​ມີ​ບົດບາດ​ສຳຄັນ​ສຳລັບ​ບໍ່​ວ່າ​ປະ​ເທດ​ຊາດ​ໃດໆ. ນັ້ນ​ກໍ​​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ, ​ແມ່ນ​ຄຸນ​ນະ​ທາດ​ຂອງ​ສັງຄົມ​ຊຶ່ງ​ລະບົບ​ຄຸນຄ່າ​ນັ້ນ​ຄົງ​ຕົວ. ຈາກ​ພື້ນຖານ​ທີ່​​ເປັນ​ມູນ​ເຊື້ອ, ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມາ​ຮອດ​ວັນ​ນີ້, ພວມ​ສ້າງ​​ໃຫ້​ມີລະບົບ ຄຸນຄ່າວັດທະນະທຳ​ໃໝ່​ຂອງ​ຍຸກ​ທັນ​ສະ​ໄໝ”

    ​ໃນ​ທ່າມກາງ​ບັນດາ​ການ​ຫັນປ່ຽນ​ຂອງ​ຊີວິດ​ສັງຄົມ, ວັດທະນະທຳ​ຫວຽດນາມ ຄື​ດັ່ງ​ມີ​ສາຍ​ລົ​ມ​ໃໝ່​ຕື່ມ​ອີກ​ຈາກ​ບັນດາ​ປັດ​ໄຈ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົ​ນ, ບັນດາ​ສິ່ງ​ຍອດ​ຍິ່ງ​ຂອງ​ໂລກ. ພ້ອມ​ກັນ​ນັ້ນ,​ ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ທີ່​ມີ​ຢູ່​ແລ້ວ​ນັ້ນ ພວມ​ໄດ້​ຮັບ​ການ​ອະນຸລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ ​ເພື່ອ​ໃຫ້​ວັດທະນະທຳ​ຫວຽດນາມ​ຍາມ​ໃດ​ກໍ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ