ແຂວງກວາງນາມຟື້ນຟູ ບັນດາປະເພດສິລະປະພື້ນເມືອງ

   ແຂວງກວາງນາມຟື້ນຟູ ບັນດາປະເພດສິລະປະພື້ນເມືອງ - ảnh 1
ການສະ​ແດງ​ຂັບ​ບາຍ​ຈອຍ​ຢູ່​ແຂວງ​ກວາງ​ນາມ
(ພາບ:internet)



   ແຂວງ​ກວາງ​ນາມ​​ ຕັ້ງຢູ່ພາກກາງຫວຽດນາມຊຶ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ນຳ​​ເອົາບັນດາ​ປະ​ເພດ​ສີ​ລະ​ປະວັດ​ທະນະ​ທຳ​ພື້ນເມືອງ ມາ​ເຜີຍ​ແຜ່​ສູ່​ມ່ວນ​ຊົນ. ບັນດາ​ປະ​ເພດ​ສີ​ລະ​ປະວັດ​ທະນະ​ທຳ​ພື້ນເມືອງຂອງ​ແຂວງ​ກວາງ​ນາມບໍ່​ພຽງ​ແຕ່​ຖືກ​ຟື້ນ​ຟູ​ເທົ່ານັ້ນ, ຫາກຍັງມີກຳລັງດຶງດູດມ່ວນຊົນ ເປັນຈຳນວນ ຫຼວງຫຼາຍອີກດ້ວຍ. ມາຢ້ຽມຢາມແຂວງກວາງນາມ, ຄຸ້ມເມືອງເກົ່າ ໂຮ້ຍອານໃນ ວັນນີ້, ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ໄດ້​ຮັບ​ຊົມ​ການສະ​ແດງ​ບັນດາ​ປະ​ເພດສິລະ​ປະ​ພື້ນ​ເມືອງ​ຢູ່​ຕາມ​ຖະໜົນ​ສາຍ​ຕ່າງໆ​ຄື:ຂັບ​ບາຍ​ຈອຍ, ຂັບ​ກອນ, ການສະ​ແດງ​ດົນຕີ​ພື້ນ​ເມືອງ ​ແລະ ອື່ນໆ.

   ກ່ອນ​ນີ້​ກວ່າ 10 ປີ, ບັນດາ​ຜູ້​ເຮັດ​ວຽກ​ງານ​ໃນ​ຂະ​ແໜງ​ວັດທະນະທຳ​ຢູ່​ກວາງ​ນາມ​ມີ​ຄວາມ​ເປັນ​ຫ່ວງ​ກັບ​ເລື່ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນດາ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງຄື ຂັບ​ບາຍ​ຈອຍ, ຂັບ​ບາ​ຈ້າວ ຫຼື​ບັນດາ​ງານ​ບຸນ​ປະ​ເພນີ​ສາມາດ​ຄົງ​ຕົວ​ໃນ​ວົງ​ຄະນະ​ຍາດ​ທ້ອງ​ຖິ່ນ​ຕົນ. ບັນດາ​ຜູ້​ຄົນ​ທີ່​ສົນ​ໃຈ​ເຖິງບັນດາ​ປະ​ເພດ​ສິ​ລະ​ປະ​ພື້ນເມືອງນີ້ນັບ​ມື້​ນັບ​ຫຼຸດ​ໜ້ອຍ​ຖອຍ​ລົງ. ພິ​ເສດ​ແມ່ນ​ໄວ​ໜຸ່ມ, ​ເຂົາ​ເຈົ້າ​ກໍ​ບໍ່​ເມົາ​ມົວ​ກັບ​ສິລະ​ປະ ຂັບ​ບາຍ​ຈອຍ, ຂັບ​ບາ​ຈ້າວ ຫຼື​ບັນດາ​ງານ​ບຸນ​ປະ​ເພນີຂອງ​ທ້ອງ​ຖິ່ນ​ຕົນ​ຄື​: ງານ​ບຸນ​ປູກ​ຝ້າ​ຍ, ພິທີ​ໄຫວ້​ບູຊາ​ປາວານ, ງານ​ບຸ​ນຄ່ຳ​ຄືນ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍອານ ​ແລະ​ອື່ນໆ. ທ່ານ​ວໍ້​ຟຸ່ງ ຜູ້ອຳນວຍການ​ສູນວັດທະນະທຳ​ກິລາ​ໂຮ້ຍອານ​ໃຫ້​ຮູ້​ວ່າ:

   “ ດ້ວຍ​ບັນດາ​ແບບ​ວິທີ, ລາຍການ​ນັບ​ແຕ່​ຊຸມ​ປີ 1980 ພວກ​ຂ້າພະ​ເຈົ້າ​ໄດ້​ນຳ ບັນດາ​ປະ​ເພດ​ສິ​ລະ​ປະ​ພື້ນເມືອງ​ເຂົ້າ​ໃນ​ງານ​ແຂ່ງຂັນ, ງານ​ສະ​ແດງ​ຕ່າງໆ ຕະຫຼອດ​ຮອດ​ໂຮງຮຽນ. ​ແຕ່ລະ​ປີ​ກໍ​ເລືອກ​ເອົາ​ໂຮງຮຽນ 2 ​ແຫ່ງ ​ເພື່ອ​ເປີດ​ບັນດາ ຊຸດ​ຮຽນ ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງນອກ​ຫຼັກສູດ. ກ່ອນ​ນີ້​ປະມານ 2 ປີ, ​ເມື່ອ​ພວກ​ຂ້າພະ​ເຈົ້າ​ມາ​ທັດສະນະ​ສຶກສາຢູ່​ແຫ່ງ​ນີ້ຍາ​ມຄ່ຳ​ຄືນ, ພວກ​ຂ້າພະ​ເຈົ້າ​ກໍ​ແນະນຳ​ເປີດ​ຊຸດ​ຮຽນ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ. ສ່ວນ​ການ​ລະ​ຫຼິ້ນ​ບາງ​ຢ່າງ, ພິ​ເສດ​ມີການ​ລະ​ຫຼິ້ນ 2 ປະ​ເພດ​ ​ສາມາດຢັ້ງຢືນ​ການ​ຄົງ​ຕົວ​ຂອງ​ມັນ​ ແລະ ​ເປັນ​ໜ້າ​ດູດ​ດື່ມ, ນັ້ນ​ແມ່ນ​ການ​ຫຼິ້ນ​ໝາກກະ​ໂພ​ກດິນ ​ແລະ ການ​ລະ​ຫຼິ້ນ​ພື້ນເມືອງຂັບ​ບາຍ​ຈອຍ ”

   ທ່ານ​ວໍ້​ຟຸ່ງ ​ໃຫ້​ຮູ້​ວ່າ: ​ໃນ ບັນດາ​ປະ​ເພດ​ສິ​ລະ​ປະຢູ່​ແຂວງ​ກວາງ​ນາມ​ນັ້ນ, ຂັບ​ບາຍ​ຈອຍແມ່ນ​ປະ​ເພດ​ສິ​ລະ​ປະທີ່ໃນຫຼາຍປີມານີ້ ຂະ​ແໜງ​ວັດທະນະທຳ​ຄິດ​ວ່າ​ບໍ່​ສາມາດ​ຟື້ນ​ຟູ​ໄດ້. ປີ 1998 ຂັບ​ບາຍ​ຈອຍ​ໄດ້​ຮັບ​ການສະ​ແດງ​ໃນ​ບໍລິ​ເວັນ​ຄຸ້ມ​ເມືອງ​ເກົ່າ​, ທຸກສິ່ງທຸກຢ່າງໄດ້ປ່ຽນແປງໄປ. ທ່ານເວົ້າວ່າ :

   “ ກ່ອນນີ້ມີພຽງແຕ່ປະຊາຊົນເຂົ້າຮ່ວມເທົ່ານັ້ນ, ດັ່ງນັ້ນບໍ່ມີກຳລັງຢ່າງພຽງພໍ ເພື່ອຟື້ນຕົວຄືນ ແລະ ສ້າງພະລັງຊີວິດອັນແຂງແຮງຂຶ້ນ. ເມື່ອພວກຂ້າພະເຈົ້າ ນຳເຂົ້າລາຍການຄ່ຳຄືນຄຸ້ມເມືອງເກົ່ານັ້ນ, ຈຳນວນແຂກ ທ່ອງທ່ຽວໄດ້ມາຮ່ວມ ຢ່າງຫຼວງຫຼາຍ. ​ຍ້ອນແຂກທ່ອງ​ທ່ຽວ​ນີ້​ເອງ​ໄດ້​ເຮັດ​ໃຫ້ການ​ລະ​ຫຼິ້ນ​ຕ່າງໆ​ເພີ່ມ​ຄວາມ​ໝາຍ​ຫຼາຍ​ຂຶ້ນ. ມາ​ຮອດ​ປະຈຸ​ບັນ,ຢູ່​ໂຮ້ຍອານ, ພວກ​ຂ້​າພະ​ເຈົ້າຈັດການ​ລະ​ຫຼິ້ນບາຍ​ຈອຍ​ໃນ​ທຸກ​ຄ່ຳ​ຄືນ, ​ໃນ​ບັນດາ​ງານ​ບຸນ, ຍິ່ງ​ກ່ວາ​ນັ້ນ,ກໍ​ໄດ້​ສະ​ແດງ​ເມື່ອ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມອີກ​ດ້ວຍ. ສິລະ​ປະ​ຂັບ​ບາຍ​ຈອຍຍັງ​ຖືກ​ສະ​ແດງ​ຢູ່​ບັນດາ​ເມືອງ​ໃນ​ແຂວງ, ຊ້ຳ​ບໍ​ໜຳ​ຍັງ​ຖືກ​ສະ​ແດງ​ຢູ່​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ​ອີກ​ດ້ວຍ. ພິ​ເສດ​ໃນ​ປີ 2011, ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ນຳ ສິລະ​ປະຂັບ​ບາຍ​ຈອຍ​ໄປ​ຮ່ວມ​ງານ​ບຸນ ​ແສງ​ສະຫວ່າງ​ໜ່ວຍ​ພິພົບ​ທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ ອີ​ຕາ​ລີ ”

   ປະ​ຈຸ​ບັນ ບັນດາ​ລາຍການ​ສະ​ແດງ ​ສິ​ລະ​ປະ​ພື້ນເມືອງ, ​ໃນ​ນັ້ນ​ມີ​ສິລະ​ປະຂັບ​ບາຍ​ຈອຍ, ​ໄດ້​ກາຍ​ເປັນ​ເຍື່ອງ​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ເມື່ອ​ມາ​ຢ້ຽມຢາມ​ໂຮ້ຍອານ. ພະລັງ​ຊີວິດ​ອັນ​ແຮງກ້າ​ຂອງ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ​ຢູ່​ໂຮ້ຍອານ​ແມ່ນບໍ່​ຖືກ​ຈຳກັດ​ດ້ານ​ເວທີ​ສະ​ແດງ, ມັນ​ໄດ້​ເຊື່ອມ​ຕົວ​ກັບ​ຊີວິດ​ຢູ່​ຕາມ​ເຂດ​ຊຸມ​ຊົນ. ຍ້ອນ​ເຫດ​ນີ້​ເອງ, ມາ​ຮອດ​ປະຈຸ​ບັນ, ບັນດາ​ງານ​ບຸນ​ວົງ​ຄະນະ​ຍາດ​ຢູ່​ແຂວງ​ກວາງ​ນາມ​ສາມາດ​ດຶງດູດ​ແຂກ​ຄົນ​ທັງຫຼາຍ. ທ່ານ​ດິງຮ່າຍ, ຫົວໜ້າ​ພະ​ແນ​ກວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ນຍາມ​ໃຫ້​ຮູ້​ວ່າ:

   “ ​ໃນ​ຕົວ​ຈິງ, ບັນດາ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ສິລະ​ປະ,ວັດທະນະທຳ, ​ໃນ​ດ້ານ​ວັດທະນະທຳ ມີ​ງານ​ບຸນ​ນັ້ນ, ປະຈຸບັນກໍຍັງຄົງສາມາດດຶງດູດໃຈແຂກທ່ອງທ່ຽວ. ພວກຂ້າພະເຈົ້າຄືຄວາມສຳນຶກທີ່ວ່າ: ນຳບັນດາງານບຸນກັບຄືນ ສູ່ວົງຄະນະຍາດ, ສ່ວນລັດຈະບໍ່ອອກຮັບຜິດຊອບຈັດຕັ້ງ. ລັດພຽງແຕ່ໃຫ້ການຊ່ວຍເຫຼືອ, ຄຸ້ມຄອງ, ຊີ້ນຳ ເພື່ອເຮັດແນວໃດໃຫ້ງານບຸນເຫຼົ່ານັ້ນສາມາດຮັບໃຊ້ວົງຄະນະຍາດຂອງ ພວກເຂົານີ້ເອງ, ດັ່ງນັ້ນລັກສະນະເກັ້ຍກອມ ຈະໃຫຍ່ຫຼວງກ່ວາ ແລະ ງານບຸນ ກໍ່ບໍ່ຈຳ​ເປັນຈັດຕັ້ງດ້ວຍຂອບຂະໜາດໃຫຍ່, ແຕ່ມັນຕ້ອງການສະແດງໃຫ້​ເຫັນ​ສີສັນ​ຂອງ​ວົງ​ຄະນະ​ຍາດ​ໄດ້ ”

    ການ​ຟື້ນ​ຟູບັນດາ​ປະ​ເພດ​ສິ​ລະ​ປະພື້ນເມືອງ ​ແລະ ສ້າງ​ພະລັງ​ຊີວິດ​ອັນ​ແຮງ​ກ້າ​ນັ້ນ, ກໍ​ບໍ່​ແມ່ນ​ຕ້ອງ​ເຮັດ​ໃນ​ເວລາ​ອັນ​ສັ້ນໆ​ເທົ່າ​ນັ້ນ, ຫາກ​ມັນ​ຕ້ອງການ​ມີ​ໄລຍະ​ເວລາ​ຍາວ​ນານ ​ແລະ ຄວາມ​ສຸມ​ຈິດ​ສຸມ​ໃຈ​ຂອງ​ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ວັດທະນະທຳ​ໃນ​ແຂວງ​ກວາງ​ນາມ​ກໍ​ຄື​ວົງ​ຄະນະ​ຍາດ​ຊຸມ​ຊົນ​ຢູ່​ແຫ່ງ​ນີ້, ຍ້ອນ​ວ່າ​ປະຊາຊົນ​ທຸກ​ຄົນ​ຕ່າ​ງກໍ​ເຂົ້າ​ໃຈ​ວ່າ: ການ​ພັດ​ທະ​ນາ​ວັດທະນະທຳ​ພື້ນ​ເມືອງ​ຈະ​ສາມາດ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ໂຮ້ຍອານ, ກວາງ​ນາມຢ່າງ​ຫຼວງ​ຫຼາຍ. ສ່ວນ​ໜຶ່ງ​ກໍ​ຍ້ອນ​ການ​ດຳລົງຊີວິດ, ​ແຕ່​ເໜືອກ​ວ່າ​ສິ່ງ​ໃດ​ໝົດ, ນັ້ນ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ແຂວງ​ກວາງ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ