ການຮັບປະກັນຊີວິດສັງຄົມບົນຫຼັກການທົ່ວປວງຊົນ, ສະເໝີພາບ ແລະໝັ້ນຄົງ

ການຮັບປະກັນຊີວິດສັງຄົມບົນຫຼັກການທົ່ວປວງຊົນ, ສະເໝີພາບ ແລະໝັ້ນຄົງ - ảnh 1
(ພາບ:.baomoi.com)

ການຮັບປະກັນ​ຊີວິດ​ສັງຄົມ​ສືບ​ຕໍ່​ແມ່ນ​ໜ້າ​ທີ່​ຈຸດ​ສຸ​ມຂອງ​ລັດຖະບານ​ຫວຽດນາມ​ ໃນ​ປີ 2012. ຄຽງ​ຂ້າງ​​ຍືດໝັ້ນການປະຕິບັດ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິບົນ​ຫຼັກການ​ທົ່ວ​ປວງ​ຊົນ, ສະ​ເໝີ​ພາບ ​ແລະ​ ໝັ້ນຄົງນັ້ນ, ບັນຫາ​ສ້າງ​ວຽກ​ເຮັດ​ງານ​ທຳ, ຫຼຸດຜ່ອນ​ສະພາບຫວ່າງ​ງານ, ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ ​ແລະ ໜູນ​ຊ່ວຍ​ຊີວິດ​ການ​ເປັນ​ຢູ່​ໃຫ້ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ຄົນ​ທຸກ​ຍາກ… ກໍ່​ແມ່ນ​ຈຸດໝາຍ​ທີ່ລັດຖະບານ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

    ປີ 2011, ​ໃນ​ສະພາບ​ການ​​​ຊຸດ​​ໂຊມ​ທາງ​ດ້ານເສດຖະກິດ​ໂລກ​ມີ​ການ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ນັ້ນ, ລັດຖະບານ​ຫວຽດນາມໄດ້​ປະຕິບັດ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຢ່າງຂ້ຽວຂາດ. ປີ 2011, ນອກຈາກ​​ໂຄງການ​ວຽກ​ງານ​ແຫ່ງ​ຊາດ​ແລ້ວ, ຫວຽດນາມ​ໄດ້​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ປະມານ​ 1,6 ລ້ານ​ຄົນ, ສອນ​ວິຊາ​ຊີບ, ບຳລຸງ​ສ້າງ​ອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ຊົນນະບົດ​ນັບ​ລ້ານ​ຄົນ, ຍົກ​ເວັ້ນຄ່າ​ຮຽນ​ໃຫ້​​ແກ່ນັກຮຽນ​ຊັ້ນ​ປະຖົມ, ໜູນ​ຊ່ວຍ​ຊື້​ບັດ​ປະກັນ​ສຸຂະພາບ​ໃຫ້​ແກ່​ເດັກນ້ອຍ​ທີ່​ມີ​ອາຍຸ​ຕາ​ກວ່າ 6 ປີ… ບັນດາ​ນະ​ໂຍບາຍ​​​ຄື: ຈ່າຍ​ເງິນ​ປະກັນ​ໄພ​ວ່າງ​ງານ, ​ແກ້​ໄຂ​ນະ​ໂຍບາຍໃຫ້​ແກ່​ຜູ້​ທີ່​ມີ​ຄຸນງາມຄວາມດີ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ​ ຜັນ​ຂະຫຍາຍ​ຢ່າງ​ແຮງ. ​ໃນ​ເງື່ອນ​ໄຂ​ງົບປະມານ​ຖືກ​ຈຳກັດນັ້ນ, ​ແຕ່​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ໃຫ້​ແກ່​ວຽກ​ງານ​ສັງຄົມ​ພັດ​ເພີ່ມ​ຂຶ້ນ​ປະມານ 20% ​ເມື່ອ​ທຽບ​ໃສ່​ປີ 2010.

    ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ​ເລື່ອງ​ຜັນ​ຂະຫຍາຍ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ​ບໍ່​ທັນ​​ບັນລຸ​ຜົນງານ​ເທົ່າ​ທີ່​ຄວນເທື່ອ ​ແລະ ນີ້​ແມ່ນ​ການ​ທ້າ​ທາຍ​ທີ່​ວາງ​ອອກ​ໃນ​ປີ​ນີ້. ກ່ອນ​ອື່ນ​ໝົດ, ວິ​ກິດ​ການ​ການ​ເງິນ, ການ​ຊຸດ​ໂຊມ​ທາງ​ດ້ານ​ເສດຖະກິດ​ທົ່ວ​ໂລກ​ຍັງ​ຄົງ​ກະທົບ​ໂດຍ​ກົງ​ເຖິງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຢູ່, ອັນ​ໄດ້​ຂົ່ມ​ຂູ່​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ​ ການ​ພັດທະນາ​​ແບບ​ຍືນ​ຍົງ. ​ເລື່ອງ​ຄວບ​ຄຸມ​ນະ​ໂຍບາຍ​ການ​ເງິນ, ຫຼຸດຜ່ອນ​ໄພ​ເງິນ​ເຟີ້​ໃນ​ໄລຍະ​ຜ່ານ​ມາ ກໍ່​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຈຸດໝາຍ​ເຕີບ​ໂຕ, ພິ​ເສດ​ແມ່ນ​ບັນຫາ​ວຽກ​ເຮັດ​ງານ​ທຳ. ຕາມ​ທ່ານ​ນາງ ຫງວຽນ​ລານ​ເຮືອງ, ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ ​ແຮງ​ງານ, ສັງກັດ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ສັງຄົມ ຫວຽດນາມ ​ແລ້ວ. ໜຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ໃຫຍ່, ນັ້ນ​ແມ່ນ:

    ”ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ໃນ​ຊຸມ​ປີຜ່ານມາ​ຍັງ​ຄົງ​ຮັກສາ​ຢູ່​ໃນ​ລະດັບ​ຕ່ຳ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງໃຫຍ່​ຫຼວງ​ເຖິງ​ບັນຫາ​ວຽກ​ເຮັດ​ງານ​ທຳ ​ແລະ ການຫັນປ່ຽນ​ໂຄງ​ປະກອບ​ຊົນນະບົດ. ພິ​ເສດ​​ແມ່ນ, ບັນດາ​ມາດ​ຕະການ​ຮັກສາ​ຊີວິດ​ສັງຄົມ​ໃນ​ໄລຍະ​ສັ້ນ ​ໄດ້​ມີ​ການ​ກະທົບ​ທີ​ດີ​ເຖິງ​ການ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ເປັນ​ປົກກະຕິ, ​ແຕ່​ໃນ​ໄລຍະ​ຍາມ​ມັນ​ຈະ​ເປັນ​ການ​ກະທົບ​ທີ່​ຫຍໍ້​ທໍ້​ເຖິງ​ຕະຫຼາດ​ແຮງ​ງານ, ​ເພາະວ່າ​ເມື່ອ​ວິ​ສາ​ຫະກິດ​ອັດ​ປະຕູ​ຫຼື​ວຽກ​ເຮັດ​ງານ​ທຳ​ຖືກ​ຫຼຸດ​ລົງ, ຈະ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ​​ຈຶ່ງ​ສາມາດບັນລຸ​ໄດ້​ຈຸດໝາຍ​ດ້ານ​ວຽກ​ເຮັດ​ງານ​ທຳ ​ແລະ ຫຼຸດຜ່ອນ​ໄພ​ຫວ່າງ​ງານ​ໃນ​ປີ 2012​ ໄດ້”.

    ຍ້ອນ​ເຫດ​ນັ້ນ, ​ໃນ​ປີ​ນີ້, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ​ ສັງຄົມ​ຄາດ​ວ່າ​ຈະ​ດຳ​ເນີນ​ການ​ກວດຄືນ​ນະ​ໂຍບາຍ​ທັງ​ໝົດ, ​ເພື່ອ​ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ສະພາບ​​ຕົວ​ຈິງ. ສຳ​ຫຼັບ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​ການ​ຮັບປະກັນ​ຊີວິດ​ສັງຄົມ, ຄຽງ​ຂ້າງ​ບັນດາ​ລາຍການ​ທີ່​ມີ​ຢູ່​ແລ້ວ ​​ແລະ​ ພວມ​ຜັນ​ຫຍາ​ຍຢ່າງ​ມີ​ປະສິດທິ​ຜົນ​ຄື​ມະຕິ 30a ຂອງ​ລັດຖະບານ ກ່ຽວ​ກັບ​ລາຍການ​ໜູນ​ຊ່ວຍ 62 ​ເມືອງ​ທຸກ​ຍາກ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ; ມະຕິ 80 (ກ່ຽວ​ກັບ​ກຳນົດ​ທິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໄລຍະ 2011​-2020 ຢ່າງ​ໝັ້ນຄົງ)ນັ້ນ, ທາງ​ກະຊວງ​ກໍ່​ໄດ້​ເປັນ​ເຈົ້າ​ການ​ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ, ບັນດາ​ອົງການ​ການ​ເມືອງ, ສັງຄົມ​ທີ່​ມີ​ເງື່ອນ​ໄຂ​​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ. ​ໃນ​ປີຜ່ານມາ, ​ມີ​ຫຼາຍ​ຮູບ​ແບບ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ​. ສຳ​ຫຼັບ 70% ຈຳນວນ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ, ທາງ​ກະຊວງ​ກໍ່​ວາງ​ແຜນການ​ສົມທົບ​ກັບ​ກົມ​ໃຫຍ່​ສອນ​ວິຊາ​ຊີບ​ຈັດ​ຕັ້ງ​ການ​ສອນ​ວິຊາ​ຊີບ​ໃຫ້​ປະມານ 45% ຈຳນວນ​ແຮງ​ງານ​ໃນ​ເກນ​ອາຍຸ​ກວ່າ 35 ປີ. ຄຽງ​ຂ້າງ​ນັ້ນ, ໜ້າ​ທີ່​ຈຸດ​ສຸ​ມ​ໃນ​ປີ​ນີ້ ​ແມ່ນ​ສ້າງ​​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ໄລຍະ 2011-2020 ​ໃຫ້​ສຳ​ເລັດ​ໂດຍ​ໄວ. ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ, ສ້າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ ​ແລະ ​ກົດໝາຍ​ວ່າ​ດ້ວຍ​ເງິນ​ເດືອນ​ພື້ນຖານ. ຕາມ​ນັ້ນ​ແລ້ວ, ​ແຕ່ລະ​ກຸ່ມເປົ້າ​ໝາຍ​ໃນ​ສັງຄົມຈະ​ມີ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ເໝາະ​ສົມ, ຮັບປະກັນ​ລະດັບ​ຄອງ​ຊີບ​ພື້ນຖານ​ໃຫ້​ແກ່​ທຸກ​ຄົນ, ບົນ​ພື້ນຖານ​ຮັບປະກັນ​ບັນດາ​ຄວາມ​ຕ້ອງ​ກັນ​ດ້ານ​ການກິນ, ຢູ່, ຮ່ຳຮຽນ, ​ເບິ່ງ​ແຍງ​ສຸຂະພາບ. ຄຽງ​ຂ້າງ​ນັ້ນ​ແມ່ນ​ການ​ປັບປຸງ​ການ​ບໍລິການ​​ແຫຼ່ງງົບປະມານທີ່​ຈ່າຍ​ໃຫ້​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ນາງ ຫງວຽນ​ລານ​ເຮືອງ, ​ໃຫ້​ຮູ້​ວ່າ:

    ”​ໃນ​ຮ່າງ​ຍຸດ​ທະ​ສາດ​ຮັບປະກັນ​ຊີວິດ​ສັງຄົມ ​ໄລຍະ 2011-2020, ລັດຖະບານ​ກໍ່​ໄດ້​ວາງ​ອອກ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີ​ບດ່ວນ, ນັ້ນ​ແມ່ນ​ປັບປຸງ​ລະບົບ​ການ​ບໍລິການ ​ແລະ ສະໜອງ​ການ​ບໍລິການ, ​ໃນ​ນັ້ນ​ໜຶ່ງ​ໃນ​ຈຳນວນເນື້ອ​ໃນ​ສຳຄັນນັ້ນ​ແມ່ນ ຫັນ​ການ​ບໍລິການ​ຈ່າຍ​ງົບປະມານ​ເປັນ​ທັນ​ສະ​ໄໝ, ​ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍ​ຊົມ​ໃຊ້ຢ່າ​ງວ່ອງ​ໄວ ​ແລະ ​ກະຈ່າງ​ແຈ້ງ​ທີ່​ສຸດ”

    ຄາດ​ວ່າ​ໃນ​ປີ 2012, ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ລາຄາ. ນີ້​ແມ່ນ​ພື້ນຖານ​ເພື່ອ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຕະຫຼາດ, ລາຄາ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ທີ່​ຈຳ​ເປັນ, ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ມີ​ຊີວິດ​ເປັນ​ປົກ​ກະຕິກ​ວ່າ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດີ່ງ​ເຮວ້, ຢືນຢັນ​ວ່າ.

    ”ປີ 2012, ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ລາຄາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸ, ພິ​ເສດ​ແມ່ນ​ສຳ​ຫຼັບ​ບັນດາ​ປະ​ເພດ​ສິນຄ້າ​ຖ່ານ​ຫີນ, ນ້ຳມັນ, ​ໄຟຟ້າ… ພວກ​ຂ້າພະ​ເຈົ້າ​ເພີ່ມ​ທະວີ​ການກວດ​ສອບ​ຢູ່​ບັນດາ​ຫົວໜ່ວຍ​ຄື​ໄຟຟ້າ​, ນ້ຳມັນ ​ເພື່ອ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ, ​ແລະ​ຮັບປະກັນ​ວຽກ​ງານ​ບໍລິຫານ​ລາຄາ​ຂອງ​ລັດຖະບານ”

    ຊຸກຍູ້​ການເຕີບ​ໂຕທາງ​ດ້ານເສດຖະກິດ​ຕິດ​ພັນ​ກັບ​ການຮັບປະກັນ​ຊີວິດ​ສັງຄົມ, ຄວາມ​ຍຸຕິ​ທຳ​ສັງຄົມ​ເພື່ອ​ພັດທະນາ​ຢ່າງ​ໝັ້ນຄົງ​, ຍາມ​ໃດ​ກໍ່​ແມ່ນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ. ການ​ແກ້​ໄຂ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​​ໃຫ້ດີ ຈະ​​ເປັນ​ການ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ການ​ນຳພາ​ຂອງ​ພັກ, ລັດ ​ໃນ​ສະຖານະ​ການ​ປະຈຸ​ບັນ. ​

                                                                                                         ຮ່ວຽນ

 

ຕອບກັບ

ຂ່າວ/ບົດ​ອື່ນ