ການພົວພັນທາງດ້ານເສດຖະກິດຫວຽດນາມ - ອາເມລິກາ: ບັນດາບາດກ້າວບຸກທະລຸ

(vovworld) - ນັບ​ແຕ່​ຫວຽດນາມ - ອາ​ເມ​ລິ​ກາ​ ສ້າງ​ການ​ພົວພັນ​ທາງ​ການ​ທູດເປັນ​ປົກກະຕິ​ເປັນ​ເວລາ 20 ປີ, ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ເຕີບ​ໂຕ​ບຸກທະລຸ ​ແລະ ປະຈຸ​ບັນ, ອາ​ເມ​ລິ​ກາ​ ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດນາມ.



ການພົວພັນທາງດ້ານເສດຖະກິດຫວຽດນາມ - ອາເມລິກາ: ບັນດາບາດກ້າວບຸກທະລຸ - ảnh 1

ຕາມຜູ້ຊ່ຽວຊານດ້ານເສດຖະກິດ,ການສົ່ງອອກຂອງຫວຽດນາມ

ເຂົ້າຕະຫຼາດອາເມລິກາຈະເພີ່ມຂຶ້ນຢ່າງແຮງໃນຊຸມປີຕໍ່ໜ້າ

 (ພາບປະກອບ: KT)

ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ຊຸ່ມ​ປີຜ່ານມາ​ໄດ້​ມີ​ບາດກ້າວ​ພັດທະນາ​ທີ່​ດີ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຍາມ​ໃດ​ກໍ່​ຮັກສາ ​ແລະ ພັດທະນາ. ຖ້າ​ຫາກ​ວ່າ​ປີ 2002, ວົງ​ເງິນ​ຂາ​ເຂົ້າຂາ​ອອກລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ​ບັນລຸ​ເກືອບ 3 ຕື້ USD ​ເທົ່າ​ນັ້ນ, ຮອດ​ປີ 2014 ​ໄດ້​ເພີ່ມ​ຂຶ້ນ​ທົບ​ປະມານ 12 ​ເທົ່າ, ​ແມ່ນ​ປະມານ 35 ຕື້ USD. ​ໃນ​ນັ້ນ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ເຂົ້າ​ອາ​ເມ​ລິ​ກາ ກໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຕະຫຼອດ 15 ປີຜ່ານມາ. ຈາກ​ອັດຕາ​ 1% ຍອດ​ມູນ​ຄ່າ​ສົ່ງ​ອອກ​ຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ເຂົ້າ​ອາ​ເມ​ລິ​ກາ​ໃນ​ປີ 2000, ​ໄລ່​ຮອດ​ທ້າຍ​ປີ 2014, ຫວຽດນາມ​ກວມ 22% ຍອດ​ມູນ​ຄ່າ​ສົ່ງ​ອອກ​ຂອງ​ພາກ​ພື້ນ​ເຂົ້າ​ຕະຫຼາດ​ນີ້ (​ເພີ່ມ​ຂຶ້ນ​ເກືອບ 36 ​ເທົ່າ). ນີ້​ກໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຫວຽດນາມ ລື່ນ​ກາຍ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ກາຍ​ເປັນ​ປະ​ເທ​ດສົ່ງ​ອອກ​ໃຫຍ່​ກວ່າ​ໝູ່​ຂອງ​ພາກ​ພື້ນ​ເຂົ້າ​ຕະຫຼາດອາ​ເມ​ລິ​ກາ.

ຕາມ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້ວ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ເຂົ້າ​ອາ​ເມ​ລິ​ກາ ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ຊຸມ​ປີ​ຕໍ່​ໄປ. ຮອດ​ປີ 2020, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ ຄາດ​ວ່າ​ບັນລຸ​ເກືອບ 57 ຕື້ USD ​ແລະ ກວມ​ກວ່າ 34% ຍອດ​ມູນ​ຄ່າ​ສົ່ງ​ອອກຂອງ​ອາ​ຊຽນ ​ເຂົ້າ​ຕະຫຼາດ​ນີ້. ທ່ານ ກູ່​ຈີ໋​ເລີ໋ຍ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາທະ​ວີ​ບອາ​ເມ​ລິ​ກາ, ​ໃຫ້​ຮູ້​ວ່າ:

“ພື້ນຖານ​ເສດຖະກິດ​ອາ​ເມ​ລິ​ກາ​ເລີ່​ມຜ່ານ​ຜ່າ​ໄລຍະ​ວິ​ກິດ​ການ ​ແລະ ກ້າວ​ເຂົ້າ​ສູ່​ໄລຍະ​ຟື້ນ​ຕົວ, ພັດທະນາ. ບັນດາ​ກາລະ​ໂອກາດ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນຄ້າ​ຫວຽດນາມ​ເຂົ້າ​ອາ​ເມ​ລິ​ກາ​ຈະ​ໃຫຍ່​ທີ່​ສຸດ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ຍ້ອນ​ພື້ນຖານ​ເສດຖະກິດ​ອາ​ເມ​ລິ​ກາ​ພັດທະນາ, ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ, ສິ່ງ​ດັ່ງກ່າວ​ຈະ​ໜູນ​ຊ່ວຍ​ໃຫ້​ສິນຄ້າ​ຫວຽດນາມ​ສຳ​ພັດ​ກັບ​ຕະຫຼາດ​ອາ​ເມ​ລິ​ກາ​ໃນ​ປີ 2015 ຫຼາຍ​ກວ່າ​ຊຸມ​ປີ​ກ່ອນ“.

ຄຽງ​ຄູ່​ກັບ​ການ​ພົວພັນ​ດ້ານ​ການ​ຄ້າ​ແລ້ວ, ອາ​ເມ​ລິ​ກາ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ລົງທຶນ​ໃຫຍ່​ຂອງ​ຫວຽດນາມ. ​ໄລ​່ຮອດ​ເດືອນ 2 ປີ​ນີ້, ອາ​ເມ​ລິ​ກາ ມີ 729 ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ, ດ້ວຍ​ຍອດ​ຈຳນວນ​ທຶນ​ແມ່ນ​ປະມານ 11 ຕື້ USD, ຢືນ​ອັນ​ດັບ 7 ​ໃນ​ຈຳນວນ 101 ປະ​ເທດ ​ແລະ ​ເຂດ​ແຄວ້ນ ທີ່ລົງທຶນ​ໂດຍ​ກົງ​ເຂົ້າ​ຫວຽດນາມ. ປະຈຸ​ບັນ, ມີ​ຫຼາຍ​ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ອາ​ເມ​ລິ​ກາ ​ໄດ້​ມີໜ້າ​ຢູ່​ຫວຽດນາມ. ​ໃນ​ນັ້ນ, 2 ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ຂອງ​ອາ​ເມ​ລິ​ກາ ​ແມ່ນ Intel ​ແລະ  Microsoft ພວມ​ມີ​ບັນດາ​ໂຄງການ​ໃຫຍ່​ເພື່ອ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ຫວຽດນາມ​ກວ່າ, ຫັນ​ແຫ່ງ​ນີ້​ແມ່ນ​ສະຖານ​ທີ່​ຜະລິດ​ສຳຄັນ​ຂອງ​ຕົນ​ໃນ​ທົ່ວ​ໂລກ. ທ່ານ​ນາງ Sherry Boger, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ, ຖື​ວ່າ ຫວຽດນາມ​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ວົງ​ການ​ລົງທຶນ​ຕ່າງປະ​ເທດຢູ່​ອາ​ຊຽນ ທີ່​ສຸດ. ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ການ - ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຫຼາຍ​ທີ່​ສຸດ ​ແລະ ມີ​ຫຼາຍ​ກາລະ​ໂອກາດ​ເພື່ອ​ຍົກ​ວົງ​ເງິນ​ສອງ​ຝ່າຍ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ, ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ເສລີ ກໍ່​ຄື​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ.

“ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້ໃຫ້​ສັດຕະຍາບັນ​ສິດ​ດຳ​ເນີນ​ການ​ຄ້າ ​ເພື່ອ​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊິ​ຟິກ (TPP) ​ໂດຍ​ໄວ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ຈະ​ມີ​ການ​ການ​ເຈລະຈາ​ສຳ​ເລັດ​ຜົນ. ພວກ​ຂ້າພະ​ເຈົ້າ​ສະໜັບສະໜູນ TPP  ​ເພາະວ່າ​ສັນຍາ​ນີ້​ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສັງຄົມ. ຮ່ວມ​ມື​ໃນ TPP ຈະ​ກາຍ​ເປັນ​ພື້ນຖານ ​ແລະ ກຳລັງ​ໜູນ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອງ​ດ້ານ​ຫວຽດນາມ - ອາ​ເມ​ລິ​ກາ. ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ປາຖະໜາ​ວ່າ, TPP ຈະ​ຮັບ​ການ​ເຈລະຈາ​ສຳ​ເລັດ​ຜົນ​ໂດຍ​ໄວ. ພ້ອນກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ກໍ່​ໄດ້ ​ແລະ ພວມ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ພັດທະນາ​ຢູ່​ຫວຽດນາມ.“

ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເບິ່ງ​ສັງ​ລວມ, ຄວາມ​ສາມາດ​ບົ່ມ​ຊ້ອນ  ​ແລະ ກາລະ​ໂອກາດ​ເປີດ​ກ້ວາງ​ການ​ຮ່ວມ​ມືດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັງ​ໃຫຍ່ຫຼວງ​ທີ່​ສຸດ. ສະ​ນັ້ນ, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ພວມ​ໄດ້​ຮັບ​ຄວາມ​ລໍຖ້າ​ຈາກປະຊາ​ຄົມ​ວິ​ສາ​ຫະກິດ 2 ຝ່າຍ​. TPP ບໍ່​ພຽງ​ແຕ່​ເປີດ​ກ້ວາງ​ກາລະ​ໂອກາດ​ ​ ກ່ຽວ​ກັບຕະຫຼາດ​ກ່ວາເທົ່າ​ນັ້ນ, ຫາກ​ຍັງຍົກລະດັບ​ການ​ຮ່ວມ​ມື ລະຫວ່າງ​ບັນດາ​ນັກ​ລົງທຶນຂອງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງອີກ​ດ້ວຍ. ທ່ານ ຫວູຕ໋ຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ຖື​ວ່າ:

      “ຂ້າພະ​ເຈົ້າ​ຄິດ​ວ່າ ຈະ​ມີ​ບາດກ້າວ​ພັດທະນາ​ບຸກທະລຸໃນ​ການ​ພົວພັນ​ລະຫວ່າງ 2 ຝ່າຍ. ພວກ​ເຮົາ​ຫວັງ​ວ່າ​ໃນ​ໄລຍະ​ສັ້ນ ອາ​ເມ​ລິ​ກາ ຈະ​ກາຍ​ເປັນ​ນັກ​ລົງທຶນ​ອັນ​ດັບ​ໜຶ່ງ ກໍຄື​ຄູ່​ຮ່ວມ​ມື​​ຂາ​ເຂົ້າ-​ຂາອອກ​ແຖວ​ໜ້າ​ຂອງ ຫວຽດນາມ. ປະຈຸ​ບັນ, ພວກ​ເຮົາ​ພວມຢູ່​ໃນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ປະຕິບັດ​ການຫັນ​​ເປັນປະ​ເທດອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ. ອາ​ເມ​ລິ​ກາ ພວມ​ກຳ​ເອົາ​ບັນດາ​ເຕັກ​ໂລ​ໂນ​ຊີ​​ແຖວ​ໜ້າ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ ດ້ານ​ການ​ເງິນ​ຂອງບັນດາ​ວິ​ສາ​ຫະກິດອາ​ເມ​ລິ​ກາ ໃຫຍ່ຫຼວງ​ທີ່​ສຸດ. ສະ​ນັ້ນ, ​​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່າ​ອ່ຽງຂອງ ອາ​ເມ​ລິ​ກາ ​ແມ່ນ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຂົງ​ເຂດ​ການ​ເງິນ, ທະນາຄານ, ປະກັນ​ໄພ, ກໍ​ຄື​ໃນ​ຂົງ​ເຂດ​ອຸດສາຫະກຳ, ຄອມ​ພິວ​ເຕີ, ​ເອ​ເລັກ​ໂຕນ​ິກ, ກະສິກຳ, ການ​ຄ້າ, ການທ່ອງທ່ຽວ… ​ແນ່ນອນ​ວ່າ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ”.

      ບັນດາ​ນັກ​ຊ່ຽວຊານດ້ານ​ເສດຖະກິດ​ຄາດ​ຄະ​ເນ​ວ່າ: ການ​ຄ້າ​ລະຫວ່າງ​ຫວຽດນາມ-​ອາ​ເມລິ​ກາ ​ໃນ​ປີ 2015 ຈະ​ລື່ນ​ກາຍ​ຕົວ​ເລກ 35 ຕື້ USD ຂອງ​ປີ 2014. ​ສາຍເຫດ​ແມ່ນ ການ​ເຮັດ​ລະບຽບການ​ປະຕິ​ຮູບດ້ານ​ການ​ບໍລິຫານ, ການປັບປຸງດ້ານ​ເຕັກນິກ,​ ຍົກ​ສູງ​ຄຸນ​ນະພາ​ບສິນຄ້າ​ສົ່ງ​ອອກ​ຂອງຫວຽດນາມນັບ​ມື້​ນັບດີກ​ວ່າ. ນອກນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ບັນດາ​ນັກ​ລົງທຶນ​ອາ​ເມ​ລິ​ກາ ຈະ​​ລົງທຶນ​​ເຂົ້າຫວຽດນາມຢ່າງ​ໃຫຍ່​ຫຼວງ. ບົນ​ພື້ນຖານ​ແຫ່ງ​ການ​ພັດທະນາ​ເສດຖະກິດລະຫວ່າງ 2 ປະ​ເທດ​ໃນ 20 ປີຜ່ານມາ, ພວກ​ເຮົາ​ສາມາດ​ມີ​ຄວາມ​ປະ​ເອີ​ບ​ໃຈ ຕໍ່​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ຫວຽດນາມ-​ອາ​ເມ​ລິ​ກາ ​ແມ່ນຈະ​ມີ​ບາດກ້າວບຸກທະລຸ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ