ການຢ້ຽມຢາມເພື່ອຍົກລະດັບການພົວພັນ ຫວຽດນາມ ແລະ ອິນໂດເນເຊຍ

ການຢ້ຽມຢາມເພື່ອຍົກລະດັບການພົວພັນ ຫວຽດນາມ ແລະ ອິນໂດເນເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງພ້ອມດ້ວຍ
ພັນລະຍາ ​ໄດ້​ເດີ​ນທາງ​ຮອດ ຈາກາຕາ ປະເທດ ອິນ​ໂດ​ເນ​ເຊຍ

    ວັນ​ທີ 27/6, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເດີ​ນທາງ​ໄປຢ້ຽມຢາມ​ທາງ​ລັດຖະກິດ ອິນ​ໂດ​ເນ​ເຊຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ອິນ​​ໂດ​ເນ​ເຊຍ Susilo Bambang Yudhoyono, ການ​ຢ້ຽ​ມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເປັນຂີດ​ໝາຍ​ທີ່​ສຳຄັນ​ໃນ​ໄລຍະ​ເກືອບ 60 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະເທດ ດ້ວຍການຍົກ​​ການ​ພົວພັນ​ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍຂຶ້ນ​ເປັນ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປີດໄລຍະໃໝ່ ໃຫ້ແກ່ ການພົວພັນລະຫວ່າງ 2 ປະເທດ.

         ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງການພົວພັນທາງການທູດ ນັບແຕ່ປີ 1955 ​ເປັນ​ຕົ້ນ​ມາ ​ແລະ ​ໃນ​ຮອບ​ເວລາ 10 ປີ ຫຼັງ​ຈາກ​ນັ້ນ, ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ​ທີ່​ສຸດ. ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ການ​ພົ​ວພັນ​ທີ່​ສະໜິດ​ຕິດ​ພັນ​ລະຫວ່າງ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານາທິບໍດີ ຊູ​ກາກ​ໂນ.

   ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມມື​ຮອບດ້ານ, ມຸ່ງ​ໄປ​ສູ່​ຄູ່​ຮ່ວມມືຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃນ​ຕະຫຼອດ​ຊຸມ​ປີ​ທີ່​ຜ່ານ​ມາ ​ໄດ້​ຮັບ​ການ​ຮູ້​ແຮງ​ຢ່າງ​ບໍ່​ຢຸດ​ຢັ້ງ. 2 ປະ​ເທດ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ, ພົບ​ປະ​ຂັ້ນ​ສູງ ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີ້​ນຢຸງ(9/2011) ​ແລະ ການຢ້ຽມຢາມທາງລັດຖະກິດ​ຫວຽດນາມ​ຂອງ​ປະທານາທິບໍດີອິນ​ໂດ​ເນ​ເຊຍ​ Susilo Bambang Yuddhoyono (10/2010). ຕາມ​ການ​ຕີ​ລາຄາ​ຂອງ​ກອງ​ປະຊຸມ​ການ​ຕ່າງ​ປະ​ເທດ ອິນໂດເນເຊຍ(2/2012), ຫວຽດນາມ​ນອນ​ໃນ​ກຸ່ມ 14 ປະ​ເທດ “ ຄູ່​ຮ່ວມ​ມື​ຮອບດ້ານ ” ​ແລະ “ຄູ່​ຮ່ວມມືຍຸດ​ທະ​ສາດ” ຊຶ່ງ ອິນໂດເນເຊຍ ຄວນ​ໃຫ້​ບຸລິມະສິດ​ພັດທະນາ​ການ​ພົວພັນ. ຫວຽດນາມ ແລະ ອິນໂດເນເຊຍ ຕັ້ງໜ້າ​ຊຸກຍູ້​ການ​ສ້າງ​ການ​ພົວພັນ ຄູ່​ຮ່ວມມືຍຸດ​ທະ​ສາດ; ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ 2 ຄັ້ງ ​ເພື່ອ​ສ້າງ​ການ​ພົວພັນ ຄູ່​ຮ່ວມມືຍຸດ​ທະ​ສາດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

   “ ດ້ວຍ​ບັນດາ​ລະດັບ​ຂອງ​ສາຍ​ພົວພັນ ຫວຽດນາມ ແລະ ອິນໂດເນເຊຍ ​ໃນ​ປະຈຸ​ບັນ, ພວກ​ເຮົາ​ມີ​ພື້ນຖານ​ຢ່າງ​ພຽງພໍ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ມັນ​ມີ​ຄວາມ​ໝາຍ​ທີ່​ສຳຄັນ. ປະຈຸ​ບັນ​ພວກ​ເຮົາ​ຫາ​ກໍ​ສ້າງ ການ​ພົວພັນຄູ່​ຮ່ວມມືຍຸດ​ທະ​ສາດກັບ​ບາງ​ປະ​ເທດ. ອິນ​ໂດ​ເນ​ເຊຍ ດ້ວຍ​ທີ່​ຕັ້ງ​ບົດບາດ​ໃນ​ພາກ​ພື້ນ ​ແລະ ສາກົນ​ນັ້ນ, ການ​ສ້າ​ງຄູ່​ຮ່ວມມືຍຸດ​ທະ​ສາດ ນັ້ນ ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ປະ​ເທດ, ພ້ອມ​ທັງ​ເພື່ອ​ສັນຕິພາບ, ການຮ່ວມ​ມື​ພັດທະນາ​ເປັນ​ປົກກະຕິ​ໃນ​ພາກ​ພື້ນ ”

   ບັນດາ​ກົນ​ໄກ​ຮ່ວມມື 2 ຝ່າຍ​ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສະ​ເໝີ.  2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ໂຄງການ​ດຳ​ເນີນ​ງານ​ໄລຍະ 2012-2015. ຄະນະ​ກຳມະການ​ຮ່ວມ​ມື 2 ຝ່າຍ​ຂັ້ນ ລັດຖະມົນຕີ​ການ​ຕ່າງປະ​ເທດ ທີ່ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໄດ້​ໂຮມ​ປະຊຸມ​ວາລະ​ທຳ​ອິດຢູ່​ຮ່າ​ໂນ້ຍ​ເມື່ອ​ເດືອນ 7/2012 ​ແລະ ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ນິກ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 6 ຢູ່ ອິນໂດເນເຊຍ​ເມື່ອ 9/2012. ບັນດາ​ທ້ອງ​ຖິ່ນ​ຂອງ 2 ​ປະ​ເທດ​ໄດ້​ເປັນ​ເຈົ້າ​ການ​ສ້າງ​ການ​ພົວພັນ​ຮ່ວມ​ມື ​ແນ​ໃສ່​ຂຸດ​ຄົ້ນ​ທ່າ​ແຮ​ງ ​ແລະ ​ເພີ່ມ​ເຕີມ​ຊຶ່ງ​ກັນ ​ແລະ ກັນ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ-ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​ເປັນ​ປົກກະຕິ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ສະ​ເໝີ, ​ເປັນ​ຕົ້ນ​ແມ່ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ບັນລຸ 3,3ຕ໋ື້ີ້ USD​ໃນ​ປີ 2010; 4,6 ຕື້ USD ​ໃນປີ 2011 ​ແລະ 4,605 ຕື້ USD ​ໃນ​ປີ 2012 ​ແລະ 2 ຝ່າຍ​ສູ້​ຊົນ​ບັນລຸ​ລະດັບ 5 ຕື້ USD ຫຼື​ສູງ​ກ່ວາ​ໃນ​ຈຸດ​ເວລາກ່ອນ​ປີ 2015. ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໃນ​ເດືອນ 10/2010 ​ແລະພວມ​ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ການ​ລາດຕະ​ເວນ​ຮ່ວມ​ຢູ່​ທະ​ເລ ​ແລະ ສ້າງ​ລະບົບສື່​ຂ່າວ​ກອງທັບ​ເຮືອ, ສັນຍາ​ສົ່ງ​ຜູ້​ຕ້ອງ​ໂທດ ​ແລະ ສັນຍາ​ໜູນ​ຊ່ວຍ​ດ້ານ​ຕຸລາການ​ກ່ຽວ​ກັບ​ຄະດີ​ອາຍາ. ອິນໂດເນເຊຍພວມຊ່ວຍຫວຽດນາມກໍ່ສ້າງ​ນາຍ​ທະຫານ. ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື : ການ​ສຶກສາ ​ແລະ ບຳລຸງ​ສ້າງ, ກະ​ສີ​ກຳ-ປ່າ​ໄມ້, ພະລັງງານ, ວັດທະນະທຳ-ທ່ອງ​ທ່ຽວ, ​ແລກປ່ຽນ​ປະຊາ​ຊົນ ກໍ​ລ້ວນ​ແຕ່​ໄດ້ຮັບການ​ຊຸກຍູ້. 2 ຝ່າຍ​ພວມ​ເຈລະຈາ​ເພື່ອ​​ເຊັນ​ໃໝ່ MOU ກ່ຽວ​ກັບການຮ່ວມ​ມື​ດ້ານ​ການ​ສຶກສາ​ຊຶ່ງ​ໄດ້​ເຊັນ​ກັນ​ ​ເມື່ອ​ປີ 2005. ​ແຕ່ລະ​ປີ, ອິນໂດເນເຊຍ​ໄດ້​ສະໜອງ​ທຶນ​ສຶກສາ​ໄລຍະ​ຕ່າງໆ​ນັບ​ຮ້ອຍ​ທຶນ​ໃຫ້​ແກ່​ຫວຽດນາມ. ທ່ານ Bam Bang Tarsanno ຫົວໜ້າ​ສະຖານກົງສູນ​ໃຫຍ່​​ແຫ່ງ​ສ. ອິນໂດເນເຊຍປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໃຫ້ຮູ້ວ່າ : “ ຈຳນວນ​ນັກ​ສຶກສາ​ຫວຽດນາມ​ທີ່​ໄດ້​ຮັບ​ທຶນ​ສຶກສາ​ຈາກ​ລັດຖະບານ ອິນໂດເນເຊຍ ​ໄດ້​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນໆ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ນະຄອນ​ໂຮ່ຈິ​ມິນ. ພ້ອມ​ກັນ​ນັ້ນ, ກໍ​ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຊ່ວຍ​ເຫຼືອ, ສາມັກຄີ​ກັນ​ລະຫວ່າງ 2 ປະ​ເທດ​ຂອງ​ຊາວ​ ອິນໂດເນເຊຍທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ, ບໍລິຈາກ​ເລືອດ​ມະນຸດສະທຳ...ມີ​ຫຼາຍ​ລານກາ​ນພົບ​ປະ​ແລກປ່ຽນ ຄື​ແນະນຳ​ວັດທະນະທຳອິນໂດເນເຊຍ, ການ​ແຂ່ງຂັນ​ກິລາ​ປິງປອງ​ມິດຕະພາບ​ອາຊຽນ ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ​ເວົ້າ​ລວມ​ເພີ່ມ​ຄວາມ​ເຂົ້າ​ໃຈ ​ແລະ ສະໜິດ​ຕິດ​ພັນ​ກັນ​ກ່ວາ ”

    ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ, ຫວຽດນາມ ແລະ ອິນໂດເນເຊຍຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ເລື່ອງ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.  2 ປະ​ເທດຍັງ​ພ້ອມ​ກັນ​ມານ​ະພະຍາຍາມ​ແນ​ໃສ່​ສ້າງ​ກຸ່ມ​ອາ​ຊຽນບໍ່​ພຽງ​ແຕ່​ກາຍ​ເປັນ​ສູນ​ກາງການ​ເມືອງ-​ເສດຖະກິດທີ່​ສຳຄັນ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເທົ່າ​ນັ້ນ, ຫາກຍັງມີ​ທີ່​ຕັ້ງບົດບາດ​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ ກໍ​ຄື​ໃນ​​ໂລ​ກອີກ​ດ້ວຍ.

   ການ​ຢ້ຽ​ມຢາມອິນໂດເນເຊຍຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່ຢັ້ງຢືນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ຖື​​ເປັນ​ສຳຄັນ​ການ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ​ກັບ ອິນ​ໂດ​ເນ​ເຊຍ, ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ​ແລະ ສຳຄັນ​ຂອງ ຫວຽດນາມ ​ໃນ ອາ​ຊຽນ ​ແລະ ພາກ​ພື້ນ.   ການ​ຢ້ຽມຢາມ​ກໍ​ເປັນ​ການຍົກ​ການ​ພົວພັນ​ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍຂຶ້ນ​ເປັນ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ, ​ແລກປ່ຽນ​ທິດ​ທາງ​ເພື່ອ​ນຳ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ,​ແລກປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ຮ່ວມ​ມື​ໃນ​ກຸ່ມ​ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ