ເວທີ່ສະແດງລອງແທ່ງ : ການປະສານສົມທົບລະຫວ່າງ ຂັບແຈວກັບລະຄອນຕຸກກະຕານ້ຳ

   ຫວ່າງແລ້ວນີ້, ໂຮງ​ລະ​ຄອນ​ແຈວ​ຮ່າ​ໂນ້ຍ ຫາ​ກໍ​ມີ​ຮູບ​ແບບ​ການ​ສະ​ແດງ​ທີ່​ໃໝ່​ອຽມ​ເປັນໜ້າ​ຈັບ​ໃຈ​ທີ່​ສຸດ, ນັ້ນ​ແມ່ນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ຂັບ​ແຈວ​ກັບ​ສິ​ລະ​ປະ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ​ບົນ​ເວ​ທີ່​ສະ​ແດງ​ດຽວ ດ້ວຍ​ຊື່​ທີ່​ເອີ້ນ​ວ່າ : ​ເວ​ທີ່​ສະ​ແດງລອງ​ແທ່ງ. ນີ້​ແມ່ນ​ລາຍ​ສະ​ແດງ​ສິ​ລະ​ປະ ນອນ​ໃນ​ໂຄງ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ ໂຮງ​ລະ​ຄອນ​ແຈວ​ຮ່າ​ໂນ້ຍ.

ເວທີ່ສະແດງລອງແທ່ງ : ການປະສານສົມທົບລະຫວ່າງ ຂັບແຈວກັບລະຄອນຕຸກກະຕານ້ຳ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໂດຍ​ມີ​ການປະ​ສານ​ສົມ​ທົບ​ລະ​ຫວ່າງ​ຂັບ​ແຈວ​ກັບ​ສິ​ລະ​ປະ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ

 

  ໃນ​ເວ​ລາ 20 ນາ​ທີຂອງ​ແຕ່​ລະ​ຄ່ຳ​ຄືນ, ໂຮງ​ລະ​ຄອນ​ແຈວ​ຮ່າ​ໂນ້ຍພັດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໄປ​ດ້ວຍ​ສຽງ​ພິນ, ສຽງ​ກອງ, ສຽງ​ຂັບ​ຮ້ອງ. ໃນໂຮງ​ລະ​ຄອນ​ບໍ່​ໃຫຍ່​ປານ​ໃດ, ບັນ​ດາ​ຜູ້​ຊົມ​ພວມ​ຕັ້ງ​ໃຈ​ຕິດ​ຕາມ​ຊົມ​ຄັດ​ສະ​ເໜີ​ບົດ​ລະ​ຄອນ​ທີ່​ມີ​ຊື່​ສຽງ “ ທິ​ເມົ່າ​ເລັນ​ຈົວ ” ໝາຍ​ເຖິງ​ນາງ​ທິ​ເມົ່າ​ໄປ​ວັດ. ດ້ວຍ​ສຽງ​ຂັບ​ຮ້ອງ​ທີ່​ອ່ອນ​ຊ້ອຍ, ບາດ​ສູງ​ບາດ​ຕ່ຳ, ທ່າ​ທີ​ການ​ສະ​ແດງແບບ​ກ້ອງ​ແກ້ງ​ໃນ​ຊຸດ​ອາ​ຜ່ອນ​ທີ່​ປະ​ເນື້ອ​ປະ​ຕົວ. ເມື່ອ​ແສງ​ໄຟ​ບົນ​ເວ​ທີ່​ສະ​ແດງມອດ​ໄປ​ນັ້ນ, ຢູ່​ທາງ​ລຸ່ມ ກໍ​ປະ​ກົດເຫັນ​ແຈ້ງ​​ມີ​ສະ​ນ້ຳ​ອັນ​ນ້ອຍໆ​ດ້ວຍ​ນ້ຳ​ຂຽວ​ເຢັນຍ້ອນ​ແສງ​ໄຟໃໝ່​ເລີ່ມ​ສ່ອງ​ເຂົ້າ. ສຽງ​ທັກ​ທາຍ​ສະ​ບາຍ​ດີຂອງ​ທ້າວ​ເຕ້ວ​ຊຶ່ງ​ແມ່ນ​ຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​ໄດ້​ດັ່ງ​ຂຶ້ນ​ໃນ​ທ່າມ​ກາງ​ສຽງ​ຕົບ​ມື, ໂຮ່​ຮ້ອງ​ຂອງ​ຜູ້​ຊົມ​ທັງຫຼາຍ.

                                ໃນ​ປະ​ເພດສິ​ລະ​ປະ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳໂດຍ​ທົ່ວ​ໄປ​ແລ້ວ​, ຜູ້​ຊົມ​ໄດ້​ລຶ້ງ​ເຄີຍກ​ັບ​ເລື່ອງ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ບັນ​ຊາ ຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​ໃຕ້​ສະ, ໜອງ. ສ່ວນ​ວົງ​ດົນ​ຕີ ແລະ ນັກ​ສິ​ລະ​ປີນ​ຂັບ​ແຈວ ພັດ​ນັ່ງ​ຢູ່​ເທິ່ງ​ເພື່ອ​ປະ​ສານ​ສຽງ ແລະ ຂັບ​ຮ້ອງ​ຕາມການ​ກະ​ທຳ​ຂອງ​ຕົວ​ລະ​ຄອນ. ສ່ວຍ​ສຳ​ລັບ​ລາຍ​ການ​ສະ​ແດງ​ບົນ ​ເວ​ທີ່​ສະ​ແດງ​ລອງ​ແທ່ງນັ້ນ, ສິ​ລະ​ປະ​ຂັບ​ແຈວ​ຖືກ​ສະ​ແດງ​ພ້ອມກັບ​ສິ​ລະ​ປະ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ. ມີເວ​ທີ່​ສະ​ແດງເຮັດ​ດ້ວຍ​ໄມ້​ຢູ່​ເທິ່ງ, ສ່ວນ​ທາງ​ລຸ່ມ​ແມ່ນ​ສະ​ນ້ຳ. ບັນ​ດາ ນັກ​ສິ​ລະ​ປີນ​ຂັບ​ແຈວ ທັງແມ່ນ​ຜູ້ຂັບ​ຮ້ອງ, ເວົ້າ ແລະ ບັນ​ຊາ ຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​​ເພື່ອ​ສະ​ແດງ​ການ​ກະ​ທຳ​ຂອງ​ຕົວ​ລະ​ຄອນ. ທັງ​ໝົດ​ເຫຼ່ົານີ້ ໄດ້​ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ເຖິງ​ສິ່ງ​ທີ່​ເປັນ​ຈິງ​ໃນ​ຊີ​ວິດ​ປະ​ຈຳ​ວັນ ແຕ່​ມີ​ມີ​ຄວາມ​ປະ​ທັບ​ໃຈທີ່​ສຸດ. ນັກ​ສິ​ລະ​ປີນ​ດີ​ເດ​ັ່ນ ງອກ​ແອ້ງ, ຫົວ​ໜ້າ​ຄະ​ນະ​ສິ​ລະ​ປະ​ກອນ 3 , ໂຮງ​ລະ​ຄອນ​ແຈວ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

   “ ການ​ບັນ​ຊາຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​ ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ, ລະ​ອຽດ​ລະ​ອໍ. ນອກ​ຈາກນັ້ນ, ນັກ​ສິ​ລະ​ປີນ​ຂັບ​ແຈວ ທີ່​ສາ​ມາດ​ບັນ​ຊາຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​ອີກນັ້ນ ກໍ​ຍິ່ງ​ເປັນ​ການ​ດີ, ເພາະ​ວ່າ​ຜູ້ບັນ​ຊາຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​ທຸກ​ຄົນ ຕ່າງ​ກໍ​ສາ​ມາດ​ຂັບ​ແຈວ​ເປັນ, ດັ່ງ​ນັ້ນ​ກໍ​ເຮັດ​ໃຫ້ຕົວ​ລະ​ຄ​ອນ​ມີ​ວິນຍ​ານ, ຜູ້​ຊົມ​ມີ​ຄວາມ​ຮູ້​ສຶກ​ຄື​ເລື່ອງ​ຈິງ.   ”

   ການ​ສະ​ແດງ​ທ່າ​ທີ​ທຸກ​ຢ່າງ​ເຊັ່ນ: ມ່ວນ​ຊື່ນ, ໂສກ​ເສົ້າ….ຂອງ​ບັນ​ດາຕົວ​ລະ​ຄ​ອນ​ ຖືກ​ບັນ​ດານັກ​ສິ​ລະ​ປີນ​​ສະ​ແດງ​ອອກ​ຜ່ານ​ສຽງ​ຂັບ​ຮ້ອງ, ສຽງ​ເວົ້າ, ສຽງ​ຫົວ, ແລະ ທັງ​ສະ​ແດງ​ອອກ​ຜ່ານສີ​ມື​ການ​ບັນ​ຊາຕົວ​ລະ​ຄ​ອນ​ຕຸກ​ກະ​ຕາ​ນ້ຳ​.

     

    ຜ່ານ​ການ​ສະ​ແດງ​ໃນ​ເວ​ລາ​ເກືອບ 1 ຊົ່ວ​ໂມງ, ບັນ​ດາ​ຜູ້​ຊົມ​ໄດ້​ຮັບ​ຊົມ​ລາຍ​ການ​ສະ​ແດງ​ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ເປັນ​ເອ​ກະ​ລັກລ​ະ​ຫວ່າງບັນ​ດາ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ​ຄື: ຂັບ​ແຈວ, ຂັບ​ເຈົາ​ວັນ, ຂັບ​ສຳ, ການ​ເສບ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ. ນາງ​ໂຮ່​ມິນ​ຮ່ຽນ ຜູ້​ຊົມ​ຊາວ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : (ເທບ)

   “ ລາຍ​ການນີ້​ມ່ວນຫຼາຍ ແລະ ເປັນ​ໜ້າ​ຈັບ​ໃຈ​ທີ່​ສຸດ. ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງນີ້, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄດ້​ຮັບ​ຊົມ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ລາຍ​ການນີ້ ມີ​ຄຸນ​ຄ່າ​ສູງ. ຜ່ານ​ລາຍ​ການ​ຖືກ​ສະ​ແດງ​ໃນ​ເວ​ລາ​ເກືອບ 1 ຊົ່ວ​ໂມງ, ຂ້າ​ພະ​ເຈົ້ົ້າ​ໄດ້​ຮັບ​ຊົມ​ບາງ​ລາຍການ​ສະ​ແດງ​ຄັດ​ສະ​ເໜີ​ບົດລະ​ຄອນ​ທີ່​ມີ​ຊື່​ສຽງ. ບັນ​ດານັກ​ສິ​ລະ​ປີນ​ສະ​ແດງ​ມ່ວນຫຼາຍ ”

    ເພື່ອ​ຊ່ວຍ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດສາ​ມາດ​ເຂົ້າ​ໃຈ​ເນື້ອ​ໃນ​ບົດ​ລະ​ຄອນນັ້ນ, ໂຮງ​ລະ​ຄອນ​ແຈວ​ຮ່າ​ໂນ້ຍ ຍັງ​ຕິດ​ຕັ້ງ​ໂທ​ລະ​ທັດ 2 ໜ່ວຍເພື່ອ​ແນະ​ນຳ​ຄັດ​ສະ​ເໜີ​ບົດ​ລະ​ຄອນ​ດ້ວ​ຍ​ພາ​ສາ​ອັງ​ກິດ. ທ່າ​ນ Zeev ນັກ​ທ່ອງ​ທ່ຽວ​ຊາວ ອິດ​ສະ​ຣາ​ແອນ ເປີດ​ເຜີຍ​ວ່າ :

     “ ໃນ​ລາຍ​ການນີ້, ທຸກໆ​ຄົນ​ຕ່າງ​ກໍ​ມີ​ໂອ​ກາດ​ໄດ້​ຟັງ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ. ບັນ​ດາ​ທຳ​ນອງ​ເພງ, ສຽງ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ, ເລື່ອງ​ນິ​ທານ, ວາດ​ຟ້ອນ​ຕ່າງໆ…ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ເປັນ​ໜ້າ​ຈັບ​ໃຈຫຼາຍ. ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ມາ​ເບິ່ງ​ການ​ກະ​ກຽ​ມ​ຂອງ​ບັນ​ດາ ນັກ​ສິ​ລະ​ປີນ​​ກ່ອນ​ທີ່​ຂຶ້ນ​ເວ​ທີ່​ສະ​ແດງ. ນີ້​ກໍ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຈັບ​ໃຈ ”

   ບໍ່​ພຽງ​ແຕ່​ແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້​ຈັກ​ກ່ຽວ​ກັບ​ ສິ​ລະ​ປະ​ສະຂັບ​ແຈວ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ຜູ້​ຊົມ​ໄດ້​ຢ່ອນ​ອາ​ລົມ​ເມື່ອ​ມີ​ໂອ​ກາດ​ໄປ​ຊົມ​ລາຍ​ການ. ໂຮງ​ລະ​ຄອນ​ແຈວ​ຮ່າ​ໂນ້ຍ ກໍ​ແມ່ນ​ສະ​ຖານ​ທີ່​ຮູ້​ຈັກ​ກັນ​ດີ​ຂອງ​ບັນ​ດາ​ຜູ້​ນິ​ຍົມ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ນະ​ຄອນຫຼວງ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ