ການຮ່ວມມືໃນຂົງເຂດສຶກສາ, ສາທາລະນະສຸກ, ມະນຸດສະທຳລະຫວ່າງຫວຽດນາມ - ອາເມລິກາ

(vovworld) - ນອກຈາກ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຫຼັກ​ແຫຼ່ງ​ເຊັ່ນ, ​ເສດຖະກິດ, ການ​ເມືອງ, ວັດທະນະທຳ…​ແລ້ວ, ​ໃນໄລຍະ 20 ປີ ແຫ່ງ​ການ​ປັບປຸງການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​​ ຜ່ານມາ, ຍັງ​ຂີດ​ໝາຍຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ມະນຸດສະທຳອີກ​ດ້ວຍ, ອັນ​ໄດ້ປະກອບສ່ວນເຮັດ​ໃຫ້ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ​ ເລິກ​ເຊິ່ງກວ່າ​ອີກ.

ການຮ່ວມມືໃນຂົງເຂດສຶກສາ, ສາທາລະນະສຸກ, ມະນຸດສະທຳລະຫວ່າງຫວຽດນາມ - ອາເມລິກາ - ảnh 1

ແຜນນະໂຍບາຍກໍ່ສ້າງ​ມະຫາວິທະຍາ​ໄລ FullBright ຢູ່​ຫວຽດນາມ.
(ພາບ: ອິນເຕີແນດ)

        ການ​ຮ່ວມ​ມື​​ດ້ານ​ການ​ສຶກສາລະ​ຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ, ຕິດ​ພັນ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ. ປີ 1995, ຈຳນວນ​ນັກ​ສຶກສາ​ຫວຽດນາມ​ ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ​ ມີ​ພຽງ 800 ຄົນ, ​ແລະ ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸພຽງ​ 400 ລ້ານ USD ​ເທົ່າ​ນັ້ນ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ເມື່ອ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຫວຽດນາມ - ອາ​ເມ​ລິ​ກາ​ ​ເພີ່ມ​ຂຶ້ນ 35 ຕື້ USD ນັ້ນ, ຈຳນວນ​ນັກ​ສຶກສາ​ຫວຽດນາມ​ ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ ກໍ່​ເພີ່ມ​ຂຶ້ນ​ເຖິງ 17.000 ຄົນ, ນຳ​ໜ້າ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຢືນ​ອັນ​ດັບ 8 ​ໃນ​ທົ່ວ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ Ted Osius ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ​ສອງ​ປະ​ເທດ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ FullBright ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ຫວັງ​ວ່າ FullBright ບໍ່​ພຽງ​ແຕ່​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ດີ​ທີ່​ສຸດ​ຢູ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄຸນ​ນະພາ​ບຢູ່​ໃນ​ໂລກ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ຍັງ​ປາຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວິທະຍາສາດ,​ ​ເຕັກ​ໂນ​ໂລ​ຢີ, ​ເຕັກນິກ ​ແລະ ສາທາລະນະ​ສຸກ​ອີກ​“.

        ປະຈຸ​ບັນ, ຜູ້​ທີ່​ຮຽນ​ຈົບ​ລາຍການ FullBright 1.100 ກວ່າ​ຄົນ​ພວມ​ຮັບ​ໜ້າ​ທີ່, ບົດບາດ​ສຳຄັນ​ໃນ​ທຸກ​ຂົງ​ເຂດ, ທຸກ​ຂັ້ນ​ຢູ່​ບັນດາ​ນະຄອນ​ໃຫຍ່ ​ແລະ ​ແຂ​ວງຕ່າງໆ​ໃນ​ທົ່ວ​ປະ​ເທດ. ຄຽງ​ຂ້າງ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ຂອງ​ລັດຖະບານ​ສອງ​ປະ​ເທດ, ບັນດາ​ໂຮງຮຽນ​ຢູ່​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ກໍ່​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ສຳພັນ, ​ແລກປ່ຽນ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ. ປີ 2013, ​ໂຮງຮຽນ​ສາມັນ​ສາກົນ​ຫວຽດນາມ (ຢູ​ເຢືອງ​ໂນ້ຍ, ຮ່າ​ໂນ້ຍ) ​ໄດ້​ສົ່ງ​ນັກຮຽນ​ຄະນະ​ທຳ​ອິກ​ໄປ​ອາ​ເມ​ລິ​ກາ ຕາມ​ລາຍການ​ພົບ​ປະ​ແລກປ່ຽນ​ນັກຮຽນ​ກັບ​ໂຮງຮຽນ​ມັດທະຍົມ​ George Washington. ທ່ານ ຫງວຽນ​ວິ້ງ​ເຕິ​ມ, ປະທານ​ສະພາ​ບໍລິຫານ ໂຮງຮຽນ​ສາມັນ​ສາກົນ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ລາຍການ​ສ້າງ​ປະຖົມ​ປັດ​ໃຈ​ທີ່​ດີ​​ເພື່ອໃຫ້​ນັກຮຽນ​ຫວຽດນາມ​ ກໍ່​ຄື​ນັກຮຽນ​ອາ​ເມ​ລິ​ກາ​ ມີ​ຄວາມເຂົ້າ​ໃຈ, ສາມັກຄີ ​ແລະ ຊະນິດ​ຕິດ​ພັນ​ນຳ​ກັນ​ກວ່າ. ຕາມ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ພວກ​ເຮົາ​ຄວນ​ປິດ​ອະດີດຕະການ​ໄວ້​ ເພື່ອ​ມຸ່ງ​ໄປ​ສູ່​ອະນາຄົດ​ໃຫ້​ແກ່​ລຸ້ນໜຸ່ມ. ນີ້​ແມ່ນ​ບັນຫາ​ເຊິ່ງພວກ​ຂ້າພະ​ເຈົ້າ​ພວມ​ມຸ່ງ​ໄປ​ເຖິງ. ​ເມື່ອ​ນັກຮຽນ​ຫວຽດນາມ​ ​ເຂົ້າ​ໃຈ​ກ່ຽວ​ກັບ​ອາ​ເມ​ລິ​ກາ, ​ແລະ ນັກຮຽນ​ອາ​ເມ​ລິ​ກາ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ພວກ​ຫຼານ​ຈະ​ເປັນ​ຂົວ​ຕໍ່​ໃຫ້​ບັນດາ​ລຸ້ນຕໍ່ໆ​ໄປ“.

        ພ້ອມ​ກັບ​ການ​ສຶກສາ, ສອງ​ປະ​ເທດ​ກໍ່​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂົງ​ເຂດ​ສາທາລະນະ​ສຸກອີກ. ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເຊັ່ນ: ການ​ກໍ່ສ້າງ​ພະນັກງານ​ການ​ແພດ, ການ​ຮ່ວມ​ມື​ຄົ້ນ​ຄ້ວາ​ວັກ​ແຊງ, ການ​ຄວບ​ຄຸມ​ໂລກລະບາດ​ເວົ້າ​ລວມ ​ແລະ ຄວບ​ຄຸມ HIV ​ເວົ້າ​ສະ​ເພາະ. ທ່ານ Joakim parker, ຜູ້ອຳນວຍການ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ປະຈຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ປີ 2000, USAID ​ໄດ້​ອຸປະຖຳ​ທຶນປະມານ 680 ລ້ານ USD ​ໃຫ້​ຫຼາຍ​ໂຄງການ​ໜູນ​ຊ່ວຍ​ຢູ່​ຫວຽດນາມ. ດ້ວຍ​ການ​ອຸປະຖຳ​ຈາກລາຍການ USAID, ພວກ​ຂ້າພະ​ເຈົ້າ​ໄດ້​ສຸມ​ໃສ່​ໜູນ​ຊ່ວຍ​ໃຫ້​ບັນດາ​ຜູ້​ຕິດ​ເຊື້ອ HIV  ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເຖິງ​ເຂົາ​ເຈົ້າ. ພວກ​ຂ້າພະ​ເຈົ້າ​ກໍ່​ໜູນ​ຊ່ວຍ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໄຂ້ຫວັດ​ສັດ​ປີກ​ອີກ“.

        ດ້ວຍ​ຈິດ​ໃຈ “ປິດ​ອະດີດຕະການ​ໄວ້, ມຸ່ງ​ໄປ​ສູ່​ອະນາຄົດ“, ພາຍຫຼັງ​20 ປີ ທີ່ອາ​ເມ​ລິ​ກາ ​ແລະ ຫວຽດນາມ​ ສ້າງ​ການ​ພົວພັນ​ເປັນ​ປົກກະຕິນັ້ນ, ນັບ​ມື້​ນັບ​ມີ​ຫຼາຍ​ອົງການ ກໍ່​ຄື​ອະດີດ​ນັກຮົບ​ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນບັນດາ​ຜູ້​ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ຫຼາຍ​ຄົນ​, ໄດ້​ກັບ​ມາ​ຢ້ຽມຢາມ​ຫວຽດນາມ. ຜ່ານ​ຫຼາຍ​ຮູບ​ການ, ​ເຂົາ​ເຈົ້າ​ໄດ້​ປະກອບສ່ວນ​ຮຳບາດ​ແຜ​ສົງຄາມ, ຊຸກຍູ້ການ​ພົວພັນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈລະຫວ່າງປະຊາຊົນ 2 ປະ​ເທດ; ມີ​ຫຼາຍ​ໂຄງການ​ໄດ້​ປະກອບສ່ວນ​ປັບປຸງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ ປະຊາຊົນ​ຢູ່​ບັນດາ​ເຂດ​ໃນ​ເມື່ອ​ກ່ອນ​ແມ່ນ​ສະໜາມຮົບທີ່​ດຸ​ເດືອດ. ຕົວຢ່າງຄື​ໂຄງການ “ກວດກາ ແລະ ຕີ​ລາຄາ​ຜົນ​ສະທ້ອນ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກຫຼັງ​ສົງຄາມ​ຢູ່​ຫວຽດນາມ” ​ໂດຍ​ກອງ​ທຶນ​ນັກຮົບ​ເກົ່າ​ອາ​ເມ​ລິ​ກາ ຢູ່ ຫວຽດນາມ ສົມທົບ​ກັບ​ກອງບັນຊາ​ການທະຫານ​ຊ່າງ​ແສງປະຕິບັດ. ​ໂຄງການ​ນີ້​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ບັນດາ​ແຂວງ ຮ່າ​ຕິ້ງ, ກວາງ​ນາມ, ກວາງ​ຈີ້, ​ເທື່ອ​ທຽນ-​ເຫ້ວ ​ແລະ ​ເງ້ອານ. ນັບ​ແຕ່​ປີ 2012, ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ພ້ອມ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ ຜັນ​ຂະຫຍາຍ​ໂຄງການ “ກຳຈັດສິ່ງ​ແວດ​ລ້ອມ​ມົນ​ລະ​ພິດຈາກ​ດີ​ໂອ​ຊີ​ນຢູ່​ສະໜາມ​ບິນ​ດ່າ​ນັ້ງ”, ​ທີ່ແກ່ຍາວ​ຮອດ​ປີ 2016. ທ່ານ​ຫງວຽນ​ເທ໋ດົ່ງ, ຮ​ອງຫົວໜ້າກົມ​ໃຫຍ່​ສິ່ງ​​ແວດ​ລ້ອມ, ທັງ​ເປັນ​ຫົວໜ້າ​ຫ້ອງການ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ຜິດ​​ດີ​ໂອ​ຊີ​ນ​ເຄ​ມີ, ​ໃຫ້​ຮູ້​ວ່າ:

      “ບັນຫາ​ມົນ​ລະ​ພິດ​ຈາກທາດ​ຜິດ​​ດີ​ໂອ​ຊີ​ນຢູ່​ບັນດາສະຖານ​ທີ່​ຮ້ອນ​ເຮັ່ງຢູ່ ຫວຽດນາມ ​ແມ່ນ​ບັນຫາ​ໃຫຍ່​ຫຼວງ​ທີ່​ສຸດ ​ແລະ ຫວ່າງ​ແລ້ວ​ນີ້, ຫວຽ​ດນາມ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ຝ່າຍ​ອາ​ເມ​ລິ​ກາ. ປະຈຸ​ບັນ, ຝ່າຍ​ຫວຽດນາມ ​ແລະ ຝ່າຍ​ອາ​ເມ​ລິ​ກາ ສືບ​ຕໍ່​ແລກປ່ຽນ, ປຶກສາ​ຫາລື ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ກ່ວາ​ອີກ. ຄຽງ​ຂ້າງ​ນັ້ນ, ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ທີ່​ກ່ຽວຂ້ອງ​ເຖິງ​ການ​ໜູນ​ຊ່ວຍ​ຄົນ​ພິການ, ​ໃນ​ນັ້ນ​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສົງຄາມ ລວມທັງມີ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ/​ດີ​ໂອ​ຊີ​ນ ກໍ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ຜ່ານ​ບັນດາ​ອົງ​ການ​ມະນຸດສະທຳ​ຝ່າຍ​ອາ​ເມ​ລິ​ກາ ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ບາງ​ໂຄງການ​ໜູນ​ຊ່ວຍ​ຄົນ​ພິການ, ​ໃນ​ນັ້ນ​ມີ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ/​ດີ​ໂອ​ຊີ​ນ”.

      ​ສົງຄາມ​ໄດ້​ລ່ວງ​ເລີຍໄປເປັນ​ເວລາ 40 ປີ, ປະຈຸ​ບັນ, ​ລຸ້ນ​ໜຸ່ມຫວຽດນາມ ​ແລະ ອາ​ເມ​ລິ​ກາ ທີ່ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ​ດ້ວຍ​ຈິນຕະນາ​ການ​ທີ່​ປ່ຽນ​ໃໝ່, ​ເຊື່ອ​ມ​ໂຍງ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ, ບັນດາ​ອົງການ​ຈັດ​ຕັ້ງມະຫາຊົນ ​ແລະ ປະຊາຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ,​ ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່ຊະນິດ​ຕິດ​ພັນນຳ​ກັນ​ບົນ​ຈິດ​ໃຈ​ຮ່ວມ​ມື​ຮອບດ້ານ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ