ການຮ່ວມມື ແລະ ມິດຕະພາບສອດຄ່ອງກັບທ່າອຽງເຊື່ອມໂຍງເຂົ້າກັບສາກົນ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ມີ​ການ​ໂອ້​ລົມ​ຢູ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ​ອາ​ເມ​ລິ​ກາ CSIS ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ. ບົດ​ກ່າວ​ປາ​ໄສ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ພາດ​ຫ​ົວ​ຂໍ້​ວ່າ : “ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່”, ໃນ​ນັ້ນ ເນັ້​ນ​ໜັກ​ເຖິງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ ກໍ​ຄື​ຍົກ​ອອກ​ບັນ​ດາ​ວຽກ​ງານ​ທີ່​ຕ້ອງ​ປະ​ຕິ​ບັດ​ເພື່ອ​ນຳການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ-ອາ​ເມ​ລິ​ກາກ້າວ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ

 

ການຮ່ວມມື ແລະ ມິດຕະພາບສອດຄ່ອງກັບທ່າອຽງເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ​ມີ​ການ​ໂອ້​ລົມ​ຢູ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ​ອາ​ເມ​ລິ​ກາ CSIS

      ຂຶ້ນ​ຕົ້ນ​ບົດ​ກ່າວ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ທົບ​ທວນ​ຄືນ​ບາງ​ເຫດ​ການ​ກ່ຽວ​ກັບ​ປະ​ຫວັດ​ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ ແລະ ຖື​ວ່າ : ເຖິງວ່າຫວຽດ​ນາມ ແລະ ອາ​ເມ​ລິ​ກາຕ້ອງ​ໄດ້​ຜ່ານ​ບັນ​ດາໄລ​ຍະທີ່​ໜ້າ​ໂສກ​ເສົ້າ ຈົນ​ເຖິງ​ເວ​ລາ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ໃນ​ປີ 1995 ກໍຕາມ, ແຕ່​ຄວາມ​ຫວັງ​ຢ່າງ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຢາກ​ມີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ກັບ​ອາ​ເມ​ລິ​ກາ.

     20 ປີ​ແຫ່ງ​ການ​ພົວ​ພັນ​ຢ່າງ​ຕັ້ງ​ໜ້າໃນ​ຂອບ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ

   ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເນັ້ນ​ໜັກ​ວ່າ : ກ່ອນນີ້ 20 ປີ, ເບິ່ງ​ຄື​ວ່າ ມີບໍ່​ເທົ່າ​ໃດ​ຄົນຈະວາດ​ນຶກ​ໄດ້​ວ່າ ດ້ວຍ​ວິ​ທີ​ໃດ ທີ່ 2 ປະ​ເທດ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ອາ​ດ​ຈະ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ຂອງ​ສົງ​ຄາມ​ໄດ້ ເພື່ອ​ສ້າງ​ສາຍ​ພົວ​ພັນ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ແລະ ຕັ້ງ​ໜ້າ​ຄື​ໃນ​ປະ​ຈຸ​ບັນ. ນັ້ນ​ແມ່ນ​ໝາກ​ຜົນ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ການ​ນຳ ແລະ ປະ​ຊາ​ຊົ​ນ 2 ປະ​ເທດ ດ້ວຍ​ຈິດ​ໃຈ​ປິດ​ອະ​ດີດ​ໄວ້, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ, ເສີມ​ຂະ​ຫຍາຍ​ຄວາມ​ຄ້າຍ​ຄື​ກັນ, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ. ນີ້​ກໍ​ແມ່ນ​ຕົວ​ຢ່າງ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ເຄີຍ​ເປັນ​ຄູ່​ຕໍ່​ສູ້​ກັນ​ໃນ​ອະ​ດີດ​ຕະ​ການ, ມີ​ລະ​ບອບ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ, ສອດ​ຄ່ອງກັບ​ທ່າ​ອຽງ​ສັນ​ຕິ​ພາບ, ການ​ຮ່ວມ​ມື​ຂອງ​ຍຸກ​ສະ​ໄໝ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ກ່າວ​ວ່າ : 

   “ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ 20 ປີ​ທີ່​ຜ່ານ​ມາ​ບົນ​ພື້ນ​ຖານ​ເຄົາ​ລົບ​ບັນ​ດາຫຼັກ​ການ​ອັນ​ເປັນ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາກ​ົນ, ນັ້ນ​ແມ່ນ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ລະ​ບອບ​ການ​ເມືອງ​ຂອງ​ກັນ ແລະ ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ລວມ​ເທື່ອ​ລ​ະ​ກ້າວກ່ຽວ​ກັບຫຼັກການ​ເຫຼົ່າ​ນີ້. ນີ້​ກໍ​ແມ່ນ​ປັດ​ໄຈ​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ດ້ານ​ການ​ເມືອງ​ລະ​ຫ່​ວາງ 2 ປະ​ເທດ ”

    ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຖື​ວ່າ ໃນ​ສະ​ຖາ​ນະ​ການ​ໂລກ​ມີ​ການ​ຫັນ​ປ່ຽນ​ໄປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ​ຄື​ໃນ​ປະ​ຈຸ​ບັນ, ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຮູບ​ແບບ​ຮ່ວມ​ມືເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຍຸດ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງບັນ​ດາ​ປະ​ເທດ; ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ບົນຫຼັກ​ການເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ລະ​ບອບ​ການ​ເມືອງ​, ບໍ່​ແຊກ​ແຊງເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ແກ້​ໄຂ​ທຸກ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ ສອດ​ຄ່ອງ​ກັບ​ກົດ​ບັດ ສ.ປ.ຊ ແລະ ກົດ​ໝາຍ​ສາ​ກົນ.

    ເຮັດ​ໃຫ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຍິ່ງ​ເລິກ​ເຊິ່ງ ແລະ ອຸ​ດົມ​ສົມ​ບູນຫຼາຍ​ຂຶ້ນ

    ໃນ​ບົດ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ສະ​ຫງວ​ນ​ສ່ວນຫຼາຍ​ເພື່ອ​ເຕື້ອງ​ເຖິງການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ໃນ​ນັ້ນ, ເນັ້ນ​ໜັກ​ວ່າ ໃນ​ສະ​ເພາະ​ໜ້າ, 2 ປະ​ເທດ​ຕ້ອງ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມເຮັດ​ໃຫ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຍິ່ງ​ເລິກ​ເຊິ່ງ ແລະ ອຸ​ດົມ​ສົມ​ບູນຫຼາຍ​ຂຶ້ນຢ່າງບໍ່​ຢຸດຢັ້ງ, ສ້າງ​ພື້ນ​ຖານ​ຍົກ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ໃນ​ອະ​ນາ​ຄົດ. ຕາມທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງແລ້ວ, ກຳ​ລັງ​ໜູນ​ທີ່​ສຳ​ຄັນ​ເພື່ອ​ຊຸກ​ຍູ້ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາຕາມ​ກຳ​ນົດ​ທິດ ນັ້ນ​ແມ່ນ​ຜ​ົນ​ປະ​ໂຫຍດ​ລວມ​ຊຶ່ງ 2 ປະ​ເທດ​ພ້ອມ​ກັນ​ແບ່ງ​ປັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ກ່າວ​ວ່າ :

     “ ທີ 1. ພວກ​ເຮົາ​ມີ​ຜົນ​ປະ​ໂຫຍດ​ລວມ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ຮອບ​ດ້ານ​ເພື່ອ​ການ​ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ທີ 2, ພວກ​ເຮົາ​ມີ​ຜົນ​ປະ​ໂຫຍດ​ລວມ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເພື່ອ​ປະ​ກອບ​ສ່ວນຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ-ປາ​ຊີ​ຟິກ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ປອ​ດ​ໄພ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ທີ 3, ພວກ​ເຮົາ​ກໍ​ມີ​ຜົນ​ປະ​ໂຫຍດ​ລວມ​ໃນ​ການ​ຮ່ວມ​ມື, ສົມ​ທົບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ກອບ​ສ່ວ​ນ​ໃຫ້​ແກ່​ບັນ​ດາ​ບັນ​ຫາ​ລວມ​ຂອງ​ໂລກ​ດ້ວຍ​ຖາ​ນະ​ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ ”

     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ້​ຈ້ອງ ໄດ້​ຊີ້​ໃຫ້​ເຫັນ​ເນື້ອ​ໃນ 8 ປະ​ການ​  ຊ​ຶ່ງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາຄວນ​ປະ​ຕິ​ບັດ​ເພື່ອ​ນຳ​ການ​ພົວ​ພັນ 2 ຝ່າຍ​ກ້າວ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ນັ້ນ​ແມ່ນ: ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ, ກໍ່​ສ້າງ ແລະ ປັບ​ປຸງ​ຄວ​າມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມ​ືອງ; ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ-ການ​ລົງ​ທຶນ; ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ, ບຳ​ລຸງ​ສ້າງ, ສາ​ທາ​ລະ​ນະ​ສ​ຸກ, ສິ່ງ​ແວດ​ລ້ອມ; ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ມະ​ນຸດ​ສະ​ທຳ, ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນດ ບັນ​ຫາ​ສິດ​ທິ​ມະ​ນຸດ, ການ​ຮ່ວມ​ມື​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ. ທ່ານກ່າວ​ວ່າ : 

     “ ບັນ​ດາ​ບົດ​ຮຽນ​ໃນ​ປະ​ຫວັດ​ສາດ ແລະ ບັນ​ດາ​ໝາກ​ຜົນ​ຕົວ​ຈິງ​ໃນ 20 ປີ​ທີ່​ຜ່ານ​ມາ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ : ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ແມ່ນ​ທິດ​ກ້າວ​ເດີນ​ອັນ​ດຽວ ແລະ ຖືກ​ຕ້ອງ​ຂອງ​ການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ-ອາ​ເມ​ລິ​ກາ, ແມ່ນ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ຂອງ​ພາ​ກ​ພື້ນ ແລະ ໂລກ. ບັນ​ດາ​ຄວາມ​ແຕ​ກ​ຕ່າງກັນ​ລະ​ຫວ່າງ 2 ປະ​ເທດ​ແມ່ນ​ສະ​ພາບ​ຕົວ​ຈິງ​ພາ​ວະ​ວິ​ໄສ ແລະ ແມ່ນ​ສິ່ງ​ຕ້ອງ​ເປັນ​ໄປ​ໃນໂລກທີ່​ມີຫຼາຍ​ຮູບຫຼາຍ​ສີ, ເຊິ່ງ​ໃນ​ນັ້ນ​ບັນ​ດາ​ປະ​ຊາ​ຊາດ​ມີ​ສິດ​ຊອກ​ຫາ, ເລືອກ​ເຟັ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ສະ​ເພາະ​ຂອງ​ຕົນ. ແຕ່​ຄວາມ​ຈິງ​ໃນ 20 ປີ​ທີ່​ຜ່ານ​ມາ, ໄດ້​ໃຫ້​ເຫັນ​ວ່າ 2 ປະ​ເທດ​ພວກ​ເຮົາ​ສາ​ມາດ​ແບ່ງ​ປັນຫຼາຍ​ຜົນ​ປະ​ໂຫຍດ​ທີ່​ຄ້າຍ​ຄື​ກັນ ແລະ ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ ບໍ່​ອາດ​​ເປັນ​ສິ່ງ​ກີດ​ຂວາງ​ສຳ​ລັບ​ການ​ພັດ​ທະ​ນາ​ການ​ພົວ​ພ​ັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫວຽດ​ນາມ-ອາ​ເມ​ລິ​ກາ ” .

     ບົດປາ​ໄສ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ຮັບ​ຄວາມ​ສົນ​ໃຈ ຕິດ​ຕາມ ແລະ ຊົມ​ເຊີຍ​ຈາກ​ຜູ້​ຄົນ​ທັງຫຼາຍ. ພາຍຫຼັງ​ກ່າວບົດປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງໄດ້​ສົນ​ທະ​ນາ​ໂດຍ​ກົງ​ກັບ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ ແລະ ນັກ​ການ​ທູດ​ກ່ຽວ​ກັບ​ແນວ​ທາງ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ຊຶ່ງ​ຈະ​ນຳ​ມາ​ປຶກ​ສາ​ຫາ​ລື ແລະ ຮັ​ບ​ຮອງ​ເອົາ​​ທີ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກໃນ​ຕົ້ນ​ປີ 2016 ພ້ອມ​ກັບ​ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ.

   

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ