ການພົວພັນທີ່ໝັ້ນຄົງລະຫວ່າງຫວຽດນາມ - ກູຍບາ ກ້າວເຂົ້າສູ່ໄລຍະໃໝ່

( vovworld ) ວັນ​ທີ 10/7, ທ່ານ​ເລຂາ​ຜູ້​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູຍ​ບາ, ປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູ​ຍບາ Raul Castro ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 8-10/7. ​ໃນ​ການ​ຢ້ຽມ​ຢາມ​ຫວຽດນາມ​ຄັ້ງ​ນີ້, ບັນດາ​ການ​ນຳ​ພັກ, ລັດ ຫວຽດນາມ ​ແລະ ປະທານສະພາ​ລັດຖະມົນຕີ ກູ​ຍບາ Raul Castro ​ໄດ້​ຢືນຢັນ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ກູ​ຍບາ ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ​ແລະ ​ຕັດສິນ​ໃຈນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ການພົວພັນທີ່ໝັ້ນຄົງລະຫວ່າງຫວຽດນາມ -  ກູຍບາ ກ້າວເຂົ້າສູ່ໄລຍະໃໝ່ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫວຽດນາມ Nguyen Phu Trong ແລະ
ທ່ານປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູ​ຍບາ Raul Castro
( ພາບ: xaluan.com )

ການ​ຢ້ຽມຢາມ​ຫວຽດນາມ​ຂອງທ່ານ​ເລຂາ​ຜູ້​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ຍບາ, ປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູ​ບາ Raul Castro ​​ແມ່ນ​ການ​ຢ້ຽມຢາມ​ປະ​ເທດອ້າຍ​ນ້ອງ​ຫວຽດນາມທີ່​ສະໜິດສະໜົມ, ​ແລະ​ການ​ນຳ​ຫວຽດນາມ​ໄດ້​ຕ້ອນຮັບປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູ​ຍບາ Raul Castro ຄື​ດັ່ງ​ຕ້ອນຮັບ​ອ້າຍ​ນ້ອງ​ຄີງ​ທີ່​ກັບ​ມາ​ຈາກ​​ແດນໄກ. ທີ່​ງານ​ລ້ຽງ​ຮອງ​ຮັບ​ທ່ານປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູ​ບາ Raul Castro​ມາ​ຢ້ຽມຢາມ​ຫວຽດນາມ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ກູ​ຍບາ ​ແມ່ນ​ບັນດາ​ເພື່ອນ​ມິດ​ທີ່​ສຸດ​ຈິດ​ສຸດ​ໃຈ, ຈົ່ງ​ຮັກ​ພັກດີ, ຮ່ວມ​ອຸດົມ​ຄະຕິ, ຮ່ວມ​ຂູ​ມຄອງ​ດຽວ​ກັນ, ຍາມ​ໃດ​ກໍ່​ສະໜັບສະໜູນ​ປະຊາຊົນຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຜັນ​ແປ​ຂອງ​ປະຫວັດສາດ. ສ່ວນ​ທ່ານປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູຍ​ບາ Raul Castro ກໍ່​ຊີ້​ແຈງ​ວ່າ​ຫວຽດນາມ - ກູຍ​ບາ​ມີ​ຄວາມ​ສະໜິດ​ຕິດ​ພັນ​ນຳ​ກັນ ​ເພາະວ່າ​ມີ​ອຸດົມ​ຄະຕິ​ຮ່ວມ​ກັນ, ມີ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ​ດຽວ​ກັນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ທົດ​ສອບ​ຜ່ານ​ການ​ເວລາ​ອັນ​ຫຍຸ້ງ​ຍາກ​ທີ່​ສຸດ, ອັນ​ເປັນ​ການ​ຢືນຢັນ​ວ່າ, ນັ້ນ​ແມ່ນ​ການ​ຮ່ວມ​ມື​ສັດ​ຊື່​ບໍລິສຸດ​, ຜຸດ​ຜ່ອງ ​ເຊິ່ງທັງ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ, ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມີືທີ່​ສອງ​ປະ​ເທດ​ໄດ້​ລົງ​ນາມນຳ​ກັນ. ທ່ານປະທານ​ສະພາ​ແຫ່ງ​ລັດ, ​ແລະ ສະພາ​ລັດຖະມົນຕີ ກູ​ຍບາ Raul Castro, ​ໃຫ້​ຮູ້​ວ່າ:

”ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ຄິດ​ຮອດ​ຄິດ​ເຖິງ​ພາບພົດ​ປະທານ ​ໂຮ່ຈີ​ມິນ, ​ເປັນ​ສະຫາຍ​ທີ່​ບໍ່​ອາດ​ລືມ​ໄດ້, ​ແມ່ນ​ຜູ້​ທີ່​ໄດ້​ລະດົມ ​ແລະ ຊີ້​ນຳ​ນຳພາ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ​ສ້າງ​ຕັ້ງ​ລັດ​ສັງຄົມ​ນິຍົມ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ຂ້າພະ​ເຈົ້າ​ເປັນ​ກຽດ​ທີ່​ສຸດ​ທີ່​ໄດ້​ພົບ​ປະ​ໂດຍ​ກົງ​ກັບ​ເພິ່ນ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ເທື່ອ​ທຳ​ອິດ​ເມື່ອ​ປີ 1966, ກ່ອນ​ນີ້ 46 ປີ. ປະຊາຊົນ​ກູ​ຍບາ​ຈະ​ຮຽງ​ບ່າ​ຮຽງ​ໄລ່​ພ້ອມ​ກັບ​ປະຊາຊົນ​ຫວຽດນາມ​ຕະຫຼອດ​ໄປ ​ເພື່ອເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ນ້ຳ​ໃຈ​ມິດຕະພາບ​ຖານ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເກີດ​ດອກ​ອອກ​ຜົນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ນັ້ນ​ກໍ່​ຄື​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ ”

ການ​ຢ້ຽມຢາມ​ສັນຖະວະ​ໄມ​ຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ກູ​ຍບາ Raul Castro ບໍ່​ພຽງ​ແຕ່​ສະ​ແດງ​​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ອັນໃກ້ຊິດ​ສະຫນິດສະຫນົມ​ລະຫວ່າງ​ສອງ​ພັກ, ສອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ກວ່າ​ເຄິ່ງສັດຕະວັດ​ຜ່ານ​ມາ​ເທົ່າ​ນັ້ນ. ສິ່ງ​ສຳຄັນ​ພິ​ເສດ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ນັ້ນ​ແມ່ນ​ການ​ນຳ​ຂັ້ນ​ສູງສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ຢືນຢັນ​ບັນດາ​ທິດ​ທາງ​ສຳຄັນ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ກູ​ຍບາ ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່. ​ໃນ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong ​ກໍ່​ຄືໃນ​ການພົບ​ປະ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ແລະ ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ Raul Castro ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ      ກູ​ຍບາ  ​ແລະ ບັນດາ​ການ​ນຳ​ພັກ, ລັດ ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ສູງ ສືບ​ຕໍ່​         ເພ​ີ່ມທະວີ​ການ​ພົບ​ປະ​ຂັ້ນ​ສູງ​, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖ​ະກິດ​ສັງຄົມ ​ແລະ ກໍ່ສ້າງ​ພັກ. ນອກ​ນັ້ນ ຈະ​ຍູ້​ແຮງ​ການ​ເພີ່ມ​ທະວີ​ການ​ພົບ​ປະແລກປ່ຽນ​ໃນ​ປະຊາຊົນ, ສຶກສາ​ໃຫ້​ລຸ້ນຫນຸ່ມ​ສອງ​ປະ​ເທດ ກ່ຽວ​ກັບ​ຄວາມ​ສາມັກຄີ​ລະຫວ່າງ ຫວຽດນາມ ​ແລະ ກູ​ຍບາ, ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຮ່ວມ​ລະຫວ່າງ​ສອງ​ພັກ, ພ້ອມ​ກັນ​ມານະ​ພະຍາຍາມ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ,​ ການ​ລົງທຶນ, ວັດທະນະທຳ. ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong ​ເນັ້ນ​ຫນັກ​ວ່າ:

        “ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງ​ສະຫາຍ Raul Castro ​ແມ່ນ​ການ​ສືບ​ທອດ​ເພື່ອ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ຫັນ​ບັນດາ​ຂໍ້​ຕົກລົງ ​ແລະ ຖະ​ແຫລ​ງການ​ຮ່ວມ ຫວຽດນາມ  - ກູ​ຍບາ​​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຫວຽດນາມ ​ໝັ້ນ​ໝາຍ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ໃຫ້​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ຊຸກຍູ້​ບັນດາ​ມາດ​ຕະການ​ເສດຖະກິດ, ການ​ຄ້າ​ໃຫ້​ເໝາ​ະສົມ, ​ເພື່ອ​ເພີ່ມ​ລັກສະນະ​ປະສິດທິ​ຜົນ, ສອດ​ຄອ່ງກັບ​ທຸກເງື່ອນ​ໄຂ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຢູ່ ຫວຽດນາມ ​ແລະ ກູ​ຍບາ.”

        ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ ຫວຽດນາມ ​ ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ຂອງ​ທ່ານ Raul Castro ​ໃນ​ຖານະ​​ເປັນຜູ້ນຳ​ພັກ, ລັດ ​ແລະ ລັດຖະບານ ກູ​ຍບາ ດຳ​ເນີນ​ໄປ​ພາຍຫລັງ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ກູ​ຍບາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong ​ເມື່ອ​ເດືອນ 4/2012 ຜ່ານ​ມາ ​ແມ່ນ​ເຫດການ​ສຳຄັນ​ເປັນ​ຂີດ​ໝາຍ​ໃຫມ່​ໃນ​ການ​ພົວພັນ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. /.


ຕອບກັບ

ຂ່າວ/ບົດ​ອື່ນ