ການ​ເລືອກ​ຕັ້ງ​ລັດ​ຖະ​ສ​ະພາ​ປ່ຽນ​ແປງ​ສະ​ພາບ​ການ​ການ​ເມືອງ ເອີ​ລົບ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 6 – 9 ມິຖຸນາ, ການເລືອກຕັ້ງລັດຖະສະພາ ເອີລົບປີນີ້ ໄດ້ຮັບຮູ້ ເລື່ອງພັກການເມືອງຝ່າຍຂວາໄດ້16ຢູ່ໃນທ່ວງທ່າທີ່ດີ, ໃນນັ້ນມີການພັດທະນາຢ່າງແຮງຂອງບັນດາພັກການເມືອງຝ່າຍຂວາຈັດ. ໝາກຜົນນີ້ອາດຈະກໍ່ຜົນກະທົບຕໍ່ຫຼາຍນະໂຍບາຍສຳຄັນ ຂອງສະຫະພາບເອີລົບ, ພ້ອມທັງປ່ຽນແປງຄວາມດຸ່ນດຽງທາງດ້ານສິດອຳນາດຂອງຫຼາຍປະເທດສະມາຊິກ.

ການ​ເລືອກ​ຕັ້ງ​ລັດ​ຖະ​ສ​ະພາ​ປ່ຽນ​ແປງ​ສະ​ພາບ​ການ​ການ​ເມືອງ ເອີ​ລົບ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: AFP)

ໂດຍໄດ້ຮັບການຕີລາຄາແມ່ນການເລືອກຕັ້ງສຳຄັນທີ່ສຸດສຳລັບ ສະຫະພາບ ເອີລົບ (EU) ໃນ 25 ປີຜ່ານມາ, ການເລືອກຕັ້ງລັດຖະສະພາເອີລົບ (EP) ອາຍຸການ 2024 – 2029 ໄດ້ດຶງດູດກ່ວາ 51% ຍອດຈຳນວນຜູ້ມີສິດເລືອກຕັ້ງ 360 ລ້ານຄົນ ຢູ່ 27 ປະເທດສະມາຊິກ EU ເຂົ້າຮ່ວມການເລືອກຕັ້ງ, ເຊິ່ງເປັນອັດຕາສ່ວນສູງທີ່ສຸດໃນຮອບເວລາ 20 ປີຜ່ານມາ.

ບັນດາພັກການເມືອງຝ່າຍຂວາຢູ່ໃນທ່ວງທ່າທີ່ດີ

ໝາກຜົນໃນເບື້ອງຕົ້ນທີ່ໄດ້ປະກາດໃນວັນທີ 11 ມິຖຸນາ ສະແດງໃຫ້ເຫັນວ່າ, ດ້ວຍ186 ທີ່ນັ່ງ , ກຸ່ມພັກປະຊາຊົນ ເອີລົບ (EPP) ຝ່າຍຂວາ ຍັງແມ່ນກຳລັງການເມືອງທີ່ແຮງທີ່ສຸດຢູ່ EP ໃນຊຸດຈະມາເຖິງ. ພ້ອມກັບບັນດາກຸ່ມພັກການເມືອງຝ່າຍຂວາ ແລະ ຝ່າຍກາງຕ່າງໆເຊິ່ງແມ່ນພັນທະມິດສັງຄົມ ແລະ ປະຊາທິປະໄຕ (S&D), ປ່ຽນແປງໃໝ່ເອີລົບ (RE), ຍອດຈຳນວນພັກການເມືອງຝ່າຍຂວາສຳມາດຍາດໄດ້ 400 ທີ່ນັ່ງ ໃນຈຳນວນ 720 ທີ່ນັ່ງ ຢູ່ EP, ລື່ນກາຍຈຳນວນທີ່ນັ່ງທີ່ຈຳເປັນ ເພື່ອສືບຕໍ່ສວມບົດບາດຫຼັກແຫຼ່ງຢູ່ EP ກໍ່ຄືກຳແໜ້ນສິດຕັດສິນຕຳແໜ່ງປະທານ ຄະນະກຳມະການເອີລົບ (EC) ອາຍຸການຕໍ່ໄປ. ໃນຂະນະນັ້ນ, ກຸ່ມບັນດາພັກສີຂຽວ ເຊິ່ງແມ່ນພັກທີ່ຍາດໄດ້ໄຊຊະນະໃນການເລືອກຕັ້ງເມື່ອປີ 2019 ພັດມີທີ່ນັ່ງຫຼຸດລົງຫຼາຍພໍສົມຄວນ ເມື່ອພຽງແຕ່ຍາດໄດ້ 53 ທີ່ນັ່ງ, ຕຳກ່ວາ 19 ທີ່ນັ່ງເມື່ອທຽບໃສ່ກັບອາຍຸການກ່ອນ.

ເຖິງຢ່າງໃດກໍ່ຕາມ, ຂີດໝາຍທີ່ເປັນໜ້າສົນໃຈທີ່ສຸດທີ່ການເລືອກຕັ້ງສະມາຊິກລັດຖະສະພາເອີລົບປີນີ້ ແມ່ນບາດກ້າວກະໂດດຂັ້ນຢ່າງແຮງຂອງບັນດາພັກຝ່າຍຂວາຈັດ, ພິເສດແມ່ນ ຢູ່ສອງປະເທດ ຝລັ່ງ ແລະ ເຢຍລະມັນ. ຢູ່ຝລັ່ງ, ພັກຂວາຈັດ ເຕົ້າໂຮມແຫ່ງຊາດ (RN) ໂດຍທ່ານ Jordan Bardella ນຳໜ້າ ຍາດໄດ້ກ່ວາ  31% ຈຳນວນບັດ, ສູງກ່ວາທົບ 2 ເທົ່າຈຳນວນບັດ ເຊິ່ງພັກ ຟື້ນຟູຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຍາດມາໄດ້ (15,1%). ຢູ່ເຢຍລະມັນ, ພັກຂາວຈັດ “ການເລືອກເຟັ້ນປ່ຽນແທນໃຫ້ແກ່ປະເທດ ເຢຍລະມັນ” AfD ກໍ່ຍາດໄດ້ 16%ຈຳນວນບັດ, ຢືນຢູ່ອັນດັບທີ 2 ແລະ ລື່ນກາຍ 3ພັກໃນລັດຖະບານພັນທະມິດຂອງທ່ານ Olaf Scholz ນາຍົກລັດຖະມົນຕີ ເຢຍລະມັນ. ຢູ່ໂອຕາລິດ, ແອັດສະປາຍ, ອີຕາລີ, ແບນຊິກ, ໂຮນລັງ… ບັນດາພັກມີທ່າອ່ຽງຂວາຈັດ ກໍ່ມີການປັບປຸງໝາກຜົນຫຼາຍພໍສົມຄວນ ເມື່ອທຽບໃສ່ກັບການເລືອກຕັ້ງ 5 ປີກ່ອນ. ທ່ານ Corina Stratulat ນັກຊ່ຽວຊານສັງກັດ ສູນຄົ້ນຄ້ວານະໂຍບາຍເອີລົບ (EPC), ໃຫ້ຂໍ້ສັງເກດວ່າ:

ສິ່ງແວດລ້ອມຈະແມ່ນຂົງເຂດທີ່ມີຄວາມສ່ຽງສູງກ່ວາໝູ່. ນອກຈາກນັ້ນ ດ້ວຍໂຄງປະກອບຂອງ EP ຄືໃນປັດຈຸບັນ, ຂ້າພະເຈົ້າຄິດວ່າ ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການປັບປຸງ ລະບອບລະບຽບການ, ເປີດກວ້າງ EU, ຊ້ຳບໍ່ໜຳ ນັບທັງຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍ່ອາດຈະຖືກຜົນສະທ້ອນ.

ມີນັກຊ່ຽວຊານຫຼາຍທ່ານ ແບ່ງປັນກ່ຽວກັບທັດສະນະນີ້ ເມື່ອເຫັນວ່າການແບ່ງແຍກຢ່າງແຮງ ແລະ ບາດກ້າວກະໂດດຂັ້ນຂອງກຸ່ມ ພັກການເມືອງຝ່າຍຂວາຈັດ ຈະບັງຄັບໃຫ້ກຸ່ມກວມເອົາສ່ວນຫຼາຍ (EPP, RE, S&D) ຕ້ອງອີງຕາມພັກການເມືອງຝ່າຍຂວາຈັດ ເພື່ອຮັບຮອງເອົາການປະຕິຮູບທີ່ສຳຄັນຈຳນວນໜຶ່ງ. ທ່ານ Armida van Rij, ນັກຊ່ຽວຊານ ຂອງ Chatham House, ຖືວ່າ ເລື່ອງສວມບົດບາດທີ່ໃຫຍ່ກ່ວາຂອງ ບັນດາພັກການເມືອງຝ່າຍຂວາຈັດຈະກໍ່ຜົນກະທົບທີ່ຫຍໍ້ທໍ້ ຕໍ່ນະໂຍບາຍການເຂົ້າມາຕັ້ງຖິ່ນຖານ ຂອງເອີລົບ, ຕາມທິດບັງຄັບ  EC ຕ້ອງລົບລ້າງ ຫຼືໂຈະການປະຕິຮູບຈຳນວນໜຶ່ງທີ່ຫາກໍ່ໄດ້ຮັບການຮັບຮອງເອົາ. ຖັດຈາກນັ້ນ, ສົນທິສັນຍາເປັນມິດກັບສິ່ງແວດລ້ອມຂອງ EU ກໍ່ອາດສາມາດຖືກຜົນກະທົບ, ເມື່ອ EP ອາດຈະໂຈະການຮັບຮອງເອົາບັນດາຂໍ້ຕົກລົງສຳຄັນກ່ຽວກັບດິນຟ້າອາກາດ, ໂຍະຍານຫຼາຍຂໍ້ກຳນົດໃນການປົກປັກຮັກສາສິ່ງແວດລ້ອມ ໃນຂົງເຂດກະສິກຳ, ຄ້າຍຄືກັນກັບການປະຕິບັດເມື່ອເດືອນ ເມສາຜ່ານມາ ຕໍ່ໜ້າກະແສແຫ່ຂະບວນປະທ້ວງຂອງປະຊາຊົນ ໃນທົ່ວເອີລົບ. ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ມີຫຼາຍພັກການເມືອງຝ່າຍຂວາຈັດ ຢູ່ເອີລົບ ໄດ້ຄັດຄ້ານເລື່ອງເພີ່ມລາຍຈ່າຍໃຫ້ແກ່ການປ້ອງກັນຊາດ ດັ່ງນັ້ນ ສິ່ງນີ້ອາດຈະກີດຂວາງບັນດາແຜນການທີ່ມີຄວາມມັກໃຫຍ່ໄຝ່ສູງຂອງ EU ກ່ຽວກັບການສ້າງກອງທຶນປ້ອງກັນຊາດລວມ ຫຼືການເພີ່ມທະວີການສະໜັບສະໜູນໃຫ້ແກ່ ຢູແກຼນ.

ການຊ໊ອກຈາກປະເທດຝລັ່ງ

ໄປຄຽງຄູ່ກັບບັນດາຜົນສະທ້ອນທີ່ຍາວນານເຖິງຫຼາຍນະໂຍບາຍສຳຄັນຂອງ EU, ການເລືອກຕັ້ງສະມາຊິກລັດຖະສະພາ ເອີລົບປີນີ້ ກໍ່ຍັງສົ່ງຜົນກະທົບໃຫຍ່ເຖິງການເມືອງຂອງຫຼາຍປະເທດສະມາຊິກ EU, ພົ້ນເດັ່ນແມ່ນ ຝລັ່ງ. ໃນຕອນຄ່ຳວັນທີ 9 ມິຖຸນາ, ເມື່ອໄດ້ຮັບໝາກຜົນກ່ຽວກັບໄຊຊະນະຂອງພັກ RN, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຕັດສິນໃຈຍຸບເລີກສະພາແຫ່ງຊາດ ແລະ ດຳເນີນການເລືອກຕັ້ງໂດຍໄວ ໃນວັນທີ 30 ມິຖຸນາ ແລະ ວັນທີ 7 ກໍລະກົດ.  ນີ້ແມ່ນຄັ້ງທຳອິດພາຍຫຼັງ 27 ປີ, ປະເທດ ຝລັ່ງຈຶ່ງຕົກເຂົ້າສູ່ສະພາບການຍຸກເລີກສະພາແຫ່ງຊາດ ເພື່ອດຳເນີນການເລືອກຕັ້ງໂດຍໄວ. ອະທິປາຍໃຫ້ແກ່ການຕັດສິນຂອງຕົນ, ທ່ານປະນາທິບໍດີ Emmanuel Macron ຖືວ່າ ປະຊາຊົນຝລັ່ງຕ້ອງໄດ້ມີມອບສິດເລືອກຕັ້ງຄືນໃໝ່, ພ້ອມທັງປະກາດວ່າ ທ່ານເຊື່ອໝັ້ນຕໍ່ຄວາມສະຫຼາດສ່ອງໄສຂອງຜູ້ມີສິດເລືອກຕັ້ງຝລັ່ງ ເພື່ອແນໃສ່ກະກັດກັ້ນ ພັກການເມືອງຝ່າຍຂວາຈັດ RN ກຳອຳນາດ. ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ  ທ່ານປະທານາທິບໍດີ ຝລັ່ງ ພວມລົງພະນັນທີ່ມີຄວາມສ່ຽງສູງ ຍ້ອນວ່າປັດຈຸບັນ ພັກ RN ກໍ່ມີໂອກາດຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ ຝລັັ່ງ. ທ່ານນາງ Anne Muxel ຜູ້ອຳນວຍການສູນຄົ້ນຄ້ວາການເມືອງ, ໂຮງຮຽນ ການເມືອງ ປາຣີ ໃຫ້ຂໍ້ສັງເກດວ່າ:

ການຕັດສິນນີ້ໄດ້ເປີດໄລຍະທີ່ສັບສົນໃນ 3 ອາທິດຈະມາເຖິງ ຈົດຮອດເວລາຜູ້ມີສິດເລືອກຕັ້ງຝລັ່ງ ຕ້ອງຍົກອອກການຄັດເລືອກເຟັ້ນອື່ນ. ການຕັດສິນນີ້ ກໍ່ມີຄວາມສ່ຽງຍ້ອນວ່າມັນເປີດໂອກາດ ເປັນຄັ້ງທຳອິດທີ່ພັກການເມືອງຝ່າຍຂວາຈັດຍາດໄດ້ສິດບໍລິຫານລັດຖະບານ.

ໃນກໍລະນີ ພັກການເມືອງ RN ຍາດໄດ້ໄຊຊະນະ ແລະ ກວມເອົາເປັນສ່ວນໃຫຍ່ທີ່ນັ່ງ ຢູ່ສະພາແຫ່ງຊາດຝລັ່ງ ພາຍຫຼັງການເລືອກຕັ້ງຈະມາເຖິງ, ທ່ານປະທານາທາບໍດີ ຝລັ່ງ Emmanuel Macron ບໍ່ມີການຄັດເລືອກປານໃດ ນອກເໜືອຄວາມເປັນໄປໄດ້ສູງກວ່າຕ້ອງມອບສິດສ້າງລັດຖະບານຊຸດໃໝ່ໃຫ້ແກ່ພັກ RN, ສ້າງກໍລະນີ ສອງພັກຝ່າຍການເມືອງ ພ້ອມກັນ ບໍລິຫານລັດຖະບານ ຢູ່ຝລັ່ງ ພາຍຫຼັງ 27 ປີ. ນອກຈາກຝລັ່ງ, ການເລືອກຕັ້ງຢູ່ເອີລົບກໍ່ມີຜົນກະທົບໃຫຍ່ຕໍ່ການເມືອງຂອງບາງປະເທດອື່ນໆຢູ່ EU. ຢູ່ແບນຊິກ, ພາຍຫຼັງການປະລາໄຊໃນການເລືອກຕັ້ງເອລົບ ແລະ ການເລືອກຕັ້ງ ສະຫະພັນ, ວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ກໍ່ໄດ້ປະກາດລາອອກຈາກຕຳແໜ່ງ. ໃນຂະນະນັ້ນ, ຢູ່ເຢຍລະມັນ, ເຖິງວ່າທ່ານນາຍົກລັດຖະມົນຕີ Olaf Scholz ປະກາດຈະບໍ່ຈັດຕັ້ງການເລືອກຕັ້ງໂດຍໄວ ແຕ່ຕາມບັນດານັກຊ່ຽວຊານແລ້ວ, ການປະລາໄຊຂອງ 3 ພັກໃນພັນທະມິດກຳອຳນາດຈະສືບຕໍ່ເຮັດໃຫ້ຄວາມສາມາດບໍລິຫານລັດຖະບານຂອງ ພັນທະມິດອ່ອນແອລົງ, ໃນສະພາບການເສດຖະກິດເຢຍລະມັນ ຍັງພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ