ແມ່ພິມດ້ວຍໄມ້ຂອງພຸດທະສາສະໜາຢູ່ວັດວິ້ງງຽມ

(vovworld) - ​ໃນ​ວາລະ​ປະຊຸມ​ຂອງ UNESCO ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່ ບາງກອກ, ປະ​ເທດ​ໄທ, ຊຸດ​ແມ່ພິມ​ດ້ວຍ​ໄມ້​ຢູ່​ວັດ​ວິ້ງ​ງຽມ, ​ແຂວງ​ບັກ​ຢາງຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ເອກະສານ, ພາກ​ພື້ນ​ອາຊີ - ປາຊິ​ຝິກ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ມໍລະດົກ​ທີ 3 ຂອງ​ຫວຽດນາມ, ຖັດຈາກ​ແມ່ພິມ​ດ້ວຍ​ໄມ້​ໃນ​ສະ​ໄໝ​ລາຊະວົງ ຫງວຽນ ​ແລະ ສີ​ລາວັນ​ມ໋ຽວ - ກວົກຕືຢ໋າວ ທີ່​ໄດ້​ຮັບ​ການ​ເຊີດ​ຊູ. ນີ້​ແມ່ນ​​ແມ່ພິມ​ຄຳ​ພີ​ຂອງ​ພຸດທະ​ສາສະໜາຊຸດ​ໜຶ່ງ​ດຽວ​ ກ່ຽວ​ກັບ​ນິກາຍ​ຈຸກ​ເລິ​ມ - ​ເຊິ່ງ​ແມ່ນ​ນິກາຍ​ທີ່​ພົ້ນເດັ່ນກວ່າ​ໝູ່ຂອງ​ພຸດທະ​ສາສະໜາ​ຫວຽດນາມ.

ແມ່ພິມດ້ວຍໄມ້ຂອງພຸດທະສາສະໜາຢູ່ວັດວິ້ງງຽມ - ảnh 1

ສາງແມ່ພິມຄຳພີອັນລ້ຳຄ່າຢູ່ວັດວິ້ງງຽມ

(ພາບ: http://dantri.com.vn)

        ຕາມ​ເອກະສານ​ບູຮານ​ແລ້ວ, ວັດ​ວິ້ງ​ງຽມ​ ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ຫຼີ, ​ໃນ​ສະຕະວັດ​ທີ 11, ຮອດ​ສະ​ໄໝ​ລາດ​ຊະ​ວົງ ​ເຈິ່ນ (​ໃນ​ສະຕະວັດ​ທີ 13) ບັນພະບຸລຸດ​ຂອງ​ນິກາຍ​ຈຸກ​ເລິ​ມ 3 ອົງ​ຄື (​ເຈິ່ນ​ເຍິນ​ຕົງ, ຟາ​ບລວາ, ຮ່ວຽນ​ກວາງ) ​ໄດ້​ອະນຸຍາດ​ໃຫ້​ເປີດ​ກວ້າງ​ວັດ​ອອກ​ ເພື່ອ​ເປັນ​ບ່ອນ​ບຳລຸງ​ສ້າງ​ສົງ​ ຜູ້ມີ​ຄວາມ​ສາມາດ. ພະ​ອາຈານ ທິກ​ແທງ​ຕິ້ງ, ​ຮອງເຈົ້າ​ອາວາດ​ວັດວີ້ງງຽມ ​ໃຫ້​ຮູ້​ວ່າ, ວັດ​ຖຸບູຮານ​ຂອງ​ວັດ​ວີ້ງງຽມ ​​ເຊິ່ງໄດ້​ຮັບ​ການ​ອະນຸລັກ​ຮັກສາ​ໄວ້​ນັ້ນ ​ແມ່ນ​ອຸດົມສົມບູນ​ທີ່​ສຸດ, ດ້ວຍ​ພະພຸດທະ​ຮູບ​ນັບ 100 ອົງ, ລະບົບ​ສີ​ລາລວມ 7 ​ແຜ່ນ, ພິ​ເສດ​ແມ່ນ​ແມ່ພິມ​ຄຳ​ພີ​ບູຮານ ​ໃຫຍ່ທີ່​ສຸດ​ຢູ່​ຫວຽດນາມ.

        ”ດ້ວຍ​ບົດບາດ​ແມ່ນ​ສູນ​ບຳລຸງ​ສ້າງ​ສົງ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈິ່ນ, ດັ່ງ​ນັ້ນ​ເລື່ອງ​ພິມ​ຄຳ​ພີ, ຄວັດ​ແມ່ພິມ​ຈຶ່ງໄດ້​ຮັບ​ການ​ຜັນ​ຂະຫຍາຍມາ​ແຕ່ກ່ອນ​ຢູ່​ວັດ​ວິ້ງ​ງຽມ, ນັ້ນ​ແມ່ນ​ໃນ​ຕົ້ນ​ສະຕະວັດ​ທີ 15. ປະຈຸ​ບັນ​, ວັດ​ວິ້ງ​ງຽມ ຍັງ​ຄົງ​ຮັກສາ​ແມ່ພິມ​ໄດ້​ກວ່າ 3000 ​ແຜ່ນ. ຄຸນ​ຄ່າຂອງ​ແມ່ພິມ​ແມ່ນ​​ສະ​ແດງ​ອອກ​ຜ່ານ​ເນື້ອ​ໃນຂອງແມ່ພິມ, ສ່ວນ​ສິລະ​ປະພິມ​ຄຳ​ພີ ​ແລະ​ ຄວັດ​ແມ່ພິມ​ຂອງ​ສະ​ໄໝ​ລາດ​ຊະ​ວົງ​ເຈິ່ນ, ສະ​ໄໝ​ທ້າຍ​ຂອງ​ລາດ​ຊະ​ວົງ ​ເລ ​ແລະ ສະ​ໄໝ​ລາດ​ຊະ​ວົງ​ຫງຽນ ​ແມ່ນ​ລະອຽດ​ລະ​ອໍ​ທີ່​ສຸດ”

        ​ແມ່ພິມ​ດ້ວຍ​ໄມ້ 3000 ​ແຜ່ນ ​​​ມີ​ເນື້ອ​ໃນ​​​ເວົ້າ​ເຖິງ​ແນວ​ຄິດ​ຂອງ​ພຸດທະ​ສາສະໜາ​ມະຫາຍານ​ຈາກ​ບັນພະບຸລຸດ​ນິກາຍ​ຈຸກ​ເລິ​ມ 3 ອົງ​ຄື (​ເຈິ່ນ​ເຍິນ​ຕົງ, ຟາ​ບລວາ, ຮ່ວຽນ​ກວາງ). ຕາມ​ບັນດາ​ນັກວິທະຍາສາດ​ແລ້ວ, ນີ້​ແມ່ນ​ສາງ​ແມ່ພິມ​ຄຳ​ພີ​ແຫ່ງ​ໜຶ່ງ​ດຽວຂອງ​ນິກາຍ​ຈຸກ​ເລິ​ມ, ​ເຊິ່ງ​ແມ່ນ​ນິກາຍ​ທີ່​ພົ້ນ​ເດັ່ນ​ຂອງ​ພຸດທະ​ສາສະໜາ​ຫວຽດນາມ, ທີ່​ຍັງ​ຄົງຮັກສາ​ໄວ້​ຈົນ​ຮອດ​ປະຈຸ​ບັນ. ການ​ກຳ​ເນີ​ດຂອງ​ນິກາຍ​ຈຸກ​ເລິ​ມ​ໃນ​ສະຕະວັດ​ທີ 13 ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ສຳ​ຫຼັບ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ພາກ​ພື້ນ ​ແລະ ​ສາກົນ​ອີກ​ດ້ວຍ. ສິ່ງ​ທີ່​​ໄດ້​ຮັບ​ການ​ເຊີດ​ຊູ​ນັ້ນ​ແມ່ນ ຈິດ​ໃຈ​ກຸ້ມ​ຕົນ​ເອງ, ຖື​ພະ​ພູດ​ແມ່ນ​ຕົວ​ເອງ, ​ເຊື່ອ​ໝັ້ນ​ຕົນ​ເອງ, ບໍ່​ອິງ​ໃສ່​ກຳລັງ​ດ້ານ​ຈິດ​ວີນຍານ, ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ຊີວິດ… ​ແນ​ວ ຄິດຂອງ​ນິກາຍ​ຈຸກ​ເລິ​ມ​ໄດ້​ເປັນ​ຂີດ​ໝາຍ​ແຫ່ງຂະ​ບວນວິວັດ​ຫັນ​ພຸດທະ​ສາສະໜາ​ຂອງອີນ​ເດຍ ​ແລະ ຈີນ ມາ​ເປັນ​ພຸດທະ​ສາສະໜາ​ຫວຽດນາມ. ທ່ານ ​ເຈິ່ນວັນ​ລ້າງ, ຜູ້ອຳນວຍການ​ຫໍພິພິດທະພັນ​ແຂວງ​ບັກ​ຢາງ, ​ໃຫ້​ຮູ້​ວ່າ, ​ເນື້ອ​ໃນ​ຂອງ​ນິກາຍ​ຈຸກ​ເລິ​ມ​ ແມ່ນ​ນອນ​ໃນ​ຊຸດ “ອຽນ​ຕື​ເຍິດຈິ່ງ” ທີ່​ມີ​ມາ​ແຕ່​ທ້າຍ​ສະຕະວັດ​ທີ 16.

        ”ພວກ​ຂ້າພະ​ເຈົ້າ​ໄດ້​ລົງ​ຮາກ​ຖານ​ຈຳນວນ​ໜຶ່ງ​ທີ່​ຍັງ​ຄົງ​ຮັກສາ​ຊຸດ​ແມ່ພິມ​ດ້ວຍ​ໄມ້​ຄື​ວັດ​ໂບດ່າ, ​ເວິນ​ຮ່າ​ແລ້ວ, ​ແຕ່​ບໍ່​ມີ​ຊຸດ​​ປື້​ມ​ນີ້, ພຽງ​ແຕ່​ມີ​ຄຳ​ພີ​ເທົ່າ​ນັ້ນ. ກ່ຽວ​ກັບ​​ຄວາມ​ໝາຍ​ຂອງ​ມັນ, ​ເມື່ອ​ນິກາຍ​ຈຸກ​ເລິ​ມ​ ໄດ້​ຮັບ​ການ​ກຳ​ເນີ​ດ ​ແມ່ນ​ຕ້ອງ​ມີ​ພະ​ທຳ​ຕາມ​ແນວ​ຄິດ​ຂອງ​ນິກາຍ​ຈຸກ​ເລິ​ມ. ​ເພື່ອຢັ້ງຢືນ​ນິກາຍ​ຂອງ​ຕົນ​ແມ່ນ​ຕ້ອງ​ມີ​ປື້​ມ​ເພື່ອ​ເຜີ​ຍ​ແຜ່​ໃນ​ໝູ່​ມະຫາຊົນ.”

        ບັນດາ​ແມ່ພິມ​ສ່ວນ​ຫຼາຍ​ແມ່ນທີ່​ເຮັດ​ດ້ວຍ​ໄມ້​ຈັນທີ່ປູກ​ໃນ​ສວນ​ຂອງ​ວັດ. ​ໄມ້​ຈັນ​ເໝາະ​ສົມ​​ໃຫ້​ແກ່​ການ​ຄວັດ. ບັນດາ​ແມ່ພິມ​ຖືກ​ຄວັດ​ເປັນ​ພາສາ​ຈີນ​ຫຼື​ພາສາ​ນົມ (ພາສາຫວຽດບູຮານ). ມີ​ແມ່ພິມ​ຫຼາຍ​ແຜ່ນ​ຍັງຄວັດ​ຮູບ​ພາບ​ປະກອບ​ຕື່ມອີກ, ສິລະ​ປະການ​ຄວັດ​ຢ່າງລະອຽດລະ​ອໍ. ​ເມື່ອ​ເຫັນ​ປະຈັກ​ຕາ​ບັນດາ​ແມ່ພິມ​ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີ, ຈຶ່ງ​ນັບຖື​ຄວາມ​ເກັ່ງ​ກ້າ​ສາມາດ, ຄວາມອົດທົນ ​ແລະ ຈິດ​ໃຈ​ຂອງ​ນາຍ​ຊ່າງ. ທ່ານ ຫງວຽນ​ວັນ​ຟອງ, ນັກ​ຄົ້ນ​ຄ້ວາ​ຈີນ-​ນົມ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ແຂວງ​ບັກ​ຢາງ, ​ໃຫ້​ຮູ້​ວ່າ:

        ”ຢູ່​ຫວຽດນາມ​ບ້ານ​ເຣັດອາຊີບ​ຄວັດ​ແມ່ພິມ​ບໍ່​ມີ​ຫຼາຍ. ບ້ານ​ຄວັດ​ແມ່ພິມມີ​ຊື່​ສຽງ​ທີ່​ສຸດ​ແມ່ນ​ຢູ່​ແຂວງ​ຫາຍ​ເຢືອງ. ນາຍ​ຊ່າງ​ເກັ່ງ​ແມ່ນ​ຜູ້​ທີ່​ມີ​ສີມື​ການ​ຊ່າງ ​ແລະ ມີ​ປັນຍາ. ​ໃນ​ເມື່ອ​ກ່ອນ, ​ເມື່ອ​ເຮັດ​ອາຊີບ​ນີ້​ແລ້ວ, ນາຍ​ຊ່າງ​ຕ້ອງ​ມີ​ຈິດ​ໃຈ ​ແລະ ​ຕ້ອງ​ມີ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງ. ນາຍ​ຊ່າງ​ຜູ້​ໃດ​ເຮັດ​ອາຊີບ​ນີ້​ກໍ່​ມີ​ຄວາມ​ຮັບຜິດຊອບ. ນາຍ​ຊ່າງ​ມີ​ຫຼາຍ​ຢູ່, ​ແຕ່​ປື້​ມຫົວ​ໃດ​ກໍ່​ບັນລຸ​ມາດຕະຖານ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂົາ​ເຈົ້າ​ແມ່ນ​ບັນດາ​ນາຍ​ຊ່າງ​ທີ່ມີ​ສີມື​ດີ ​ແລະ​ ເຮັດ​ວຽກ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​”

        ​​ຂະ​ບວນວິວັດ​ແຫ່ງ​ການ​ພິມ​ຄຳ​ພີ, ຄວັດ​ແມ່ພິມ​ດ້ວຍ​ໄມ້​ນັ້ນ ​ແມ່ນ​​ຖືກ​ດຳ​ເນີນ​ໃນ​ຕະຫຼອດ​ໄລຍະ​ເວລາ​ເກືອບ 100 ປີ. ​ເຖິງ​ວ່າ​ບາງ​ຄັ້ງ​ບາງ​ຄາວ​ມັນ​ກໍ່​ຖືກ​ຢຸດ​ໄວ້, ​ແຕ່​ມັນ​ໄດ້​ຮັບ​ການ​ສືບ​ທອດ​ຜ່ານ​ເຈົ້າ​ອາວາດ​ວັດ​ເຖິງ 59 ລຸ້ນ​ແລ້ວ. ​ເພື່ອ​ຄວັດ​ແມ່ພິມ​ໃຫ້​ໄດ້​ແຜ່ນ​ໜຶ່ງ, ຊ່າງ​ທີ່​ມີ​ສີມື​ດີ 1 ຄົນ ຄ້ອງ​ເສຍ​ເວລາ​ເຖິງ 2 ​ເດືອນ​ຈຶ່ງ​ຄວັດ​ສຳ​ເລັດ. ​ເມື່ອຄວັດ​ແມ່ພິມ​ໃຫ້​ໄດ້​ຊຸດ​ໜຶ່ງ ດ້ວຍ 200 ​ແຜ່ນ, ຕ້ອງ​ເສຍ​ເວລາ​ກວ່າ 70 ປີ. ຍ້ອນ​ເຫດ​ນັ້ນ, ​ມີ​ບາງ​ຄົນ​ເຮັດ​ອາຊີບຄວັດ​ແມ່ພິມຕະຫຼອດ​ຊີວິດ, ນັບ​ແຕ່​ນ້ອຍຈົນ​ຮອດເວລາ​ເສຍ​ຊີວິດ, ​ແຕ່​ຍັງ​ບໍ່​ທັນ​ຄວັດ​​ໃຫ້​ສຳ​ເລັດ​​ຊຸດໜຶ່ງ. ມີ​ບາງ​ຊຸດ​ຕ້ອງ​ຜ່ານ 3 ລຸ້ນຄົນ​ແຕ່​ກໍ່​ບໍ່​ທັນ​ສຳ​ເລັດ​ເທື່ອ. ​ແມ່ພິມ​ຄຳ​ພີ​​ແຕ່ລະ​ແຜ່ນແມ່ນ​ຜະລິດ​ຕະພັນ​ດ້ານ​ສິລະ​ປະຄວັດ​ສະຫຼັກ​ຢ່າງ​ລະອຽດ​ລະ​ອໍ, ​ທີ່ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ນາຍ​ຊ່າງ​ຫວຽດນາມ​ໃນ​ເມື່ອ​ກ່ອນ ທັງ​ແມ່ນ​ແຫຼ່ງ​ເອກະສານ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສິລະ​ປະ​ຄວັດ​ໄມ້​ຂອງ​ຫວຽດນາມ​ ໃນ​ສະ​ໄໝ​ລາດ​ຊະ​ວົງ​ເລ - ຫງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ