ຊຸກຍູ້ການຮ່ວມມືລະຫວ່າງ ວິສາຫະກິດ ແລະ ນັກວິທະຍາສາດໃນໄລຍະການເຊື່ອມໂຍງ.

ຊຸກຍູ້ການຮ່ວມມືລະຫວ່າງ ວິສາຫະກິດ ແລະ ນັກວິທະຍາສາດໃນໄລຍະການເຊື່ອມໂຍງ. - ảnh 1
ກອງປະຊຸມສຳມະນາ“ບົດບາດ​ຂອງ​ບັນດາ​ອົງການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດທະນາ​ມະນຸດ ​ແລະ ​ເສດຖະກິດ”
ພາບປະກອບ:internet

(vovworld) - ​ເພື່ອ​ຍົກ​ສູງ​ກຳລັງ​ແກ້​ງ​ແຍ້​ງ​ໃນ​​ເງື່ອນ​ໄຂ​ເຊື່ອມ​ໂຍງ, ບັນດາ​ວິ​ສາ​ຫະກິດ​ພວມ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເພີ່ມ​ສະມັດ​ຕະພາບ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ. ພ້ອມ​ກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ, ອົງການ​ເສດຖະກິດ ກໍ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ​້​ແກ່​ບັນດາ​ນັກ​ວິທະຍາສາດ​ໃນ​ການ​ຄົ້ນ​ຄ້ວາ​ເທັກ​ໂນ​ໂລ​ຊີ​ໃຫມ່ ຮັບ​ໃຊ້​ການ​ຜະລິດ. ປະຈຸ​ບັນ ການ​ຫັນ​ວຽກ​ງານ​ຄົ້ນ​ຄ້ວາ ​ແລະ ​ຖ່າຍ​ທອດ​ເຕັກ​ໂນ​​ໂລ​ຊີ​ເປັນ​ບັນຫາ​ຂອງ​ທົ່ວສັງຄົມ ​ແມ່ນ​ທ່າ​ອ່ຽງຈຳ​ເປັນ​ທີ່​ສຸດ ​ແລະ ​ແມ່ນ​ການ​ກຳນົດ​ທິດ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ໄລຍະ 2011 - 2020.

        ຍົກ​ສູງ​ເຕັກ​ໂນ​ໂລ​ຊີ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ ​ແມ່ນ​ມີ​ຄວາມ​ໝາຍ​ເປັນຕາ​ຍທີ່​ມີ​ຕໍ່​ບັນດາ​ວິ​ສາ​ຫະກິດ, ສະ​ນັ້ນ ການ​ຮ່ວມ​ສຳພັນ​ລະຫວ່າງ  ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ວິທະຍາສາດ, ບັນດານັກ​ວິທະຍາສາດ ​ແມ່ນ​ທ່າ​ອ່ຽງທີ່​ຈຳ​ເປັນ​ທີ່​ສຸດ. ມີ​ເຕັກ​ໂນ​ໂລ​ຊີ​​ໃໝ​່ທີ່ກ້າວຫນ້າ​ຫລາຍ​ຢ່າງ​ທີ່​ບັນດາ​ວິ​ສາ​ຫະກິດ​ພວມ​ນຳ​ໃຊ້​​ໃນ​ຫລາຍ​ຂະ​ແຫນງ​ເສດຖະກິດ. ທ່ານ ຮ່າ​ເທ​ເຟືອງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​​ເບ​ຕົງຮອງ​ຮັບ​ນ້ຳຫນັກ  PVC ​ແຂວງ ຮ່າ​ນາມ​ໃຫ້​ຮູ້​ວ່າ: “ຖ້າ​ຫາກ​ບໍ່​ມີ​ການຫນູນຊ່ວຍ​ຂອງ​ບັນດາ​ນັກວິທະຍາສາດ, ​ແນ່ນອນ​ວ່າ ທາງ​ບໍລິສັດ​ບໍ່​ສາມາດ​ບັນລຸ​ໄດ້​ຜົນ​ສຳ​ເລັດ​ຄື​ປະຈຸ​ບັນ​”.  ບໍລິສັດ PVC ​ໄດ້​ລົງທຶນສ້າງສະ​ຖາ​ບັນ​ຄົ້ນ​ຄ້ວາ​ວິທະຍາສາດ​ສະ​ເພາະແຫ່ງ​ຫນຶ່ງໃຫ້​ແກ່​ຕົນ​ເອງ ທີ່​ມີ​ຊື່ວ່າ: ສະຖານ​ບັນ​ລະບົບພື້ນກິດຈະ​ກຳ. ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ຂອງ​ສະ​ຖາ​ບັນ​ນີ້​ໄດ້​ຊ່ວຍ​ໃຫ້​ບໍລິສັດ PVC ​ເປັນ​ເຈົ້າ​ການ​ໃນ​ບັນດາ​ວິທີ​ການ​ປະຕິບັດ​ກິດຈະກຳ, ​ໄປຄຽງ​ຄູ່​ກັນ​ນັ້ນ ບັນດາ​ນັກວິທະຍາສາດ​ກໍ​ຫນູນ​ຊ່ວຍ​ບໍລິສັດ​ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ, ລາຄາ​ແກ້ງ​ແຍ້​ງ. ທ່ານ ຮ່າ​ເທ​ເຟືອງ ​ເວົ້າ​ວ່າ:

        “ອາດ​ຈະ​ເວົ້າ​ໄດ້​ວ່າ, ບໍລິສັດ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຫົວຫນ່ວຍ​ເອກ​ະຊົນ​ທຳ​ອິດທີ່​ມີ​ສະຖານ​ບັນ​ລະບົບພື້ນ​​ກິດຈະກຳ​ເພື່ອ​ຫນູນ​ຊ່ວຍ​ທຸກ​ການເຄື່ອນ​ໄຫ​ວ, ​ໃນ​ນັ້ນ ມີ​ການ​ຫນູນ​ຊ່ວຍ​ເຄື່ອນ​ໄຫວ​ຜະລິດ​ເສົາ​ເບຕົງ. ສະ​ຖາ​ບັນ​ຂອງ​ພວກ​ຂ້າພະ​ເຈົ້າ​ມີດ​ອກ​ເຕີ ​ແລະ ສາດສະດາ​ຈານ 12 ທ່ານ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ວິ​ທະ​ນາສາ​ດ​ຢ່າງ​ຕັ້ງຫນ້າ​. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຢ່າງ​ຫລວງ​ຫລວງ.”

        ຢູ່​ຫລາຍ​ປະ​ເທດ​ມີ​ພື້ນຖານ​ວິທະຍາສາດ​ພັດທະນາ, ລັກສະນະ​ແກ້ງ​ແຍ້​ງສູງ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ລົງທຶນ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ເພື່ອ​ການ​ຄົງ​ຕົວ. ສ່ວນ​ຢູ່​ຫວຽດນາມ, ສະພາບ​ການ​ປະຈຸ​ບັນ​ສະ​ແດງໃຫ້​ເຫັນ​ວ່າ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ບໍ່​ທັນ​ມີ​ກຳລັງ​ແຮງ ​ແລະ ລະດັບ​ຢ່າງ​ພຽງພໍ. ວິ​ສາ​ຫະກິດ​ສ່ວນ​ຫລາຍ​ພວມ​ຊອກ​ຫາ​ວິທີ​ເພື່ອ​​ເພີ່ມ​ລາຍ​ຮັບ​, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ, ສະ​ນັ້ນ ການ​ຄົ້ນ​ຄ້ວາ, ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ​ເກືອບ​ຄື​ວ່າ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເທື່ອ. ບໍ່​ແມ່ນ​ວ່າ​ວິ​ສາ​ຫະກິດ​ແຫ່ງ​ໃດ​ກໍ​ມີ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳຄັນ​ພິ​ເສດ​ຂອງ​ການ​ຫນູນ​ຊ່ວຍ​ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍສາດ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​; ບັນດາ​ວິ​ສາ​ຫະກິດ​ຍັງ​ບໍ່​ທັນ​ຄິ​ດ​​ໄລ່​ເຖິງ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງ​ຕົນ. ທ່ານ ​ເຈີ​ນວັນ​ຮຸ່ງ, ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ຮູ້​ວ່າ: ທາງ​ກະຊວງ​ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃຫ້ກາຍ​ເປັນ​ວິ​ສາ​ຫະກິດ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ.

        “ກຳລັງ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ຮູບ​ການຈະ​ອີງ​ໃສ່​ບັນດາ​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ, ການ​ປະດິດ​ສ້າງ, ບັນດາ​ມາດ​ຕະການ​ທີ່​ມີ​ປະ​ໂຫຍ​ດ​ໄດ້​ຮັບ​ການ​ອາລັກຂາ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ເພີ່ມ​ຄວາມ​ສາມາດ​​ໃນການ​ແກ້ງ​ແຍ້​ງ ​ແລະ ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດທິ​ຜົນ. ຕາມ​ການ​ຄິດ​​ໄລ່​ແລ້ວ, ດ້ວຍ​ປະລິມານ​ບໍ່​ຫລາຍ​​ແຕ່​ຕາມການ​ຄາດ​ຄະ​ເນ, ຮອດ​ປີ 2020 ບັນດາ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຈະ​​ສ້າງ​ລາຍ​ຮັບ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ແມ່ນ 9 ຕື້ USD. ປະຈຸ​ບັນ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ກໍ​ຍືນ​             ສະ​ເຫ​ນີຕໍ່ນາຍົກລັດຖະມົນຕີ​ເພື່ອ​ອະນຸມັດ​ຜ່ານ​ໂຄງ​ການ​ຫນູນ​ຊ່ວຍ​ພັດທະນາ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ສ້າງ​ເງື່ອນ​ໄຂ​ພັດທະນາ​ຮູບ​ການ​ວິ​ສາ​ຫະກິດ​ໃຫມ່, ສ້າງ​ກຳລັງ​ຜະລິດ​ໃຫມ່​ຢູ່​ຫວຽດນາມ.”

        ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແລ້ວ, ປະຈຸ​ບັນ ບັນດາ​ການ​ເຄື່ອນ​ໄຫວ​ຖ່າຍ​ທອດ​ເທັກ​ໂນ​ໂລ​ຊີ​ໃນ​ກຸ່ມ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ພຽງ​ຈຳກັດ​​ໃນ​ການ​ສະຖິຕິ​ບັນຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ​. ​ໃນ​ກອງ​ປະຊຸ​ມສຳ​ມະ​ນາ​ຈັດ​ຂຶ້ນ​ຫວ່າງ​ມໍ່ໆ​ມາ​ນີ້ ລະຫວ່າງ ສະຖາບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ແລະ ອົງການ​ຮ່ວມ​ມື​ສາກົນ Wallonie Bruxelles ລາຊະ​ອານາ​ຈັ​ກ​ແບນ​ຊີກ, ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ບົດບາດ​ຂອງ​ບັນດາ​ອົງການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດທະນາ​ມະນຸດ ​ແລະ ​ເສດຖະກິດ”, ສາດສະດາຈານ Claude jamar ອະທິການ​ບໍດີ ມະຫາ​ວິທະຍາ​ໄລ Liege ​ເຂດ Wallonie ປະ​ເທດ​ແບນ​ຊີກ ຖື​ວ່າ: ຫວຽດນາມ ຄວນ​ເສີມ​ຂະຫຍາຍ​ບົດບາດ​ການຄົ້ນ​ຄ້ວາຂອງ​ບັນດາ​ສະ​ຖາ​ບັນ​ຢູ່​ບັນດາ​ມະຫາວິທະຍາ​ໄລ ​ແລະ ສູນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີກ​ວ່າ​ອີກ, ມີ​ສາຍ​ພົວພັນ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ປະຕິບັດ​​ການ​ຄົ້ນ​ຄ້ວາ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາມີຜູ້​ຊ່ຽວຊານ​ອື່ນຫລາຍ​ທ່ານກໍຖື​ວ່າ: ​ໃນ​ສະພາບ​ການ​ປະຈຸ​ບັນ,​​ເລື່ອງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງ​​​​ໄດ້ກາ​​ຍ​ເປັນ​ຈຸດໝາຍ​ສຳຄັນ ​ແລະ ສິ່ງ​ດັ່ງກ່າວ​ແມ່ນ​ຂຶ້ນ​ກັບ​ກຳລັງ​ຄວາມ​ສາມາດ​​ເຕັກ​ໂນ​ໂລ​ຊີ​ຂອງ​ແຕ່​ລະວິ​ສາ​ຫະກິດຫລາຍ​ທີ່​ສຸດ. ສະ​ນັ້ນ ນອກຈາກ​ມາດ​ຕະການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ດ້ານການ​ຄ້າ​ແລ້ວ,  ການ​ສົ່ງ​ເສີມ​ການ​ລົງທຶນ​ເຕັກ​ໂນ​ໂລ​ຊີ​ແມ່ນ​ປັດ​ໄຈ​ສຳຄັນ. ​ເພື່ອ​ປະຕິບັດ​ສິ່ງ​ນີ້​ໃຫ້​ໄດ້, ກ່ອນ​ອື່ນ​ໝົດ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຄວນ​ສ້າງ​ວິວັດ​ການ​​ປ່ຽນ​ແປງ​ໃຫມ່​ເຕັກ​ໂນ​ໂລ​ຊີ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຕົນ, ​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ຫົວຫນ່ວຍ​ຄົ້ນ​ຄ້ວາ​ວິທະຍາສາດ, ພ້ອມ​ທັງ ນຳ​ໃຊ້​ວິທະຍາສາດ​ທ່ີ​ກ້າວຫນ້າ​ຢ່າງ​ເໝາະ​ສົມ ​ເພື່ອ​​ຈາກ​ນັ້ນ ​ເພີ່ມ​ກຳລັງ​ແກ້​ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ. ຜູ້​ຊ່ຽວຊານ​ສ່ວນ​ຫລາຍ​ລ້ວນ​ແຕ່​ຖື​ວ່າ ຮອດ​ຈຸດ​ເວລາ​ແລ້ວ ທີ່ບັນດາ​ວິ​ສາ​ຫະກິດ​ຫວຽດນາມຄວນພ້ອມ​ກັນ​ປະກອບ​ກຳລັງ​ເຫື່ອ​ແຮງ​ເພື່ອ​ຊຸກຍູ້​ພື້ນຖານ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ​ໃຫ້​ມີ​ບັນດາ​ບາດກ້າວ​ໃຫມ່.​ນີ້​ກໍ່​ແມ່ນ​ປະຖົດປັດ​ໄຈ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ບັນດາ​ວິ​ສາ​ຫະກິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ລວມຂອງ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ