ກອງປະຊຸມສຸດຍອດ SCO - ຊອກຫາການຮ່ວມມື ແລະ ຄວາມດຸ່ນດ່ຽງດ້ານ ຜົນປະໂຫຍດ

(VOVWORLD) - ກອງປະຊຸມສຸດຍອດຂອງອົງການຮ່ວມມື ຊຽງໄຮ້ (SCO), ຖືກດຳເນີນໃນລະຫວ່າງວັນທີ 15 -16 ກັນຍາ ຢູ່ນະຄອນ Samarkand, ປະເທດ Uzbekistan ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳບັນດາອົງການສາກົນຮ່ວມມືກັບ SCO ລວມ 15 ທ່ານ.

 ໃນສະພາບການພູມສາດການເມືອງພາກພື້ນ ແລະ ໂລກພວມມີການຜັນປ່ຽນຫຼາຍຢ່າງນັ້ນ, ບັນດາຝ່າຍເຂົ້າຮ່ວມຂອງປະຊຸມ, ດ້ວຍທິດທາງ ແລະ ການຄິດໄລ່ຊັ່ງຊາດ້ານຍຸດທະສາດທີ່ແຕກຕ່າງກັນ, ລ້ວນແຕ່ຍົກສູງການຮ່ວມມືຂອງອົງການລະດັບພາກພື້ນນີ້.

ກອງປະຊຸມສຸດຍອດ SCO - ຊອກຫາການຮ່ວມມື ແລະ ຄວາມດຸ່ນດ່ຽງດ້ານ ຜົນປະໂຫຍດ - ảnh 1ການເຈລະຈາລະຫວ່າງ ລັດເຊຍ - ຈີນ ຢູ່ ຊຽງໄຮ້ (ພາບ: AP)

        ກອງປະຊຸມ SCO ຄັ້ງນີ້, ຕິດພັນກັບບັນດາສິ່ງທຳອິດທີ່ເປັນໜ້າສົນໃຈ, ນັ້ນແມ່ນ: ການປຶກສາຫາລືໂດຍກົງທຳອິດຂອງການນຳບັນດາປະເທດສະມາຊິກ SCO ນັບແຕ່ຕົ້ນໂລກລະບາດໂຄວິດ - 19 ເມື່ອປີ 2020; ເປັນຄັ້ງທຳອິດທ່ານປະທານປະເທດຈີນ ສີຈິ້ນຜິງ ເດີນທາງໄປຕ່າງປະເທດນັບແຕ່ຕົ້ນປີ 2020 ແລະ ເປັນຄັ້ງທຳອິດການນຳ ຈີນ - ອິນເດຍ ມີການພົບປະພາຍຫຼັງການປະທະກັນຢູ່ເຂດຊາຍແດນເມື່ອປີ 2020… ແລະ ພິເສດ, ຈຸດສຸມຂອງກອງປະຊຸມສຸດຍອດ SCO ຢູ່ Samarkand  ຄັ້ງນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳ ລັດເຊຍ - ຈີນ ນັບແຕ່ເມື່ອລັດເຊຍ ເລີ່ມດຳເນີນບັ້ນຮົບດ້ານການທະຫານຢູ່ ຢູແກຼນ. ການພົບປະຄັ້ງນີ້ ມີຄວາມໝາຍສຳຄັນພິເສດ ຖ້າຫາກເວົ້າເຖິງບັນດາຄຸນລັກສະນະຂອງສະພາບສາກົນໃນປະຈຸບັນ.

ລັດເຊຍ - ຈີນ ຢັ້ງຢືນການພົວພັນສຳພັນທະມິດ

        ວົງການນັກໄຈ້ແຍກຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ ຈີນ ສະແດງຜົນສະທ້ອນຂອງຕົນ ແລະ ເພື່ອໃຫ້ລັດເຊຍ ຢັ້ງຢືນນະໂຍບາຍຍົກສູງ ທະວີບອາຊີ, ເມື່ອ ມົດສະກູ ແລະ ປັກກິ່ງ ລ້ວນແຕ່ພວມມີການພົວພັນທີ່ເຄັ່ງຕຶງກັບ ອາເມລິກາ. ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ: ການໂອ້ລົມສົນທະນາສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຈີນ ທັງບົນພື້ນຖານສອງຝ່າຍ ແລະ ບົນເວທີສາກົນ. ສ່ວນທ່ານປະທານ ສີຈິ້ນຜິງ ຢັ້ງຢືນວ່າ: ດ້ວຍຖານະເປັນບັນດາປະເທດມະຫາອຳນາດ, ຈີນ ກຽມພ້ອມຮ່ວມກັບ ລັດເຊຍ ນຳໂລກ ພັດທະນາແບບຍືນຍົງ ແລະ ຕັ້ງໜ້າ.

          ເມື່ອໃຫ້ຂໍ້ສັງເກດກ່ຽວກັບການພົບປະຄັ້ງນີ້, ວົງການນັກຊ່ຽວຊານຖືວ່າ, ການນຳທັງສອງທ່ານພວມຢາກພິສູດຫຼາຍບັນຫາ. ການພົບປະຄັ້ງສຸດຍອດ ລັດເຊຍ - ຈີນ ແມ່ນສຳຄັນທີ່ສຸດໃນສະພາບຄວາມເຄັ່ງຕຶງກັບຝ່າຍຕາເວັນຕົກ. ຈີນໄດ້ປະຕິເສດການ ຕຳໜິຕິຕຽນເລື່ອງ ລັດເຊຍ ບຸກໂຈມຕີ ຢູແກຼນ ແລະ ຄັດຄ້ານບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກສຳລັບ ລັດເຊຍ ຢ່າງເດັດຂາດ. ສ່ວນລັດເຊຍ ໄດ້ສະໜັບສະໜູນ ຈີນ ໃນສະພາບຄວາມເຄັ່ງຕຶງ ກັບ ອາເມລິກາ ພາຍຫຼັງການຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ) ຂອງທ່ານນາງປະທານສະພາຕ່ຳ ອາເມລິກາ Nancy Pelosi ຢ່າງແຮງ. ສຳລັບລັດເຊຍ, ຈີນ ໄດ້ເລືອກເອົາການສຳຜັດດ້ວຍຄວາມດຸ່ນດ່ຽງໃນວິກິດການຢູ່ ຢູແກຼນ. ສຳລັບທ່ານ Putin, ກອງປະຊຸມສຸດຍອດ SCO ແມ່ນໂອກາດເພື່ອສະແດງໃຫ້ເຫັນວ່າ ລັດເຊຍ ບໍ່ສາມາດຕົກຢູ່ໂດດດ່ຽວໃນເວທີສາກົນ, ໃນຈຸດເວລາທີ່ການປະທະກັນ ລັດເຊຍ - ຢູແກຼນ ພວມສືບຕໍ່ໄດ້ດຳເນີນໄປ. ນອກຈາກນັ້ນ, ລັດເຊຍ ໄດ້ຮັບຖືວ່າ: ມີຄວາມຫວັງຊອກຫາຕະຫຼາດໃໝ່ໃຫ້ແກ່ບັນດາຜະລິດຕະພັນຂອງລັດເຊຍ, ຫຼື ຊອກຫາການສະໜອງບັນດາປະເພດສິນຄ້າເຊິ່ງເຂົາເຈົ້າບໍ່ສາມາດນຳເຂົ້າຈາກ ເອີລົບ ຈາກນັກສະໜອງຄົນໃໝ່. ສ່ວນສຳລັບທ່ານ ສີຈິ້ນຜິງ, ນີ້ແມ່ນໂອກາດເພື່ອປັບປຸງພາບພົດຂອງທ່ານກ່ອນທີ່ຈະຈັດກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ໃນເດືອນ ຕຸລາ ຈະມາເຖິງ.

        ເຖິງວ່າ, ການພົວພັນລະຫວ່າງລັດເຊຍ - ຈີນ ຍັງຄົງມີຄວາມບໍ່ລົງລອຍກັນຫຼາຍຢ່າງກໍ່ຕາມ, ແຕ່ຄວາມຮັບຮູ້ລະຫວ່າງສອງຝ່າຍນັບມື້ນັບເລິກເຊິ່ງ ກ່ຽວກັບບັນດາຄາດໝາຍຍຸດທະສາດລວມ, ພິເສດແມ່ນການສ້າງກຳແພງເພື່ອຕ້ານຄືນຜົນສະທ້ອນຂອງ ອາເມລິກາ ຢູ່ ອາຊີ. ດັ່ງນັ້ນ, ເລື່ອງທ່ານປະທານ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ Putin ພົບປະຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ທັງສອງປະເທດພິສູດໃຫ້ໂລກເຫັນການພົວພັນສຳພັນທະມິດຂອງເຂົາເຈົ້າ.

ກອງປະຊຸມສຸດຍອດ SCO - ຊອກຫາການຮ່ວມມື ແລະ ຄວາມດຸ່ນດ່ຽງດ້ານ ຜົນປະໂຫຍດ - ảnh 2ຈຸດສຸມຂອງກອງປະຊຸມ SCO ຄັ້ງທີ 22 ແມ່ນການເຈລະຈາລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Putin ແລະ ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ (ພາບ:Reuters)

ບົດບາດທີ່ມີຄວາມສາມາດບົ່ມຊ້ອນຂອງ SCO ໃນສະພາບການໃໝ່

        ໂດຍໄດ້ຮັບການສ້າງຕັ້ງໃນປີ 2001, SCO ມີການເຂົ້າຮ່ວມຂອງ ອິນເດຍ, ກາຊັກສະຖານ, ເບລາຣຸດ, ອີຣານ ແລະ ມົງໂກນ ເຂົ້າຮ່ວມດ້ວຍຖານະເປັນນັກສັງເກດການ, ໃນຂະນະທີ່ ອັກເມເນຍ, ອາເຊັກໄບຢານ, ກຳປູເຈຍ, ເນປານ, ສີລັງກາ ແລະ ຕວກກີ ແມ່ນບັນດາປະເທດຄູ່ຮ່ວມມື.

        ໃນສະພາບການປະຈຸບັນ, SCO ພວມໄດ້ຮັບຖືວ່າ ແມ່ນສູນກາງສິດອຳນາດໃໝ່ພວມເພີ່ມຂຶ້ນ, ກວມເອົາປະຊາກອນໂລກ 25% ແລະ ເນື້ອທີ່ດິນຂອງ ອາຊີ ແລະ ເອີລົບ 60%. ດັ່ງນັ້ນ, SCO ພວມໄດ້ຮັບຄວາມສົນໃຈຂອງຫຼາຍປະເທດຂໍເຂົ້າເປັນສະມາຊິກທາງການ, ຜູ້ສັງເກດການ ຫຼື ຄູ່ເຈລະຈາ. ທີ່ກອງປະຊຸມສຸດຍອດຄັ້ງນີ້, ກໍ່ແມ່ນຂີດໝາຍເລື່ອງ ອີຣານ ລົງນາມໃນບົດບັນທຶກຊ່ວຍຈຳເຂົ້າຮ່ວມອົງການ SCO ຢ່າງເປັນທາງການ.

        ເມື່ອເຂົ້າຮ່ວມ SCO, ແຕ່ລະປະເທດສະມາຊິກ, ປະເທດສັງເກດການ ຫຼື ຄູ່ຮ່ວມມື ລ້ວນແຕ່ເດີນຕາມຜົນປະໂຫຍດສະເພາະ. ການເພີ່ມທະວີການຮ່ວມມືໃນ SCO ອາດຈະຊ່ວຍໃຫ້ ຈີນ ແລະ ລັດເຊຍ ແກ້ໄຂຄວາມຫຍຸ້ງຍາກດ້ານການເມືອງ, ເສດຖະກິດ ແລະ ຄວາມໝັ້ນຄົງຫຼາຍຢ່າງໂດຍນະໂຍບາຍໂຕ້ຕອບຂອງຝ່າຍອື່ນກໍ່ໃຫ້ເກີດ. ໃນຂະນະນັ້ນ, ອົງການ SCO ດ້ວຍບັນດາປະເທດສະມາຊິກທາງການອື່ນ, ການເຂົ້າຮ່ວມຂອງບັນດາປະເທດໃໝ່ ໝາຍຄວາມວ່າເລື່ອງເປີດກ້ວາງລະດັບຜົນສະທ້ອນບໍ່ພຽງແຕ່ໃນຂົງເຂດການຄ້າ ເສດຖະກິດເທົ່ານັ້ນ ຫາກຍັງໃນສະພາບການເມືອງໂລກອີກດ້ວຍ. SCO ພວມນັບມື້ນັບເສີມຂະຫຍາຍບົດບາດກ່ຽວກັບການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ຊຸກຍູ້ການຮ່ວມມືບັນດາປະເທດສະມາຊິກ, ພ້ອມທັງຍົກລະດັບຜົນສະທ້ອນບົນເວທີສາກົນຢ່າງບໍ່ຢຸດຢັ້ງອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ