ການສູ້ຢັນລະຫວ່າງລັດເຊຍ ແລະ ອາເມລິກາ ຢູ່ ຊີຣີ

(vovworld)- ໃນ​ຊຸມມື້ມໍ່​ມາ​ນີ້, ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ກ່າ​ວ​ຫາ​ລັດ​ເຊຍ​ຢ່າງ​ລຽນ​ຕິດ​ກ່ຽວ​ກັບ​ເລື່ອງ​ລັດ​ເຊຍພວມກໍ່​ສ້າງ​ສູນ​ກາ​ນ​ທະ​ຫານ​ຢູ່ ຊີ​ຣີ. ໃນ​ຂະ​ນະ​ນັ້ນ, ເປັນ​ຄັ້ງ​ທຳ​ອິດ​ ລັດ​ເຊຍ ຍອມ​ຮັບວ່າ​ບໍ່​​ເຄີຍ​ປົກ​ປິດ​ການ​ມີ​ຫນ້າ​ຂອງ​ກຳ​ລັງ​ທະ​ຫານຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງຈັກ​ເທື່ອ. ຊີ​ຣີ ກາຍ​ເປັນ​ແນວ​ຮົບ​ສູ້​ຢັນ​ໃຫມ່ ລະ​ຫວ່າງ ລັດ​ເຊຍ ແລະ ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ.

        ວັນ​ທີ 15/9, ອາ​ເມ​ລິ​ກາ ສືບ​ຕໍ່ ຕຳ​ນິ​ຕິ​ຕຽນ ລັດ​ເຊຍ ໄດ້​ຜັນ​ຂະ​ຫຍາຍ​ລົດ​ຖັງ​ຫລາຍ​ຄັນ ເຖິງ​ສະ​ຫນາມ​ບິນ​ແຫ່ງ​ຫນຶ່​ງ​ຢູ່ ຊີ​ຣີ, ເພື່ອ​ຊ່ວຍ​ອຳ​ນາດ​ການ​ປົກ​ຄອງ​ປະ​ເທດນີ້ ຕ້ານ​ຄືນ​ອົງ​ການ​ກະ​ບົດ​ລັດ​ອິດ​ສະ​ລາມ​ຂະ​ຫນາມ​ນາມ​ເອງ (IS). ກ່ອນ​ຫນ້ານັ້ນ ທຳ​ນຽບ 5 ແຈ ຂອງ​ອາ​ເມ​ລິ​ກາ ​ໄດ​້ຮັບ​ຮູ້​​ວ່າ ຜ່ານ​ການ​ວິ​ໄຈ​ບັນ​ດາ​ພາບ​ຖ່າຍ​ທາງ​ດາວ​ທຽມ​ໃຫ້​ເຫັນ​ວ່າ ມີ​​ເຮືອ​ບິນຢ່າ​ງ​ຫນ້ອຍ​ສຸດ 7 ລຳ ຂົນ​ສົ່ງ Condor ຂອງ​ລັດ​ເຊຍ ໄດ້​ບິ​ນ​ຈາກ​ລັດ​ເຊຍ ເຖິງ ຊີ​ຣີ ຜ່ານ​ເຂດ​ນ່ານ​ຟ້າ ອີ​ຣານ ແລະ ອີ​ຣັກ. ນອກນັ້ນ ມີ​ລົດ​ຖັງ T90 6 ຄັນ, ລູກ​ປືນ​ໃຫຍ່ 15 ລູກ, ລົດ​ຫຸ່ມ​ເກາະ 35 ຄັນ ແລະ ທະ​ຫານ​​ເຮືອ​ສູ້​ຮົບ​ທາງບົກ 200 ຄົນ ໄດ້​ມີ​ຫນ້າ ຢູ່ ສະ​ຫນາມ​ບິ​ນ ຢູ່ມໍ່​ກັບ​ນະ​ຄອນ Latakia, ຊື່ງ​ແມ່ນ​ກຳ​ແພງ​ປ້ອງ​ກັນ​ຂອງປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al Assad. ວົງ​ການ​ເຈົ້າ​ຫນ້າ​ທີ່ ອາເມລິ​ກາ ຖື​ວ່າ: ການ​ກະ​ທຳ​ນີ້ ຂອງ​ມົດ​ສະ​ກູ ແມ່ນ​ສ່ວນ​ຫນຶ່ງ​ຂອງ ບັ້ນ​ຮົບ​ປີນ​ຂັ້ນ​ໄດ​ການ​ທະ​ຫານ ເພື່ອ​ສ້າງ​ຕັ້ງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຍຸດ​ທະ​ສາດ​ຢູ່​ຊີ​ຣີ.

ການສູ້ຢັນລະຫວ່າງລັດເຊຍ ແລະ ອາເມລິກາ ຢູ່ ຊີຣີ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov
ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry

       ​ຄວາມ​ເຄັ່ງ​ຕຶງ​ໃຫມ່​ໃນການ​ພົວ​ພັນ​ລະ​ຫວ່າງ ອາ​ເມລິ​ກາ ແລະ ລັດ​ເຊຍ

        ເຖິງວ່າ ອາ​ເມ​ລິ​ກາ ເລັ່ງ​ລັດ​ບັນ​ດາ​ປະ​ເທດ​ມໍ່​ກັບ ຊີ​ຣີ ຄື: ອີ​ຣັກ ແລະ ອີ​ຣານ ຫ້າມບໍ່​ໃຫ້​ຍົນ​ຂອງ​ລັດ​ເຊຍ ບິນ​​ຜ່ານ​ເຂດ​ນ່ານ​ຟ້າ, ແຕ່​ເກືອບ​ຄື​ວ່າ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ ຈາກ ວໍ​ຊິງ​ຕັນ ​ລ້ວນ​ແຕ່​ໄດ້​ຮັບ​ຄວາມສົນ​ໃຈ​ຈາກບັນ​ດາ​ປະ​ເທດ​. ຖ້ຽວ​ບິນ​ຫວ່າງ​ແລ້ວນີ້ ຂອງ​ລັດ​ເຊຍ ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທ​ຳທີ່​ຈຳ​ເປ​ັນກວ່າ 80 ໂຕນ  ໃຫ້​ແກ່​ການ​ສ້າງ​ຕັ້ງ​ຄ້າຍ​ຫລີ້​ໄພ​ຢູ່​ທີ່ນີ້ໄດ້ ໄປ​ເຖິງ ຊີ​ຣີ ​ຢ່າງ​ປອດ​ໄພ ​ ​ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ສຽງ​ເວົ້າ​ຂອງ​ອາ​ເມ​ລິ​ກາ ແມ່ນ​ບໍ່​ມີ​ຄວາມ​ໝາຍ. ສຳ​ລັບ ມົດ​ສະ​ກູ, ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄຳ​ກ່າວ​ເຕືອນ​ຈາກ ຝ່າຍ​ວໍ​ຊິງ​ຕັນ, ມົດ​ສະ​ກູ ຖະ​ແຫລງ​ການ​ຫນູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃຫ້​ອຳ​ນາດ​ການ​ປົກ​ຄອງ Damas ແມ່ນ​ການ​ເຄື່ອນ​ໄຫວ​​ປົກ​ກະ​ຕິ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ອີງ​ໃສ່​ສັນ​ຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຫລາຍ​ປີ​ຜ່ານ​ມາລະ​ຫວ່າງ​ສອງ​ປະ​ເທດ. ໃນ​ຂະ​ນະ​ນັ້ນ, ຊີ​ຣີ ກໍ​ໄດ້​ອອກ​ສຽງ​ປະ​ຕິ​ເສດ​ບັນ​ດາ​ຄຳ​ກ່າວ​ຫາ​ຂອງ ອາ​ເມ​ລິ​ກາ ສຳ​ລັບ ລັດ​ເຊຍ ແມ່ນ​​ການເສກ​ສັນ​ປັ້ນ​ແຕ່ງ.

        ຄວາມ​ຈິງ, ການ​ມີ​ຫນ້າ​ຂອງ​ກຳ​ລັງ​ທະ​ຫານ ລັດ​ເຊຍ ຢູ່ ຊີ​ຣີ ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ນັບ​ແຕ່​ປີ 1971, ລັດ​ເຊຍ ໄດ້​ເຊົ່າ​ຖານ​ທີ່​ໝັ້ນ​​ທະ​ຫານ​ເຮືອ​ຂະ​ຫນາດ​ນ້ອຍ​ຢູ່ ນະ​ຄອນ​ກຳ​ປັ່ນ Tartus ຂອງ​ຊີ​ຣີ ແລະ ມາ​ຮອດ​ປະ​ຈຸ​ບັນ ນີ້​ແມ່ນ​ຖານ​ທີ່​ໝັ້ນ​ທະ​ຫານ​ເຮືອ​ແຫ່ງ​ຫນຶ່ງ​ດຽວ​ຂອງ ມົດ​ສະ​ກູ ຢູ່ ທະ​ເລເມ​ດີ​ເຕ​ຮາ​ເນຍ. ໄລ​ຍະ​ຕົ້ນ​ປີ, ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ Assad ຖະ​ແຫລງວ່າ ລັດ​ເຊຍ ​ອາດ​ຈະກໍ່​ສ້າງຖານ​ທີ່​ໝັ້ນ​ກາ​ນ​ທະ​ຫານ​ແຫ່ງ​ໃຫຍ່ກວ່າ​ຢູ່ Tartus.

        ລັດ​ເຊຍ ແມ່ນ​ປະ​ເທດ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ກັບ​ອຳ​ນ​າດ​ການ​ປົກ​ຄອງ​ຂອງ​ປະ​ທ​າ​ນາ​ທິ​ບໍ​ດີ Assad ໃນ ໃນ​ຕະ​ຫລອດ 4 ປີ​ເຄິ່ງ ແຫ່ງ​ການ​ຜັນ​ແປ​ຂອງ​ປະ​ເທດນີ້​ ​ ເມື່ອ ອຳ​ນາດ​ການ​ປົກ​ຄອງ ຊີ​ຣີ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຂະ​ບວນ​ການ​ລຸກ​ຮຶ້​ຂຶ້ນ​ຂອງ​ຝ່າຍ​ຄ້ານ ແລະ ນັບ​ທັງ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ. ສະ​ນັ້ນ ການ​ຫນູນ​ຊ່ວຍ ຊີ​ຣີ ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ກະ​ບົດ IS ທີ່​ພວມເຄື່ອນ​ໄຫວ​ຢ່າງ​ແຮງ​ຢູ່​ປະ​ເທດນີ້ ຜ່ານ​ການ​ຫນູນ​ຊ່ວຍ​ກຳ​ລັງ​ກາ​ນ​ທະ​ຫານ, ຍ​ຸດ​ທະ​ພັນ ແມ່ນ​ສ່ວນ​ຫນຶ່ງ​ໃນ​ແຜນ​ການ​ຮ່ວມ​ມື​​ດ້ານກາ​ນ​ທະ​ຫານ​ທີ່​ຍາວ​ນານ​ຂອງ ມົດ​ສະ​ກູ ແລະ Damascus. ເຖິງ​ຢ່າງ​ໃດ​ກ​ໍ​ຕາ​ມ, ດ້ວຍ​ທັດ​ສະ​ນະ​ຂອງ ອາ​ເມ​ລິ​ກາ ບໍ່​ວ່າ ​ໃນຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ໃດ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ອຳ​ນາດ​ການ​ປົກ​ຄອງ Assad ກໍ​ ​ສາ​ມາດເຮັດ​ໃຫ້ຂາດ​ສະ​ຖຽນ​ລະ​ພາບ ແລະ ເປັນ​ທີ່​ຈະ​ແຈ້ງວ່າ ລັດ​ເຊຍ ພ​ວມ​ກະ​ກຽມ​ໃຫ້​ການ​ແຊກ​ແຊງ​ດ້ານ​ການ​ທະ​ຫານ ພາຍ​ໃຕ້​ຮູບ​ການ​ ​ຍູ້​ໃຫ້ IS ຖອຍ​ໄປ.

        ກຳ​ລັງ​ທະ​ຫານ​ປະ​ສົມໃຫມ່ ​ຕ້ານ IS ໂດຍ​ລັດ​ເຊຍ ນຳ​ຫນ້າ ໃກ້​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ

        ໃນ​ຫລາຍ​ປີ​ຜ່ານ​ມາ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ມີ​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ ຊີ​ຣີ. ໃນ​ຂະ​ນະ​ທີ່​ລັດ​ເຊຍ ສະ​ຫນັບ​ສະ​ຫນູນ ລັດ​ຖະ​ບານ ຊີ​ຣີ ແລະ ສ​ະ​ຫນອງ ອາ​ວຸດ​ໃຫ້​ປະ​ເທດນີ້ ​ແຕ່ອາ​ເມ​ລິ​ກາ ​ພັດຢາກ ປັດ​ເຂ່ຍ​ປະ​ທາ​ນາ​ທິ​ບໍ​ດີ Assad.  ແຕ່​ໃນ​ໄລ​ຍະ 4 ປີ​ຜ່ານ​ມາ ສົງ​ຄາມ ຢູ່ ຊີ​ຣີ ບໍ່ທັນ​ມີ​ສັນ​ຍານ​ສິ້ນ​ສຸດ​ເທື່ອ ອັນ ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມບໍ່​ລົງ​ລອຍ​ກັນ​ຂອງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ການ​ຢຸດ​ຕິ​ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ປະ​ເທດນີ້. ມາ​ຮອດ​ປະ​ຈຸ​ບັນ, ນະ​ໂຍ​ບາຍ​ຂອງ ອ​າ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ເພື່ອ​ໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ Assad ຖືກ​ປະ​ລາ​ໄຊ​ຢ່າງ​ສິ້ນ​ເຊິງ ເຖິງວ່າ​ໄດ້​ນຳ​ໃຊ້​ຫລາຍ​ມາ​ດ​ຕະ​ການ​​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ, ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ, ການ​ອົບ​ຮົມ​ກຳ​ລັງ​ຝ່າຍ​ຄ້ານ​ລ​ຸກ​ຮື​້ຂຶ້ນ. ນັບ​ແຕ່​ເມື່ອ​ເກີດ​ເສິກ​ກາງ​ເມືອງ​ໃນ​ປີ 2011, ບັນ​ດາ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ໄດ້​ເຮັດ​ໃຫ້​​ມີຢ່າງ​ຫນ້ອຍ​ສຸດ 240.000 ເສຍ​ຊີ​ວິດ. ຄຽງ​ຄູ່​ກັນ​ນັ້ນ ​ຄວາມ​ຕັດ​ສິນ​ໃຈໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ B. Assad ຂອງ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ສາຍ​ເຫດກໍ່​ໃຫ້​ເກີດ​ວິ​ກິດ​ການ​ອ​ົບ​ພະ​ຍົບ​​ຄັ້​ງ​ໃຫ​ຍ່​ສຸດ ນັບ​ແຕ່​ພາຍ​ຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ຢູ່ ຊີ​ຣີ.

        ຫວ່າງ​ແລ້ວນີ້, ຢູ່​ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ Vladivostok,  ມົດ​ສະ​ກູ ໄດ້​ສະ​ເຫນີ​ສ້າງ​ຕັ້ງ​​ກຳ​ລັງ​ທະ​ຫານ​ປະ​ສົມ​​ສາ​ກົນ​ໃຫມ່ ເພື່ອ​ຕ້ານ IS ແທນ​ໃຫ້​ກຳ​ລັງ​ທະ​ຫານ​ປະ​ສົມປະ​ຈຸ​ບັນ ໂດຍ ອາ​ເມ​ລິ​ກາ ນຳ​ຫນ້າ. ​​ກຳ​ລັງ​ທະ​ຫານ​ປະ​ສົມ ໂດຍ​ລັດ​ເຊຍ ສະ​ເຫນີ ຈະ​ລວມ​ມີ: ຕວກ​ກີ, ອາ​ຣັບ​ບີຊາ​ອະ​ດີດ, ຈໍ​ແດນ ແລະ ເປັນ​ຕົ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ ອຳ​ນາດ​ການ​ປົກ​ຄອງ Damascus. ໃນ​ສະ​ພາບ​ການນັ້ນ, ເລື່ອງ​ ລັດ​ເຊຍ ຫນູນ​ຊ່ວຍ​ຢ່າງ​ຫລວງ​ຫລາຍ​ໃຫ້​ລັດ​ຖະ​ບານ ຊີ​ຣີ ໃນ​ຊຸມມື້​ຜ່ານ​ມາ ອາດ​ຈະ​ແມ່ນ​ບາດ​ກ້າວ​ເບື້ອງ​ຕົ້ນ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​ຕັ້ງ​ກຳ​ລັງ​ທະ​ຫານ​ປະ​ສົມຕ້ານ IS ທີ່​ມີ​ປະ​ສິດ​ທິ​ຜົນ​ຢູ່​ປະ​ເທດນີ້.

         ຕາມ​ການ​ສັງ​ເກດ​ຂອງວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​ມີ​ຫນ້າ​ຂອງ ລັດ​ເຊຍ ຢູ່ ຊີ​ຣີ ຈະ​ບໍ່​ຊ່ວຍ​ຕີ​ໃຫ້ IS ປະ​ລາ​ໄຊ ແຕ່​ສາ​ມາດ​ຊ່ວຍ​ປົກ​ປ້ອງ​ອຳ​ນາດ​ການ​ປົກ​ຄອງ​ຂອງ ທ່ານ B. Assad ພ້ອມ​ທັງ ຊ່ວຍ ມົດ​ສະ​ກູ ມີ​ຜົນ​ສະ​ທ້ອນ​ຕື່ມ​ອີກ​ຢູ່ ຕາ​ເວັນ​ອອກ​ກາງ. ໃນ​ຂະ​ນະ​ນັ້ນ ອາ​ເມ​ລິ​ກາ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຄວາມ​ອ່ອນ​ຍົນ​ໃນ​ການ​ຊ່ວງ​ເສງ​ຍາດ​​ເອົາ​ທີ່​ຕັ້ງ​ຢູ່​ພາ​ກ​ພື້ນນີ້. ເລື່ອງເຫັນ​ດີ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຢູ່​ຊີ​ຣີຂອງ​ລັດ​ເຊຍ ໃນ​​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໂຄ່ນ​ລົ້ມ ອຳ​ນາດ​ການ​ປົກ​ຄອງ​ B. Assad ຂອງ ວໍ​ຊິງ​ຕັນ ຖືກ​ປະ​ລາ​ໄຊ. ສະ​ນັ້ນ ຍາກທີ່ ​ຈະ​ມີ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່​ສູ້​ຢັນ​ກັນ​ໃນ​ການ​ຕໍ່​ສູ້​ຕ້ານ IS ຢູ່ ຊີ​ຣີ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ