ໂຍນໝາກຄອນ, ການລະຫລິ້ນພື້ນເມືອງຂອງຊາວເຜົ່າຜູ້ໄທ



(vovworld)- ສຳ​ລັບ​ຊາວ​ເຜົ່າ​ຜູ້​ໄທ​ແລ້ວ, ໂຍນ​ໝາ​ກ​ຄອນແມ່ນ ການ​ລະ​ຫລິ້ນ​​ພື້ນ​ເມືອງ​ທີ່​ມີ​ຄວາມໝາຍ​ພິ​ເສດ, ແມ່ນ​ຮູບ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ມີ​ລັກ​ສະ​ນະ​ວົງ​ຄະ​ນາ​ຍາດ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄູ່​ບ່າວ​ສາ​ວ​ຊອກ​ຮູ້​ເຊິ່ງ​ກັນ ແລະ ກັນ, ສະ​ແດງ​ຄວາມ​ຮັກ​ຕໍ່​ກັນ ແລະ ​ກາຍເປັນ​​ຄູ່ຜົວ​ເມຍ. ບົດ​ຂຽນ ຂອງ​ນັກ​ຂ່າວ ທູຍ​ງວານທີ່​ມີ​ຫົວ​ຂໍ້​ວ່າ “ໂຍນ​ໝາກ​ຄອນ, ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທ”.

 

ໂຍນໝາກຄອນ, ການລະຫລິ້ນພື້ນເມືອງຂອງຊາວເຜົ່າຜູ້ໄທ - ảnh 1
ສຳ​ລັບ​ຊາວ​ເຜົ່າ​ຜູ້​ໄທ​ແລ້ວ, ໂຍນ​ໝາ​ກ​ຄອນແມ່ນ ການ​ລະ​ຫລິ້ນ​​ພື້ນ​ເມືອງ​
ທີ່​ມີ​ຄວາມໝາຍ​ພິ​ເສດ

ພາບ:baoxaydung.com.vn

ຕາມ​ການ​ເລົ່າ​ຂານກັ​ນ​ມາ​ວ່າ ແຕ່ກີ້​ແຕ່​ກ່ອນ ​ເມື່ອໄປ​ເຮັດ​ໄຮ່​​ໄຖນາ ຜູ້​​ບ່າວ​ຜູ້ສາວ​ຊາວ​ເຜົ່າ​ຜູ້​ໄທເຄີຍ​ໂຍນ​ມັດກ້າ​ໃຫ້​ກັນ, ຈາກນັ້ນ​ຈຶ່ງ​ປະ​ກົດ​ມ​ີ​ປະ​ເພ​ນີ​ໂຍນ​ໝາກ​ຄອນ. ​ຕາມພາ​ສາ​ຊົນ​ເຜົ່າ​ຜູ້​ໄທ ໝາກ​ຄອນ ຍັງ​ເອີ້ນ​ວ່າ “ກອນກວງ” ມີ​ຄວາມ​ໝາຍ​ວ່າ​ຄວາມ​ເຊື່ອ​ໝັ້ນ, ນຳ​ມາ​ເຊິ່ງວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ຜາ​ສຸກ. ໃນ​ງານ​ບຸນ​ຕ່າງໆ ເປັນ​ຕົ້ນ​ແມ່ນ​ບັນ​ດາ​ງານ​ບຸນ​ໃຫຍ່ ຄື: ງານ​ບຸນ​ລົງ​​ນາ, ງານ​ບຸນ​ເຊັນ ຫລື ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ການ​ລະ​ຫລິ້ນ​ໂຍນ​ໝາກ​ຄອນ ແມ່ນ​ຮູບ​ການດ​ຳ​ເນີນ​ຊີ​ວິດ​ທີ່​ຂາດບໍ່​ໄດ້​ໃນ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຜູ້​ໄທ. ແມ່​ຕູ້ ຕອງ​ທິ​ເທີນ ຢູ່ ຕາ​ແສງ ເມື່ອງ​ກາງ ເມືອງ ທານອ​ວຽນ ແຂວງ ລາຍ​ເຈົາ ໃຫ້​ຮູ້​ວ່າ:

“ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ເມື່ອ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ລະ​ດູ​ບານ​ໃຫມ່​ວຽນ​ມາ ພວກ​ຂ້າ​ພະ​ເຈົ້າ ເຄີຍເຮັດ​ໝາກ​ຄອນ​ເພື່ອ​ຮັບ​ໃຊ້​ການ​ລະ​ຫລິ້ນ​ໃນ​ບຸນ​ເຕັດ. ນີ້​ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ຕິດ​ພັນ​ກັບ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ຜູ້​ໄທ ຊື່ງ​ແມ່ນ​ຊົນ​ເຜົ່າ​ຫນຶ່ງ​ທີ່​ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ພື້ນ​ຖານ​ກະ​ສິ​ກຳ​ເຮັດ​ນາ​ທາມ”

ໝາກ​ຄອນ​ໃຫຍ່​​ເທົ່າ​ກັບ​ໝາ​ກ​ກ້ຽງ​ຫນ່ວຍໃຫຍ່, ແລະ ຖືກ​ຫຍິບ​ເປັນ​ຫລາຍ​ຕອນ​ຕິດ​ຕໍ່​ກັນ ດ້ວຍ​ລວດ​ລາຍຫລາກ​​ຫລາຍ​ສີ​​ທີ່​ງາມ​ຕາ ມັນມີ​ຄວາມ​ໝາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ຈັກ​ກະ​ວານ. ຢູ່​ທາງໃນ​ຂອງ​ໝາກ​ຄອນ ແມ່ນ​ຍັດ​ບັນ​ດາ​ເມັດ​ເຂົ້າ, ເມັດ​ຝ້າຍ, ໝາກ​ຖົ່ວ​ຂາວ, ເມັດ​ງາ…. ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​​ຂອງ​ຊີ​ວິດ​ທີ່ຍືນ​ຍົງ​ຄົງ​ຕົວ, ການ​ກຳ​ເນີດ​ເຕີບ​ໃຫຍ່ ແລະ ຄວາມ​ປາດ​ຖະ​ຫນາ​ຢາກ​ຮັກ​ສາ​ບັນ​ດາ​ສິ່ງ​ທີ່​ດີ​ງາມ​ໃຫ້​ຄົນ​ລຸ່ນ​ຫລັງ. ​ໝາກ​ຄອນ​ຍັງ​ໄດ້​​ຕິດ​​ກັບເຊືອກ​ເສັ້ນ​ຫນຶ່ງເຮັດ​ດ້ວຍ​ແພ​ມີ​ຄວາມ​ຍາວ​ປະ​ມານ 50 cm. ເພື່ອ​​ຫຍິບ​ໄດ້ໝາກ​ຄອນ​ງາມ​ນັ້ນ, ພວກ​ເອື້ອຍ​ນ້ອງ​ແມ່​ຍິງ​ເຄີຍ​ເລືອກ​ເຟັ້ນ​ແຜ່ນ​ແພ​ທີ່​​​ງາມ ແລະ ປະ​ສົມ​ຫລາຍ​ສີ​ເຂົ້າ​ກັນ. ສ່ວນ​ຂອດ​​ຫຍິບ​ໝາກ​ຄອນ ບໍ່​ພຽງ​ແຕ່​ຮັບ​ປະ​ກັນ​ຄວາມ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວິນ​ຍານ​ອີກ​ດ້ວຍ. ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ຜູ້​ໄທ​ແລ້ວ, ໝາກ​ຄອນ ຍິ່ງ​ມີ​ຫລາຍ​ສີ​ຍິ່ງ​ມີ​ໂຊກ​ມີ​ໄຊ ແລະ ຄວ​າມ​ຜາ​ສຸກ, ວັດ​ທະ​ນາ​ຖາ​ວອນກວ່າ.

ທຳ​ມະ​ດາ ຊາວ​ເຜົ່າ​ຜູ້​ໄທ ເຄີຍ​ພາ​ກັນ​ໂຍນ​ໝາກ​ຄອນ​ຢູ່​ເດີນ​ບ້ານ, ເຂດ​ດິນ​ນາ​ທີ່ກວ້າງ​ໃຫຍ່​ພາຍ​ຫລັງ​ເກັບ​ກ່ຽວ​ສຳ​ເລັດ​ແລ້ວ ຫລື ເຂດ​ດິນ​ເປົ່າ​ຫວ່າງ​​ສາ​ມາດເຕົ້າ​ໂຮມ​ໄດ້​ຫລາຍ​ຄົນ. ແມ່​ຕູ​້ ຄ​ວາງ​ທິຢ​ວຽນ ຢູ່ ນະ​ຄອນ ລາຍ​ເຈົາ ໃຫ້​ຮູ້​ວ່າ:

        “ການ​ລະຫລິ້ນ​ໂຍນ​ໝາກ​ຄອນ​ມີ 2 ວິ​ທີ. ທີ​ຫນຶ່ງ ຜູ້​ໃດ​​ສາ​ມາດໂຍນ​​​ໝາກ​ຄອ​ນ​ໃຫ້ລອດວົງ​ມົນ​​ຖືກ​ແຂວນ​ເທິງ​ເສົາ ຜູ້ນັ້ນ​ແມ່ນ​ຊະ​ນະ, ແມ່ນ​ຜູ້​ເກັ່ງ​ກ້າ ແລະ ມ​ີ​ໂຊກ​ມີ​ໄຊ​ຕະ​ຫລອດ​ປີ. ວິ​ທີ​ທີ​ສອງ ແບ່ງ​ເປັນ​ສອງ​ກຸ່ມ ຍິງ ແລະ​ຊາຍ ຫລື ທັງ​ຍິງ​ທັງ​ຊາຍ ແມ່ນ​ອີງ​ໃສ່​ແຕ່​ລະ​ງານ​ບຸນ. ຖ້າ​ຜູ້​ໃດ​ຈັບ​ໝາກ​ຄອນບໍ່​ໄດ້ ຕ້ອງ​ມີ​ວັດ​ຖຸ​​ເຄື່ອງ​ຂອງ​ໃດ​ຫນຶ່ງ​ເພື່ອມອບ​ໃຫ້​ຜູ້​ຊະ​ນະ, ຊາວ​ຫນຸ່ມ​ຜູ້​ບ່າວ​ຜູ​້​ສາວ ເຄີຍມອບ​ໃຫ້​ກັນ​ຜ້າ​ພັນ​ຄໍ, ໝວກ, ເສື້ອ, ປອກ​ແຂນ.”

ໂຍນໝາກຄອນ, ການລະຫລິ້ນພື້ນເມືອງຂອງຊາວເຜົ່າຜູ້ໄທ - ảnh 2
ການ​ລະ​ຫລິ້ນ​ໂຍນ​ໝາກ​ຄອນ​ຂອງ​ຊາວ​ເຜົ່າ​ຜູ້​ໄທ
ພາບ:vietnamtouris

                ດ້ວຍ​ສຽງ​ໂຮ່​ຮ້ອງ​ຕົບ​ມື​ຊົມ​ເຊີຍ ແລະ  ລະ​ດົມ​ກຳ​ລັງ​ໃຈຂອງ​ຜູ້​ຊົມ, ບັນ​ດາ​ອ້າຍ​ບ່າວ, ນາງ​ສາວ ໃນ​ຊຸດ​ອາ​ພອນ​​ປະ​ຈຳ​ເຜົ່າ ມື​ຈັບ​ເຊືອກໝາກ​ຄອນ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ ໂຍນ​​ໝາກ​ຄອນຂຶ້ນ ​ໄດ້​ສ້າງບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນທີ່​ສຸດ. ໃນ​ໂອ​ກາດນີ້ ບັນ​ດາ​ຄູ​ບ່າວ​ສາວ​ສະ​ແດງ​ຄວາມ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ເຊິ່ງ​ກັນ ແລະ ກັນ ​ຜ່ານ​ໝາກ​ຄອນ. ເມື່​ອ​ອ້າຍ​ບ່າວ​ມີ​ຄວາມ​ຮັກ​ຕໍ່​ນາງ​ສາວ​ຜູ້​ໃດ ເຂົາ​ເຈົ້າ​ເຄີ​ຍ​ໂຍນ​ໝາກ​ຄອນ​ໃຫ້​ກັນ. ຫລັງ​ຈາກນັ້ນ ມອບ​ເຄື່ອງ​ທີ່​​ລະ​ນຶກ​ໃຫ້​ກັນ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໃຈ. ຈາກ​ງານ​ບຸນ​ໂຍນ​ໝາກ​ຄອນ​ໃນ​ຊຸມມື້​ລະ​ດູ​ບານ​ໃຫມ່ນັ້ນ, ມີ​ບ່າວ​ສາວ​ຫລາຍ​ຄູ່​ໄດ້​​ກາຍ​ເປັນ​ບັນ​ດາ​ຄູ່ຜົວ​ເມຍທີ່​ມີ​ຄວາມຜາ​ສຸກ.

        ການ​ລະ​ຫລິ້ນ​ໂຍນ​ໝາກ​ຄອນ ທັງ​ມີ​ລັກ​ສະ​ນະ​ວັດ​ທະ​ນະ​​ມຳ ທັງ​ແມ່ນ​ການ​ແອບ​ກິ​ລາ, ເຮັດ​ໃຫ້​ຜູ້​ຫລິ້ນ​ໝາກ​ຄອນ​ມີ​ຄວາມ​ຄ່ອງ​ແຄ້ວກວ່າ. ຜູ້​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ໂຍນ​ໝາ​ກ​ຄອນ ທັງ​ມີ​ໂອ​ກາດ​ໄດ້​ພົບ​ປະ​ແລກ​ປ່ຽນ, ໂອ້​ລົມ​​ໝູ່​ເພື່ອນນຳ​ກັນ ທັງ​ສະ​ຫນິດ​ຕິດ​ພັນ​, ສາມ​ັກ​ຄີ​ກັບ​ວົງ​ຄະ​ນາ​ຍາດ. ຖ້າ​ນັກ​ທ່ອງ​ທ່ຽວ​ທ່ານ​ໃດ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ເຂດ ໄຕ​ບັກ(ໝາຍ​ເຖິງ​ເຂດ​ຕາ​ເວັນ​ຕົກ​ສຽງ​ເຫນືອ​) ຢ່າ​ລືມ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ໂຍນ​ໝາກ​ຄອນ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້​ໄທ, ທ່ານຈະ​ຮູ້​ສຶກ​ໄດ້​ວ່າ ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທ​ນີ້ ແມ່ນ​ດູດ​ດ່​ືມ​ທີ່​ສຸດ, ມີ​ສ​ີ​ສັນ​ດ້ານ​ຈິດ​ວິນ​ຍານ ແລະ ກໍແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ໄຕ​ບັກ.


ຕອບກັບ

ຂ່າວ/ບົດ​ອື່ນ