ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ

(VOVWORLD)-ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳຫນ້າຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ເດີນທາງໄປຢ້ຽມຢາມ ໄທ ຢ່າງເປັນທາງການ ແຕ່ວັນທີ 17 ຫາວັນທີ 19 ສິງຫາປີ 2017. ການຢ້ຽມຢາມ ແມ່ນໂອກາດເພື່ອໃຫ້ສອງປະເທດ ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ແລກປ່ຽນທິດທາງ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້ ບັນນາທິການ ວິທະຍຸກະຈາຍສຽງຫວຽດນາມ ມີບົດຂຽນ ດ້ວຍຫົວຂໍ້ວ່າ: “ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ແລະ ໄທ.”
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ - ảnh 1

ນີ້ແມ່ນການຢ້ຽມຢາມໄທ ຢ່າງເປັນທາງການເປັນຄັ້ງທຳອິດ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ. ການຢ້ຽມຢາມ ດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ໄທ ສືບຕໍ່ປັບປຸງ ແລະ ນັບມື້ນັບພັດທະນາຢ່າງຈົບງາມ. ໃນໄລຍະຜ່ານມາ, ໄທ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ເປັນເຈົ້າການຊຸກຍູ້ການຮ່ວມມືກັບຫວຽດນາມໃນຫລາຍຂົງເຂດ. ປີກາຍນີ້ ສອງປະເທດ ໄດ້ຜັນຂະຫຍາຍການເຄື່ອນໄຫວຕ່າງໆເພື່ອສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ໄທ.

        ການພົວພັນຄູ່ຮ່ວມືຍຸດທະສາດພັດທະນາຢ່າງເລິກເຊິ່ງກວ້າງຂວາງ

ການພົວພັນມິດຕະພາບ ຫວຽດນາມ ແລະ ໄທ ຄ່ອຍໆເຂົ້າສູ່ເປັນປົກກະຕິ ແລະ ໄດ້ຮັບການປັບປຸງພາຍຫລັງ ຫວຽດນາມ ກາຍເປັນສະມາຊິກຂອງ ອາຊຽນ ໃນປີ 1995. ສອງຝ່າຍຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນ ໄທ ໄດ້ຍາດແຍ່ງທ່າໄດ້ປຽບດ້ານຊັບພະຍາກອນອຸດົມສົມບູນ, ຕະຫລາດຈຳຫນ່າຍໃຫຍ່ຂອງຫວຽດນາມ, ພິເສດ ແມ່ນເລື່ອງຫວຽດນາມ ຊຸກຍູ້ການພັດທະນາພື້ນຖານເສດຖະກິດການຕະຫລາດ. ໃນສອງທົດສະວັດມໍ່ໆມານີ້, ສອງປະເທດ ໄດ້ມານະພະຍາຍາມດັດປັບບັນດາໂຄງການ ແລະ ການເຄື່ອນໄຫວພັດທະນາລະດັບຊາດ ເພື່ອບັນລຸປະສິດທິຜົນການຮ່ວມມືຢ່າງສູງສຸດ.

ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດຫນຶ່ງດຽວຢູ່ ອາຊີຕາເວັນອອກສ່ຽງໃຕ້ ຊື່ງໄທ ໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທັງສອງປະເທດພວມມານະພະຍາຍາມພ້ອມກັນສ້າງສາຍພົວພັນນີ້ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ. ຜ່ານບັນດາການຢ້ຽມຢາມຄັ້ງນີ້ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ສອງປະເທດ ໄດ້ຈັດຕັ້ງສຳເລັດຫລາຍກົນໄກຮ່ວມມືຄື: ຄະນະລັດຖະບານຮ່ວມ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ, ການປຶກສາດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ. ນັບແຕ່ເມື່ອສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນມິຖຸນາປີ 2013, ສອງປະເທດໄດ້ລົງນາມໃນໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ໄທ ໄລຍະ 2014 – 2018, ຍົກການພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບຍຸດທະສາດເພີ່ມທະວີ ທີ່ກອງປະຊຸມຄະນະລັດຖະບານຮວ່ມປີ 2015.

ກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສອງຝ່າຍສືບຕໍ່ຮັກສາກົນໄກປະຊຸມກຸ່ມວຽກງານຮ່ວມກ່ຽວກັບການຮ່ວມມືດ້ານການເມືອງ, ການປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ໄທ, ເພີ່ມທະວີການຮ່ວມມືໃນຂົງເຂດອາດຊະຍາກຳສິ່ງແວດລ້ອມ. ສອງຝ່າຍກໍ່ຕັ້ງຫນ້າຊຸກຍູ້ການຮ່ວມມືໃນບັນດາຂົງເຂດກອງທັບອາກາດ, ກອງທັບເຮືອ, ແລກປ່ຽນຂໍ້ມູນຂ່າວສານສືບລາຊະການລັບ, ລາດຕະເວນຮ່ວມບົນທະເລ, ຜັນຂະຫຍາຍການໂອ້ລົມສົນທະນາການປ້ອງກັນຊາດຂັ້ນຮອງລັດຖະມົນຕີ.

ໃນອາຊຽນ, ໄທ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືສົ່ງອອກໃຫຍ່ອັນດັບທີ 2 ຂອງໄທ, ດ້ວຍຍອດວົງເງິນດ້ານການຄ້າສອງສົ້ນໃນປີກາຍນີ້ບັນລຸ 12,5 ຕື້  USD, ໃນນັ້ນ ຫວຽດນາມ ສົ່ງອອກໄປຍັງ ໄທ ບັນລຸ 3,7 ຕື້  USD. ສະເພາະໃນ 6 ເດືອນຕົ້ນປີ 2017, ຍອດວົງເງິນການຄ້າສອງສົ້ນບັນລຸໄດ້ເກືອບ 7 ຕື້  USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສອງຝ່າຍບັນລຸຄາດໝາຍ ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸໄດ້ 20 ຕື້ USD ໃນປີ 2020. ກ່ຽວກັບການລົງທຶນ, ປະຈຸບັນ ໄທ ແມ່ນປະເທດຢືນອັນດັບທີ 10/116 ປະເທດ ແລະ ເຂດແຄ້ວນ ມີການລົງທຶນຢູ່ຫວຽດນາມ, ດ້ວຍ 458 ໂຄງການລົງທຶນໂດຍກົງຍັງມີຜົນສັກສິດ, ຍອດຈຳນວນທຶນຈົດທະບຽນເກືອບ 8,2 ຕື້ USD. ສອງຝ່າຍຍັງຍູ້ແຮງການຮ່ວມມືໃນຂົງເຂດແຮງງານ ແລະ ພວມຜັນຂະຫຍາຍການຮ່ວມມືສົ່ງຄົນງານຫວຽດນາມ ໄປເຮັດວຽກຢູ່ ໄທ. ໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ປະຈຸບັນ ມີ 16 ແຂວງ, ນະຄອນ ຂອງຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ຫລື ແຮກສ່ຽວກັບັບນດາທ້ອງຖິ່ນຂອງໄທ. ສອງຝ່າຍກໍ່ຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ຄື: ສປຊ, ອາຊຽນ, ການຮ່ວມມືອະນຸພາກພື້ນ, ການຮ່ວມມືໃນ APEC.

ການຢ້ຽມຢາມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງຂຶ້ນຕື່ມ

ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ໄທ ພວມກ້າວເຂົ້າສູ່ລະດັບສູງໃຫມ່ ດ້ວຍການເຂົ້າຮ່ວມຢ່າງແຮງບັນດາປັດໄຈມີລັກສະນະຍຸດທະສາດ ແລະ ເສດຖະກິດ. ພ້ອມກັນແມ່ນສະມາຊິກຂອງປະຊາຄົມ ອາຊຽນ ແລະ ບັນດາອົງການອະນຸພາກພື້ນອື່ນ, ໄທ ແລະ ຫວຽດນາມ ສາມາດຊ່ວຍຍົກລະດັບເສດຖະກິດພາກພື້ນ, ພ້ອມທັງສ້າງຄວາມຍຸຕິທຳທາງສັງຄົມ ແລະ ສະຖຽນລະພາບຢູ່ອະນຸພາກພື້ນແມ່ນ້ຳຂອງ. ແຕ່ລະປະເທດ ລ້ວນແຕ່ມີແລວເສດຖະກິດສະເພາະ ເຊື່ອມຕໍ່ກັບ ມຽນມາ, ລາວ ແລະ ກຳປູເຈຍ. ການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງສອງປະເທດໃນ ອາຊຽນ, ກໍ່ຄືກັບບັນດາຄູ່ຮ່ວມມືໃຫຍ່ນອກພາກພື້ນ ໄດ້ສ້າງກຳລັງຫນູນໃຫມ່ກໍ່ຄືຢືນຢັນລະດັບຜົນສະທ້ອນຢູ່ພາກພື້ນ.

ການຢ້ຽມຢາມໄທຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄັ້ງນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກໍ່ຄືຫັນການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງສອງປະເທດເປັນລະອຽດ, ນຳການພົວພັນສອງປະເທດໃຫ້ພັດທະນາກວ່າອີກ, ນັບມື້ນັບແທດຈິງ ແລະ ເຂົ້າສູ່ລວງເລິກ. 

ຕອບກັບ

ຂ່າວ/ບົດ​ອື່ນ