ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແບບ​ຍືນ​ຍົງ

(VOVWORLD) - ການຄ້າເອເລັກໂຕນິກພວມແມ່ນໜຶ່ງໃນບັນດາຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນ, ສ້າງກຳລັງໜູນພັດທະນາເສດຖະກິດຢູ່ ຫວຽດນາມ. ໃນກອງປະຊຸມກ່ຽວກັບການຍູ້ແຮງການເຊື່ອມຕໍ່, ແບ່ງປັນຂໍ້ມູນຮັບໃຊ້ການພັດທະນາການຄ້າເອເລັກໂຕນິກ, ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງອາກອນ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາການຄ້າເອເລັກໂຕນິກ, ນຳມາເຊິ່ງຜົນປະໂຫຍດລະອຽດ, ແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

ປີ 2023, ການຄ້າເອເລັກໂຕນິກຂອງ ຫວຽດນາມ ມີຂອບຂະໜາດປະມານ 20,5 ຕື້ USD ແລະ ຈະບັນລຸ 30,5 ຕື້ USD ໃນປີ 2025. ຫວຽດນາມ ໄດ້ຮັບການຢັ້ງຢືນວ່າ ແມ່ນປະເທດທີ່ມີລະດັບການເຕີບໂຕກ່ຽວກັບຂົງເຂດການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແບບ​ຍືນ​ຍົງ - ảnh 1ຫວຽດນາມ ແມ່ນປະເທດທີ່ມີລະດັບການເຕີບໂຕກ່ຽວກັບຂົງເຂດການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)

       ການຄ້າເອເລັກໂຕນິກມີການປ່ຽນແປງຢ່າງຕັ້ງໜ້າ

        ການຄ້າເອເລັກໂຕນິກ ຫວຽດນາມ ພວມຜ່ານຜ່າໄລຍະພັດທະນາຢ່າງແຮງ ແລະ ກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດດີຈີຕອນ ຢູ່ ຫວຽດນາມ. ຕົວເລກທຸລະກິດຈາກການຄ້າເອເລັກໂຕນິກຂາຍຍ່ອຍ ມີລະດັບການເຕີບໂຕສະເລ່ຍປະມານ 20% ໃນ 10 ປີຜ່ານມາ, ນຳ ຫວຽດນາມ ນອນໃນກຸ່ມບັນດາປະເທດທີ່ມີລະດັບການເຕີບໂຕດ້ານການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ແລະ ໃນໂລກ.

        ໃນ 3 ເດືອນຕົ້ນປີນີ້, ລາຍຮັບທັງໝົດໃນ 5 ຕະຫຼາດການຄ້າເອເລັກໂຕນິກໃຫຍ່ສຸດຂອງ ຫວຽດນາມ, ລວມມີ: Shopee, Lazada, Tiki, Sendo, TikTok Shop ບັນລຸ  71,2 ພັນ ຕື້ດົ່ງ (ປະມານ 2,8 ຕື້ USD), ເພີ່ມຂຶ້ນ 78,69% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ ມີຜະລິດຕະພັນເກືອບ 770 ລ້ານອັນຖືກຂາຍອອກສູ່ຕະຫຼາດ. ໄປພ້ອມກັບການພັດທະນາກ່ຽວກັບຕົວເລກທຸລະກິດ ແລະ ປະລິມານການຈຳໜ່າຍ, ໃນໄຕມາດທີ 1 ກໍຢັ້ງຢືນມີດັດຊະນີທີ່ຕັ້ງໜ້າ, ດ້ວຍຈຳນວນຮ້ານຂາຍເຄື່ອງທີ່ມີຄົນສັ່ງຊື້ສິນຄ້າ ມີລະດັບການເຕີບໂຕເປັນບວກ. ຕາມ Metric - ຫົວໜ່ວຍຄຸ້ມຄອງຕົວເລກກ່ຽວກັບການຄ້າເອເລັກໂຕນິກແລ້ວ, ນີ້ແມ່ນລະດັບການເຕີບໂຕຢ່າງຕັ້ງໜ້າ, ລືນກາຍຄວາມຄາດຫວັງ. ກ່ອນໜ້ານັ້ນ, ຕາມການຄາດຄະເນຂອງຫຼາຍທ່ານແລ້ວ ນັບແຕ່ທ້າຍປີ 2023, ລະດັບການເຕີບໂຕຂອງທັງປີ 2024 ເມື່ອທຽບໃສ່ປີ 2023 ບັນລຸພຽງ 35%. ໂດຍສືບຕໍ່ທ່າເຕີບໂຕຂອງໄຕມາດທີ I, ຄາດວ່າ ໃນໄຕມາດທີ II 2024, ຍອດຕົວເລກທຸລະກິດໃນ 5 ຕະຫຼາດການຄ້າເອເລັກໂຕນິກນັ້ນ ຈະບັນລຸລະດັບ 84,87 ພັນຕື້ດົ່ງ (ກວ່າ 3,3 ຕື້ USD), ເພີ່ມຂຶ້ນກວ່າ 19% ເມື່ອທຽບໃສ່ໄຕມາດກ່ອນ.

        ໃນຂະນະນັ້ນ, ບັນດາວິສາຫະກິດທ້ອງຖິ່ນກໍໄດ້ມີບາດກ້າວເດີນຢ່າງແຮງ. ຍອດລາຍຮັບ ແລະ ປະລິມານສິນຄ້າຂາຍສູ່ຕະຫຼາດຂອງບັນດາທ້ອງຖິ່ນ ລ້ວນແຕ່ບັນລຸລະດັບການເຕີບໂຕສູງກວ່າ 50%. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ບໍ່ພຽງແຕ່ແມ່ນເວທີສຳລັບບັນດາວິສາຫະກິດຢູ່ເຂດຕົວເມືອງໃຫຍ່ເທົ່ານັ້ນ ຫາກຍັງມີທ່າອ່ຽງເປີດກວ້າງການສົ່ງຜົນສະທ້ອນໄປຍັງບັນດາແຂວງ, ນະຄອນອີກດ້ວຍ. ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາການຄ້າເອເລັກໂຕນິກ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:

        “ການຄ້າເອເລັກໂຕນິກ ຫວຽດນາມ ເວົ້າລວມ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນເວົ້າສະເພາະແມ່ນຕະຫຼາດທີ່ເປັນປະໂຫຍດ ແລະ ສະດວກພໍສົມຄວນ, ເໝາະສົມກັບທ່າອ່ຽງພັດທະນາໃນໂລກ. ການຄ້າຂ້າມຊາຍແດນສາມາດຊ່ວຍໃຫ້ບັນດາບໍລິສັດຜະລິດໂດຍກົງ, ຜູ້ຜະລິດຂະໜາດນ້ອຍສາມາດເຂົ້າຮ່ວມການສົ່ງອອກໂດຍກົງ”.

ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແບບ​ຍືນ​ຍົງ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)
       ຊຸກຍູ້ການພັດທະນາການຄ້າເອເລັກໂຕນິກ

        ບັນດາໝາກຜົນເຊິ່ງການຄ້າເອເລັກໂຕນິກບັນລຸໄດ້ໃນໄລຍະຜ່ານມາ ແມ່ນຍ້ອນລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຫຼາຍນະໂຍບາຍ, ຂໍ້ກຳນົດ ຢ່າງຂ້ຽວຂາດໃນວຽກງານຊີ້ນຳ, ບໍລິຫານ ແນໃສ່ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງລັດສຳລັບການເຄື່ອນໄຫວການຄ້າເອເລັກໂຕນິກ, ຈາກນັ້ນ, ຊຸກຍູ້ການໝູນໃຊ້ເຂົ້າການຄ້າເອເລັກໂຕນິກ, ດຳເນີນທຸລະກິດໃນແປຼດຟອມດີຈີຕອນ, ຈາກນັ້ນ, ຊຸກຍູ້ການໝູນໃຊ້ເຂົ້າໃນຂົງເຂດການຄ້າເອເລັກໂຕນິກໃນວິສາຫະກິດ ແລະ ປະຊາຄົມ, ສ້າງຕະຫຼາດການຄ້າເອເລັກໂຕນິກປອດໃສ, ມີລັກສະນະແກ້ງແຍ້ງ ແລະ ພັດທະນາແບບຍືນຍົງ. ເພື່ອສືບຕໍ່ຊຸກຍູ້ການພັດທະນາການຄ້າເອເລັກໂຕນິກໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ຕ້ອງລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດ. ທ່ານກ່າວວ່າ:

        “ຕ້ອງລົງທຶນ, ຊີ້ນຳນຳພາ, ຈັດຕັ້ງປະຕິບັດການສ້າງບັນດາລະບອບລະບຽບການ, ສ້າງຂະບວນການ, ສ້າງທ່າອ່ຽງເພື່ອຜັນຂະຫຍາຍປະຕິບັດ. ຊີ້ນຳບໍລິຫານ ແລະ ຈັດຕັ້ງຜັນຂະຫຍາຍຢ່າງຄົບຊຸດ, ມີໄຫວພິບ, ກຳນົດຂໍ້ບຸລິມະສິດ, ຈຸດສຸມ, ຈຸດໃຈກາງຢ່າງຈະແຈ້ງ; ຕ້ອງຍູ້ແຮງການສ້າງ ແລະ ສ້າງກອບນິຕິກຳ, ກົນໄກນະໂຍບາຍໃຫ້ສົມບູນແບບ,  ທົດລອງປະຕິບັດບັນດາຮູບແບບໃໝ່ໃນການພັດທະນາການຄ້າເອເລັກໂຕນິກ ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ ແລະ ທ່າອ່ຽງພັດທະນາ.”

        ທາງຝ່າຍກະຊວງ, ຂະແໜງການ, ໃນໄລຍະຈະມາເຖິງ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ) ຈະຜັນຂະຫຍາຍແຜນຮ່າງສ້າງຕະຫຼາດການຄ້າເອເລັກໂຕນິກທີ່ມີຄວາມເປັນເອກະພາບ ລະຫວ່າງ 63 ແຂວງ, ນະຄອນໃນທົ່ວປະເທດ. ດ້ວຍເປົ້າໝາຍແມ່ນ ຮ່ວມສຳພັນ, ເຊື່ອມຕໍ່ລະຫວ່າງບັນດາຕະຫຼາດການຄ້າເອເລັກໂຕນິກທ້ອງຖິ່ນນຳກັນ ແລະ ກັບບັນດາຕະຫຼາດການຄ້າເອເລັກໂຕນິກທົ່ວໄປຢູ່ທ້ອງຖິ່ນຕ່າງໆກັບບັນດາຕະຫຼາດການຄ້າເອເລັກໂຕນິກ ສ້າງເປັນສະພາບແວດລ້ອມເຊື່ອມຕໍ່ແລກປ່ຽນການຄ້າຫຼາຍສົ້ນຢ່າງມີປະສິດທິຜົນ, ຫຼຸດຜ່ອນໄລຍະຫ່າງລະຫວ່າງເຂດພາກ, ປະກອບສ່ວນໜູນຊ່ວຍ, ຊຸກຍູ້ການໝູນໃຊ້ການຄ້າເອເລັກໂຕນິກໃນວິສາຫະກິດ ແລະ ປະຊາຄົມ.

        ໃນສະພາບການທີ່ ຫວຽດນາມ ພວມນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບພື້ນຖານເສດຖະກິດໂລກ, ພ້ອມກັບໂອກາດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່, ທ່າອ່ຽງຫັນປ່ຽນຈາກການດຳເນີນທຸລະກິດແບບເກົ່າ ມາເປັນການຄ້າເອເລັກໂຕນິກ ໄດ້ຮັບຖືວ່າ ແມ່ນມາດຕະການທີ່ມີປະສິດທິຜົນ ຊ່ວຍໃຫ້ບັນດາວິສາຫະກິດເຊື່ອມຕົວ ແລະ ເປີດກວ້າງຕະຫຼາດສົ່ງອອກ./.

ຕອບກັບ

ຂ່າວ/ບົດ​ອື່ນ