ການພົວພັນອາເມລິກາ-ຈີນ : ບັນດາຄວາມແຕກຕ່າງກັນຍາກທີ່ຈະແກ້ໄຂໄດ້

ການ​ພົວ​ພັນ​ອາ​ເມ​ລິ​ກາ-ຈີນ ພວມ​ມີ​ບັນ​ດາ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ພໍ​ສົມ​ຄວນ. ສາຍ​ເຫດ​ຂອງ​ການ​ແຕກແຫງ​ຄັ້ງຫຼ້າ​ສຸດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ພື້ນ​ຖານ​ເສດ​ຖະ​ກິດອັນ​ດັບ​ໜຶ່ງ​ໃນ​ໂລກ ຊຶ່ງ​ເລີ່ມ​ຈາກ​ບັນ​ດາ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ໃນ​ສະ​ພາ​ວະ​ທີ່​ປັກ​ກິງ​ພວມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວບູ​​ລະນະ ກໍ່​ສ້າງ​ສ້ອມ​ແປງ, ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ເກາະ​ຕ່າງໆ​ໃນ​ເຂດ ທະ​ເລ​ຕາ​ເວັນ​ອອກ, ວໍ​ຊິງ​ຕັນ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ທ່າ​ທີ​ຂອງ​ຕົນ​ດ້ວຍ​ສານ​ຕ່າງໆ​ທີ່​ແຂງ​ກະ​ດ້າງ ແລະ ຍົກ​ອອກ​ “ ເສັ້ນ​ກຳ​ນົດແດງ ” ໃນ​ການ​ພົວ​ພັນ​ກັບ​ປັກ​ກິງ.

 

ການພົວພັນອາເມລິກາ-ຈີນ : ບັນດາຄວາມແຕກຕ່າງກັນຍາກທີ່ຈະແກ້ໄຂໄດ້ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ພົບ​ປະ​ກັບທ່ານ​ປະ​ທ່ານປະເທດຈີນ ສີ​ຈີນ​ຜີງ  (ພາບ: Reuters)

      ນັບ​ຕັ້ງ​ແຕ່​ວໍ​ຊິງ​ຕັນ​ປະ​ກາດ ແລະ ເລີ່ມ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ສ້າງ​ຄ​ວາມດຸນ​ດຽງ​ຄືນ​ໃໝ່” ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ທະ​ຫານ​ກັບ​ອາ​ຊີນັ້ນ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມະ​ຫາ​ອຳ​ນາດ​ຍິ່ງ​ປະ​ສົບ​ກັບ​ຄວາມບໍ່​ລົງ​ລອຍ​ກັນຫຼາຍ​ຢ່າງ. ເຖິງວ່າ ທັງ 2 ຝ່າຍ​ຕ່າງກ​ໍ​ຢືນ​ຢັນວ່າ ການ​ພົວ​ພັນ 2 ຝ່າຍ​ຍັງ​ເປັນ​ປັກ​ກະ​ຕິ, ແຕ່​ເພື່ອ​ຄວບ​ຄຸມ ການ​ພົວ​ພັນ 2 ຝ່າຍ​ກ້າວ​ເດີນ​ຢ່າງ​ຖືກ​ທິດນັ້ນ, ທັງ​ປັກ​ກິງ ແລະ ວໍ​ຊິງ​ຕັນ ຕ່າງ​ກໍ​ເຂົ້າ​ໃຈ​ວ່າ ບໍ່​ງ່າຍ​ດາຍ​ແຕ່​ຢ່າງ​ໃດ.

   ການ​ທ້າ​ທາຍ​ຕໍ່​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ

    ເພື່ອ​ເປັນ​ການຢັ້ງ​ຢືນນະ​ໂຍ​ບາຍ​ຫັນ​ປ່ຽນ​ຈຸດ​ສຸມ​ໄປ​ສູ່​ອາ​ຊີນັ້ນ, ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ເປັນ​ເວ​ລາ 2 ວັນ​ທີ່​ຜ່ານ​ມາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ຢືນ​ຢັນ​ຄືນ​ໃໝ່​ເຖິງ​ຄຳ​ໝັ້ນ​ໝາຍ​ຢ່າງ​ເດັດ​ດຽວ​ຂອງ​ອາ​ເມ​ລິ​ກາ ແມ່ນ​ຈະ​ປ້ອງ​ກັນ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ຕົນ​ໃນ​ພາກ​ພື້ນ ແລະ ໄດ້​ເລີ່ມ​ຂີດ​ເສັ້ນ​ກຳ​ນົດ​ແດງ ສ່ວນ​ໃດ​ໜຶ່ງຢູ່​ບັນ​ດາ​ເຂດທະ​ເລທີ່​ປັກ​ກິງ​ຖືວ​່າ​ມີ​ອະ​ທິ​ປະ​ໄຕ. ໃນ​ການ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ຢືນ​ຢັນເຖິງ​ຄວ​າມ​ຕັດ​ສິນ​ໃຈ​ອັນ​ແຮງ​ກ້າ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ປົກ​ປ້ອງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງວໍ​ຊິງ​ຕັນ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ຕົນຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ກັນ​ນັ້ນ ກໍ​ຮຽກ​ຮ້ອງ​ປັກ​ກິງ ຈົ່ງ​ມີ​ການ​ກະ​ທຳ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ​ພ້ອມ​ກັບ​ບັ​ນ​ດາ​ປະ​ເທດ​ອາ​ຊຽນ.

     ແຕ່​ວ່າ ແທນ​ທີ່​ພ້ອມ​ກັນ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ວິ​ທີ​ແກ້​ໄຂ​ທາງ​ການ​ທູດ​ໃຫ້​ແກ່​ພາກ​ພື້ນ​ເພື່ອ​ສາ​ມາດ​ກ້າວ​ໄປ​ເຖິງ​ຂໍ້​ຕົກ​ລົງ​ກັນ ແລະ ໄປ​ສູ່​ຂໍ້​ກຳ​ນົດ​ການ​ປະ​ພຶດ​ລະ​ຫວ່າງ​ອາ​ຊຽນ ແລະ ຈີນນັ້ນ, ທ່ານ​ຫວາງ​ອີ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ພັດ​ສະ​ແດງຫຼັກ​ໝັ້ນ​ທີ່​ແຂງ​ກະ​ດ້າງ ເມື່ອ​ຖະ​ແຫຼງວ່າ ຈີນ​ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຕົນ.

     ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ທາງ​ທະ​ຫານ​ຢູ່ ທະ​ເລ​ຕາ​ເວັນ​ອອກຫຼື​ບໍໍ່?

   ເລື່ອງ​ອາ​ເມ​ລິ​ການັບ​ມື້​ນັບ​ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ໃນ​ບັນ​ຫາ ທະ​ເລ​ຕາ​ເວັນ​ອອກ ກໍ​ເລີ່ມ​ມາ​ຈາກ​ຄວາມ​ເຄັ່ງ​ຕຶງທີ່ນ​ັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ. ກວ່າ 1 ປີ​ທີ່​ຜ່ານ​ມາ, ເລື່ອງ ຟິ​ລິບ​ປີນ ຊຶ່ງ​ແມ່ນປະ​ເທດ​ພັນ​ທະ​ມິດ​ຂອງ​ ອາ​ເມ​ລິ​ກາ ໄດ້​ກ່າວ​ຕຳ​ໜິ​ຕິ​ຕຽນ​ຢ່າງຕໍ່​ເນືອງ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ລະ​ນະ​ບຽດ​ຢຶດ​ທະ​ເລ​ຂອງ​ຈີນ, ຊຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງສາ​ກົ​ນ. ຟີ​ລິບ​ປິນ ໄດ້​ກະ​ຕຸກ​ຊຸກ​ຍູ້ ອາ​ເມ​ລິ​ກາ ຈົ່ງ​ມີທັດ​ສະ​ນະ​ທີ່​ແຂງ​ແຮງກວ່າ ແລະ ນີ້​ແມ່ນ​​ຈຸດ​ເວ​ລາເພື່ອ​ໃຫ້ ອາ​ເມ​ລິ​ກາ​ບໍ່​ພາດ​ໂອ​ກາດ​ເພື່ອ​ຍົກ​ລະ​ດັບ​ການ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ຕົນ​ຢູ່​ພາກ​ພື້ນ.  ໂດຍ​ແມ່ນ​ເສັ້ນ​ທາງ​ທະ​ເລ​ທີ່​ສຳ​ຄັນ, ດັ່ງ​ນັ້ນ ບໍ່​ວ່າ​ເຫດການ​​ໃດໆທີ່ກໍ່​ໃຫ້ຂາດສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ ຈະ​ສົ່ງ​ຜົນສະ​ທ້ອນ​ຢ່າງ​ໃຫຍ່ຫຼວງ​ເຖິງຫຼາຍ​ປະ​ເທດ​ໃນ​ໂລກ, ໃນ​ນັ້ນ ມີ ອາ​ເມ​ລິ​ກາ. ປະ​ຈຸ​ບັນ, ທະ​ເລ​ຕາ​ເວັນ​ອອກ ໄດ້​ກາຍ​ເປັນ​ຫົວ​ເລື່ອງ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍ​ບາຍ​ຂອງ ອາ​ເມ​ລິ​ກາ​ຢູ່​ອາ​ຊີ. ກະ​ຊວງການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເຄີຍ​ຖະ​ແຫຼງວ່າ ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ ແມ່ນ ບຸ​ລິ​ມະ​ສິດ​ທາງ​ການ​ທູດ​ອັນ​ດັບ​ໜຶ່ງ​ຂອງ ອາ​ເມ​ລິ​ກາ. ອາ​ເມ​ລິ​ກາມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ລະ​ນະ, ກໍ່​ສ້າງ​ສ້ອມ​ແປງ ແລະ ຫັນ​ເປັນ​ການ​ທະ​ຫານ​ຢູ່ ທະ​ເລ​ຕາ​ເວັນ​ອອກ ຈະ​ແມ່ນ​ບາດ​ກ້າວ​ລິ​ເລີ່​ມ​ໃຫ້​ເລື່ອງ​ປັກ​ກິງ​ປະ​ກາດ​ເຂດ​ປ້ອງ​ກັນ​ອາ​ກາດ​ຢູ່​ແຫ່ງນີ້. ດັ່ງ​ນັ້ນ, ອາ​ເມ​ລິ​ກາຕັດ​ສິນ​ສົ່ງ​ສານ​ໃຫ້​ຈີນ ແລະ ໂລກ​ຮັບ​ຮູ້​ວ່າ ການ​ເຄື່ອນ​ໄຫວ​ເມື່ອມໍ່​ໆມານີ້ຂອງ​ຈີນ​ໄດ້​ເດີນໄກ​ເກີນ​ໄປ.

   ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ຄື​ປີ​ລະ​ຄັ້ງ​ໜຶ່ງ, ອາ​ເມ​ລິ​ກາລ້ວນ​ແຕ່​ຈັດ​ສົ່ງ​ກອງ​ກຳ​ປັ່ນ​ຮົບ​ໄປ​ຍັງ ທະ​ເລ​ຕາ​ເວັນ​ອອກ. ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ກັບ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ຕົນ, ການ​ແວ່​ຢາມ​ຂອງ​ບັນ​ດາ​ຝູງ​ກຳ​ປັ່ນ​ຮົບ​ຂອງ ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ໄດ້​ເປັນ​ສານ​ສົ່ງ​ເຖິງ​ປັກ​ກິງ, ເປັນ​ການ​ທ້າ​ທາຍ​ຕໍ່​ຍຸດ​ທະ​ສາດ​ເພີີ່ມ​ທະ​ວີ​ອະ​ທິ​ປະ​ໄຕ​ຂອງ​ຈີນ. ຕາມ​ບັນ​ດາ​ນັກ​ສັງ​ເກດ​ການແລ້ວ, ໄພ​ອັນ​ຕະ​ລາຍ​​ເກີດ​ການ​ປະ​ທະ​ກັນ​ທາງ​ທະ​ຫານ​ຢູ່ ທະ​ເລ​ລະ​ຫວ່າງອາ​ເມ​ລິ​ກາ ແລະ ຈີນ ແມ່ນອາດ​ຈະ​ເກີດ​ຂຶ້ນ ເພາະ​ນະ​ໂຍ​ບາຍ​ຫັນ​ປ່ຽນ​ຍຸດ​ທະ​ສາດ​ໄປ​ສູ່​ອາ​ຊີ-ປາ​ຊີ​ຟິກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Obama ພວມ​ສ້າງ​ໃຫ້​ມີ​ການ​ສູ້​ຢັນ​ກັນ​ທີ່ບໍ່​ອາດຫຼີກ​ລ້ຽງ​ໄດ້​ລະ​ຫວ່າງ 2 ປະ​ເທດ.

    ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ຍາກ​ທີ່​ຈະ​ແກ້​ໄຂ​ໄດ້

 ບໍ່​ພຽງ​ແຕ່​ມີ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ​ກັນ​ໃນ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ, ອາ​ເມ​ລິ​ກາ ແລະ ຈີນ​ຍັງ​ຄ້າງ​ຄາ​ໃນຫຼາຍ​ດ້ານ​ອີກ ຄື​ຈາກ​ການ​ຄ້າ, ສິດ​ທິ​ມະ​ນຸດຕະຫຼອດ​ຮອດ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕິ​ເນັດ… ເພາະ​ສະ​ນັ້ນ, ພ້ອມ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ສ.ປ.ປ. ເກົາຫຼີ ແລະ ໂຄງ​ການ​ນິວ​ເຄຼຍ​ຂອງ​ອີ​ຣານນັ້ນ, ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ທີ່ຍັງ​ບໍ່​ທັນຖືກ​ຮັດ​ແຄບ ຍັງ​ຄົງ​ແມ່ນ​ຈຸດ​ພິ​ເສດ​ໃນ​ການ​ພົວ​ພັນອາ​ເມ​ລິ​ກາ-ຈີນ. ທີ່​ການ​ພົບ​ປະ​ກັບທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry , ທ່ານ​ປະ​ທ່ານປະເທດຈີນ ສີ​ຈີນ​ຜີງໄດ້​ຢືນ​ຢັນຄວາມ​ຫວັງ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ໂດຍ​ອີງ​ໃສ່​ທ່າ​ອຽງ​ຂົນ​ຂວາຍ​ຂອງ​ພື້ນ​ຖານ​ການ​ເມືອງ ແລະ ເສດ​ຖະ​ກິດ​ໂລກ, ການ​ຮ່ວມ​ມື​ລະ​ຫວ່າ​ງ 2 ປະ​ເທດ​ມະ​ຫາ​ອຳ​ນາດ​ແມ່ນ​ຕ້ອງ​ເປັນ​ໄປ. ແຕ່​ແງ່​ຫວັງ​ຂອງ​ສາຍ​ສ​ຳພັນນີ້ ຈະຖືກ​ຮັດ​ແໜ້ນ ແລະ ມີ​ຄວາມ​ອົບ​ອຸ່ນ​ເຖິງ​ລະ​ດັບ​ໃດ ພັດ​ຂຶ້ນ​ກັບ​ການ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​​ດ້ວຍ​ລະ​ດັບ​ໃດ, ໂດຍ​ສະ​ເພາະ ເມ​ື່ອອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ປ່ຽນ​ແປງ​ຍຸດ​ທະ​ສາດ​ຫັນ​ໄປ​ສູ່​ອາ​ຊ​ີ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນນີ້ ແມ່ນ​ຜົນ​ປະ​ໂຫຍດ​ທີ່ຫຼັກ​ແຫຼ່ງ​ຂອງວໍ​ຊິງ​ຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ