ຄຸນຄ່າອະມະຕະຂອງການປະຕິວັດເດືອນ 8/1945

(vovworld)-ວັນ​ທີ 19/8 ກ່ອນ​ນີ້ 67 ປີ​ເຕັມ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​ ແຕ່​ເໜືອ​ຮອດ​ໃຕ້​ ໄດ້​ພ້ອມ​ກັນ​ລຸກ​ຮຶ້ຂຶ້ນດຳ​ເນີນ​ການ​ປະຕິວັດ​ເດືອນ 8 ຍາດ​ເອົາ​ອຳນາດ​ການ​ປົກຄອງ, ສ້າງ​ຕັ້ງ​ປະ​ເທດ​ກຳມະກອນ - ຊາວນາ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​​ເປີດ​ສັງກາດ​​ເອກະລາດ, ​ເສລີພາບ​ໃຫ້​ຊາດ​ຫວຽດນາມ. ມາ​ຮອດ​ປະຈຸ​ບັນ, ຂອບ​ຂະໜາດ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ 8/1945 ຍັງ​ຄົງຮັກສາ​ຄຸນ​ຄ່າ​ເດີມ​ໄວ້​ໄດ້​.

ຄຸນຄ່າອະມະຕະຂອງການປະຕິວັດເດືອນ 8/1945 - ảnh 1

ປະທານ ໂຮ່ຈິມິນອ່ານປະແຫຼງປະກາດເອກະລາດ

ໃນວັນທີ 2/9/1945

(ພາບ: google.com.vn)

ການ​ປະຕິວັດ​ເດືອນ 8/1945 ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ທີ່​ສຸດ​ໃນ​ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດນາມ. ດ້ວຍ​ໄຊຊະນະ​ຂອງ​ການ​ປະຕິວັດ​ນີ້, ປະຊາຊົນ​ຫວຽດນາມ ​ໄດ້​ທັບ​ມ້າງ​ແອກ​ປົກຄອງ​ຂອງ​ຟາດ​ຊິດ​ຍີ່ປຸ່ນ, ລ່າ​ເມືອງ​ຂຶ້ນ​ຝລັ່ງ ທີ່​ມີ​ມາ​ເປັນ​ເວລາ​ເກືອບ 100 ປີ, ລົບ​ລ້າງ​ລະບອບ​ສັກ​ດີ​ນາ​ທີ່​ມີ​ມາ​ນັບ​ພັນ​ປີ, ນຳ​ປະ​ເທດ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່ - ສັງກາດ​ເອກະລາດ​ແຫ່ງ​ຊາດ ຕິ​ດພັນ​ກັບ​ລັດທິ​ສັງຄົມ​ນິຍົມ. ທ່ານ Thai Vinh, ນັກ​ປະຕິວັດ​ຜູ້​ອາວຸ​ໂສ​ຢູ່ ຮ່າ​ໂນ້ຍ, ​ເວົ້າ​ວ່າ:

”ການ​ປະຕິວັດ​ເດືອນ 8 ​ແມ່ນ​ການ​ລຸກ​ຮຶ້ຂຶ້ນ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ພາຍຫຼັງ 15 ປີ ​ແຫ່ງ​ການ​ກະກຽມ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ນີ້​ແມ່ນ​ໄຊຊະນະ​ອັນ​ມະຫັດສະຈັນ​ຂອງ​ຊາວ​ຫວຽດນາມ​ ໃນ​ສະຕະວັດ​ທີ 20. ​​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ບັນດາ​ເຜົ່າ, ປະຊາ​ຄົມ​ມີ​ການ​ປ່ຽນ​​ແປງ. ນັ້ນ​ແມ່ນ​ບາດກ້າວ​ທີ່​ຍິ່ງ​ໃຫຍ່​ບໍ່​ພຽງ​ແຕ່​ຂອງ​ຊາດ​ຫວຽດນາມ​ ເທົ່າ​ນັ້ນ ຫາກ​ຍັງຂອງ​ບັນດາ​ຊົນ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ຢູ່​ໃນ​ໂລກ​ອີກ​ດ້ວຍ”

ຜູ້​ຊ່ຽວຊານ​ດ້ານ​ປະຫວັດສາດ​ຊາວ​ຝລັ່ງ Alain Ruscio, ຖື​ວ່າ, ດ້ວຍການ​ປະຕິວັດ​ເດືອນ 8/1945, ປະ​ເທດ​ຫວຽດນາມ​ ໄດ້​ສ້າງ​​ເປັນ​ສິ່ງມະຫັດສະຈັນ, ຫຼຸດ​ພົ້ນ​ອອກ​ຈາກ​ຊາຕາກຳ​ເປັນ​ຂ້ອຍ​ຂ້າ ກາຍ​ເປັນປະ​ເທດ​ເປັນ​ເຈົ້າ​ຕົນ​ເອງ, ຕັດສິນ​ຊາຕະ​ກຳ​ ​ແລະ ອະນາຄົດ​ຂອງ​ຕົນ. ການ​ປະຕິວັດ​ເດືອນ 8 ປະສົບ​ຜົນສຳ​ເລັດ, ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ​ໄດ້ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃນ​ການປົດ​ປ່ອຍ​​ຕົນ​ເອງ, ປຸກລະດົມ​​ປະຊາ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ຕໍ່ສູ້​ຕ້ານແອກ​ປົກຄອງ​ຂອງລັດທິລ່າ​ເມືອງ​ຂຶ້ນ ​​ເພື່ອໂຄ່ນ​ລົ້ມລັດທິ​ລ່າ​ເມືອງ​ຂຶ້ນ​ໃນ​ທົ່ວ​ໂລກ​.

”​ໄຊຊະນະ​ຂອງການ​ປະຕິວັດ​ເດືອນ 8/1945 ຂອງ​ຫວຽດນາມ ​ແມ່ນ​ຄວາມ​ຈຳ​ເປັນ​, ມີ​ລັກສະນະ logic ​ໃນ​ປະຫວັດ​ແຫ່ງ​ການ​ຕໍ່ສູ້​ຂອງ​ຊາດ​ຫວຽດນາມ ຢ່າງ​ເດັດຂາດ. ນີ້​​ແມ່ນ​ເຫດການ​ສຳຄັນ​ຍິ່ງ​ຂອງ​ທັງ​ຊາດ​ຫວຽດນາມ. ພິ​ເສດ, ຫວຽດນາມ​ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ຈຳນວນ​ປະຊາ​ຊາດ​ຢູ່​ໃນ​ໂລກ​ພາຍ​ໃຕ້​ການ​ປົກຄອງ​ຂອງລ່າ​ເມືອງ​ຂຶ້ນ​ຝລັ່ງ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ຕໍ່ຕ້ານ​. ​ໄຊຊະນະ​ຂອງການ​ປະຕິວັດ​ເດືອນ 8/1945 ​ໄດ້​ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ເຖິງ​ຂະ​ບວນການ​ຕໍ່ສູ້​ທວງ​ເອົາ​ເອກະລາດ​ຂອງ​ບັນດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ຢູ່​​ໂລກ​​ໃນເວລາ​ນັ້ນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ.”

ຄຸນຄ່າອະມະຕະຂອງການປະຕິວັດເດືອນ 8/1945 - ảnh 2

(ພາບ: google.com.vn)

ການ​ປະຕິວັດ​ເດືອນ 8/1945 ​ໄດ້​ສ້າງ​ຂີ​ດໝາຍ​ຢ່າງ​ເລິກ​ເຊິ່ງ​ໃນ​ປະຫວັດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ. ​ເພາະວ່າ​ແນວທາງ​ຕໍ່ສູ້​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ. ພົນ​ຕີ Pham Hong Cu, ອະດີດ​ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ, ກອງທັບ​ປະຊາຊົນ​ຫວຽດນາມ, ຊີ້​ແຈ້ງວ່າ:

”ອາດ​ເວົ້າ​ໄດ້​ວ່າ​ ບັນຍາກາດ​ຂອງ​ທົ່ວ​ປວງ​ຊົນ​ໃນ​ເວລາ​ນັ້ນ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ. ການ​ປະຕິວັດ​ນີ້​ເກືອບ​ຄື​ວ່າ​ບໍ່​ຕ້ອງ​ຍິງ​ປືນ, ບໍ່​ນອງ​ເລືອດປານ​ໃດ​ແຕ່​ຍັງ​ຄົງ​ຍາດ​ໄດ້​ອຳນາດ​ການ​ປົກຄອງ. ວັນ​ທີ 19/8 ຍາດ​ໄດ້​ອຳນາດ​ການ​ປົກຄອງ​ຢູ່​ຮ່າ​ໂນ້ຍ, ຫຼັງ​ຈາກ​ນັ້ນ​ເກືອບ 1 ສັບປະດາ ​ແມ່ນ​ຍາດ​ໄດ້​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ, ນັ້ນ​ແມ່ນ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ, ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນມັນ​​ໄດ້ເລີ່​ມມາ​ຈາກ​ແນວ​ຄິດໂຮ່ຈີ​ມິນ​ກ່ຽວ​ກັບ​ການ​ລຸກ​ຮຶ້ຂຶ້ນ​ຄັ້ງ​ນີ້”.

ການ​ປະຕິວັດ​ເດືອນ 8/1945 ​ແມ່ນ​ບັນດາ​ບົດຮຽນ​ປະຫວັດສາດ​ອັນ​ລ້ຳ​ຄ່າ. ນັ້ນ​ແມ່ນ​ບົດຮຽນ​ເຊີດ​ຊູ​ຄັນ​ທຸງ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ; ກຳນົດ​ ແລະ ​ສົມທົບ​ບັນດາ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ແຕ່ລະ​ໄລຍະ​ປະຕິວັດ​ຢ່າງ​ຖືກຕ້ອງ. ຄຸນຄ່າ​ປະຫວັດສາດ​ແລະ ບົດຮຽນ​ຂອງການ​ປະຕິວັດ​ເດືອນ 8/1945 ບໍ່​ພຽງ​ແຕ່​ເຍືອ​ງທາງ​ໃຫ້​ບັນດາ​ໄລຍະ​ທາງ​ປະຕິວັດ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ຮັກສາ​ຄຸນຄ່າ​ເດີມ​ໃນ​ຈຸດ​ເວລາ​ທີ່​ຫວຽດນາມ ດຳ​ເນີນ​ກິດຈະການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ກໍ່​ຄື​ໄລຍະ​ເຊື່ອມ​ໂຍງ​ກັບ​ໂລກ​ໃນ​ປະຈຸ​ບັນ​ອີກ​ດ້ວຍ. ສາດສະດາ ຈານ, ດຮ Vu Van Hien, ສະມາຊິກ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເວົ້າ​ວ່າ:

”​ໃນການ​ປະຕິວັດ​ເດືອນ 8 ມີ​ຄຳ​ຂວັນໜຶ່ງ​ທີ່​ວ່າ ”ຍີ່ປຸ່ນ - ຝລັ່ງຍິງ​​ໃສ່ກັນ ​ແລະ ການ​ກະທຳ​ຂອງ​ພວກ​ເຮົາ”. ກຳ​ໄດ້​ສະຖານະ​ການ​ຄື​ດັ່ງກ່າວ, ພັກ​ກອມມູນິດ​ຫວຽດນາມ​ໄດ້​ຊີ້​ນຳ​ນຳພາ​ຢ່າງ​ຊັດ​ເຈນ, ດຳ​ເນີນ​ການ​ລຸກ​ຮຶ້ຂຶ້ນ​ໃນ​ເດືອນ 8 ສຳ​ເລັດ​ຜົນ”

ການ​ປະຕິວັດ​ເດືອນ 8/1945 ​ແມ່ນ​ຜົນງານ​ອັນ​ສະຫງ່າ​ລາສີ​ຂອງ​ຈິດ​ໃຈ​ປະຊາຊົນ, ຂອງ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ຂອງ​ປະທານ​ໂຮ່ຈີ​ມິນ. ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ສູງ​ສົ່ງ​ນັ້ນ ຍາມ​ໃດ​ກໍ່​ແມ່ນ​ແຫຼ່ງກຳລັງ​ແຮງ​ປຸກລະດົມກຳລັງ​ໃຈ​ລຸ້ນປະຈຸ​ບັນ​​ໃຫ້ກ້າວ​ຂຶ້ນ​ດ້ວຍຄວາມ​ເຊື່ອ​ໝັ້ນຕໍ່​ອະນາຄົດ.

       

ຕອບກັບ

ຂ່າວ/ບົດ​ອື່ນ