ກັບຄືນອາຊີດ້ວຍສິ່ງທ້າທາຍຫຼາຍຢ່າງ


(vovworld)-  ວັນ​ທີ 13/2, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ເລີ່​ມຕົ້ນການ​ໄປ​ປະຕິບັດ​ງານຢູ່ 4 ປະ​ເທດ​ອາຊີ ຊື່​ງຈະ​ແກ່ຍາວ​ຮອດ​ວັນ​ທີ 18/2, ກ່ອນ​ແຜນການທີ່ປະທານາທິບໍດີ Barack Obama ​ໄປ​ຢ້ຽມຢາມ​ອາຊີ​ ໃນ​ເດືອນ​ເມສາ​ທີ່​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຊຸກຍູ້​ຍຸດ​ທະ​ສາດ​ປ່ຽນ​ທິດ​ຂອງອາ​ເມ​ລິ​ກາ​ ເຂົ້າພາກ​ພື້ນ​ນີ້​. ​ໃນ​ສະພາບ​ການ​ທີ່​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ພວມ​ເພີ່ມ​ຂຶ້ນ​ສູງ​ນັ້ນ, ການ​ໄປ​ປະຕິບັດ​ງານ​ຂອງທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ ​ John Kerry ​ໄດ້​ຮັບ​ຂໍ້​ໃຫ້​ສັງ​ເກດ​ວ່າ: ພຽງ​ແຕ່​ມີ​ລັກສະນະ​ທາງ​ການ​ທູດ​ເທົ່າ​ນັ້ນ, ຍ້ອນ​ວໍ​ຊິງ​ຕັນ ຍາກ​ທີ່​ຈະ​ຍົກ​ອອກ​ຫຼັກໝັ້ນທີ່​ຈະ​ແຈ້ງ​ຕໍ່​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ພາກ​ພື້ນ​ໄດ້.

  4 ປະ​ເທດ​ອາຊີ ຊື່​ງທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ໄປ​ຢ້ຽມຢາມລວມມີ: ສ.​ເກົາຫຼີ, ຈີນ, ອິນ​ໂດ​ເນ​ເຊຍ ​ແລະ ຢູ​ໄນ​ເຕັບ ອາຣັບ ​ເອມມີ​ເລດ (UAE). ຢູ່​ແຕ່ລະ​ປະ​ເທດ, ຈຸດ​ສຸມຂອງ​ການ​ພົບ​ປະ​ສົນທະນາ​ຍັງ​ແມ່ນ​ບັນດາ​ບັນຫາ​ທີ່​ບໍ່​ໃໝ່​ອຽມ, ລວມມີ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ບັນດາ​ຫົວ​ເລື່ອງ​ທີ່​ເຄັ່ງຮ້ອນ​ຂອງ​ໂລກ.

ກັບຄືນອາຊີດ້ວຍສິ່ງທ້າທາຍຫຼາຍຢ່າງ - ảnh 1

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry

(ພາບ: . AFP/TTXVN)

​ເພີ່ມ​ນະ​ໂຍບາຍ​ປ່ຽນ​ທິດ​ໄປ​ອາຊີ

  ຢູ່​ເຊີ​ອຸນ-ປະ​ເທດ ສ.​​ເກົາຫຼີ, ທ່ານ​ John Kerry ມີ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງຂອງ​ລັດຖະບານ ສ.​​ເກົາຫຼີ ​ແລະ ຢືນຢັນ​ຄື​ນ​ໃໝ່​ຄວາມ​ໝັ້ນ​ຄົງຂອງ​ສຳພັນ​ທະ​ມິດ​ອາ​ເມ​ລິ​ກາ- ສ.​​ເກົາຫຼີ. ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເປີດ​ກ້ວາງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ພ້ອມ​ທັງ​ສືບ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດກ່ຽວກັບບັນຫາ ສປປ.​ເກົາຫຼີ.

   ຢູ່​ປະ​ເທດ​ຈີນ, ທ່ານ​ John Kerry ຈະ​ພ້ອມ​ກັບ​ບັນດາ​ການ​ນຳ​ປັກ​ກິ​ງ ປຶກສາ​ຫາລືບັນດາ​ບັນຫາ​ພາກ​ພື້ນ, ​ໃນ​ນັ້ນມີ​ບັນຫາ​ກ່ຽວຂ້ອງ​ເຖິງ ສປປ.​ເກົາຫຼີ, ພ້ອມ​ທັງ​ຍົກ​ອອກ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ-​ຈີນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ພະລັງງານ​ສະອາດ.

   ຢູ່​ຈາ​ກາກ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ John Kerry ຈະ​ສວມ​ບົດບາດ​ປະທານ​ຮ່ວມ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ປະສົມ​ຕາມ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ອາ​ເມ​ລິ​ກາ-​ອິນ​ໂດ​ເນ​ເຊຍ ​ແລະ ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫ່ຍອາ​ຊຽນ ​ເພື່ອ​ແນ​ໃສ່​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ ກັບ​ບັນດາ​ລະບອບຫຼາຍ​ຝ່າຍ​ຢູ່ພາກ​ພື້ນ​ອາຊີ.

   ຢູ​ໄນ​ເຕັບ ອາຣັບ ​ເອມມີ​ເລດ (UAE) ​ແມ່ນປະ​ເທດສຸດ​ທ້າຍ​ໃນ​ການ​ໄປ​ປະຕິບັດງານ​ຢູ່ 4 ປະ​ເທດ​ອາຊີ​ຂອງທ່ານ​ John Kerry. ນະ​ທີ່​ນີ້, ທ່ານ​ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ UAE ​ແລະ ປຶກ​ສາ​ຫາລື​ບັນດາ​ບັນຫາ​ສອງ​ຝ່າຍ ກໍ່​ຄື​ບັນຫາ​ຕ່າງໆ​ໃນ​ພາກ​ພື້ນ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດລວມ ສຳລັບ​ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ UAE.

ສິ່ງ​ທ້າ​ທາຍ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອາຊີ

​  ແຕ່​ວ່າ, ​ເນື້ອ​ໃນ​ໜຶ່ງ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາ​ສຽງທີ່​ສຸດ, ​ນັ້ນ​ແມ່ນ​ສານ​ທີ່​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ນຳ​ມາ​ເຖິງ​ຈີນ. ກ່ອນ​ການ​ໄປ​ຢ້ຽມຢາມ​ຈີນ, ອາ​ເມ​ລິ​ກາ​ ​​ໄດ້ໃຫ້ຄຳໝັ້ນສັນຍາຈະ​ປະຕິບັດ​ສາຍ​ພົວພັນ​ອັນຕັ້ງໜ້າ, ຮ່ວມ​ມື ​ແລະ ຮອບດ້ານ. ຄຳ​ຖະ​ແຫຼ​ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້ດຶງດູດຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ຍ້ອນ​ໄດ້​ເກີດ​ຂຶ້ນ​ກົງ​ກັບ​ເວລາ​ທີ່​ຈີນ ຫາ​ກໍ່​ເປີດ​ເຜີຍ​ແຜນການ​ສ້າງຕັ້ງ​ເຂດ​ປ້ອງ​ກັນ​ອາກາດ​ໃນ​ທະ​ເລ​ຕາ​ເວັນ​ອອກ. ດ້ວຍ​ສານ​ຢູ່​ປັກ​ກິ​ງ, ຜູ້​ຊ່ຽວຊານ​ຫຼາຍ​ທ່ານ​ໄດ້​ຕັ້ງຄຳ​ຖາມ​ວ່າ, ວໍຊິງ​ຕັນ ຈະ​ຮັກສາ​ຍຸດ​ທະ​ສາດ​ສ້າງ​ຄວາມ​ດຸນ​ດຽງ​ຄືນ​ໃໝ່​ໄດ້​ຫຼື​ບໍ່? ນອກ​ນັ້ນ, ​ເລື່ອງຍີ່ປຸ່ນ, ຟີ​ລິບ​ປິນ ຊື່​ງ​ແມ່ນ​ສອງ​ປະ​ເທດ​ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ ພັດ​ບໍ່​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ທີ່ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຈະ​ມາ​ຢ້ຽມຢາມ​ໃນ​ການ​ໄປ​ປະຕິບັດ​ງານ​ຄັ້ງນີ້ ກໍ່​ເຮັດ​ໃຫ້ຫາ​ງສຽງມີ​ຄວາມ​ວິຕົກ​ກັງວົນວ່າ, ພາລະ​ກຳ​ຂອງ​ທ່ານ John Kerry ​ໃນ​ການ​ສ້າງ​ຄວາມ​ຮັບ​ຮູ້​ຄຶນ​ໃໝ່​ຂອງ​ຫຼາຍ​ປະ​ເທດ​ອາຊີ ກ່ຽວ​ກັບ​ຍຸດທະ​ສາດປ່ຽນ​ທິດ​ຂອງ​ອຳນາດ​ການ​ປົກຄອງ Barack Obama ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

   ​ໃນ​ຂະນະ​ນັ້ນ, ສຳລັບ​ບັນຫາ ສປປ.​ເກົາຫຼີ, ຕາມ​ຂໍ້​ໃຫ້​ສັງ​ເກດ​ຂອງວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​​ໄປຢ້ຽມຢາມ​ ສ.​ເກົາຫຼີ ຂອງ​ການ​ນຳ​ກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ອາດ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ​ໃນ​ສະພາບ​ການ​ທີ່​ຈຸດ​ເວລາ​ຈັດການ​ສ້ອມ​ຮົບ​ຮ່ວມ​ອາ​ເມລິກາ-ສ.​ເກົາຫຼີ ​ໃກ້​ຈະ​ມາ​ຮອດ​ແລ້ວ.

  ສຳລັບ​ການ​ໄປ​ປະຕິບັດ​ງານ​ຢູ່​ອາຊີ ຄັ້ງນີ້, ລັດຖະບານ​ອາ​ເມ​ລິ​ກາ ພວມ​ສົ່ງ​ສັນຍານ​ການ​ທູດ​ທີ່​ສັບສົນ, ສະ​ແດງ​ໃຫ້​ເຫັນ​ການ​ດັດ​ສົມ​ທີ່​ບໍ່ງ່າຍ​ດາຍ​ໃນ​ນະ​ໂຍບາຍ​ອາຊີ​ ຂອງ​ປະທາ​ນາ​ທິບໍດີ Barack Obama. ດ້ານ​ໜຶ່ງ, ​ແມ່ນວໍ​ຊິງ​ຕັນ   ຢາກ​ຮ່ວມ​ມື, ​ແຕ່​ດ້ານ​ໜຶ່ງອີກ​ພັດ​ຢາກ​ຄວບ​ຄຸມ​ປັກ​ກິ​ງ. ຍ້ອນ​ເຫດ​ນັ້ນ, ພາລະກຳທາງ​ການ​ທູດ​ທຳ​ອິດ​ໃນ​ປີ 2014 ຂອງ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຢູ່​ອາຊີ ອາດ​ຈະ​ຖືກ​ຖື​ວ່າ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ມານະ​ພະຍາຍາມ​ປ່ຽນ​ທິດ​ຂອງ​ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ​ນີ້./.

 

ຕອບກັບ

ຂ່າວ/ບົດ​ອື່ນ