ກອງປະຊຸມສຸດຍອດ G7: ສະຫງວນບຸລິມະສິດແກ່ ອາຟະລິກາ ແລະ ການກະທຳຢ່າງຮີບດ່ວນ

(VOVWORLD) - ກອງປະຊຸມສຸດຍອດ G7 ປີນີ້ ຕ້ອງແບກຫາບໜ້າທີ່ໜັກໜ່ວງໃນການສົ່ງສານການກະທຳຢ່າງຈະແຈ້ງ ແລະ ມີວິໄສທັດຂອງຝ່າຍຕາເວັນຕົກ.
ກອງປະຊຸມສຸດຍອດ G7: ສະຫງວນບຸລິມະສິດແກ່ ອາຟະລິກາ ແລະ ການກະທຳຢ່າງຮີບດ່ວນ - ảnh 1ການນຳຫຼາຍປະເທດເຂົ້າຮ່ວມກອງປະຊຸມ
(ພາບ: AFP/TTXVN)

        ແຕ່ວັນທີ 13 – 15 ມິຖຸນາ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7), ໄດ້ຈັດຂຶ້ນຢູ່ Borgo Egnazia, ເຂດ Puglia, ທາງພາກໃຕ້ ອີຕາລີ. ກອງປະຊຸມຈັດຂຶ້ນໃນສະພາບບັນດາປະເທດຝ່າຍຕາເວັນຕົກ ຕ້ອງແກ້ໄຂສິ່ງທ້າທາຍໃຫຍ່ຫຼາຍຢ່າງຫຼວງຈາກການປະທະກັນດ້ານພູມສາດການເມືອງ ແລະ ເສດຖະກິດໂລກ, ພ້ອມກັນນັ້ນ, ປະມຸດລັດຈຳນວນໜຶ່ງຂອງ G7 ປະສົບກັບຄວາມຫຍຸ້ງຍາກຢູ່ເວທີການເມືອງພາຍໃນປະເທດ.

        ດ້ວຍຖານະເປັນປະເທດດຳລົງຕຳແໜ່ງປະທານໝູນວຽນຂອງ G7 (ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ການາດາ ແລະ ຍີ່ປຸ່ນ), ລັດຖະບານ ອີຕາລີ ໄດ້ເຊື້ອເຊີນສັນຕະປະປາ Francis ພ້ອມກັບການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ, ຄື: ບຣາຊິນ, ອັກຊັງຕິນ, ອິນເດຍ, ສະຫະປະຊາຊາດ, ທະນາຄານໂລກ (WB), ທະນາຄານລົງທຶນ ອາຟະລິກາ… ພ້ອມກັນເຂົ້າຮ່ວມກອງປະຊຸມ.

ສະຫງວນບຸລິມະສິດຢ່າງໃຫຍ່ຫຼວງແກ່ ອາຟະລິກາ

        ໂດຍຈັດຂຶ້ນໃນສະພາບໂລກທີ່ນັບມື້ນັບສັບສົນ, ດ້ວຍການປະທະກັນປະກອບອາວຸດ, ການປະເຊີນໜ້າດ້ານພູມສາດການເມືອງ, ການແກ່ງແຍ້ງດ້ານເສດຖະກິດ, ພ້ອມກັບສິ່ງທ້າທາຍສະຫຼັບກັນຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ເຕັກໂນໂລຊີປັນຍາປະດິດ (AI) ເພີ່ມຂຶ້ນນັ້ນ, ກອງປະຊຸມສຸດຍອດ G7 ປີນີ້ ຕ້ອງແບກຫາບໜ້າທີ່ໜັກໜ່ວງໃນການສົ່ງສານການກະທຳຢ່າງຈະແຈ້ງ ແລະ ມີວິໄສທັດຂອງຝ່າຍຕາເວັນຕົກ. ໂດຍແມ່ນປະເທດນອນຢູ່ເຂດເຊື່ອມຕໍ່ລະຫວ່າງ ເອີລົບ ແລະ ອາຟະລິກາ, ປະເທດເຈົ້າພາບ ອີຕາລີ ໄດ້ຖື ອາຟະລິກາ ແມ່ນຈຸດສຸມແຖວໜ້າຂອງການປຶກສາຫາລືຢູ່ກອງປະຊຸມສຸດຍອດ G7 ປີນີ້. ກ່າວຄຳເຫັນທີ່ພິທີໄຂຈັດຂຶ້ນໃນຕອນບ່າຍວັນທີ 13 ມິຖຸນາ, ຢູ່ Borgo Egnazia, ທ່ານນາງນາຍົກລັດຖະມົນຕີ ອີຕາລີ Giorgia Meloni ຢືນຢັນວ່າ, ເລື່ອງ ອີຕາລີ ເລືອກເອົາການຈັດກອງປະຊຸມສຸດຍອດ G7 ຢູ່ເທດສະບານທາງພາກໃຕ້ ອີຕາລີ ນັ້ນແມ່ນເພື່ອສະແດງຄວາມຕັດສິນໃຈເຈລະຈາກັບໂລກທາງທິດໃຕ້, ພິເສດແມ່ນ ອາຟະລິກາ.

        “ໃນຖານະເປັນປະທານ G7, ອີຕາລີ ປາດຖະໜາຢາກສະຫງວນຂອບເຂດອັນຢ່າງໃຫຍ່ຫຼວງກວ່າໃຫ້ແກ່ບັນດາທະວີບອື່ນ ທີ່ສວມບົດບາດຈຳເປັນຕໍ່ອະນາຄົດຂອງພວກເຮົາທັງໝົດ, ແລະ ນັ້ນແມ່ນ ອາຟະລິກາ, ດ້ວຍບັນດາຄວາມຫຍຸ້ງຍາກ ແລະ ໂອກາດຂອງທະວີບນີ້, ຮຽກຮ້ອງໃຫ້ພວກເຮົາມີວິທີສຳຜັດທີ່ແຕກຕ່າງກັນກັບສິ່ງທີ່ສະແດງອອກໃນອະດີດຕະການ”.

ກອງປະຊຸມສຸດຍອດ G7: ສະຫງວນບຸລິມະສິດແກ່ ອາຟະລິກາ ແລະ ການກະທຳຢ່າງຮີບດ່ວນ - ảnh 2ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: THX/TTXVN)

        ເພືື່ອຫັນບັນດາບຸລິມະສິດການກະທຳໃຫ້ແກ່ ອາຟະລິກາ ເປັນລະອຽດ, ນັບແຕ່ຕົ້ນປີ 2024, ລັດຖະບານ ອີຕາລີ ໄດ້ນຳສະເໜີ “ແຜນການ Mattei”, ດ້ວຍບ້ວງເງິນເບື້ອງຕົ້ນກວ່າ 5,9 ຕື້ USD ເພື່ອຊຸກຍູ້ບັນດາຮູບແບບຮ່ວມມືແບບຍືນຍົງດ້ານພະລັງງານ, ການສຶກສາ, ການແພດ, ກະສິກຳ, ສິ່ງແວດລ້ອມຢູ່ບັນດາ ປະເທດ ອາຟະລິກາ. ຂໍ້ລິເລີ່ມດັ່ງກ່າວຂອງ ອີຕາລີ ໄດ້ຮັບການຕອບໂຕ້ຢ່າງຕັ້ງໜ້າຈາກບັນດາຝ່າຍ. ຕາມທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລ້ວ, ຄວາມສົນໃຈທີ່ສະຫງວນໃຫ້ ອາຟະລິກາ ແມ່ນສອດຄ່ອງ, ຍ້ອນທະວີບນີ້ພວມກຳມະສິດແຫຼ່ງຊັບພະຍາກອນແຮ່ທາດໃຫຍ່ຫຼວງ, ສວມບົດບາດສຳຄັນພິເສດໃນວິວັດການຫັນປ່ຽນພະລັງງານໃນໂລກ.

        “ພວກຂ້າພະເຈົ້າຕ້ອງການຮັບຄຳໝັ້ນສັນຍາຢ່າງຈະແຈ້ງຈາກ G7 ຕໍ່ເລື່ອງເພີ່ມແຫຼ່ງການເງິນທົບ 2 ເທົ່າໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນປີ 2025, ພ້ອມທັງຮັດແຄບຊ່ອງຫວ່າງດ້ານການເງິນໃນຂົງເຂດນີ້”.

        ພ້ອມກັບການປຶກສາຫາລືກ່ຽວກັບການພັດທະນາ ອາຟະລິກາ, ໂຄງການດຳເນີນງານຂອງກອງປະຊຸມສຸດຍອດ G7 ປີນີ້ຍັງຈັດບັນດາວາລະປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສະພາບການຢູ່ພາກພື້ນຕາເວັນອອກກາງ, ການປະທະກັນຢູ່ ຢູແກຼນ, ການອົບພະຍົບ, ເຂດ ມະຫາສະມຸດອິນເດຍ - ປາຊີຟິກ ແລະ ກອງປະຊຸມພິເສດຈຳນວນໜຶ່ງສຸມໃສ່ເຂົ້າປັນຍາປະດິດ ແລະ ພະລັງງານ.

ຕ້ອງມີການກະທຳຢ່າງຮີບດ່ວນ

        ໂດຍມີຄວາມແຕກຕ່າງກັບບັນດາປີກ່ອນ, ກອງປະຊຸມສຸດຍອດ G7 ປີນີ້ ຈັດຂຶ້ນໃນສະພາບທີ່ແຕກຕ່າງກັນພໍສົນຄວນ, ເມື່ອບັນດາບັນຫາພາຍໃນຂອງບາງປະເທດສະມາຊິກພວມນາບຂູ່ບັງບຽດຫົວຂໍ້ໃຫຍ່ທີ່ກອງປະຊຸມ. ປະຈຸບັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ລ້ວນແຕ່ໄດ້ຮັບຄວາມໄວ້ວາງໃຈລະດັບຕ່ຳຢູ່ພາຍໃນປະເທດ. ພິເສດ, ຢູ່ ເອີລົບ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ຖືກປະລາໄຊຢ່າງໜັກໜ່ວງໃນການເລືອກຕັ້ງລັດຖະສະພາເອີລົບ, ເຮັດໃຫ້ອິດທິພົນຊື່ສຽງດ້ານການເມືອງຖືກຫຼຸດລົງ. ຕາມທ່ານ Raffaele Marchetti, ສາດສະດາຈານພົວພັນຕ່າງປະເທດຢູ່ມະຫາວິທະຍາໄລ Luiss (ອີຕາລີ) ແລ້ວ, ກອງປະຊຸມສຸດຍອດ G7 ປີນີ້ ມີລັກສະນະຮີບດ່ວນກວ່າເມື່ອທຽບໃສ່ກ່ອນນີ້:

        “ນີ້ແມ່ນກອງປະຊຸມສຸດຍອດ G7 ພິເສດ ຍ້ອນມີການນຳ G7 ຈຳນວນໜຶ່ງອາດຈະບໍ່ຄົງຕົວໃນຕຳແໜ່ງໃນປີ 2025, ພ້ອມທັງ, ຄາດວ່າ ບັນດາປະເທດ G7 ອາດຈະມີສະພາບການເມືອງແຕກຕ່າງກັນທີ່ສຸດໃນປີ 2025. ສະນັ້ນ, ບັນດາການນຳ G7 ຕ້ອງຍົກອອກຂໍ້ຕົກລົງ ແລະ ເພີ່ມຄວາມສະໜິດຕິດພັນ, ຍ້ອນຮອດປີ 2025 ບັນດາບັນຫາອາດຈະໄດ້ແກ້ໄຂຕາມວິທີອື່ນ”.

        ໂດຍແບ່ງປັນຕໍ່ທັດສະນະດັ່ງກ່າວ, ນັກຄົ້ນຄວ້າ Riccardo Alcaro, ສັງກັດສະຖານບັນການພົວພັນສາກົນ ອີຕາລີ ຖືວ່າ, ຜົນສະທ້ອນຂອງ G7 ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເມື່ອກຸ່ມນີ້ບໍ່ຮັກສາທ່າປົກຄອງໃນການສ້າງຕັ້ງໂຄງການດຳເນີນງານທົ່ວໂລກ. ສະນັ້ນ, ບັນດາການນຳ G7 ຕ້ອງສະແດງໃຫ້ເຫັນຄວາມຕັດສິນໃຈທີ່ມີການກະທຳຢ່າງແຮງ ແລະ ວ່ອງໄວກວ່າໃນຈຸດເວລາປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ