ຊາວຄິດຫວຽດນາມຢູ່ໃນສິນ ກິນໃນທຳ


(vovworld) - ມື້​ນີ້, ຊາວ​ຄິດ​ຫວຽດນາມ​ ກວ່າ 5 ລ້ານ​ຄົນ​ໄດ້​ຕ້ອນຮັບ​ງານ​ບຸນຄຼິດສມາດ, ​ເຊິ່ງ​ແມ່ນ​ງານ​ບຸນ​ສຳຄັນ​ທີ່​ສຸດ​ສຳລັບຊາວ​ຄິດ ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດດ້ວຍ​ຄວາມ​ພາກພູມ​ໃຈ. ງານ​ບຸນຄຼິດສມາດ ​ດຳ​ເນີນ​ໄປ​​ໃນ​ຄວາມ​ສັນຕິ​ສຸກ, ​ເພາະວ່າ​ປະຊາຊົນ​ຊາວ​ຄິດ​ໄດ້​ມານະ​ພະຍາຍາມ​ຢູ່​ໃນ​ສິນກິນ​ໃນ​ທຳ, ​​ໃນຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ຂອງ​ທົ່ວ​ທັງ​ຊາດ.

ຊາວຄິດຫວຽດນາມຢູ່ໃນສິນ ກິນໃນທຳ - ảnh 1

        ປະຈຸ​ບັນ, ປະຊາ​ຄົມ​ຊາວ​ຄິດ​ຢູ່​ຫວຽດນາມ​ ມີ​ປະມານ 5,7 ລ້ານ​ຄົນ, ດ້ວຍ​ຄຸນ​ພໍ່ 3.100 ອົງ, ສາສະ​ນີກະ​ຊົນ 14.400 ຄົນ… ສາສະໜາ​ຄິດ​ຖືກ​ນຳ​ເຂົ້າ​ຫວຽດນາມ​ ນັບ​ແຕ່​ສະຕະວັດ​ທີ 16, ຫວຽດນາມ​ມີ​ອັດຕາ​ສ່ວນ​ຜູ້​ເຊື່ອ​ຖື​ສາສະໜາ​ຄິດ​ຢືນ​ອັນ 3 ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

        ງານ​ບຸນຄຼິດສມາດ​ດຳ​ເນີນ​​ໄປດ້ວຍ​ຄວາມ​ສັນຕິ​ ​ແລະ ຜາ​ສຸກ

        ປີ​ນີ້, ​ຊາວ​ຄິດ​ກວ່າ 200.000 ຄົນ​ໃນ​ນະຄອນ​ຮ່າ​ໂນ້ຍ, ຮຶງອຽນ ​ແລະ ບັກ​ນິງ ​ໄດ້​ຕ້ອນຮັບ​ງານ​ບຸນຄຼິດສມາດ ​ໃນ​ເງື່ອນ​ໄຂ​ດີ​ທີ່​ສຸດ. ​ໃນ​ຫຼາຍ​ມື້​ຜ່ານ​ມາ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນສົມທົບ​ກັບ​ຄະນະ​ກຳ​ມະ​ການ​ສາມັກຄີ​ຊາວ​ຄິດ ​ໄດ້​ກະກຽມ​ເງື່ອນ​ໄຂ​ທາງ​ວັດຖຸ ​ແລະ ຈິດ​ໃຈ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ໃຫ້​ຊາວ​ຄິດ​ໄດ້​ຕ້ອນຮັບ​ງານ​ບຸນຄຼິດສມາດ. ທ່ານ ຟ້າ​ມຮູ​ຍທົງ, ຮອງ​ປະທານ, ຜູ້​ປະຈຳການ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄິດ​ນະຄອນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ນະຄອນ,  ດັ່ງ​ນັ້ນ​ໃນ​ວັນບຸນຄຼິດສມາດປີນີ້, ຢູ່​ຫຼາຍ​ແຫ່ງ​ເຊິ່ງກ່ອນ​ນີ້​ບໍ່​ເຄີ​ຍຈັດ​ງານ​ບຸນ, ​ແຕ່​ປີ​ນີ້​ໄດ້​ມີ​ຄຸນ​ພໍ່​ນຳ​ເອົາ​ເຄື່ອງ​ຂອງ​ຈັດ​ງານ​ບຸນ​ມາ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຊາວ​ຄິດ. ປີ​ນີ້​ຊາວ​ຄິດ​ນະຄອນ​ຮ່າ​ໂນ້ຍ​ ເປັນ​ກຽດ​ທີ່​ໄດ້​ຮັບ​ຫຼຽນ​ໄຊ​ຈາກ​ປະທານ​ປະ​ເທດ. ກອງ​ປະຊຸມ​ໃຫຍ່​ບັນດາ​ຊາວ​ຄິດ​ຫວຽດນາມ ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຄັ້ງ​ທີ 6 ຫາ​ກໍ່​ໄດ້​ຮັບ​ຜົນສຳ​ເລັດ “.

        ​​ໃນ​ຫຼາຍ​ມື້​ມາ​ນີ້, ໂບດ​ໃຫຍ່​ຢູ່​ໃຈກາງ​ນະຄອນບວນມາ​ທວດ, ​ແຂ​ວງ ດັກ​ລັກ ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ, ດ້ວຍ​ດອກ​ໄຟ​ທີ່​ມີ​ສີ​ຫຼາກ​ຫຼາຍ, ຖຳ້​ຫີນ​ທີ່​ວາດ​ພາບ​ຮູບ​ພາບພະ​ເຢຊູ​ໄດ້​ຮັບ​ການ​ກຳ​ເນີດ, ບັນດາ​ຕົ້ນ​ແປກ, ພໍ່​ເຖົ້າ​ຊານ​ຕາ… ນອກ​ນັ້ນ​ຍັງ​ມີ​ເວທີ​ສະ​ແດງ​ໃຫຍ່​ເພື່ອ​ຈັດ​ລາຍການ​ສິລະ​ປະ​ຕ້ອນຮັບ​ງານ​ບຸນຄຼິດສະມາດຂອງ​ຊາວ​ຄິດ​ໃນ​ບໍລິ​ເວນ​ກວ່າ 220.000 ຄົນ. ທ່ານ ຫວູຈູງ​ທ້ຽນ, ຮອງ​ປະທານ​ສະພາ​ຄິດ​ທະ​ສາສະໜາ​​​ເຂດກວາງ​ຍຽວ, ​ເຊິ່ງ​ແມ່ນ​ເຂດ​ທີ່​ຫ່າງ​​ໃກສອກຫຼີກ​ຂອງ​ແຂວງດັກ​ລັກ,​​ໃຫ້​ຮູ້​ວ່າ:

        “ປີ​ນີ້, ງານ​ບຸນຄຼິດສມາດຖືກ​ຈັດ​ຕັ້ງ​ຕາມ​ຈິດ​ໃຈ​ຂອງ​ຊາວ​ຄິດ. ປະຊາຊົນ​ຊາວ​ຄິດ​ໃນ​ເຂດ ​ໄດ້​ກະກຽມ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ດັ່ງ​ນັ້ນ​ງານ​ບຸນ​ຖືກ​ດຳ​ເນີນ​ໃນ​ຄວາມ​ພາກພູມ​ໃຈ​ທີ່​ສຸດ“.

ຊາວຄິດຫວຽດນາມຢູ່ໃນສິນ ກິນໃນທຳ - ảnh 2

        ງານ​ບຸນຄຼິດສມາດດ້ວຍ​ຈິດ​ໃຈມະນຸດສະທຳ ​ແລະ ກຸສົນ

        ງານ​ບຸນຄຼິດສມາດ ປີ​ນີ້, ຊາວ​ຄິດ​ນະຄອນ ​ໂຮ່ຈີ​ມິນ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດມະນຸດສະທຳ, ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ຄົນ​ພິການ, ຄົນ​ເຈັບ​ຢູ່​ເຂດ​ຫ່າງ​ໃກສອກຫຼີກ, ນັກຮຽນ​ທຸກ​ຍາກແຕ່​ຮຽນ​ເກັ່ງ… ພິ​ເສດ, ຢູ່​ຄຸ້ມ​ຖະໜົນ​ວັດທະນະທຳຕ່າງໆ, ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ກຸສົນຂອງຊາວ​ຄິດຍິ່ງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ກວ່າ. ສຳລັບ​ປະຊາຊົນຊາວ​ຄິດ​ແລ້ວ, ງານ​ບຸນ ຄຼິດສມາດ ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ກັນ, ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາ​ຄົມ. ທ່ານ ​ເຈິ່ນວັນ​ດີ່ນ, ສະມາຊິກ​ສະພາ​ຄິດ​ທະ​ສາສະໜາ ​ເຂດເຍິນ​ຮ່ວາ, ​ເມືອງ ​ເຕິ​ນຟູ໋, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “​ໃນ​​ໂອກາດ​ງານ​ບຸນ ຄຼິດສມາດ, ທຸກ​ຄົນ​ຕ່າງ​ກໍ່​ພາກພູມ​ໃຈ, ຊ່ວຍ​ເຫຼືອ​ກັນ ດ້ວຍ​ໃຈ​ບຸນ​ໃຈ​ກຸສົນ​ຂອງ​ແຕ່ລະຄົນ. ປີ​ນີ້​ຄຸນ​ພໍ່​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ບໍລິຈາກ​ເງິນ​ເພື່ອ​​ເປັນ​ຂອງຂວັນມອບ​ໃຫ້ 360 ຄົນ, ​ຂອງຂວັນແຕ່ລະພູດມີ​ມູນ​ຄ່າ 500.000 ດົ່ງ“.

ຊາວຄິດຫວຽດນາມຢູ່ໃນສິນ ກິນໃນທຳ - ảnh 3

        ມານະ​ພະຍາຍາມ​ຢູ່​ໃນ​ສິນ ກິນ​ໃນ​ທຳ

        ຕາມ​ຈິດ​ໃຈ “​ຢູ່​ໃນ​ສິນ ກິນ​ໃນ​ທຳ “ ​ໃນ​ຫຼາຍ​ປີຜ່ານມາ, ປະຊາຊົນ​ຊາວ​ຄິດ​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຮັກ​ຊາດ, ຂະ​ບວນການ​ເພື່ອ​ຄົນ​ທຸກ​ຍາກ, ຂະ​ບວນການ​ກຸສົນ… ​ໂດຍ​ຂະ​ແໜງ, ຂັ້ນ​ຕ່າງໆ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ປຸກລະດົມຢ່າງ​ມີ​ປະສິດທິ​ຜົນ. ປະຊາຊົນ​ຊາວ​ຄິດ​ຍັງ​ມານະ​ພະຍາຍາມ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ຕົນ​ເອງ ​ແລະ ​ໃຫ້​ແກ່​ສັງຄົມ. ການ​ປະກອບສ່ວນ​ຂອງ​ເຂົາ​ເຈົ້າ ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ ​ເຂົ້າ​ໃນ​ການ​ຮັບປະກັນຊີວິດ​ສັງຄົມ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖີ່​ນ. ​ໃນ​ຂະນະ​ນັ້ນ, ອຳນາດ​ການ​ປົກ​ຄອງ​ທ້ອງ​ຖີ່​ນ ນັບ​ມື້​ນັບ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ຄິດ​ເຄື່ອນ​ໄຫວ​ທາງ​ສາສະໜາ, ມານະ​ພະຍາຍາມ​ສ້າງສາ​ຍພົວພັນ​ອັນ​ດີງາມ, ​ໃກ້​ຊິດ​ຕິດ​ແທດ​ກັບ​ປະຊາຊົນ​ຊາວ​ຄິດ ດ້ວຍ​ການ​ປະຕິບັດ​ນະ​ໂຍບາຍ​ເຫຼື້ອມ​ໄສ, ສາສະໜາ​ຂອງ​ລັດ. ທ່ານ ເລດຶກເດ້, ປະທານຄະນະກຳມະການປະຊາຊົນຕາແສງທໍ້ເຊືອງ, ເມືອງທໍ້ຊວນ, ແຂວງແທງຮ໋ວາ, ແຫ່ງທີ່ມີ 50% ຈຳນວນພົນລະເມືອງເຊື່ອຖືສາສະໜາຄິດ, ໃຫ້ຮູ້ວ່າ:

        “ພວກ​ເຮົາ​ເຄີຍ​ພົບ​ປະ, ​ແລ​ກປ່ຽນ​ເປັນ​ປະຈຳ, ​ເມື່ອ​ທ້ອງ​ຖີ່​ນມີ​ວຽກ​ງານ​ໃດ, ພວກ​ເຮົາ​ກໍ່​ແລກປ່ຽນ​ກັບ​ຄຸນ​ພໍ່, ​ເພື່ອ​ໃຫ້​ຄຸນ​ພໍ່​ກຳ​ໄດ້ ​ແລະ ມີ​ທິດ​ຊ່ວຍ​ເຫຼືອ​ພວກ​ເຮົາ

        ງານ​ບຸນຄຼິດສມາດ​ດຳ​ເນີນ​ໄປ​ດ້ວຍຄວາມ​ສັນຕິ, ຜາ​ສຸກ ​ແລະ ມີ​ປະ​ໂຫຍ​ດ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຢູ່​ໃນ​ສິນ ກິນ​ໃນ​ທຳ ຂອງ​ປະຊາຊົນຊາວ​ຄິດນັບ​ລ້ານ​ຄົນ ​ກໍ່​ຄື ການ​ພົວພັນ​ນັບ​ມື້​ນັບ​ດີ​ ​ແລະ ​ໃກ້​ຊິດ​ຕິດ​ພັນ​ກວ່າ​ລະຫວ່າງ​ປະຊາຊົນ​ຊາວ​ຄິດ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ