20ປີແຫ່ງການພົວພັນການທູດຫວຽດນາມ - ອາເມລິກາ: ຮັດແຄບຊ່ອງວ່າງເພື່ອຮ່ວມມືຢ່າງຍາວນານ

(vovworld) - ກ່ອນນີ້ 20 ປີ​ເຕັ້ມ (11/7/1995), ລັດ​ຖະ​ບານ ອາ​ເມ​ລິ​ກາ ໄດ້​ຖະ​ແຫຼງ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​, ຢຸດ​ຕິ​ນະ​ໂຍ​ບາຍ​ປິດ​ລ້ອມ​ຂວ້ຳ​ບາດ​ໃນ​ຕະຫຼອດ 2 ທົດ​ສະ​ວັດ​ສຳ​ລັບ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ພາຍຫຼັງ 20 ປີ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຊອກ​ຫາ​ໄດ້​​ທັດ​ສະ​ນະ​ລວມ​ໃນຫຼາຍ​ຂົງ​ເຂດ​ຮ່ວມ​ມື, ຊ້ຳ​ບໍ່​ໜຳ​​ນັບທັງ​ບັນ​ດາ​ບັນ​ຫາ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່​ນ​ຮົ້ວ​ກີດ​ຂວາງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ຍັງ​ມີຫຼາຍ​ບັນ​ຫາ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື, ສ້າງ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ແຕ່​ໃນ​ຈຸດ​ເວ​ລາ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ, 2 ປະ​ເທດ​ອາດ​​ສ​າ​ມາດເພິ່ງ​ພໍ​ໃຈ​​ຕໍ່​ບັນ​ຫາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້.

        ວັນ​ທີ 11/7/1995, ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Bill Clinton ຖະ​ແຫຼງ​​ສ້າງການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ປົກ​ກະ​ຕິ. ຄຳ​ຖະ​ແຫຼງ​ປະ​ຫວັດ​ສາດນັ້ນ​ໄດ​້​ເປີດ​ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​​ເຊິ່ງກ່ອນນີ້​ເຄີຍ​ເປັນ​​ອາ​ຄາດ​ບາດ​ໝາງ​ຂອງ​ກັນ.

        ຈາກ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທຳ​ອິດ…

20ປີແຫ່ງການພົວພັນການທູດຫວຽດນາມ - ອາເມລິກາ: ຮັດແຄບຊ່ອງວ່າງເພື່ອຮ່ວມມືຢ່າງຍາວນານ - ảnh 1
ພາບ​ປະ​ກອບ

        ກັບ​ເມືອ ຫວຽດ​ນາມ ໃນ​ຊຸມ​ວັນ​ຂອງ​ເດືອນ 7 ນ​ີ້​ໃນ​ຖາ​ນະ​ເປັນ​ແຂກ​ຖືກ​ເຊີນ​ພິ​ເສດ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເປັນ​ປົກ​ກ​ະ​ຕິ, ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Bill Clinton ໄດ​້​ຖື​ວ່າ: “ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ​ຄືໃນ​ປະ​ຈຸ​ບັນ​ແມ່ນ​ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່ຫຼວງ​ທີ່ບໍ່​ເຄີຍມ​ີ​ມາ​ຂອງ​ທັງ 2 ຝ່າຍ”. ທ່ານ​ແບ່ງ​ປັນ​ວ່າ: ໃນ​ຈຸດ​ເວ​ລາ​ກ່ອນນີ້ 20 ປີ, ເມື່ອ​ທ່ານ​ເຕື້ອງ​ເຖິງ​ບັນ​ຫາ​ສ້າງ​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ປົກ​ກະ​ຕິ, ມີຫຼາຍ​ຄົນ​ຄິດ​ວ່ານີ້​ແມ່ນ​ແນວ​ຄວາມ​ຄິດ​ທີບໍ່​ສະຫຼາດ ແລະ ບໍ່​ມີ​ໃຜ​ສາ​ມາດ​ຄິດ​ເຖິງ​ບັນ​ດາ​ສິ່ງ​ທີ່ 2 ປະ​ເທດ​ບັນ​ລຸ​ໄດ້​ໃນ​ຈຸດ​ເວ​ລານີ້:

        “ກ່ອນນີ້ 20 ປີ, ເມື່ອ​ເວົ້າ​ເຖິງການ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ ແມ່ນ​ສິ່ງ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​ໃນ​ລຸ້ນ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ບັນ​ດາ​ຜູ້​ເຄີຍ​ຖືກ​ຮັບ​ບາດ​ເຈັບ​ໃນ​ສະ​ໜາມ​ຮົບ​ຢູ່ ຫວຽດ​ນາມ. ໃຜ​ກໍ​ຄິດ​ວ່ານັ້ນ​ແມ່ນ​ສິ່ງ​ທີ່​ປ່ວງ​ບ້າ, ແຕ່​ເມື່ອ​ເພື່ອນ​ມິດ  ຫວຽດ​ນ​າມ ຮັບ​ຮູ້​ພວກ​​ຂ້າ​ພະ​ເຈົ້າ ແລະ ພວ​ກ​​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ບັນ​ດາ​ເພື່ອນ​ມິດ ຫວຽດ​ນາມ ​ໝາຍ​ຄວາມ​ວ່າ, ພວກ​ເຮົາ​ໄດ້​ປົດ​ປ່ອຍ​ຕົນ​ເອງ. ສ້າງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເປັນ​ປົກ​ກະ​ຕິ ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ຮຳ​ບາດ​ແຜ​ສົງ​ຄາມ, ສ້າງ​ການ​ພົວ​ພັນ ຊຸກ​ຍູ້​ການ​ຮ່ວມ​ມື.​”

… ​ເຖິງ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​ຢ່າງ​ແທດ​ຈິງ

      ຫວນ​ຄືນ​ໄລຍະ 20 ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ ໄດ້ລື່ນ​ກາ​ຍຄວາມ​ຫວັງ. ການ​ຄ້າ 2 ສົ້ນ​ຈາກ​ລະດັບ 25 ລ້ານ USD ​ໄດ້​ເພີ່ມ​ຂຶ້ນ​ເຖິງ 35 ຕື້ USD. ຫວຽດນາມ ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ສຸດ​ຂອງ​ອາ​ເມ​ລິ​ກາ ​ໃນ​ບັນດາ​ປະ​ເທ​ດອາ​ຊຽນ. ປີ 2014, ຫວຽດນາມ ​ໄດ້​ລື່ນ​ກາຍ​ໄທ ​ເພື່ອ​ກາຍ​ເປັນ​ຄູ່​ສົ່ງ​ອອກ​ໃຫຍ່​ກວ່າ​ໝູ່​ຂອງ​ອາ​ຊຽນ ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ. ​ໃນ​ຂົງ​ເຂດ​ລົງທຶນ, ອາ​ເມ​ລິ​ກາ ພວມ​ກາຍ​ເປັນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ​ທີ 7 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ ​ແລະ ​ເຂດ​ແຄວ້ນທີ່ລົງທຶນ​ໂດຍ​ກົງ​ເຂົ້າ​ຫວຽດນາມ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພວມ​ສືບ​ຕໍ່ບັນດາ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ຂ້າມ​ປະ​ຊີ​ຟິກ (TPP), ຄາດ​ວ່າ, ຈະ​ສຳ​ເລັດ​ໃນ​ທ້າຍ​ປີ 2015. ຖ້າ​ຫາກ​ສັນຍາ​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ, ບັນດາ​ກາ​ລະ​ໂອກາດ​ກ່ຽວ​ກັບ​ການຮ່ວມ​ມືດ້ານ​ການ​ຄ້າ, ​ເສດຖະກິດ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການ​ເປີດ​ກວ້າງ ນັບ​ທັງລວງ​ກວ້າງ ​ແລະ ລວງ​ເລິກ. ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ສຶກສາ, ​ໄດ້​ມີ​ນັກ​ສຶກສາ​ຫວຽດນາມ ​ກວ່າ 17.000 ຄົນ​ໄດ້​ໄປ​​ຮໍ່າຮຽນ ​ແລະ ​ເຮັດວຽກຢູ່ອາ​ເມ​ລິ​ກາ, ຢືນ​ອັນ​ດັບ​ທີ 8 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ມີ​ນັກ​ສຶກສາ​ຮໍ່າຮຽນ​ຢູ່​ອາ​ເມ​ລິ​ກາ. ບໍ່​ພຽງ​ແຕ່​ສະ​ຫງວນບັນດາ​ນະ​ໂຍບາຍ​​ດ້ານ​ທຶນ​ສຶກສາ​​ໃຫ້​ແກ່​ຫວຽດນາມ​ເທົ່າ​ນັ້ນ ​ໃນ​ປີ​ນີ​, ໂຄງການ​ຮໍ່າຮຽນ Fullbright ທີ່​ມີ​ຊື່​ສຽງ​ຂອງອາ​ເມ​ລິ​ກາ ຈະ​ສ້າງ​ມະຫາວິທະຍາ​ໄລ Fullbright ປອດກຳ​ໄລ​​ແຫ່ງທຳ​ອິດ​ຢູ່​ຫວຽດນາມ ອີກ​ດ້ວຍ. ​ເມື່ອ​ຮັບ​ດຳ​ລົງຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ອາຍຸ​ການ​ໃໝ່​ໃນ​ເດືອນ 12 ປີ 2014, ທ່ານ Ted Ossius ​ໄດ້​ແບ່ງປັນ​ວ່າ “ບັນດາ​ຊຸມ​ປີ 90, ບໍ່​ມີ​ໃຜ​ອາດ​ຄິດ​​ວ່າ​ຈະ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຄື​ແນວ​ນັ້ນ​ໄດ້?”.

     “ຄາວ​ນັ້ນ, ຂ້າພະ​ເຈົ້າ​ພວມຢູ່​ຫວຽດນາມ, ​ເຖິງ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ຫວັງຕໍ່​ບັນດາ​ສິ່ງ​ດີ​ທີ່​ສຸດ, ​ແຕ່​​ພວກ​ຂ້າພະ​ເຈົ້າ​ບໍ່​ມີ​ໃຜ​ສາມາດຄາດ​ຄະ​​ເນ​ໄດ້​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ສາມາດພັດທະນາ​ໄດ້​ຄື​ໃນ​ປະຈຸ​ບັນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ John Kerry ​ໄດ້​ເວົ້າ​ຢ່າງ​ຖືກຕ້ອງທີ່​ສຸດ ​ເມື່ອ​ທ່ານ​ມາ​ຫວຽດນາມ ​ໃນ​ປີ 2014 ວ່າ, ບໍ​່ມີ 2 ປະ​ເທດ​ໃດທີ່​ມີ​ຄວາມ​ມານະ​ພະຍາຍາມ​ເຮັດ​ໄດ້​ຫຼາຍ​ສິ່ງ, ຫຼາຍ​ຢ່າງ ​ແລະ ​​ເຮັດ​ໄດ້​ດີ ​ເພື່ອ​ພະຍາຍາມ​ສ້າງ​ການ​ພົວພັນ, ປ່ຽນ​ແປງ​ປະຫວັດສາດ ​ແລະ ປ່ຽນ​ແປງ​ອະນາຄົດ​ໄດ້​ຄື 2 ປະ​ເທດ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ”.

      ​ເພີ່ມ​ທະວີ​ຄວາມ​ເຂົ້າອົກເຈົ້າ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

      ມັນຖືກ​ກັບ​ຄຳ​ເວົ້າ​ຂອງທ່ານ​ເອກ​ອັກຄະ​ລັດ​ຖະທູດ Ted Ossius ທີ່​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ 20 ປີ​ຜ່ານ​ມາຄື​ດັ່ງ “ຕົ້ນ​ໄມ້​ໄດ້​ຮັບ​ການ​ປົວ​ລະ​ບັດ​ເປັນ​ຢ່າງ​ດີ​ທີ່​ສຸດ”, ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ສຸງສຸດ​ຂອງ​ທັງ 2 ຝ່າຍ. ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ຶອ​ໃຈ, ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ​ເພື່ອ​ມຸ່ງ​ໄປ​ສູ່​ອະນາຄົດ ​ແມ່ນ​ທິດ​ນຳ​ເຊິ່ງການ​ນຳ 2 ປະ​ເທດ​ໃຫ້​ບຸ​ລິ​ມະ​ສິດ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານການ​ຢ້ຽມຢາມ​ຂັ້ນ​ສູງ​​​ຫຼາຍ​ຄັ້ງ ​ແລະ ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ໄດ້​ພ້ອມ​ກັນ​ສ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​​ໃນ​ນັ້ນ​ມີ​ທັງບັນດາ​ບັນຫາ​ໄດ້​ຮັບ​ຖື​ວ່າ “​ສະ​ດຸ້ງ​ໄວ” ຄື: ສິດທິມະ​ນຸດ, ການ​ປ້ອງ​ກັນຊາ​ດ, ການ​ແກ້​ໄຂ​ບັນດາ​ບັນຫາ​ພາຍຫຼັງ​ສົງຄາມ… ປີ 2013,  ​ເຊິ່ງ​ແມ່ນ​ປີທີ່​ເປັນ​ຂີດ​ໝາຍ​ສຳຄັນ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​​ເມລິ​ກາ ​ເມື່ອ 2 ປະ​ເທ​ດສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ດ້ວຍ​ບັນດາ​ບັນຫາ​ໄດ້​ຮັບ​ບຸລິມະສິດ. ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ນີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ.

      “ດ້ວຍ​​ແນວ​ຄວາມ​ຄິດ​ມຸ່ງ​ໄປ​ສູ່ອະນາຄົດ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ມີ​ຄວາມມານະ​ພະຍາຍາມຫຼາຍ​ຢ່າງ ​ເພື່ອ​ຜ່ານ​ຜ່າ​ອະດີດຕະການ, ມຸ່ງ​ໄປ​ສູ່​ອະນາຄົດ. ການ​ພົວພັນ​ລະຫວ່າງ​ຫວຽດນາມ ​- ອາ​ເມ​ລິ​ກາ ​ໄດ້​ລື່​ນກາຍ​ຂອບ​ເຂດ​ 2 ຝ່າຍ, ນັບ​ມື້​ນັບ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ສັນຕິພາບ​, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ອາຊີ - ​ປາຊີ​ຟິກ ​ແລະ ​ໃນ​ໂລກ. ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ສັນຕິພາບ ​ແລະ ຄວາມ​ວັດ​ຖະນາ​ຖາວອນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເວົ້າ​ສະ​ເພາະ ​ແລະ ພາກ​ພື້ນ​ອາຊີ​ປາຊີ​ຟິ​ກ ​ເວົ້າ​ລວມ ​ໄດ້​ສ​້າງ​ເງື່ອນ​ໄຂ​ຫຼາຍ​ຢ່າງ ​ເພື່ອ​ຮັກສາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃຫ​້ພັດທະນາ​ຢ່າງ​ສະດວກ​ສະບາຍ​ກວ່າ​ອີກ”.

      20 ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ສ້າງ​ຂຶ້ນດ້ວຍຜົນ​ແຫ່ງ​ການ​ຮ່ວມ​ມື​ລະອຽດຫຼາຍ​ຢ່າງ. ​ເປັນ​ຂີດ​ໝາຍ​ເຫດການ 20 ປີ​ແຫ່ງການ​ສ້າງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນ​ປົກກະຕິ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ​ເຖິງ​ອາ​ເມ​ລິ​ກາ, ເປັນ​ຂີດ​ໝາຍບາດກ້າວ​ຕໍ່​ໄປ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ