ສຽງແຄນຂອງນັກວິລະຊົນກຳລັງປະກອບອາວຸດມົວອາປາວ


   (vovworld)-  ​ໃນ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໂດຍ​ພັກ, ລັດ, ກອງທັບ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ມອບ​ໃຫ້​ນັ້ນ, ນັກ​ວິລະ​ຊົນ​ກຳລັງປະກອບ​ອາວຸດ​ມົວ​ອາ​ປາວ ອາຍຸ​ກ່ວາ 80 ປີ​ແລ້ວ​ແຕ່​ຍັງ​ເມົາ​ມົວ​ເປົາ​ແຄນ​ຊື່​ງ​ແມ່ນ​​ເຄື່ອງດົນຕີປະ​ເພດ 1 ຂອງ​ຊາວ​ເຜົ່າ​ມົ້ງ ນີ້ແມ່ນ​ແຄນ​ທີ່​ໄດ້​ຕິດ​ຕົວທ່ານ​​ໃນ​ຊຸມ​ປີ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ. ​ເມື່ອ​ສຽງ​ແຄນ​ດັງ​ຂຶ້ນ, ທ່ານ​ໄດ້​ຄິດ​ເຖິງ​ບັນດາ​ອະນຸສອນ​ໃນ​ເມື່ອ​ກ່ອນ, ​ໂດຍ​ສະ​ເພາະ​ແມ່ນ​ອະນຸສອນ​​ໃນ​ການ​ພົບ​ກັບ​ລຸງ​ໂຮ່ຄັ້ງຕ່າງໆ.

ສຽງແຄນຂອງນັກວິລະຊົນກຳລັງປະກອບອາວຸດມົວອາປາວ - ảnh 1

ທ່ານ​ມົວ​ອາ​ປາວ (ກາງ) ​ແລະ ລູກ​ຫຼານ

(ພາບ: Hoàng Nghiệp-vov)

  ​ໂດຍ​​ໄດ້ຮັບ​ການຕື່ນຕົວປະຕິວັດ​, ທ່ານ​ປາວ ​ແລະ ປະຊາຊົນ​ຈຳນວນ​ໜຶ່ງ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ກອງ​ຫຼອນ​ຢ່າງ​ໄວວາ, ​ເຂົ້າຮ່ວມ​ການ​ດັບ​ສູນ​ພວກ​ຄົນຮ້າຍ, ສູ້ຮົບ​ເປັນ​ຫຼາຍ​ຄັ້ງ​ເຮັດ​ໃຫ້​ສັດຕູ​ຢ້ານ​ກົວ​​ເສຍ​ຂວັນ. ດ້ວຍ​ຜົນງານ​​ໃນ​ການ​ຕໍ່ສູ້​ທີ່ອົ່ງ​ອາດ​ກ້າຫານ, ປີ 1966, ທ່ານ​ໄດ້ຮັບ​ການ​ເລື່ອນ​ຊັ້ນ​ເປັນ​ຮ້ອຍ​ໂທ ​ແລະ ​ໄດ້​ກັບ​ເມືອ​ພົບ​ກັບ​ລຸງ​ໂຮ່. ທ່ານ​ປາວ​ຫວນ​ຄືນ​ວ່າ:

   “​​​​​​ເມື່ອ​ພົບ​ກັບ​ລຸງ​ໂຮ່​ເປັນຄັ້ງທຳ​ອິດ, ລຸງ​ຖາມ​ຂ້ອຍ​ວ່າ: ​ເຈົ້າເປັນ​ຄົນເຜົ່າ​ໃດ. ຂ້ອຍ​ໄດ້​ຕອບ​ວ່າ: ຂໍ​ຮຽນ​ລຸງ, ຫຼານ​ເປັນຊາວ​ເຜົ່າ​ມົ້ງ. ລຸງ​ຖາມ​ອີກ​ວ່າ: ​ເຈົ້າຢູ່​ໃສ, ຂ້ອຍ​ໄດ້​ຕອບ​ວ່າ: ຂໍ​ຮຽນ​ລຸງ, ຫຼານ​ຢູ່​ດ້ຽນບຽນ-​ລາຍ​ເຈົາ. ຂ້ອຍ​ຈົດ​ຈຳ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່​ໃນ​​ເວລານັ້ນທີ່​ສຸດ​; ລຸງ​ເວົ້າວ່າ, ອວຍພອນ​ເຈົ້າຮ່ຳຮຽນ​ໃຫ້​ດີ, ສູ້​ຮົບເກັ່ງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົດ​ປ່ອຍ​ຊາດ. ຄຳ​ສັ່ງສອນ​ຂອງ​ລຸງ​ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຂ້ອຍ ​ແລະ ຂ້ອຍ​ຍິ່ງ​ມີ​ຄວາມ​ຕັດສິນ​ໃຈ​ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອຍາດ​ເອົາ​ເອກະລາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“.

ສຽງແຄນຂອງນັກວິລະຊົນກຳລັງປະກອບອາວຸດມົວອາປາວ - ảnh 2

(ພາບ: http://baolaichau.vn)

  ພາຍ​ຫລັງ​ໄດ້​ພົບ​​ກັບ​ລຸງ​ໂຮ່, ທ່ານ​ປາວ​ ໄດ້​ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຂັ້ນ​ເທິງ ​ແລ້ວ​ຖືກ​ສົ່ງ​ໄປ​ເຂົ້າຮ່ວມ​ໜ່ວຍ​ຊ່ຽວຊານ​ໄປ​ຊ່ວຍ​ປະ​ເທດ​ລາວ ​ແລະ ​ເປັນ​ທູດ​ສັນຕິພາບ​ຂົນຂວາຍ​ຊາວ​ເຜົ່າມົ້ງ ຖືກ​ພວກ​ອາ​ເມ​ລິ​ກາ​ ຈອບ​ອອຍ ພ້ອມ​ກັບພວກ ​ປຸ້ນ 3 ກອງພັນ ບໍ່​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ການ​ປະຕິວັດ, ກັບ​ຄືນ​ຮັບ​ໃຊ້ປະ​ເທດ​ຊາດ. ດ້ວຍ​ສຽງ​ແຄນ​ຂອງ​ຊາວ​ເຜົ່າ​ມົ້ງ, ບັນດາ​ບົດ​ເພງ​ພື້ນ​ເມືອງ ພ້ອມກັບ​ທັກ​ສະ​ໃນ​ການຂົນຂວາຍຂອງ​ຕົນ, ທ່ານ​​ໄດ້​ຂົນຂວາຍພວກກອງ​ປຸ້ນກອງພັນ 1 ຂອງວ່າງ​ປາວ ສະໝັກ​ໃຈ​ມອບ​ອາວຸດ​ກັບ​ຄື​ນຫາ​ການ​ປະຕິວັດ. ພາຍຫຼັງ​ວິລະ​ກຳ​ດັ່ງກ່າວ, ທ່ານ​ມົວ​ອາ​ປາວ ​ເປັນ​ກຽດ​ໄດ້​ພົບ​ກັບ​ລຸງ​ໂຮ່​ເປັນຄັ້ງທີ 2. ທ່ານ​ເລົ່າຄືນ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

 “​​ປີ 1968, ຂ້ອຍ​ໄດ້​ພົບ​ກັບ​ລຸງ​ໂຮ່​ເປັນ​ເທື່ອ​ທີ 2 ຢູ່​ຮ່າ​ໂນ້ຍ, ​ຂ້ອຍໄດ້​ຈື່​ຈຳ​ທີ່​ສຸດ, ເວລາ​ນັ້ນ, ລຸງ​ໄດ້​ເວົ້າກັບບັນດາ​ນັກ​ວິລະ​ຊົນວ່າ: ພວກ​ເຈົ້າລ້ວນ​ແຕ່​ແມ່ນ​ນັກ​ວິລະ​ຊົນ, ຕ້ອງ​ພະຍາຍາມ​ຕໍ່ສູ້ ​ແລະ ​ໃນ​ວຽກ​ງານ​ການ​ເມືອງ​ແນວ​ຄິດ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ​ສຳຄັນ​ທີ່​ສຸດ. ສະນັ້ນ, ຂ້ອຍ​ຍິ່ງ​ມີ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່“.

   ​ໂດຍ​ໄດ້​ຈົດ​ຈຳ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່, ມົວ​ອາ​ປາວ ສະໝັກ​ໃຈ​ກັບ​ຄືນ​ຮັບ​ໜ້າ​ທີ່ຢູ່​ສະໜາ​ມຮົບ​ລາວ, ທ່ານ​ໄດ້​ຂົນຂວາຍພວກ​ກອງ​ປຸ້ນ​ເຜົ່າ​ມົ້ງ 3 ກອງຮ້ອຍ ອອກ​ມາ ຍອມຈຳນົນ. ພາຍ​ຫລັງວິລະ​ກຳ​ດັ່ງກ່າວ, ມົວ​ອາ​ປາວ ​ໄດ້​ຮັບ​ນາມມະຍົດນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດປະຊາຊົນ​ຫວຽດນາມ ​ແລະ ​ໄດ້​ພົບ​ກັບ​ລຸງ​ໂຮ່​ເປັນຄັ້ງທີ 3 ​ເມື່ອ​ປີ 1969.

   ​ເມື່ອ​ສັນຕິພາບ​ໄດ້​ກັບ​ຕ່າວ​ຄືນ​ມາ, ​ໂດຍກັບ​ຄືນ​ສູ່​ຊີວິດ​ເປັນ​ປົກກະຕິ, ທ່ານ​ປາວ​ ສືບ​ຕໍ່​ເສີມ​ຂະຫຍາຍ​ທາດ​ແທ້​ຂອງ​ອ້າຍ​ທະຫານ​ລຸງ​ໂຮ່ ຊື່​ງ​ເປັນ​ຜູ້​ຖືກ​ຫຼໍ່​ຫຼອມ​ໃນ​ໄລຍະ​ສົງຄາມ​ອັນ​ດຸ​ເດືອດ, ​ທ່ານ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ​ໄດ້​ດຳລົງ​ບັນດາ​ຕຳ​ແໜ່​ງ​ແຕກ​ຕ່າງ​ກັນ​ຢູ່​ທ້ອງ​ຖິ່ນ. ອ້າຍ​ມົວ​ອາ​ເລັ່ງ, ລູກ​ຊາຍ​ກົກ​ຂອງ​ທ່ານ​ມົວ​ອາ​ປາວ, ປະຈຸ​ບັນ​ພວມ​ເຮັດ​ວຽກ​ຢູ່​ກອງ​ບັນຊາ​ການ​ຕຳຫຼວດ​ເມືອງຊີ່​ນ​ໂຮ່ ​ໄດ້​ເວົ້າກ່ຽວ​ກັບ​ພໍ່​ຂອງ​ຕົນ​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ:

  “ຂ້ອຍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ພໍ່​ຂອງ​ຕົນ, ຍາມ​ໃດ, ພໍ່​ກໍ່ແມ່ນ​ຜູ້ມຸ້ງ​ໄປ​ສູ່​ການ​ປະຕິວັດ, ອຸທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ. ຍາມ​ໃດ​ຂ້ອຍ​ກໍ່​ພະຍາຍາມ​ສູ້​ຊົນ​ຝຶກ​ຝົນ​ຫຼໍ່​ຫຼອມ ຮຽນ​ຕາມ​ແບບຢ່າງ​ຂອງ​ພໍ່​ ​ແລະ ສຶກສາອົບຮົມ​ລູກ​ຫຼານ​ຕ້ອງ​ພະຍາຍາມ​ຮ່ຳຮຽນ ​ເພື່ອ​ໃຫ້​ໃນ​ອະນາຄົດ​ຈະ​ມີຊີວິດ​ທີ່​ອີ່ມ​ໜຳ​ສຳລານ, ​ແມ່ນ​ຜູ້​ມີ​ປະ​ໂຫຍ​ດ​ຕໍ່ສັງຄົມ“.

     ​ເຖິງ​ວ່າ​ມີ​ອາຍຸ​ສູງ​ແລ້ວ​ກໍ່ຕາມ​ແຕ່​ອະນຸສອນ​​ກ່ຽວ​ກັບ​ການ​​ພົບ​ປະກັບ​ລຸງ​ໂຮ່ 3 ​ເທື່ອ​ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ທ່ານ​ມົວ​ອາ​ປາວ. ນີ້​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ນັກຮົບກຳລັງ​ປະກອບ​ອາວຸດຊາວ​​ເຜົ່າ​ມົ້ງຢູ່​ຊີ່​ນ​ໂຮ່-ລາຍ​ເຈົາ ພ້ອມ​ກັບ​ລູກ​ຫຼານ ສືບ​ຕໍ່​ປະກອບ​ກຳລັງ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ