ຮ່າໂນ້ຍ ໄລຍະເກື້ອກູນຖືກວາດພາບຜ່ານລົດໄຟຟ້າເລກ 6

(VOVWORLD) -ສຽງລົດໄຟຟ້າ ເຄີຍແມ່ນສິ່ງທີ່ລື້ງເຄີຍຂອງຊາວ ຮ່າໂນ້ຍ ຫຼາຍລຸ້ນຄົນເມື່ອກ່ອນນີ້, ປັດຈຸບັນຖືກວາດພາບຢ່າງແທ້ຈິງ ແລະ ມີຊີວິດຊີວາຜ່ານໂຄງການ “ລົດໄຟຟ້າເລກ 6” ຢູ່ ຫງູສາ - ຈຸກແບັກ ຮ່າໂນ້ຍ. ໂດຍບໍ່ແລ່ນຕາມທາງເຫຼັກ, ລົດໄຟຟ້າເລກ 6 ຍັງພາແຂກທ່ອງທ່ຽວກັບຄືນສູ່ ຮ່າໂນ້ຍ ໄລຍະກ່ອນນີ້ເກືອບ 40 ປີ
ຮ່າໂນ້ຍ ໄລຍະເກື້ອກູນຖືກວາດພາບຜ່ານລົດໄຟຟ້າເລກ 6 - ảnh 1ລົດໄຟຟ້າເລກ 6 ແມ່ນຮູບແບບມໍລະດົກລົງຖະໜົນ ໂດຍຄະນະກຳມະການປະຊາຊົນຕາແສງ ບາດິ່ງ ຮ່າໂນ້ຍຜັນຂະຫຍາຍປະຕິບັດ

    ລົດໄຟຟ້າເລກ 6 ແມ່ນຮູບແບບມໍລະດົກລົງຖະໜົນ ໂດຍຄະນະກຳມະການປະຊາຊົນຕາແສງ ບາດິ່ງ ຮ່າໂນ້ຍຜັນຂະຫຍາຍປະຕິບັດ. ນີ້ແມ່ນບ່ອນທີ່ບັນດາຄຸນຄ່າມໍລະດົກຂອງ ຮ່າໂນ້ຍ ຖືວາດພາບດ້ວຍພາສາທີ່ໃກ້ຊິດສະໜິດສະໜົມປະກອບສ່ວນນຳມໍລະດົກເຊື່ອມຕົວເຂົ້າກັບຊີວິດຍຸກທັນສະໄໝ. ລົດໄຟຟ້າພິເສດນີ້ບໍ່ບັນທຸກຜູ້ໂດຍສານ ແຕ່ແມ່ນຄວາມຊົງຈຳປະຫວັດສາດ ແລະ ວັດທະນະທຳຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ. ທ່ານ ຫງວຽນເຢິນຮຸຍ ຮອງປະທານຄະນະກຳມະການປະຊາຊົນຕາແສງ ບາດິ່ງ ໃຫ້ຮູ້ວ່າ:

“ປັດຈຸບັນພວກຂ້າພະເຈົ້າພວມຜັນຂະຫຍາຍຮູບແບບນຳມໍລະດົກລົງຖະໜົນ. ແທນທີ່ຮຽກຮ້ອງບັນດາເພື່ອນໜຸ່ມມາສຳຜັດກັບມໍລະດົກ, ພວກເຮົາໄດ້ນຳມໍລະດົກລົງສູ່ຖະໜົນ ເພື່ອໃກ້ຊິດກັບບັນດາເພື່ອນໜຸ່ມ. ໃນເບື້ອງຕົ້ນພວກຂ້າພະເຈົ້າກໍ່ປະດັບປະດາ ເພື່ອດຶງດູດບັນດາເພື່ອນໜຸ່ມມາຊົມ ເມື່ອກ້າວເຂົ້າ ສູ່ຕູ້ລົດໄຟຟ້າຢູ່ທາງໃນກໍ່ຈະເຫັນໂລກມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ”.

ປັດຈຸບັນຕາແສງ ບາດິ່ງ ພວມຜັນຂະຫຍາຍ 5 ຕູ້ລົດໄຟຟ້າມໍລະດົກ ໃນນັ້ນມີ 4 ຕູ້ ຖືກຈັດສັນຢູ່ອ້ອມບໍລິເວນໜອງຈຸກແບັກ. ສ່ວນຕູ້ໜຶ່ງຖືກຕັ້ງໃນບໍລິເວນຫໍນ້ຳ ຫ່າງເດົ້າ. ແຕ່ລະຕູ້ກໍ່ແມ່ນໂລກໜຶ່ງຮັດແຄບ,ບ່ອນທີ່ອະດີດຕະການຖືກວາດພາບ ດ້ວຍພາສາຍຸກປັດຈຸບັນ.

ຈຸດທີ່ພົ້ນເດັ່ນ ແມ່ນຕູ້ລົດໄຟຟ້າເຝີ - ເຂົ້າປຸ້ນ - ເສັ້ນລ້ອນ ໄດ້ເປີດເສັ້ນທາງຄົ້ນຫາດ້ວຍເລື່ອງລາວກ່ຽວກັບອາຫານການກິນນັບພັນເລື່ອງຂອງບັນດາເຂດແຄວ້ນໃນທົ່ວປະເທດ, ແຕ່ລະເຍື່ອງອາຫານກໍ່ແມ່ນເລື່ອງລາວ ກ່ຽວກັບການປຸງແຕ່ງຢ່າງລະອຽດອ່ອນຂອງຊາວ ຫວຽດນາມ. ທ່ານ ຫງວຽນຕ໊ຽນດາດ ຮອງປະທານສະຫະສະມາຄົມທ່ອງທ່ຽວ ຮ່າໂນ້ຍ ເປີດເຜີຍວ່າ:

“ແຂກທ່ອງທ່ຽວຈະຮູ້ສຶກເຖິງ ຮ່າໂນ້ຍ ທັງກິ່ນຫອມຂອງເຍື່ອງອາຫານເຝີ.  ຕູ້ລົດໄຟຟ້າກາເຟ ຈະຮູ້ສຶກໄດ້ເຖິງກິ່ນຫອມພິເສດຂອງກາເຟ. ຫຼັງຈາກນັ້ນຈະໄດ້ຊີມລົດຊາດເຝີ ກາເຟ ແໜມ ແລະ ນ້ຳຊາ ພ້ອມທັງໄດ້ເຫັນບັນດາວັດຖຸພັນ ໃນໄລຍະອະດີດຕະການ”.

 ພິເສດຢູ່ສະຖານີລົດໄຟຟ້າເລກ 6 ແມ່ນບ່ອນເກັບຮັກສາວັດຖຸພັນທີ່ລື້ງເຄີຍຂອງບັນດາຄອບຄົວຊາວ ຫວຽດນາມ ໃນສະໄໝໜຶ່ງ. ຈາກເຕົາໄຟ, ຊຸດຈອກນ້ຳ, ເຄື່ອງ ຣາດີໂອ ທີ່ເກົ່າແກ່ທັງໝົດເຫຼົ່ານັ້ນຖືກເກັບຮັກສາແລະ ຫຸ້ມຫໍ່ໂດຍຊາວທ້ອງຖິ່ນ ເຊິ່ງໄດ້ວາດພາບເຖິງຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ ໃນສະໄໝເກື້ອກູນ. ນາງ ຟ້າມທູເຮືອງ ຢູ່ຕາແສງ ໂອເຈິເຢື່ອ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ໃນຄາວເຍົາໄວ ຂ້າພະເຈົ້າກໍ່ໄດ້ຢູ່ໃນສະໄໝເກື້ອກູນ. ຫວນຄືນຊີວິດເມື່ອກ່ອນນີ້, ບັນດາວັດຖຸເຄື່ອງຂອງ, ຮູບຖ່າຍໃນງານດອງ ຕະຫຼອດຮອດກະຕິກນ້ຳ ຊໍ່ດອກໄມ້ ກໍ່ຮູ້ສຶກປຽບເໝືອນກັບຄືນສູ່ຊີວິດຄາວເຍົາໄວ. ບັນດາວັດຖຸເຄື່ອງຂອງເຫຼົ່ານີ້ເຮົາຄິດວ່າ ປັດຈຸບັນແມ່ນຫາຍາດທີ່ສຸດ”.

ເຖິງວ່າ ຫາກໍ່ຖືກຜັນຂະຫຍາຍກໍ່ຕາມ ແຕ່ຄວາມເປັນເອກະລັກຂອງຮູບແບບລົດໄຟຟ້າເລກ 6 ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ, ເປັນຕົ້ນແມ່ນໄວໜຸ່ມ.

“ແມ່ຍ່າ ແລະ ແມ່ຂອງເຮົາແມ່ນຄົນ ຮ່າໂນ້ຍ, ແຕ່ເຮົາໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ນະຄອນ ກຸຍເຍີນ. ແຕ່ດົນນານມາແລ້ວ ເຮົາກໍ່ໄດ້ຮັບຟັງກ່ຽວກັບ ຮ່າໂນ້ຍ ເມືອກ່ອນນີ້ ຜ່ານການເລົ່າເລື່ອງຂອງປູ່ຍ່າ ແລະ ພໍ່ແມ່ເທົ່ານັ້ນ ແລະ ໃນມື້ນີ້ເຮົາກໍໄດ້ມາຮັບຊົມຕົວຈິງ ກໍ່ໄດ້ເຫັນບັນດາວັດຖຸພັນທີ່ນັບແຕ່ຄາວຍັງນ້ອຍມາຮອດປັດຈຸບັນຍັງບໍ່ທັນໄດ້ເຫັນດ້ວຍຕາ”.

ລົດໄຟຟ້າມໍລະດົກ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ. ຍ້ອນການເຊື່ອມຕໍ່ລະຫວ່າງອະດີດຕະການ ແລະ ປັດຈຸບັນ ລະຫວ່າງສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳຂອງ ທັງລັອງ ຮ່າໂນ້ຍ ນັບພັນປີ ແລະ ການຄົ້ນຫາອາຫານການກິນ ໄດ້ສ້າງຄວາມດູດດື່ມພິເສດສຳລັບແຂກທ່ອງທ່ຽວທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ