ເສື້ອຍາວເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ


   (vovworld)-  ​ໂດຍ​ໄດ້​ປະກົ​ດມີ​ມາ​ແຕ່​ສັດຕະວັດ​ທີ 17, ​ເສື້ອ​ຍາວ​ໄດ້​ກາຍ​ເປັນ​ຊຸດອາພອນ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ. ​ເສື້ອ​ຍາວ​ບໍ່​ພຽງ​​ແຕ່​ສະ​ແດງ​ໃຫ້​​ເຫັນ​ວັດທະນະ​ທຳ​​ໃນການ​ນຸ່ງ​ຖື, ວັດທະນະທຳ​ດ້ານ​ມະນຸດ​ສຳພັນເທົ່າ​ນັ້ນ, ຫາກ​ຍັງ​ຊ້ອນ​ແຝງ​ທັງ​ຈິດ​ວິນ​ຍານ, ນິດ​ໄສ​ໃຈຄໍ​ຂອງ​ແມ່ຍິງ​ຫວຽດນາມ ອີກ​ດ້ວຍ..

   ເສື້ອຍາວເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ - ảnh 1
(ພາບປະກອບ: nhandan.com.vn)

  ມາ​ຮອດ​ປະຈຸ​ບັນ, ປ້າ​ຮິງ​ທິກີ​ມຕວຽນ, ​ເລຂາ​ຜູ້​ທີ 1 ​ຄະນະ​ຊາວ​ໜຸ່ມມະຫາວິທະຍາ​ໄລ​ວັນນະຄະດີ, ປະຈຸ​ບັນ​ແມ່ນ​ມະຫາວິທະຍາ​ໄລ​ວິທະຍາສາດ-​ສັງຄົມ ​ແລະ ມະນຸດ​ສາດ​ນະຄອນ​ໂຮ່ຈິ​ມິນ ຍັງຈື່​ດີ​ຊຸມ​ວັນ​ທີ່​ຕົນ​ເອງ​ໄດ້​ນຸ່ງ​ຊຸດ​ເສື້ອ​ຍາວ​ໄປ​ຂົນຂວາຍ​ນັກຮຽນ, ນັກ​ສຶກສາ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ຂະ​ບວນການ​ຕໍ່​ຕູ້​ປະ​ຕິວັດ​ຂອງ​ນັກຮຽນ​ນັກ​ສຶກສາ​ໄຊ​ງອນ​ໃນ​ຊຸມ​ປີ 1970. ປ້າ​ຮິງ​ທິກີ​ມຕວຽນ ​ເລົ່າ​ຄືນ​ສູ່​ຟັງວ່າ:

   “​​​​​​ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວປະຕິວັດນັບແຕ່ຄາວ​​ເປັນນັກຮຽນໂຮງຮຽນຢາລອງ, ​ເມື່ອເຂົ້າຮຽນຢູ່ມະຫາວິທະຍາ​​ໄລວັນນະຄະດີ, ຂ້າພະເຈົ້າໄດ້ປຸກລະດົມຂະບວນການນຸ່ງເສື້ອຍາວນັບແຕ່ປີ 1970 ​ແລະ ຂະບວນການນັ້ນມີຈຸດທີ່ດີທີ່ສຸດ. ​ເສື້ອຍາວສະແດງໃຫ້ເຫັນຄຸນນະທາດຂອງແມ່ຍິງຫວຽດນາມ. ​ໃນໄລຍະນັ້ນກໍ່ມີບັນດາບົດກະວີ, ບົດເພງຍ້ອງຍໍຂະບວນການນຸ່ງເສື້ອຍາວຢູ່ມະຫາວິທະຍາໄລວັນນະຄະດີ“.

 

ເສື້ອຍາວເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ - ảnh 2

(ພາບປະກອບ: nhandan.com.vn )

  ຮູບ​ພາບ​ເສື້ອ​ຍາວ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາສັນຍາ​ລັກ​ຂອງ​ແມ່ຍິງ​ຫວຽດນາມ. ປະຈຸ​ບັນ, ​ເສື້ອ​ຍາວຖືກ​ຄັດ​ເລືອກ​ແມ່ນ​ເຄື່ອງ​ແບບ​ຂອງນັກຮຽນ​ຍິງ​​ໃນບັນດາ​ໂຮງຮຽນ​ມັດທະ​ຍົມ​ຕອນ​ປາຍ, ລັດຖະກອນ​ຍິງ​ຂະ​ແໜງ​ການ​ຕ່າງໆ. ​ໂດຍ​ແມ່ນ​ຜູ້​ມາ​ໂອກາດ​ພົບ​ກັບ​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ​ເປັນ​ປະຈຳ, ທ່ານ​ນາງ​ຮິງ​ທິງ​ອກ​ເວິນ, ຜູ້ອຳນວຍການ​ຫໍພິພິຕະພັນ​ຮ່ອງຮອຍ​ປະຫວັດສາດ ຍາມ​ໃດ​ກໍ່​ເລືອກ​ເສື້ອ​ຍາວ​ແມ່ນ​ເຄື່ອງນຸ່ງ​​ເພື່ອໄປ​ເຮັດ​ວຽກ​​ປະຈຳ​ວັນ. ຕາມ​ທ່ານ​ນາງ​ເວິນ​ແລ້ວ, ຜ່ານ​ບັນດາ​ໄລຍະ​ປະຫວັດສາດ, ຍາມ​ໃດ​ເສື້ອ​ຍາວ​ກໍ່​ຕິດ​ພັນ​ກັບ​ແມ່​ຍິງ​ຫວຽດນາມ. ​ເສື້ອ​ຍາວ​ບໍ່ພຽງ​ແຕ່​ສ້າງຄວາມ​ງາມ​​ໃຫ້​ແກ່ແມ່ຍິງ​​ເທົ່າ​ນັ້ນ, ຫາກ​ຜ່ານ​ນັ້ນ, ​ເສື້ອ​ຍາວ​ຍັງ​ປະກອບສ່ວນ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ​ຫວຽດນາມ ຕໍ່​ເພື່ອນ​ມິດສາ​ກົນ​ອີກ​ດ້ວຍ, ທ່ານ​ນາງ​ຮິງ​ທິງ​ອກ​ເວິນ ​ໃຫ້​ຮູ້​ວ່າ:

 “​​​​ແຕ່ລະ​ປີ, ຫໍພິພິຕະພັນ​ຮ່ອງຮອຍ​ປະຫວັດສາດ​ໄດ້ຕ້ອນຮັບ​ແຂກ​ມາ​ຢ້ຽມ​ຊົມ​ປະມານ 700.000 ​​ເທື່ອຄົນ, ​ເສື້ອ​ຍາວ​​ແມ່ນ​ເຄື່ອງ​ແບບ​ຂອງ​ຜູ້​ແນະນຳ​​ໃນ​ຫໍພິພິ ຕະພັນ​ຂອງພວກ​ຂ້າພະ​ເຈົ້າ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜູ້​ຮັບ​ໃຊ້​ແຂກ​ໂດຍ​ກົງ. ສິ່ງ​ດັ່ງກ່າວ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ, ນອກຈາກ​ໄປ​ຢ້ຽມ​ຊົມ​ຫໍພິພິຕະພັນ​​ແລ້ວ, ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ກໍ່​ເຊື້ອ​ເຊີນ​ພວກ​ຂ້າພະ​ເຈົ້າມາ ຖ່າຍຮູບນຳເຂົາ​ເຈົ້າ​ເປັນ​ທີ່​ລະນຶກອີກ​ດ້ວຍ“.

   ​ຜ່ານ​ບັນດາ​ໄລຍະ​ແຫ່ງ​ປະຫວັດສາດ, ​ເສື້ອ​ຍາວ​ກໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ​ໃນ​ທົດ​ສະ​ວັດ​ແຕ່ປີ 1930-1940, ວິທີ​ຕັດຫຍິບ​​ເສື້ອ​ຍາວ​ບໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ແຕ່​ແຜ່ນ​ແພທີ່​ນຳ​ມາ​ຕັດ​ເສື້ອ​ນັ້ນພັດມີ​ສີ​ສົດ​ໃສ​ກ່ວາ. ປີ 1939, ​ຄໍ​ເສື້ອ​ຍາວ​ຖືກ​ຕັດ​​ ​​ເປັນ​ຮູບ​ໝາກ​ຫົວ​ໃຈ, ກ້ວາງ ​ຫຼື ຄໍ​ພັບ ​ແລະ ມີ​ໂບຕິດ​ຢູ່ທາງ​ໜ້າຕື່ມ​ອີກ. ​ ​​ໃນ​ຊຸມ​ປີ 1950 ​ ​ນັກ​ອອກ​ແບບໄດ້ເລີ່​ມຕັດເສື້ອ​ຍາວ​ແບບ​ແອ່ນ​ແອວ ​ແລະ ຮອດ​ຊຸມປີ 1960, ​ເສື້ອ​ຍາວ​ໄດ້​ຖືກປ່ຽນ​ແປງ​ຫຼາຍ​ຄື: ຕີນ​ເສື້ອ​ໄດ້ຕັດ​ພຽງ ​ແລະ ຍາວ​ຮອດຕາ​ຕຸ​ມມ່ອງ, ຄໍ​ເສື້ອ​ຕັດ​​ເປັນ​ຮູບ​ວົງ​ມົນ. ຕົ້ນຊຸມ​ປີ 1970, ​ເສື້ອຍາວນ້ອຍ​ໄດ້​ປະກົດ​ຕົວ​ດ້ວຍ​ໜ້າ​ຕັກສັ້ນ ແລະ ​ແຄບ, ບາງ​ເທື່ອ​ຍາວ​ຮອດ​ຫົວ​ເຄົ່າ, ​ເສື້ອ​ຖືກ​ຫຍິບ​ກ້ວາງ ​ແລະ ບໍ່​ແອ່ນ​ແອວ ​ແຕ່​ວ່າ​ໜ້າ​ເອິກ ​ແລະ ​ແຂນ​ຮັດ​ກ່ວາ​, ສ່ວນ​ສົ້ງຖືກ​ຫຍິບ​ຍາວ, ຕີນສົ້ງກ້ວາງ​ເຖິງ 60cm. ນັກ​ອອກ​ແບບ​ມິ​ງ​ແຮ້ງ ​ໃຫ້ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ, ຍາມໃດ, ບັນດາ​ນັກ​ອອກ​ແບບ​ເສື້ອ​ຍາວກໍ່​​ຄົ້ນຄ້ວາ ​ແລະ ຊອກຫາ​ວິທີປະດິດ​ສ້າງ​ບັນດາ​ເສື້ອຍາວແບບໃໝ່, ລວມທັງ​ແຜ່ນ​ແພ​ປະ​ເພດ​ຕ່າງໆ​ ​ແລະ ລວດລາຍ​ຂອງ​ມັນອີກ:

  “ທຸກຄົນລ້ວນແຕ່ມີຄວາມນຶກຄິດທີ່ງ່າຍດາຍວ່າ, ​ເສື້ອຍາວຕ້ອງເບົາບາງ, ​ ອ່ອນໂຍນ….. ​ແຕ່ບໍ່ແມ່ນຄືແນວນັ້ນ, ​ເສື້ອຍາວສາມາດຫຍິບດ້ວຍແພປະເພດຕ່າງໆໄດ້, ຖືກຕັດດ້ວຍ laser ​ແລະໃຊ້ເຕັກນິກພ້ອມ“.

     ​​ເສື້ອ​ຍາວ​ໄດ້​ຮັບ​ການ​ເຊີດ​ຊູ, ປະກອບສ່ວນ​ສ້າງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ຊາວ​ຫວຽດນາມ​ ​ບໍ່​ວ່າຢູ່​ແຫ່ງ​ໃດ. ​ເສື້ອ​ຍາວ​ໄດ້​ເຂົ້າສູ່​ຊີວິດ​ຂອງ​ແຕ່​ລະ​ຄອບຄົວ, ​ແຕ່​ລະ​ສ່ວນ​ບຸກຄົນ. ​ເສື້ອ​ຍາວ​ໄດ້​ເ​ເພີ່ມຄວາມ​ງາມ​ໃຫ້​ແກ່​ແມ່ຍິງ​ຫວຽດນາມ  ດ້ວຍ​ເສັ້ນຄົດ​ງໍ​ທີ່​ຈັບ​ໃຈ​ແຕ່​ຍັງ​ມີ​ຄວາມລຶກລັບ, ຫຼູຫຼາ, ສຸພາບຮຽບຮ້ອຍ​ອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ