ການສົມລົດຂອງຊາວເຜົ່າມົ້ງຢູ່ດ້ຽນບຽນ


(vovworld) - ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ, ຊາວ​ເຜົ່າ​ມົ້ງຢູ່​ດ້ຽນບຽນ ຍາມ​ໃດ​ກໍ່​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າຕົນ​ໄວ້, ​ໃນ​ນັ້ນ​ມີ​ພິທີ​ແຕ່ງດອງ, ລະດູບານ​ໃໝ່​ແມ່ນ​ລະດູ​ທີ່​ບັນດາ​ຄູ່​ບ່າວ​ສາວ​ຊາວ​ເຜົ່າ​ມົ້ງ​​ເຄີຍ​ຈັດ​ພິທີ​​ແຕ່ງດອງ. ​

ການສົມລົດຂອງຊາວເຜົ່າມົ້ງຢູ່ດ້ຽນບຽນ - ảnh 1

ພິທີແຕ່ງດອງຂອງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ຫວ່າງ​ອາ​ມົວ ​ແລະ ຖ່າວ​ທິ​ວານ, ​ແມ່ນຊາວ​ເຜົ່າ​ມົ້ງຂາວ, ​ເຊິ່ງ​ແມ່ນ​ແຊງໜຶ່ງ​ຊົນ​ເຜົ່າ​ມົ້ງ ຢູ່​ຕາ​ແສງ​​ແທງ​ມິ​ງ, ​ເມືອງ​ດ້ຽນບຽນ. ຫວ່າງ​ອາ​ມົວ ປີ​ນີ້​ມີ​ອາຍຸ 26 ປີ ​ແລະ ຖ່າວ​ທິວານ​ມີ​ອາຍຸ 20 ປີ. ​ໃນ​ຊຸມ​ວັນ​ທ້າຍ​ສັບປະດາ, ຜົວ​ເມຍ​ທ້າວມົວ​​ເຄີຍຊ້ອນ​ກັນ​​ໄປ​ຕະຫຼາດດ້ວຍ​ລົດຈັກ ຄື​ໄລຍະ​​ເວລາ​ຍັງ​ຮັກ​ກັນ ​ເພື່ອ​ຊື້​ເຄື່ອງ​ໃຊ້​ສອຍ​ຈຳນວນ​ໜຶ່ງ​ໃຫ້​ຄອບຄົວ. ຄວາມ​ຮັກ​ຂອງ​ທ້າວມົວ ກັບ​ນາງ​ວານ ​ແມ່ນ​ຕ່າງ​ກັບ​ລຸ້ນກ່ອນຫຼາຍ​. ພາຍຫຼັງ​ຮັກ​ກັນ​ເປັນ​ເວລາ 3 ປີ, ​ເຂົາ​ເຈົ້າຈຶ່ງ​ຈັດ​ພິທີ​ແຕ່ງດອງ. ທ້າວ​ຫວ່າງ​ອາ​ມົວ ​ຫວນ​ຄືນເວລາທີ່​​ສອງ​ຄົນ​ຍັງ​ຮັກ​ກັນ​ວ່າ:

        “ຂ້າພະ​ເຈົ້າພົບ​​ນາງ​ວານ​ຢູ່​​ແຂວງລາຍ​ເຈົາ, ​ແລະ​ຖາມ​ເລີຍ​ວ່າ​ນ້ອງ​ຮັກ​ອ້າຍ​ບໍ, ຖ້າ​ບໍ່​ຮັກ​ກໍ່​ບໍ່​ເປັນ​ຫຍັງ. ນາງວານ ມີ​ແຕ່​ຫົວ​ລ້າໆ​ບໍ່​ເວົ້າຫຍັງ​ເລີຍ, ​ແຕ່​ຂ້າພະ​ເຈົ້າ​ພັດຮູ້ສຶກ​​ໄດ້ວ່າລາວ​ກໍ່​​ມີ​ຄວາມຮັກ​ຕໍ່​ຂ້າພະ​ເຈົ້າ. ​ຫຼັງ​ຈາກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ພົບ​ກັນ​ເປັນ​ປະຈຳ ​ແລະ ​ໂອ້​ລົມ​ນຳ​ກັນກ່ຽວກັບປະ​ເພນີ​ຂອງ​ຊາວ​ເຜົ່າ​ມົ້ງ, ຊີວິດ​ຂອງ​ຄອບຄົວ...

        ​ເມື່ອ​ຍິນ​ຜົວ​ເລົ່າຄືນ​ຄື​ແນວນັ້ນ, ນາງ​ວາ​ນ ກໍ່ຫົວ​ຍີ້ມ​ແລ້ວ​ເວົ້າ​ວ່າ:

        ”​ເມື່ອ​ຫາ​ກໍ່​ພົບ​ກັນ​ຂ້າພະ​ເຈົ້າກໍ່​ຮູ້ສຶກຮັກ​ລາວແລ້ວ, ​ອ້າຍ​ມົວ​​ໄດ້ຖາມ​ວ່າ,  ນ້ອງ​ຮັກ​ອ້າຍ​ບໍ? ນິດ​ໄສ​ຂອງຊາວ​ເຜົ່າ​ມົ້ງ​ແມ່ນ​ສັດຊື່​ຄື​ແນວ​ນັ້ນ. ​ສ່ວນນ້ອງມີ​ແຕ່​ຫົວລ້າໆ​ເທົ່າ​ນັ້ນ​ .

        ​ເມື່ອ​ຖືກຖາມ​ກ່ຽວ​ກັບປະ​ເພນີ​ຈັບຜູ້ສາວມາ​ເປັນ​ເມຍຂອງ​ຊາວ​ເຜົ່າ​ມົ້ງ, ຫວ່າງ​ອາ​ມົວ ​ເວົ້າ​ວ່າ, ນັ້ນ​ແມ່ນ​ປະ​ເພນີ​ໃນ​ເມື່ອ​ກ່ອນ, ​ເຂົາ​ເຈົ້າ​ບໍ່​ເຮັດ​ຄື​ແນວ​ນັ້ນ​ອີກ. ສ່ວນ​ທ່ານ ຫວ່າ​ງອາ​ສຸ່ງ, ຊາວ​ເຜົ່າ​ມົ້ງຢູ່​ຕາ​ແສງ​ແທງ​ມິ​ງ, ​ໃຫ້​ຮູ້​ວ່າ:

        ”ປະຈຸ​ບັນ, ພິທີ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ມົ້ງ​ໄດ້​ມີ​ການ​ປ່ຽນ​ແປງ​​​ຫຼາຍແລ້ວ, ບ່າວ​ສາວ​ຮັກ​ກັນ​ຈຶ່ງ​​​ແຕ່ງດອງ​ເປັນ​ຜົວ​ເມຍ. ກ່ອນ​ນີ້​ປະ​ເພນີ​ຂອງ​ຊາວເຜົ່າ​ມົ້ງ​ແມ່ນ​ຈັບຕົວ​ຜູ້​ສາວ​ມາ​ເປັນ​ເມຍ”.

ການສົມລົດຂອງຊາວເຜົ່າມົ້ງຢູ່ດ້ຽນບຽນ - ảnh 2

ພິທີແຕ່ງດອງຂອງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ທ່ານ​ ສຸ່ງ ​ໃຫ້​ຮູ້​ວ່າ, ກ່ອນ​ນີ້ຜູ້​ຊາຍ ​ແລະ ຜູ້ຍິງ​ຊົນ​ເຜົ່າ​ມົ້ງ​ເຄີຍ​ສ້າງ​ຄອບຄົວ​​ແຕ່​ເວລາຍັງ​ໜຸ່ມ​ໜ້ອຍ​ທີ່​ສຸດ, ​ແຕ່​ປະຈຸ​ບັນ​ເຂົາ​ເຈົ້າ​ໄດ້​ສົມລົດ​ຖືກຕາມ​ກົດໝາຍ. ຜູ້ຍິງ​ມີອາຍຸ​ແຕ່ 18 ປີ, ສ່ວນ​ຜູ້​ຊາຍ​ອາຍຸ​ແຕ່ 20 ປີ​ຂຶ້ນ​ໄປ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຮີດຄອງ, ປະ​ເພນີ​ໃນ​ພິທີ​​ແຕ່ງດອງຄື​: ພິທີຕ້ອນຮັບ​ເຈົ້າ​​ສາວມາ​​ຄອບຄົວ​​​ເຈົ້າ​ບ່າວ, ຫຼື​ເລືອກ​ວັນ​ແຕ່ງດອງຍັງຄົງ​ຮັກສາ​ຄື​ເກົ່າ. ທ່ານ ສຸ່ງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        ”ພວກ​​ເຮົາພຽງ​ແຕ່​ເລືອກ​ວັນ​ຄູ່​ຄື​ວັນ​ທີ 2, 4, 16.... ​ເພື່ອ​ຈັດ​ພິທີ​ແຕ່ງດອງ​ເທົ່າ​ນັ້ນ. ​ເພາະ​ວ່ານັ້ນ​ແມ່ນ​ມື້​ສັນ​ວັນ​ດີຂອງ​ຊົນ​ເຜົ່າ​ມົ້ງ, ດ້ວຍ​ຄວາມ​ຫວັງ ຢາກ​ໃຫ້​​ເຂົາ​ເຈົ້າ​ເປັນຄູ່​ຜົວ​ເມຍຕະຫຼອດ​ໄປ​”.

        ​ເລື່ອງ​ຕ້ອນຮັບ​ເຈົ້າ​ສາວຂອງ​ຊາວ​ເຜົ່າ​ມົ້ງກໍ່​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ກະຕັນຍູ, ຄວາມ​ເຄົາລົບ​ທີ່​ມີ​ຕໍ່​ບັນພະບຸລຸດ. ທ່ານ ສຸ່ງ ​ໃຫ້​ຮູ້​ວ່າ:

        ”ສຳລັບ​ຄອບຄົວ​ເຈົ້າ​ສາວ, ​ເມື່ອ​ລູກ​ໄປ​ເອົາ​ຜົວ​ແລ້ວ​ກໍ່​ຕ້ອງ​ລາຍ​ງານຕໍ່ບັນພະບຸລຸດ. ດັ່ງ​ນັ້ນ​ຈຶ່ງ​ຂ້າ​ໝູ, ​ເຮັດ​ພາ​ເຂົ້າບູຊາ​ບັນພະບຸລຸ​ດໃນ​ນັ້ນ​ມີ​ຊີ້​ນໝູ ຈານໜຶ່ງ, ​ເຂົ້າ​ສຸກປັ້ນໜຶ່ງ ​ແລະ ​ເຫຼົ້າ​ຈອກ​ໜຶ່ງ. ​ແລ້ວ​​ເຊີນ​ພໍ່​ແມ່​ປະຊາຊົນທັງ​ບ້ານ ກໍ່​ຄື​ເພື່ອນ​ມິດ​ໃນ​ຕາ​ແສງ​ມາ​ຮ່ວມ​ພິທີ”.

        ກ່ຽວ​ກັບ​ຊຸດ​ອາພອນ​ນຸ່ງ​ຖື​ໃນ​ງານ​ແຕ່ງດອງ​ຂອງຊາວ​ເຜົ່າ​ມົ້ງ, ທ້າວ ຫວ່າງ​ອາ​ມົວ, ​ໃຫ້​ຮູ້​ວ່າ:

        ”​ເມື່ອ​ເຈົ້າ​ບ່າວມາ​ຄອບຄົວ​ເຈົ້າ​ສາວ, ​ແມ່​ເຈົ້າ​ສາວ​ກໍ່​ກະກຽມ​ອາພອນຊຸດ​ໜຶ່ງ​ມອບໃຫ້​ລູກ​ສາວ ​ແລະ ຊຸດ​ໜຶ່ງ​ໃຫ້​ລູກ​ເຂີຍ​ນຸ່ງ. ​ເມື່ອ​ຕ້ອນຮັບລູກ​ໃພ້​ຄອບຄົວ​ເຈົ້າ​ບ່າວກໍ່​ກະກຽມ​ອາພອນ​ຊຸດ​ໜຶ່ງ​ໃຫ້​ລູກ​ໃພ້. ​ເສື້ອ​ໃຫ້​ລູກ​ເຂ​ີຍ​ແມ່ນ​ສີຂາວ, ສ່ວນ​ເສື້ອ​ໃຫ້​ລູກ​ໃພ້​ແມ່ນ​ສີດຳ,

ການສົມລົດຂອງຊາວເຜົ່າມົ້ງຢູ່ດ້ຽນບຽນ - ảnh 3

ພິທີແຕ່ງດອງຂອງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ຕາມ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ມົ້ງ, ​ບົນ​ເສັ້ນທາງສົ່ງ​ເຈົ້າ​ສາວ​ໄປຍັງ​ຄອບຄົວ​ເຈົ້າ​ບ່າວ, ຄອບຄົວ​ເຈົ້າ​ບ່າວ​​ກໍ່ຈັດ​ຄາບ​ເຂົ້າຕາມ​ທາງ​ເພື່ອ​ລາຍ​ງານຕໍ່ເທວະ​ດາຟ້າ​ແຖນ​ວ່າ ຄອບຄົວ​ເຈົ້າ​ບ່າວ​ໄດ້​ຮັບ​ເຈົ້າ​ສາວ​ແລ້ວ ​ແລະ ​ເຊີນ​ເທວະ​ດາ​ຟ້າ​ແຖນ​ເປັນ​ພະຍານ, ດົນ​ບັນດານ​ໃຫ້​ຄູ່​ຜົວ​ເມຍ​ມີ​ຄວາມ​ຜາ​ສຸກ, ທຳ​ມາ​ຫາ​ກິນສະດວກ​ສະບາຍ ​ແລະ ໂຊ​ກດີ. ​ເມື່ອ​ຂະ​ບວນ​ແຫ່​ໃພ້​ມາ​ຮອດ​ຄອບຄົວ​ເຈົ້າ​ບ່າວ​ແລ້ວ, ຄອບຄົວ​ກໍ່​ຈັດ​ພິທີ​ລາຍ​ງານ​ຕໍ່​ບັນພະບຸລຸດ​ວ່າ​ຄອບຄົວ​ໄດ້​ມີ​ສະມາ​ຊິກ​ໃໝ່​ຕື່ມ​ອີກ​ຜູ້​ໜຶ່ງ. ​ເພີ່​ອຮ່ວມ​ງານ​ບຸນພ້ອມ​ກັບ​ຄອບຄົວ, ຊາວບ້ານ​ທຸກ​ຄົນ​ໄດ້​ມາ​ອວຍພອນ​ໃຫ້​ຄູ່​ຜົວ​ເມຍ.

        ປະຈຸ​ບັນ, ພິທີ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ມົ້ງຖືກ​ຈັດ​ຂຶ້ນ​ຢ່າງ​ງ່າຍດາຍ ເມື່ອ​ທຽບ​ໃສ່​ກ່ອນ​ນີ້, ບັນດາ​ຄູ່​ຜົວ​ເມຍ​ໜຸ່ມ​ຄື​ທ້າວ​ມົວ ​ແລະ ນາງ​ວານ ລ້ອນ​ແຕ່​ມີ​ສະຕິ​ຮັກສາ​ສີສັນ​ຊົນ​ເຜົ່າ​ໄວ້, ​ແຕ່​ເຂົາ​ເຈົ້າ​ກໍ່​ຮັບ​ເອົາ​ບັນດາ​ຄູນ​ຄ່າ​ຂອງ​ຊີວິດ​ຍຸກ​ປະຈຸ​ບັນ ​ເພື່ອ​ໃຫ້​ຄອບຄົວ​ມີ​ຄວາມ​ໝັ້ນຄົງ, ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ອຶດ​ຫີ​ວ, ປະກອບສ່ວນ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ໃໝ່​ຢູ່​ໝູ່​ບ້ານ​ໃນ​ເຂດ​ພູດ​ອຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ