ການເດີນ​ທາງໄປປະຕິບັດງານນຳມາເຊິ່ງຄວາມໝາຍສຳຄັນຫຼາຍຢ່າງ

(VOVWORLD) - WEF ຕະຫຼຽນ 2024 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກຳແໜ້ນ ແລະ ປະກອບສຽງເວົ້າໃນບັນດາບັນຫາ, ທ່າອ່ຽງໃໝ່, ເນື້ອໃນໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໂລກ.
ການເດີນ​ທາງໄປປະຕິບັດງານນຳມາເຊິ່ງຄວາມໝາຍສຳຄັນຫຼາຍຢ່າງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ: VGP)

        ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ, ທີ່ໄດ້ຈັດຂຶ້ນຢູ່ນະຄອນ ຕະຫຼຽນ, ແຂວງ ລ້ຽວນິງ, ປະເທດ ຈີນ (WEF ຕະຫຼຽນ 2024) ແລະ ເຮັດວຽກຢູ່ ຈີນ. ນີ້ແມ່ນຄັ້ງທີ 2 ໃນ 2 ປີຢ່າງລຽນຕິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ WEF ຢູ່ ຈີນ, ສະແດງໃຫ້ເຫັນການຖືເປັນສຳຄັນຢ່າງສູງຂອງພັກ ແລະ ລັດຖະບານ ຫວຽດນາມ ສຳລັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ການໄປປະຕິບັດງານກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາຜົນງານຂອງການພັດທະນາ, ເສດຖະກິດມະຫາພາກຮັກສາເປັນປົກກະຕິ, ບັນດາບຸລິມະສິດ, ການກຳນົດທິດພັດທະນາຂອງ ຫວຽດນາມ ເຖິງບັນດາຄູ່ຮ່ວມມືສາກົນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ WEF ຕະຫຼຽນ 2024 ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 24 – 27 ມິຖຸນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສປ. ຈີນ ຫຼີສຽງ ແລະ ຜູ້ກໍ່ຕັ້ງ, ທັງເປັນປະທານບໍລິຫານເວທີປາໄສໂລກ (WEF) ທ່ານ Klaus Schwab.

ສານກ່ຽວກັບ ຫວຽດນາມ ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່

        ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມແທັງບິ່ງ ແລ້ວ, ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີມີຄວາມໝາຍສຳຄັນຫຼາຍຢ່າງ. WEF ຕະຫຼຽນ 2024 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກຳແໜ້ນ ແລະ ປະກອບສຽງເວົ້າໃນບັນດາບັນຫາ, ທ່າອ່ຽງໃໝ່, ເນື້ອໃນໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໂລກ. ກອງປະຊຸມກໍ່ແມ່ນໂອກາດເພື່ອໂຄສະນາບັນດາຜົນງານຂອງການເຕີບໂຕ, ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ສົ່ງສານຢ່າງແຮງກ່ຽວກັບ ຫວຽດນາມ ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ແມ່ນຈຸດນັດພົບທີ່ດູດດື່ມໃຈສຳລັບບັນດາກຸ່ມບໍລິສັດທົ່ວໂລກ, ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມ ໃຫ້ບັນລຸປະສິດທິຜົນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມແທັງບິ່ງ, ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມ, ຄາດວ່າ, ທ່ານນາຍົກລັດຖະມົນຕີຈະມີລາຍການເຄື່ອນໄຫວຫຼາຍຢ່າງ, ຕໍ່ເນື່ອງ, ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ. ປີນີ້, ເປັນຄັ້ງທຳອິດ ທ່ານນາຍົກລັດຖະມົນຕີຈະມີບົດກ່າວປາໄສພິເສດທີ່ວາລະໄຂເວທີປາໃສຄົບຄະນະ ພ້ອມກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ການນຳບັນດາປະເທດ. ນອກນັ້ນ, ທ່ານນາຍົກລັດຖະມົນຕີຈະມີບົດກ່າວປາໄສຢູ່ບັນດາວາລະປຶກສາຫາລືທີ່ກອງປະຊຸມ, ເປັນປະທານບັນດາການເຈລະຈາ, ສົນທະນາກັບປະຊາຄົມວິສາຫະກິດ ທີ່ສະຫງວນສະເພາະໃຫ້ແກ່ ຫວຽດນາມ”.

        ດ້ວຍໝາກຜົນຂອງການເຕີບໂຕ ແລະ ການພັດທະນາຂອງ ຫວຽດນາມ, ທ່ານຮອງລັດຖະມົນຕີ ຟ້າມແທັງບິ່ງ ເຊື່ອໝັ້ນວ່າ, ການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ຈະປະກອບສ່ວນສຳຄັນໃຫ້ແກ່ຜົນສຳເລັດລວມຂອງ WEF ຕະຫຼຽນ 2024, ສະແດງອອກຢູ່ 3 ແງ່ມູມ, ຄື:

        “ທີໜຶ່ງ, ທ່ານນາຍົກລັດຖະມົນຕີຈະແບ່ງປັນການຕີລາຄາ, ຄຳສັງເກດ ແລະ ທັດສະນະຂອງ ຫວຽດນາມ ກ່ຽວກັບເສດຖະກິດໂລກ, ບັນດາແງ່ຫວັງ, ໂອກາດ, ສິ່ງທ້າທາຍ, ບັນດາ “ການຫັນປ່ຽນຢ່າງໃຫຍ່ຫຼວງ” ຂອງໂລກທີ່ພວມເກີດຂຶ້ນ, ການສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດທົ່ວໂລກໃນໄລຍະສັ້ນ ແລະ ໄລຍະຍາວ. ທີສອງແມ່ນ, ທ່ານນາຍົກລັດຖະມົນຕີແລກປ່ຽນ ແລະ ສະເໜີບັນດາມາດຕະການເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນມີບົດບາດຂອງບັນດາພື້ນຖານເສດຖະກິດໃຫຍ່ຢູ່ພາກພື້ນຄື ຈີນ; ພິເສດ, ສະແດງໃຫ້ເຫັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ, ເນັ້ນໜັກເຖິງບົດບາດຂອງພາກເອກະສົນ ແລະ ການຮ່ວມມືພາກລັດ - ເອກະຊົນ ໃນການຊຸກຍູ້ການເຕີບໂຕ, ໂດຍສະເພາະແມ່ນບັນດາກຳລັງໜູນເຕີບໂຕໃໝ່. ທີສາມແມ່ນ, ທ່ານນາຍົກລັດຖະມົນຕີຈະສົ່ງສານກ່ຽວກັບໝາກຜົນໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ແບ່ງປັນກ່ຽວກັບວິໄສທັດ, ແຜນນະໂຍບາຍ, ການກຳນົດທິດພັດທະນາ ແລະ ບົດຮຽນໃນການບໍລິຫານເສດຖະກິດມະຫາພາກຂອງພັກ, ລັດຖະບານ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງການຮ່ວມມື, ຮ່ວມແຮງຮ່ວມໃຈຂອງ WEF  ແລະ ບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນໃນຂະແໜງອາຊີບໃຫ້ບຸລິມະສິດສູງ, ຫາກໍ່ພົ້ນເດັ່ນ, ບັນດາຂະແໜງອຸດສາຫະກຳຂອງອະນາຄົດ, ສົ່ງຜົນສະທ້ອນແຜ່ຂະຫຍາຍ, ຄື: ປັນຍາປະດິດ (AI), ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ”.

ຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຫວຽດນາມ - ຈີນ

        ພ້ອມກັບການເຂົ້າຮ່ວມກອງປະຊຸມ, ໃນການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີບັນດາການສົນທະນາ, ພົບປະເຈລະຈາ 2 ຝ່າຍກັບການນຳຂັ້ນສູງຂອງ ຈີນ. ທ່ານຮອງລັດຖະມົນຕີ ຟ້າມແທັງບິ່ງ, ໃຫ້ຮູ້ຕື່ມອີກວ່າ:

        “ໃນສະພາບທີ່ ໃນໄລຍະຜ່ານມາ 2 ຝ່າຍໄດ້ເຫັນດີເຮັດໃຫ້ຢ່າງເລິກເຊິ່ງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ເຫັນດີສ້າງປະຊາຄົມແບ່ງປັນອະນາຄົດ ມີຄວາມໝາຍຍຸດທະສາດ ຫວຽດນາມ - ຈີນ, ເລື່ອງ 2 ຝ່າຍຮັກສາການພົບປະຂັ້ນສູງ ມີຄວາມໝາຍສຳຄັນຍິ່ງໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຫັນບັນດາຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງຂັ້ນສູງ 2 ຝ່າຍໃຫ້ປະກົດຜົນເປັນຈິງ. ສິ່ງດັ່ງກ່າວຈະປະກອບສ່ວນຕັ້ງໜ້າເຂົ້າໃນການພົວພັນທີ່ພວມພັດທະນາຢ່າງດີງາມລະຫວ່າງ 2 ປະເທດ”.

        ບັນດາການສົນທະນາ, ພົບປະເຈລະຈາ 2 ຝ່າຍຄັ້ງນີ້ໄດ້ດຳເນີນໄປໃນສະພາບການພົວພັນ ຫວຽດນາມ - ຈີນ ຮັກສາທ່າພັດທະນາມີສະຖຽນລະພາບ, ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ. ໃນໄລຍະ 4 ເດືອນຕົ້ນປີ 2024, ວົງເງິນການຄ້າ 2 ຝ່າຍເພີ່ມຂຶ້ນເກືອບ 25%, ບັນລຸກວ່າ 59 ຕື້ USD. ໂຄງການທີ່ມີເງິນລົງທຶນຂອງ ຈີນ ຢູ່ ຫວຽດນາມ ໃນປີ 2023 ເພີ່ມຂຶ້ນ 77%, ດ້ວຍເລື່ອງມີຫຼາຍໂຄງການມີຂອບຂະໜາດທີ່ໃຫຍ່ກວ່າ.

        ດ້ວຍການເຂົ້າຮ່ວມ WEF ຕະຫຼຽນ 2024 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືກັບ WEF ຕາມທິດນັບມື້ນັບແທດຈິງກວ່າ; ສ່ວນສຳລັບ ຈີນ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຢ່າງແຮງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ