ການຮ່ວມມືດ້ານການສຶກສາ, ຂີດໝາຍທີ່ພົ້ນເດັ່ນໃນການພົວພັນ ຫວຽດນາມ-ອາເມລິກາ

(vovworld) - ພ້ອມ​ກັບ​ການ​ຮ່ວມມື​ທາງ​ດ້ານ​ເສດຖະກິດ, ການ​ແລກປ່ຽນ​ດ້ານ​ການ​ສຶກສາ​ກໍ່ພົ້ນ​ເດັ່ນ​ຂຶ້ນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ​​ໃນໄລຍະ​ຜ່ານ​ມາ. ມີ​ນັກ​ສຶກສາ ​ແລະ ນັກ​ຄົ້ນ​ຄ້ວາ​ ຫວຽດນາມ​ເກືອບ 15 ພັນ​ຄົນ​ຢູ່ ອາ​ເມ​ລິ​ກາ, ພ້ອມ​ກັບ​ບັນດາ​ລາຍການ​ແລກປ່ຽນ ​ແລະ ກໍ່ສ້າງ​ຄູ​ອາຈານ​ນັ້ນ, ບໍ່​ພຽງ​ແຕ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄູນ​ນະພາ​ບສູງ​ໃຫ້​ແກ່ ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ.

ວັນ​ທີ 10/7/2015 ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ, ​ໃນ​ຂະນະ​ທີ່ຢູ່​ນະຄອນ New York, ມະຫາວິທະຍາ​ໄລ Fulbright ຫວຽດນາມ​ໄດ້​ຮັບ​ໃບ​ຢັ້ງຢືນ​ທຳ​ອິດຢ່າງ​ເປັນ​ທາງ​ການ, ດ້ວຍ​ການ​ເປັນສັກຂີ​ພິຍານຂອງ​ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ.


ການຮ່ວມມືດ້ານການສຶກສາ, ຂີດໝາຍທີ່ພົ້ນເດັ່ນໃນການພົວພັນ ຫວຽດນາມ-ອາເມລິກາ - ảnh 1
(ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ
ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ)


ມະຫາວິທະຍາ​ໄລ Fulbright ຫວຽດນາມ​ ​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​ໃນ​ປີ​ນີ້ ​ຢູ່​ເຂດ​ເຕັກ​ໂນ​ໂລ​ຢີສູງ, ນະຄອນ ​ໂຮ່ຈີ​ມິນ, ດ້ວຍ​ຈຳນວນ​ທຶນ 70 ລ້ານ USD. ນີ້​ແມ່ນ​ມະຫາວິທະຍາ​ໄລ​ເອກະ​ຊົນ​ບໍ່​ຫາ​ກຳ​ໄລ​ແຫ່ງ​ທຳ​ອິດ​ຢູ່ ​ຫວຽດນາມ, ທີ່​ສຸມໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບ​ສະໝັກ​ບັນດາ​ນັກຮຽນ​ຮູ້ ​ແລະ ນັກວິທະຍາສາດ​ທີ່​ດີ​ເດັ່ນ​ພາຍ​ໃນ​ປະ​ເທດ. ທ່ານ Michael Michalak ອະດີດ​ເອກ​ອັກຄະ​ລັດຖະທູ​ດ ອາ​ເມ​ລິ​ກາ​ປະຈຳ ຫວຽດນາມ​ຖື​ວ່າ, ການ​ສົ່ງ​ເສີມ​ບັນດາ​ມະຫາວິທະຍາ​ໄລ​ສາກົນ​ເຂົ້າ​ຮ່ວມ​ ແມ່ນ​ບາດກ້າວທີ່ຈຳ​ເປັນ​ສຳລັບ ຫວຽດນາມ​ໃນ​ປະຈຸ​ບັນ:

“​ເລື່ອງ​ດຶງ​ດູດ​ບັນດາ​ມະຫາວິທະຍາ​ໄລ​ສາກົນ​ສ້າງ​ຕັ້ງ​ຮາກ​ຖານ​ສຶກສາ​ຢູ່​ ຫວຽດນາມ​ ແມ່ນ​ມີ​ບົດບາດ​ສຳຄັນ ສຳລັບ​ການ​ສຶກສາ​ພາຍ​ໃນ​ປະ​ເທດ. ນອກຈາກ Harvard, ດ້ວຍ​​ໂຄງການສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ Fulbright ຫວຽດນາມ ​ແລ້ວ, ຍັງ​ມີ​ມະຫາວິທະຍາ​ໄລ​ຫຼາຍ​ແຫ່ງ​ຂອງ ​ອາ​ເມ​ລິ​ກາ​ກໍ່​ປາຖະໜາ​ຢາກ​ສ້າງ​ຕັ້ງ​ສາຂາ​ຢູ່​ ຫວຽດນາມ​ອີກ. ຂ້າພະ​ເຈົ້າ​ຖື​ວ່າ, ຫວຽດນາມ​ຄວນ​ດຳ​ເນີນ​ການ​ປະຕິ​ຮູບ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຄວາມ​ປາຖະໜາ​ນີ້​ປະກົດ​ຜົນ​ເປັນ​ຈິງ.“

ດ້ວຍ​ຈຳນວນ​ນັກ​ສຶກສາ​ເກືອບ 17.000 ຄົນ. ປະຈຸ​ບັນ, ຫວຽດນາມ​ພວມ​ນຳ​ໜ້າບັນດາ​ປະ​ເທດ ອາ​ຊຽນ ​ແລະ ຢືນ​ອັນ​ດັບ 8 ຢູ່​ໂລກ, ກ່ຽວກັບ​ຈຳນວນ​ນັກ​ສຶກສາ​ຢູ່ ອາ​ເມ​ລິ​ກາ. ບໍ່​ພຽງ​ແຕ່​ໄດ້​ສຳຜັດ​ກັບ​ພື້ນຖານ​ການ​ສຶກສາ​ທີ່​ກ້າວໜ້າ​ເທົ່າ​ນັ້ນ, ບັນດາ​ນັກ​ສຶກສາ​ນີ້​ຍັງ​ມີ​ໂອກາດ​​ໄດ້ສະ​ສົມບົດຮຽນ​​ກ່ຽວ​ກັບການເຮັດ​ວຽກ​ຢູ່​ບັນດາ​ບໍລິສັດ​ຂອງ ອາ​ເມ​ລິ​ກາ​, ໃນ​ວິວັດ​​ແຫ່ງການ​ເຝິກ​ງານ ຫຼື​ພາຍຫຼັງ​ຮຽນຈົບອີກ​ດ້ວຍ, ​ແລະກາຍ​ເປັນ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ຈຳ​ເປັນ​ໃນ​ການ​ສ້າງສາ​ປະ​ເທດ. ທ້າວ ຫວໍ​ຮ່ວາງ​ອານ, ອະດີດ​ນັກ​ສຶກສາ ຫວຽດນາມ, ​ປະຈຸ​ບັນ​ພວມ​ເຮັດ​ວຽກ​ໃນ​ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ຂອງ ອາ​ເມ​ລິ​ກາ, ​ແບ່ງປັນ​ວ່າ:

“ຍາມ​ໃດ​ໄວ​ໜຸ່ມ​ກໍ່​ຢາກ​ໄດ້​ທົດ​ສອບ​ຫຼາຍ​ກວ່າ​ອີກ. ​ເມື່ອ​ຮຽນ​ຢູ່​ທີ່​ນີ້, ນອກຈາກ​ຄວາມ​ຮູ້​ທີ່​ໄດ້​ຮັບ​ຈາກ​ໂຮງຮຽນ​ແລ້ວ, ພວກ​ນ້ອງ​ຍັງຢາກ​ສຳຜັດ​ກັບ​ທຸກ​ສິ່ງ​ທຸກ​ຢ່າງທີ່​ກ້າວໜ້າ​ກວ່າອີກ. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ພວກ​ເພື່ອນ​ພາຍຫຼັງ​ຮຽນ​ຈົບ​​ແລ້ວ ​ແຕ່ຍັງ​ສືບ​ຕໍ່ເຮັດ​ວຽກ ຫຼື​ເຝິກ​ງານ​ຢູ່ ອາ​ເມ​ລິ​ກາ​ຕື່ມ​ອີກສອງ​ສາມ​ປີ ຫຼັງ​ຈາກ​ນັ້ນ​ຈຶ່ງ​ກັບ​ເມືອ​ປະ​ເທດ. ຂ້າພະ​ເຈົ້າ​ຈະ​ກັບ​ເມືອ​ ຫວຽດນາມ ​ພາຍຫຼັງ​ທີ່ມີ​ບົດຮຽນ​ພໍ​ສົມຄວນ​​ເພື່ອສາມາດ​ຮັບ​ໃຊ້​ປະ​ເທດ​ຊາດໄດ້​ຫຼາຍ​ທີ່ສຸດ“.


ການຮ່ວມມືດ້ານການສຶກສາ, ຂີດໝາຍທີ່ພົ້ນເດັ່ນໃນການພົວພັນ ຫວຽດນາມ-ອາເມລິກາ - ảnh 2
(ມະຫາວິທະຍາ​ໄລ Fulbright ຫວຽດນາມ​
ໄດ້​ຮັບ​ໃບ​ຢັ້ງຢືນ​ທຳ​ອິດຢ່າງ​ເປັນ​ທາງ​ການ)

ໃນ​ຂະນະ​ທີ່​ນັກ​ສຶກສາ​ສ່ວນ​ຫຼາຍ​ແມ່ນ​ໄປ​ຮຽນ​ແບບ​ຈ່າຍ​ເງິນ​ເອງ​ນັ້ນ, ບັນດາ​ທຶນ​ສຶກສາ​ຂອງ​ລັດຖະບານ ອາ​ເມ​ລິ​ກາ, ​ຄືກອງ​ທຶນ​ສຶກສາ​ ຫວຽດນາມ (VEF) ກໍ່​ໄດ້​ຊ່ວຍ​​ໃຫ້ນັກ​ສື​ກສາ ຫວຽດນາມ​ຫຼາຍ​ຄົນ​ສຳຜັດ​ກັບ​ການ​ສຶກສາ​ອັນ​ດັບ​ໜຶ່ງຂອງ​ໂລກ. ​​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈາກ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ເມື່ອ​ປີ 2000, ດ້ວຍ​ງົບປະມານ​ປະມານ 5 ລ້ານ USD/ປີ, VEF ​ແມ່ນ​ອົງການ​ຂຶ້ນ​ກັບ​ລັດຖະບານ ອາ​ເມ​ລິ​ກາ ​ແລະ ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ຂົງ​ເຂດ​ແລກປ່ຽນ​ການ​ສຶກສາ​​ເໜືອມະຫາວິທະຍາ​ໄລ. ມາ​ຮອດ​ປະຈຸ​ບັນ, ກອງ​ທຶນ​ສຶກສາ ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ທຶນ​ສຶກສາ 500 ກວ່າ​ທຶນ​​ໃຫ້​ໄວ​ໜຸ່ມ​ຫວຽດນາມ​ທີ່​ມີ​ຄວາມ​ສາມາດ​ໄປ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຢູ່ ອາ​ເມ​ລິ​ກາ. ​ໃນ​ຈຳນວນນັກ​ຄົ້ນ​ຄ້ວາ​ນີ້, ມີ 300 ກວ່າ​ຄົນ​ໄດ້​ຮຽນ​ຈົບ​ແລ້ວ, ​​ສ່ວນ​ຫຼາຍ​ແມ່ນ​ລະດັບ​ປະລິຍາ​ເອກ. ນອກ​ນັ້ນ VEF ກໍ່​ໄດ້​ອຸປະຖຳ​ໃຫ້​ສາ​ສະ​ດາ​ຈານ 30 ກວ່າ​ຄົນ​ມາສິດສອນ​​ໃນ​ບັນດາ​ມະຫາວິທະຍາ​ໄລຢູ່ ຫວຽດນາມ​ອີກ. ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ການ​ແພດ. ທ່ານ​ນາງ Sandy Dang, ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ VEF ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ສຶກສາ​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ.

“ຂ້າພະ​ເຈົ້າ​ຖື​ວ່າການ​ແລກປ່ຽນ​ດ້ານ​ການ​ສຶກສາມີ​ບົດບາດ​ສຳຄັນ​ທີ່​ສຸດ, ປະກອບສ່ວນ​ກໍ່ສ້າງ ​ແລະ ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ 20 ປີ​ທີ່​ຜ່ານ​ມາ. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ​​ໄດ້ໜ້າ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ​ ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳອີກ​ດ້ວຍ, ​ເມື່ອ​ເຂົາ​ເຈົ້າ​ໂຄສະນາ​ວັດທະນະທຳ ຫວຽດນາມ​ຢູ່​ ອາ​ເມ​ລິ​ກາ ກໍ່​ຄືມີ​ຄວາມ​ເຂົາ​ໃຈ​ຕື່ມອີກ​ກ່ຽວ​ກັບ​ວັດທະນະທຳ, ສັງຄົມ, ການ​ດຳລົງ​ຊີວິດ​ຢູ່​ທີ່​ນີ້​. ຂ້າພະ​ເຈົ້າ​ຖື​ວ່າ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫຍັບ​ມໍ່​ໃກ້​ກັນ​ກວ່າ“.

ນອກຈາກ​ໜູນ​ຊ່ວຍ​ທຶນ​ສຶກສາ, VEF ຍັງ​ສົມທົບ​ກັບ​ບັນດາ​ມະຫາວິທະຍາ​ໄລ ອາ​ເມ​ລິ​ກາດຳ​ເນີນ​ການ​ຕີ​ລາຄາ​ສະພາບ​ຕົວ​ຈິງ​ແຫ່ງ​ການ​ສຶກສາ​ມະຫາວິທະຍາ​ໄລ ​ແລະ ​ເໜືອ​ມະຫາວິທະຍາ​ໄລ​ຢູ່​ຫວຽດນາມ ​ເພື່ອ​ຊອກ​ຫາ​ສິ່ງ​ທີ່​ຈຳກັດ, ຜ່ານ​ນັ້ນ​ພ້ອມ​ກັບ​ລັດຖະບານ ຫວຽດນາມ​ວາງ​ບັນດາ​ມາດ​ຕະການ​ຕ່າງໆ​ທີ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ສຶກສາ​ພາຍ​ໃນ​ປະ​ເທດ​​ໃນ​ລະດັບສູງ​ສຸດ. ປະຈຸ​ບັນ, ບັນດາ​ມະຫາວິທະຍາ​ໄລ ອາ​ເມ​ລິ​ກາ​ພວມ​ສ້າງ​ຮູບ​ແບບ​ການ​ສຶກສາສົມທົບລະຫວ່າງຮູບ​ແບບ​ການ​ສຶກສາ​ຂອງ​ອາ​ເມ​ລິ​ກາ ​ກັບ​ເງື່ອນ​ໄຂ​ສຶກສາ​ໃນ​ປະຈຸ​ບັນ​ຢູ່​ຫວຽດນາມ, ​ໃນ​ນັ້ນກຸ້ມ​ຕົນ​ເອງ​ກ່ຽວ​ກັບ​ລາຍການ​ສຶກສາ ​ແລະ ດ້ານ​ການ​ເງິນ, ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮຳ່ຮຽນ​ສະ​ດວກ​ສະບາຍ, ຂະຫຍັນ​ຂັນ​ແຂງ​ກວ່າ.ທ່ານ​ນາງ ​ Sandy Dang ໃຫ້​ຮູ້​ຕື່ມ​ອີກ​ວ່າ:

“ສິ່ງ​ຈັບ​ອົກ​ຈັບ​ໃຈ​ກວ່າ ​ນັ້ນ​ແມ່ນພວກ​ເຮົາ​ບໍ່​ນຳ​ໃຊ້​ຮູບ​ແບບ​ການ​ສຶກສາ​ທັງ​ໝົດ​ຂອງ ອາ​ເມ​ລິ​ກາ, ຫາກ​ອີງ​ຕາມ​ພື້ນຖານ​ການ​ສຶກສາ​ຂອງ​ຫວຽດນາມ. ນີ້​ແມ່ນ​ສິ່ງ​ສຳຄັນ. ພວກ​ຂ້າພະ​ເຈົ້າ​ພ້ອມ​ແລ້ວທີ່​ຈະ​ຊ່ວຍ​ ຫວຽດນາມ​ສ້າງ​ຮູບ​ແບບ​ການ​ສຶກສາ​ທີ່​ຕອບ​ສະໜອງ​​ໄດ້ຄວາມ​ຕ້ອງການ​ລະອຽດ​ຂອງ​ຫວຽດນາມ“.

ນອກຈາກ VEF, ລັດຖະບານ ອາ​ເມ​ລິ​ກາ​ຍັງ​ມີ​ບັນດາ​ລາຍການ​ແລກປ່ຽນ​ການ​ສຶກສາ​ອື່ນໆ​ກັບ ຫວຽດນາມ​ເຊັ່ນ: ລາຍການ​ທຶນ​ສຶກສາ  Fulbright, ການ​ບຳ​ລຸງ​ສ້າງ​ພາສາ​ອັງກິດ​ໃຫ້​ຄູ​ສອນ​ຊັ້ນ​ກາງ ​ແລະ ມະຫາວິທະຍາ​ໄລ, ​ແລະ ຫວ່າງ​ແລ້ວ​ນີ້​ແມ່ນ​ຂໍ້​ລິ​ເລີ່​ມການ​ນຳ​ໜຸ່ມ ອາຊີ​ຕາ​ເວັນ​ອອກ, ​ໂດຍ​ປະທານາທິບໍດີ ອາ​ເມ​ລິ​ກາ ​ Barack Obama ເປັນ​ຜູ້​ລິ​ເລີ່​ມ. ພ້ອມ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ອື່ນໆ, ການ​ຮ່ວມ​ມືດ້ານ​ການ​ສຶກສາ ຫວຽດນາມ - ອາ​ເມ​ລິ​ກາ​ພວມ​ກາຍເປັນ​ຂົວ​ຕໍ່​ຢ່າງ​ແທ້​ຈິງ, ປະກອບສ່ວນ​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​​ເທດ.

ຂ່າວ/ບົດ​ອື່ນ