ສິລະປະຂັບແທນຕໍ່ໜ້າ ກາລະໂອກາດໄດ້ຮັບການ ຮັບຮອງແມ່ນ ມໍລະດົກວັດທະນະທຳໂລກ

 

ສິລະປະຂັບແທນຕໍ່ໜ້າ ກາລະໂອກາດໄດ້ຮັບການ ຮັບຮອງແມ່ນ ມໍລະດົກວັດທະນະທຳໂລກ - ảnh 1
ການສະແດງສິລະ​ປະ​ຂັບ​ແທນຢູ່ແຂວງ ຕວຽນກວາງ
(ພາບ: baomoi.com)


  ກະຊວງ​ວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມພວມ​ດຳ​ເນີນ​ການ​ສ້າງ​ສຳ​ເນົາ​​ເອກະສານແຜນ​ຮ່າງຍື່ນ​ສະ​ເໜີ​ຕໍ່ອົງການ UNESCO ຮັບຮອງສິລະ​ປະ​ຂັບ​ແທນ ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້ ສິລະ​ປະ​ຂັບ​ແທນ​ຂອງ​ຊາວ​ເຜົ່າ​ໄຕ​ເວົ້າ​ສະ​ເພາະ ​ແລ​ະ ຢູ່​ແຂວງ ຕວຽນ​ກວາງ​ເວົ້າລວມມີ່​ຊື່​ສຽງ​ດົງ​ດັງ​ໃນ​ທົ່ວ​ໂລກ ​ແລະ ນີ້​ກໍ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ປະກອບສ່ວນ​ພັດທະນາດ້ານ ການທ່ອງທ່ຽວ. ແຕ່ເຖິງຢ່າງໃດກໍຕາມ, ຍັງມີຫຼາຍບັນຫາໃນວຽກງານ ອະນຸລັກຮັກສາ​ປະ​ເພດ​ສິລະ​ປະ​ນີ້​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

   ຖ້າ​ຫາກ​ວ່າ ສິລະ​ປະຂັບ​ກາ​ຈູ, ຂັບ​ກວານ​​ເຮາະ, ລະຄອນ​ຕຸກກະຕາ​ນ້ຳ, ຂັບ​ແຈວ ​ແມ່ນ​ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ສິລະ​ປະ​ຂັບ​ຫວີ, ຂັບ​ຢ້ຳ ​ແມ່ນ​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະຊາຊົນ​ເຂດ​ຕອນ​ເໜືອ​ຂອງ​ພາກ​ກາງ​ນັ້ນ, ສິລະ​ປະ​ຂັບ​ແທນ​ກໍ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ, ​ເຜົ່າ​ນຸ່ງ, ​ເຜົ່າ​ໄທ​ຢູ່​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງຫວຽດນາມ. ຕອນ​ກາງ​ເວັນ, ​ເຂົາ​ເຈົ້າ​ໄປ​ເຮັດ​ໄຮ່, ​ເມື່ອ​ຄ່ຳ​ລົງ​ມາ ​ເຂົາ​ເຈົ້າ​ພັດ ​ນັ່ງ​ອ້ອມ​ເຕົາ​ໄຟ​ ​ແລະ ພ້ອມ​ກັນຂັບ​ຮ້ອງ​ບັນດາ​ບົດ​ເພງ​ແທນ​ເກົ່າ. ຜ່ານ​ການ​ເວລາ, ສິລະ​ປະ​ຂັບ​ແທນ​ໄດ້ກາຍ​ເປັນອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້ ​ແລະ ທັງ​ແມ່ນ​ວິນ​ຍານ​ໃນ​ຊີວິດ​ວັດທະນະທຳ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ແຫ່ງ​ນີ້.  

    ສິລະ​ປະ​ຂັບ​ແທນ​ແມ່ນ​ຕິດ​ພັນ​ກັບ​ພິນ​ຕິ້ງ ​ແມ່ນ​ເຄື່ອງ​ດົ​ນຕີ​ຊະນິດ​ໜຶ່ງ​ທີ່​ມີ​ປັດ​ໃຈ​ດ້ານຈິດ​ວິນ​ຍານ. “ ​ແທນ ” ໝາຍ​ເຖິງ​ສະຫວັນ, ​ເພາະສະ​ນັ້ນ​ໃນ​ການສະ​ແດງ​ສິລະ​ປະ​ຂັບ​ແທນຍາມ​ບຸນ​ເຕັດຫຼື​ບຸນ​ປະ​ເພນີ​ຕ່າງໆ​ນັ້ນ, ຜູ້​ຂັບ, ຜູ້​ຟ້ອນ​ກໍ​ແມ່ນ​ບັນດາ​ຕົວ​ແທນ​ໃຫ້​ວົງ​ຄະນະ​ຍາດ​ຊຸມ​ຊົນ​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ກັບ​ເທວະ​ດາ​ຟ້າ​ແຖນ, ພາວະນາ​ໃຫ້ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ​ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ​, ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນ​ພຸ​ນສຸກ. ຈຸດ​ພິ​ເສດ​ຂອງສິລະ​ປະ​ຂັບ​ແທນ ​ແມ່ນ​ມີ​ທຳນອງ​ອ່ອນ​ຊອນ, ສ້າງ​ຄວາມ​ອົບ​ອຸ່ນ, ​ໃກ້ຊິດ​ສະໜິດສະໜົມ​ໃຫ້​ແກ່​ຜູ້​ຊົມ. ນອກຈາກ​ຄວາມ​ໝາຍ​ທາງ​ດ້ານ​ຈິດ​ວິນ​ຍານ​ແລ້ວ, ສິລະ​ປະ​ຂັບ​ແທນຍັງ​ເປັນ​ການ​ຍ້ອງຍໍ​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ອີກ​ດ້ວຍ. ກ່ຽວ​ກັບການ​ເຄື່ອນ​ໄຫວສິລະ​ປະ​ຂັບ​ແທນ​ໃນ​ແຂວງ​ຕວຽນ​ກວາງ, ທ່ານ Nguyen Vu Phan ຫົວໜ້າ​ພະ​ແນ​ກ ວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ຕວຽນ​ກວາງ ​ໃຫ້​ຮູ້​ວ່າ : 

    “ ຂັບ​ແທນ​ໃນປະຈຸ​ບັນ​ໄດ້​ຖືກ​ສູນຫາຍ​ໄປ​ຫຼາຍ​ແລ້ວ. ຖັນ​ແຖວ​ນັກ​ສິລະ​ປີນ​ໃນ​ປະຈຸ​ບັນ​ແມ່ນ​ຍັງ​ເຫຼືອ​ພຽງ​ໜ້ອຍ​ທີ່​ສຸດຄື​ໃນ​ແຕ່ລະ​ແຂວງຍັງ​ເຫຼືອ​ພຽງ 2-3 ຄົນ​ເທົ່າ​ນັ້ນ. ຖ້າ​ຫາກ​ບໍ່​ມີ​ວິທີ​ການ​ອະນຸລັກ​ຮັກສາ, ສິລະ​ປະ​ຂັບ​ແທນອາດ​ຈະ​ຖືກ​ສູນ​ເສຍ​ໄປ. ສິ່ງ​ທີ່​ສຳຄັນ​ອີກ​ອັນ​ໜຶ່ງ​ ນັ້ນ​ແມ່ນ​ບັນດາ​ທຳນອງ​ຂັບ​ແທນ​ເກົ່າ​​ໂດຍ​ບັນດາ​ນັກ​ສິລະ​ປິນພວມ​ຮັກສາ​ໄວ້​ນັ້ນ ຈະ​ຖືກ ຍື່ນ​ສະ​ເໜີ​ຕໍ່ອົງການ UNESCO ຮັບຮອງແມ່ນ​ມໍລະດົກ​ວັດທະນະທຳ​ໂລກ, ຍ້ອນ​ເຫດ​ນີ້​ເອງ, ການ​ອະນຸລັກ​ຮັກສາພວມ​ແມ່ນ​ເລື່ອງ​ຈຳ​ເປັນ​ທີ່​ສຸດ”

    ສ່ວນ​ຢູ່​ແຂວງ ລ້າງ​ເຊີນ, ຕາມ​ທ່ານ ຮ່ວາງ​ແທ່ງ​ເຂີຍ ຫົວໜ້າ​ຂະ​ແໜງ ວັດທະນະທຳ-ຖະ​ແຫຼ​ງຂ່າວ​ເມືອງ​ວັນ​ກວານ​ແລ້ວ, ການ​ສ້າງ​ແຜນ​ຮ່າງ ອະນຸລັກ​ຮັກສາ ສິລະ​ປະ​ຂັບ​ແທນ​ໄດ້​ຮັບ​ການ​ປະຕິບັດ 2-3​ເທື່ອ​ແລ້ວ, ​ແຕ່​ຕ້ອງ​ປະລະ​ຍ້ອນ​ຂາດ​ເງິນ​​ໃຊ້​ຈ່າ​ຍ, ​ແຕ່​ຖ້າຫາກ​ມີ​ເງິນ​ໃຊ້​ຈ່າ​ຍ ກໍ​ບໍ່​ມີ​ຜູ້​ຖ່າຍ​ທອດ. ບໍ່​ສະ​ເພາະ​ແຕ່​ແຂວງ​ລ້າງ​ເຊີນ, ຕວຽນ​ກວາງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ແຂວງ​ອື່ນໆ​ຄື ກາວ​ບັງ, ບັກ​ກ້ານ, ບັກ​ຢ່າງ, ກວາງ​ນິງ, ດັກ​ລັກ, ກໍ​ລ້ວນ​ແຕ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ປະ​ເພດ​ສິລະ​ປະ​ນີ້. ທ່ານ Le Van Toan ຫົວໜ້າ​ສະ​ຖາ​ບັນ​ດົນ​ຕີ​ຫວຽດນາມ​ໃຫ້​ຮູ້​ວ່າ ​ໃນ​ສະ​ເພາະ​ໜ້າ, ທາງສະຖາບັນຈະພ້ອມກັບ 14 ແຂວງທີ່ມີສິລະ​ປະ​ຂັບ​ແທນ ຈະຂຶ້ນແຜນການສຳຫຼວດກວດກາ, ຈາກນັ້ນຈຶ່ງດຳເນີນສ້າງ ສຳເນົາເອກະສານເພື່ອຍື່ນ​ສະ​ເໜີ​ຕໍ່ອົງການ UNESCO ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ. ທ່ານກ່າວວ່າ : 

   “ສິລະປະປະເພດນີ້ ແມ່ນເປັນເອກະລັກທີ່ສຸດ ແລະ ຍັງເຕັມໄປດ້ວຍ ພະລັງຊີວິດ. ພວກ​ເຮົາ​ຄວນ​ດຳ​ເນີນການສຳຫຼວດກວດກາ ​ເພາະວ່າ​ກ່ອນ​ນີ້​ບັນດາ​ຜູ້​ອາຍຸ​ສູງ​ໄດ້​ເຂົ້າ​ຮ່ວມ​ສະ​ແດງ​ຫຼາຍ​ລາຍການ​ເພື່ອ​ໃຫ້​ພວກ​ເຮົາ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງສິລະ​ປະ​ຂັບ​ແທນ, ຊຶ່ງ​ໄດ້​ການ​ເປັນມໍ​ລະ​ກົດ​ວັດທະນະທຳຢ່າງ​ແທ້​ຈິງຄວນ​ໄດ້​ຮັບ​ການ​ເຊີດ​ຊູ ​ແລະ ຍື່ນ​ສະ​ເໜີ​ຕໍ່ ອົງການ UNESCO ຮັບຮອງ ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ ”

   ​ເສັ້ນທາງ​ກາຍ​ເປັນມໍລະດົກ​ວັດທະນະທຳ​ໂລກຂອງສິລະ​ປະ​ຂັບ​ແທນ​ແມ່ນ​ຍັງ​ຢູ່​ທາງ​ໜ້າ, ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍສິລະ​ປະ​ຂັບ​ແທນ ຊຶ່ງ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ຖັນ​ແຖວ​ນັກ​ສິລະ​ປິນ​ຊຶ່ງ​ແມ່ນ​ແກ່ນສານ​ທາງ​ດ້ານ​ວັດທະນະທຳເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງນຳສິລະ​ປະ​ຂັບ​ແທນ​ເຂົ້າ​ໃນ​ໂຮງຮຽນ​ເພື່ອ​ສິດສອນ​ໃຫ້​ແກ່​ລຸ່ນໜຸ່ມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ