CPTPPຂົວເຊື່ອມຕໍ່ການເຊື່ອມໂຍງເສດຖະກິດສອງຝັ່ງ ປາຊີຟິກ

(VOVWORLD) -CPTPP ແມ່ນສັນຍາການຄ້າເສລີ ລະຫວ່າງ 11 ປະເທດ ຊື່ງລວມມີ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມຊີໂກ, ນິວເຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. 

ວັນທີ 30 ທັນວາ ປີ 2018, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິດ ສ້າງເປັນເຂດການຄ້າເສລີ ລວມມີ 11 ປະເທດ ທະວີບ ອາເມລິກາອາຊີ ແລະ ທະວີບໂອເຊອານີ. ເຫດການນີ້ ແມ່ນບາດກ້າວເດີນໃຫຍ່, ຊ່ວຍໃຫ້ບັນດາພື້ນຖານເສດຖະກິດຜ່ານຜ່າສິ່ງທ້າທາຍຂອງລັດທິອາລັກຂາພວມບືນຂຶ້ນຢ່າງແຮງ.

CPTPP ແມ່ນສັນຍາການຄ້າເສລີ ລະຫວ່າງ 11 ປະເທດ ຊື່ງລວມມີ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມຊີໂກ, ນິວເຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ສັນຍາດັ່ງກ່າວໄດ້ຮັບການລົງນາມຢ່າງເປັນທາງການຢູ່ Santiago ປະເທດ ຈີເລ ເມື່ອເດືອນມີນາປີ 2018. ສັນຍານີ້ ໄດ້ຊ່ວຍຫລຸດຜ່ອນຮົ້ວກີດຂວາງດ້ານພາສີລະຫວ່າງບັນດາປະເທດສະມາຊິກ.

ອົດສະຕາລີ, ການາດາ, ຍີ່ປຸ່ນ, ເມຊີໂກ, ນິວເຊີແລນ, ແລະ ສິງກະໂປ ແມ່ນ 6 ປະເທດທຳອິດຮັບຮອງເອົາ CPTPP ເພື່ອສ້າງເງື່ອນໄຂໃຫ້ສັນຍານີ້ມີຜົນສັກສິດ. ຢູ່ ຫວຽດນາມ ສັນຍານີ້ ຈະມີຜົນສັກສິດນັບແຕ່ວັນທີ 14 ມັງກອນປີ 2019 ເປັນຕົ້ນໄປ.

ບັນດາຄຳເຫັນທີ່ຫນ້າປະເອີບໃຈ

ສັນຍາ CPTPP ຫວັງຫວ່າຈະຊຸກຍູ້ການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ, ຫລຸດຜ່ອນຄວາມອຶດຫິວທຸກຍາກ ແລະ ຍົກສູງຄ່າຄອງຊີບຂອງປະຊາຊົນບັນດາປະເທດສະມາຊິກ. ສັນຍານີ້ ຈະສ້າງເຂດການຄ້າເສລີໃຫຍ່ສຸດໃນໂລກ ດ້ວຍຕະຫລາດທີ່ມີພົນລະເມືອງ 500 ລ້ານຄົນ ແລະ ຍອດ GDP ປະມານ 10.100 ຕື້ USD. ທ່ານ Heraldo Munoz ລັດຖະມົນຕີການຕ່າງປະເທດ ຈີເລ ໄດ້ຢືນຢັນວ່າ: CPTPP ເປີດຫລາຍກາລະໂອກາດສະດວກໃຫ້ແກ່ການສ້າງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ  ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນກຸ່ມ.

ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ຢືນຢັນວ່າ: CPTPP ແມ່ນ “ຫນຶ່ງໃນບັນດາຂໍ້ຕົກລົງຮອບດ້ານ ແລະ ມີຄວາມມັກໃຫຍ່ໃຝ່ສູງທີ່ສຸດ” ໃນປະຫວັດສາດຂອງປະເທດນີ້. ຂໍ້ຕົກລົງນີ້ໄດ້ຊ່ວຍໃຫ້ບັນດາວິສາຫະກິດ ອົດສະຕາລີ ບັນລຸການເຕີບໂຕ ແລະ ປະກອບຈຳນວນເງິນ 11 ຕື້ USD ໃນແຕ່ລະປີໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດໃນປີ 2030.

ສຳລັບ ນິວເຊີແລນ, CPTPP ກໍ່ຈະນຳມາເຊິ່ງຈຳນວນເງິນ ປະມານ 800 ລ້ານ USD – 2,6 ຕື້ USD ໃຫ້ແກ່ປະເທດນີ້ໃນແຕ່ລະປີ. ທ່ານ  David Parker ລັດຖະມົນຕີ ຮັບຜິດຊອບການເຕີບໂຕສົ່ງອອກ ແລະ ການຄ້າ ນິວເຊີນແລນ ຢືນຢັນວ່າ ສັນຍາ CPTPP ແມ່ນມີຜົນປະໂຫຍດໃຫ້ທົ່ວພື້ນຖານເສດຖະກິດ ແລະ ປະຊາຊົນ ນິວເຊີແລນແຕ່ລະຄົນ.

ໃນຂະນະນັ້ນ CPTPP ກໍ່ຈະຊ່ວຍບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄື: ມາເລເຊຍ, ສິງກະໂປ, ບຣູໄນ ແລະ ຫວຽດນາມ  ບັນລຸການເຕີບໂຕ GDP ຕື່ມອີກ 2% ໃນປີ 2030. ກ່ອນຫນ້ານັ້ນ ເມື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດກ່ຽວກັບການໃຫ້ສັດຕະຍາບັນສັນຍາ CPTPP ທີ່ກອງປະຊຸມເທື່ອທີ 6 ສະພາແຫ່ງຊາດຊຸດທີ 14  (ວັນທີ 2 ພະຈິກ), ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ: ເລື່ອງເຂົ້າຮ່ວມສັນຍາ ແລະ ໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ໄດ້ຊ່ວຍໃຫ້ຫວຽດນາມ  ປະຕິບັດຄຳໝັ້ນສັນຍາຢ່າງແຮງສຳລັບການປ່ຽນໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

ເປັນທີ່ຈະແຈ້ງແລ້ວວ່າ CPTPP ມີຜົນສັກສິດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດອັນໃຫຍ່ຫລວງໃຫ້ແກ່ບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງແມ່ນ “ຄຳຕອບ” ໃຫ້ລັດທິອາລັກຂາດ້ານການຄ້າພວມປີນຂັ້ນໄດໃນໂລກອີກດ້ວຍ.

ຄວາມດູດດື່ມຂອງບັນດາພື້ນຖານເສດຖະກິດອື່ນ

        ຜົນປະໂຫຍດຕ່າງໆເຊິ່ງ ສັນຍາ CPTPP  ນໍາມາໃຫ້ ພວມສ້າງຄວາມດູດດື່ມສໍາລັບບັນດາພື້ນຖານເສດຖະກິດອື່ນ. ອິນໂດເນເຊຍ, ສ.ເກົາຫຼີ, ຟິລິບປີີນ, ໄທ ກໍໄດ້ຄິດໄລ່ຊັ່ງຊາຄວາມອາດສາມາດຈະເຂົ້າຮ່ວມສັນຍາ CPTPP. Colombia ກໍໄດ້ສະເໜີຄວາມປາດຖະໜາຢາກເຂົ້າເປັນສະມາຊິກຂອງສັນຍາ CPTPP ຢ່າງເປັນທາງການ. ສັນຍາສະບັບນີ້ ກໍພວມກາຍເປັນກໍາລັງດູດດື່ມ ສໍາລັບ ອັງກິດ ພາຍຫຼັງປະເທດນີ້ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ).

        ຕາມວົງການເຈົ້າໜ້າທີ່ຂອງອັງກິດ ແລ້ວ, ໂອກາດເຂົ້າຮ່ວມສັນຍາ CPTPP ຈະແມ່ນພື້ນຖານໃຫ້ແກ່ການພົວພັນຮ່ວມມືດ້ານເສດຖະກິດຂອງປະເທດນີ້.

        ໃນສະພາບການລັດທິອາລັກຂາດ້ານການຄ້າພວມເພີ່ມຂຶ້ນ, ສັນຍາ CPTPP ຄວນໄດ້ຮັບການເປີດກວ້າງກວ່າ ແລະ ຕ້ອນຮັບບັນດາປະເທດເຂົ້າຮ່ວມເພີ່ມເຕີມ ເພື່ອເພີ່ມທະວີຄວາມເສລີດ້ານການຄ້າໃນທົ່ວໂລກ. 11 ປະເທດ ເຂົ້າຮ່ວມສັນຍາ CPTPP ຈະເລີ່ມຕົ້ນການປຶກສາຫາລືກ່ຽວກັບລະບຽບການສໍາລັບບັນດາສະມາຊິກໃໝ່ ໃນເດືອນ ມັງກອນນີ້. ຍີ່ປຸ່ນ ຈະສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າ ໃນເມື່ອບັນດາປະເທດໃໝ່ເຂົ້າຮ່ວມການເຈລະຈາເຂົ້າເປັນສະມາຊິກຂອງສັນຍາ CPTPP.

        ເລື່ອງສັນຍາ CPTPP ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 30 ທັນວາ 2018 ເປັນຕົ້ນໄປ ໄດ້ສ້າງຂີດໝາຍແຫ່ງການສ້າງຕັ້ງເຂກການຄ້າເສລີ ເປັນຄັ້ງທໍາອິດ ຢູ່ ອາຊີ - ປາຊີຟິກ, ກາຍເປັນສະພາບແວດລ້ອມໃໝ່່ໃຫ້ບັນດາປະເທດໃຫຍ່, ບັນດາພື້ນຖານເສດຖະກິດພັດທະນາ ແລະ ພວມພັດທະນາເຄື່ອນໄຫວ. ການສ້າງຕັ້ງສັນຍາ CPTPP ແມ່ນກໍາລັງໜູນ ເພື່ອສືບຕໍ່ຊຸກຍູ້ວິວັດການຫັນເປັນໂລກາພິວັດ, ກາຍເປັນຂົວເຊື່ອມຕໍ່ເຊື່ອມໂຍງເສດຖະກິດຢູ່ລະຫວ່າງສອງຝັ່ງ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ