(VOVWORLD) - ວັນທີ 17 ທັນວາ, ລັດຖະສະພາ ເອີຣົບ ໄດ້ຮັບຮອງເອົາແຜນການຂອງຄະນະກຳມະການ ເອີຣົບ ກ່ຽວກັບການຍົກເລີກການນຳເຂົ້າອາຍແກັດຂອງ ລັດເຊຍ ຢ່າງສິ້ນເຊີງໃນທ້າຍປີ 2027. ນີ້ໄດ້ຮັບຖືວ່າແມ່ນຄວາມມັກໃຫຍ່ໄຝ່ສູງທີ່ເຕັມໄປດ້ວຍສິ່ງທ້າທາຍຂອງກຸ່ມນີ້ໃນຍຸດທະສາດຍາວນານກ່ຽວກັບການຕັດແຍກທາງດ້ານພະລັງງານກັບ ລັດເຊຍ ຢ່າງສິ້ນເຊີງ.
ລັດຖະສະພາ ເອີຣົບ (EP) ໄດ້ປ່ອນບັດຮັບຮອງເອົາແຜນການດັ່ງກ່າວ ດ້ວຍຈຳນວນບັດສະໜັບສະໜູນ 500 ບັດ, ບັດຄ້ານ 120 ບັດ ແລະ ບັດຂາວ 32 ບັດ.
ຢຸດຕິຢ່າງສິ້ນເຊີງ
ຕາມແຜນການໂດຍບັນດາປະເທດສະຫະພາບເອີຣົບ (EU) ເຫັນດີເປັນເອກະພາບໃນຕົ້ນເດືອນທັນວາ ຜ່ານມາ ແລະ EP ໄດ້ປ່ອນບັດຮັບຮອງເອົາໃນວັນທີ 17 ທັນວານັ້ນ, ເລື່ອງນຳເຂົ້າອາຍແກັດທຳມະຊາດເຫຼວ (LNG) ຂອງ ລັດເຊຍ ຈະຄ່ອຍໆຍົກເລີກກ່ອນວັນທີ 31 ທັນວາ 2026 ແລະ ອາຍແກັດຜ່ານທໍ່ສົ່ງອາຍແກັດກ່ອນວັນທີ 30 ກັນຍາ 2027. ພິເສດ, ບັນດາປະເທດສະມາຊິກ EU ອາດຈະຕໍ່ກຳນົດເວລາຮອດວັນທີ 31 ຕຸລາ 2027 ໃນກໍລະນີປະລິມານສຳຮອງຂອງເຂົາເຈົ້າຕ່ຳກວ່າລະດັບຈຳເປັນທີ່ຕ້ອງແຮສາງ.
ບັນດາການປັບປຸງສຳລັບສັນຍາສະບັບຕ່າງໆທີ່ພວມມີໃນປັດຈຸບັນ ບໍ່ໃຫ້ພາໄປເຖິງການເພີ່ມປະລິມານ ຫຼື ລາຄາ. ດັ່ງນັ້ນ, ຊ້າສຸດແມ່ນເດືອນພະຈິກ 2027, EU ຈະຍົກເລີກການນຳເຂົ້າອາຍແກັດຂອງ ລັດເຊຍ ຢ່າງສິ້ນເຊີງ. ເຖິງວ່າ ຄຳສັ່ງຫ້າມນຳເຂົ້າອາຍແກັດຈາກ ລັດເຊຍ ຍັງບໍ່ທັນໄດ້ຮັບການໃຫ້ສັດຕະຍາບັນຢ່າງເປັນທາງການໃນກອງປະຊຸມຂັ້ນລັດຖະມົນຕີຂອງ EU ເຊິ່ງຄາດວ່າຈະດຳເນີນໃນຕົ້ນປີ 2026 ກໍຕາມ, ແຕ່ລະບຽບການດັ່ງກ່າວໄດ້ຮັບຖືວ່າມີລັກສະນະເປັນຮູບແບບ ແລະ ເລື່ອງ EP ປ່ອນບັດຮັບຮອງເອົາແຜນການນີ້ ໄດ້ຮັບຖືວ່າ ແມ່ນການຍົກເລີກຮົ້ວກີດຂວາງທາງດ້ານນິຕິກຳສຸດທ້າຍ. ທ່ານ Dan Jorgensen ກຳມະການພະລັງງານຂອງ EU ຖະແຫຼງວ່າ:
“ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດນັ້ນອາດຈະແມ່ນຂໍ້ຕົກລົງດັ່ງກ່າວບໍ່ແມ່ນຊົ່ວຄາວ. ນີ້ບໍ່ແມ່ນເລື່ອງພວກເຮົາຈະດຳເນີນການພິຈາລະນາຄືນແຕ່ລະ 6 ເດືອນເທື່ອໜຶ່ງ ແລະ ຖ້າເຫັນວ່າເໝາະສົມກັບສະພາບການເສດຖະກິດຢູ່ພາຍໃນປະເທດແລ້ວ ກໍເລີ່ມດຳເນີນການນຳເຂົ້າອາຍແກັດຈາກ ລັດເຊຍ ຄືນອີກ. ນີ້ແມ່ນຂໍ້ຕົກລົງບໍ່ ແລະ ບໍ່ມີວັນ, ພວກເຮົາບໍ່ມີສິດເຮັດຄວາມຜິດພາດໃນອະດີດຊ້ຳຄືນອີກ”.
ບັນດາສິ່ງທ້າທາຍ
ເຈົ້າໜ້າທີ່ຫຼາຍທ່ານຂອງ EU ໄດ້ຍ້ອງຍໍເລື່ອງຕັດຂາດສາຍພົວພັນທາງດ້ານພະລັງງານກັບ ລັດເຊຍ ວ່າແມ່ນບາດກ້າວປະຫວັດສາດຂອງກຸ່ມນີ້, ໂດຍສະເພາະແມ່ນໃນສະພາບທີ່ຫຼາຍຄົນບໍ່ເຄີຍເຊື່ອວ່າ EU ຈະສາມາດປະຕິບັດສຳເລັດເປົ້າໝາຍນີ້ໂດຍໄວ. ໃນຕົວຈິງ, ນັບແຕ່ພາຍຫຼັງເກີດການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ, EU ກໍຫຼຸດອັດຕາສ່ວນນຳເຂົ້າອາຍແກັດ, ນ້ຳມັນດິບ ແລະ ຖ່ານຫີນຈາກ ລັດເຊຍ ລົງຫຼາຍພໍສົມຄວນແລ້ວ. ເຖິງຢ່າງໃດກໍຕາມ, ເລື່ອງຍົກເລີກພະລັງງານຂອງ ລັດເຊຍ ຢ່າງສິ້ນເຊີງນັ້ນ ຍັງເປັນຄວາມມັກໃຫຍ່ໄຝ່ສູງທີ່ເຕັມໄປດ້ວຍສິ່ງທ້າທາຍ. ບັນຫາໃຫຍ່ໃນປັດຈຸບັນແມ່ນຄວາມແຕກຕ່າງກັນລະຫວ່າງບັນດາປະເທດສະມາຊິກ EU ທີ່ມີຕໍ່ການຍົກເລີກພະລັງງານ ລັດເຊຍ ຢ່າງສິ້ນເຊີງ. ບັນດາປະເທດ ສະໂລວາກີ ແລະ ຮຸງກາຣີ ຍັງເອື່ອຍອີງພະລັງງານ ລັດເຊຍ ເປັນຈຳນວນຫຼາຍ, ດ້ວຍບັນດາຂໍ້ຈຳກັດກ່ຽວກັບສັນຍາ ແລະ ພູມີສາດ ຍັງບໍ່ສາມາດຫັນເປັນຫຼາຍຮູບຫຼາຍແບບຢ່າງວ່ອງໄວໄດ້ເທື່ອ, ສະນັ້ນ ຍາມໃດກໍຄັດຄ້ານການຫ້າມນຳເຂົ້າອາຍແກັດຂອງ ລັດເຊຍ ຢ່າງແຮງ. ກ່ອນໜ້ານັ້ນ, ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ໄດ້ຖະແຫຼງວ່າ:
“ພວກຂ້າພະເຈົ້າຈະພິຈາລະນາຄວາມອາດສາມາດຮ້ອງຟ້ອງ. ທັງໝົດຂຶ້ນກັບເລື່ອງ EC ປະຕິບັດສຳເລັດພັນທະຂອງຕົນກັບ ສະໂລວາກີ ຄືແນວໃດ. ຂ້າພະເຈົ້າຢາກຢ້ຳຄືນວ່າ ສະໂລວາກີ ປ່ອນບັດຄ້ານຄືນຂໍ້ຕົກລົງຢຸດຕິການນຳເຂົ້າອາຍແກັດນີ້. ຂ້າພະເຈົ້າເຊື່ອວ່າ ຂໍ້ຕົກລົງນີ້, ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກ EU ແຕ່ພັດໄດ້ຮັບຮອງເອົາດ້ວຍຈຳນວນສະມາຊິກສ່ວນໃຫຍ່, ເຊິ່ງແມ່ນການລະເມີດຫຼັກການພື້ນຖານຈຳນວນໜຶ່ງຂອງ EU”.
ເລື່ອງຍົກເລີກພະລັງງານ ລັດເຊຍ ຢ່າງສິ້ນເຊີງນັ້ນ ຮຽກຮ້ອງຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ, ມີການລົງທຶນຢ່າງໃຫຍ່ຫຼວງເຂົ້າໃນພື້ນຖານໂຄງລ່າງພະລັງງານ, ຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ (ຈາກ ອາເມລິກາ, ນອກແວ, ອາຟະລິກາເໜືອ) ແລະ ພັດທະນາພະລັງງານທົດແທນ ເພື່ອປ່ຽນແທນແຫຼ່ງອາຍແກັດລາຄາຖືກຈາກ ລັດເຊຍ, ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ໂດຍບໍ່ເຮັດໃຫ້ເກີດວິກິດການດ້ານເສດຖະກິດ. ປັດຈຸບັນ, ບັນດາປະເທດທີ່ສະໜອງອາຍແກັດຕົ້ນຕໍໃຫ້ແກ່ EU ແມ່ນ ນອກແວ, ອາເມລິກາ (ອາຍແກັດ LNG) ແລະ ອານເຊຣີ ລ້ວນແຕ່ຈຳກັດກ່ຽວກັບສະມັດຕະພາບ ຫຼື ຄວາມບໍ່ສະດວກດ້ານພູມີສາດ. ຕາມທ່ານນາງ Tatiana Mindekova, ທີ່ປຶກສານະໂຍບາຍທາງດ້ານພະລັງງານ ເອີຣົບ ສັງກັດບໍລິສັດ Ember ແລ້ວ, ປັດຈຸບັນ ບໍ່ມີປະເທດໃດສາມາດສະໜອງອາຍແກັດແທນ ລັດເຊຍ ໄດ້ຢ່າງສິ້ນເຊີງ./.