(VOVWORLD) - ການກະປະກັນທີ່ແຜ່ລາມອອກສູ່ຫຼາຍເຂດພາກໃນໂລກ, ບວກກັບໄລຍະຫ່າງລະຫວ່າງດີຈີຕອນ ແລະ ການຂາດບັນດາກົນໄກຄວບຄຸມໄຊເບີຢ່າງມີປະສິດທິຜົນນັ້ນ ໄດ້ເຮັດໃຫ້ສະພາບການສິດທິມະນຸດໃນໂລກປີ 2025 ສືບຕໍ່ຮັບຮູ້ວ່າມີສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ.
ໃນຂໍ້ສັງເກດທີ່ໄດ້ຍົກອອກມາໃນວັນທີ 10 ທັນວາ, ເນື່ອງໃນວັນສິດທິມະນຸດໂລກ, ຫ້ອງວ່າການຂ້າຫຼວງໃຫຍ່ສິດທິມະນຸດ ສປຊ (OHCHR) ໃຫ້ຮູ້ວ່າ ໃນປີ 2025 ສະພາບການສິດທິມະນຸດໃນໂລກຖືກຜົນກະທົບຢ່າງຮ້າຍແຮງຈາກບັນດາການປະທະກັນ ແລະ ເລື່ອງຫຼຸດຜ່ອນງົບປະມານຊ່ວຍເຫຼືອ, ໃນຂະນະທີ່ບັນດາຂະບວນການຂັດຄ້ານອຳນາດການປົກຄອງພັດເກີດຂຶ້ນໄດ້ກໍ່ຄວາມວິຕົກກັງວົນຢູ່ຫຼາຍປະເທດພັດທະນາ.
ສະພາບການສິດທິມະນຸດທີ່ເປັນໜ້າວິຕົກກັງວົນ
ຕາມຕົວເລກໂດຍອົງການ OHCHR ໄດ້ຄັດສະເໜີຈາກສະຖາບັນຄົ້ນຄວ້າສັນຕິພາບສາກົນ Stockholm (SIPRI), ສະວິດ, ໄດ້ຊີ້ໃຫ້ເຫັນວ່າ ໃນປີ 2024, 100 ບໍລິສັດຜະລິດອາວຸດໃຫຍ່ທີ່ສຸດໃນໂລກບັນລຸລາຍຮັບສູງສະຖິຕິຂຶ້ນເຖິງ 679 ຕື້ USD ເມື່ອບັນດາການປະທະກັນພວມສືບຕໍ່ມີທ່າອຽງແຜ່ລາມອອກສູ່ວົງກວ້າງຢູ່ຫຼາຍເຂດພາກໃນໂລກ, ຈາກເຂດ ກາຊາ ຢູ່ຕາເວັນອອກກາງ, ຢູແກຼນ ຢູ່ ເອີຣົບ, ຊູດັງ ຢູ່ອາຟະລິກາ ຕະຫຼອດຮອດບັນດາຈຸດຮ້ອນເຮັ່ງອື່ນທີ່ຢູ່ເຂດໃກ້ຄຽງເຂດ Sahel. ຕາມການສະຖິຕິແບບຍັງບໍ່ທັນຄົບຖ້ວນຂອງ ສປຊ ແລ້ວ, ບັນດາການປະທະກັນປະກອບອາວຸດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 250.000 ຄົນໃນປີ 2025 ແລະ ສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານຢູ່ 14 ໃນຈໍານວນ 16 ຈຸດຮ້ອນເຮັ່ງທົ່ວໂລກມີຄວາມຮ້າຍແຮງຂຶ້ນຕື່ມ. ລວມທັງໝົດ, ໃນທົ່ວໂລກມີປະຊາຊົນກວ່າ 295 ລ້ານຄົນຕ້ອງປະເຊີນໜ້າກັບໄພອຶດຫີວແບບສຸກເສີນ, ຫຼາຍກວ່າປີກ່ອນ 14 ລ້ານຄົນ. ຈຳນວນປະຊາຊົນທີ່ຜ່ານຜ່າໄພອຶດຫິວຢູ່ໃນລະດັບວິນາດຕະກຳແມ່ນ 1,9 ລ້ານຄົນ, ສູງກວ່າທົບ 2 ເທົ່າ ເມື່ອທຽບໃສ່ປີກ່ອນ.
ໃນສະພາບການນັ້ນ, ການເຄື່ອນໄຫວຂອງບັນດາອົງການຮັບຜິດຊອບສະເພາະກິດກ່ຽວກັບສິດທິມະນຸດ ແລະ ການຊ່ວຍເຫຼືອມະນຸດສະທຳ ກໍຖືກຜົນກະທົບຢ່າງຮ້າຍແຮງຈາກການຂາດແຄນແຫຼ່ງງົບປະມານ. ຕາມທ່ານ Volker Turk ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ແລ້ວ, ຫ້ອງວ່າການຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ເອງກໍພວມຕ້ອງຕໍ່ສູ້ເພື່ອການຄົງຕົວຂອງອົງການນີ້ ເມື່ອຂາດງົບປະມານ 90 ລ້ານ USD ໃນການເຄື່ອນໄຫວຂອງປີຜ່ານມາ, ພາໄປເຖິງເລື່ອງຕ້ອງຫຼຸດຕຳແໜ່ງງານລົງເຖິງ 300 ຕຳແໜ່ງງານ, ລວມທັງບັນດາຕຳແໜ່ງທີ່ຈຳເປັນ. ທ່ານ Tom Fletcher ຮອງເລຂາທິການໃຫຍ່ ສປຊ ກ່ຽວກັບບັນດາບັນຫາມະນຸດສະທຳ ແລະ ປະສານງານການກູ້ຊີບສຸກເສີນ ໃຫ້ຮູ້ວ່າ:
“ບຸລິມະສິດຂອງພວກຂ້າພະເຈົ້າໃນປີ 2026 ແມ່ນກູ້ເອົາຊີວິດຂອງ 87 ລ້ານຄົນ. ແຜນການສັງລວມ ລວມມີ 29 ແຜນການລະອຽດໃຫ້ແກ່ກວ່າ 50 ປະເທດ, ໃນນັ້ນ 4 ຕື້ USD ຈັດແບ່ງໃຫ້ປະຊາຊົນ ປາແລັດສະຕິນ 3 ລ້ານຄົນຢູ່ບັນດາເຂດດິນແດນຖືກຢຶດຄອງ; 2,8 ຕື້ USD ໃຫ້ແກ່ປະຊາຊົນ ຊູດັງ 20 ລ້ານຄົນ ທີ່ພວມເກີດວິກິດການກ່ຽວກັບການອົບພະຍົບຄັ້ງໃຫຍ່ທີ່ສຸດໃນໂລກ ແລະ 2 ຕື້ USD ໃຫ້ແກ່ປະຊາຊົນ ຊູດັງ 7 ລ້ານຄົນ ທີ່ຕ້ອງລົບໜີການປະທະກັນ. ນອກຈາກນັ້ນແລ້ວ, ປະມານ 1,4 ຕື້ USD ເພື່ອກູ້ເອົາຊີວິດປະຊາຊົນ ມຽນມາ 4,9 ລ້ານຄົນ ແລະ ບຸກຄົນທີ່ຕ້ອງຍົກຍ້າຍຍ້ອນການປະທະກັນຢູ່ປະເທດນີ້ ແລະ ຍັງມີຫຼາຍໆການຊ່ວຍເຫຼືອອື່ນໆອີກ.
ໄລຍະຫ່າງດ້ານດີຈີຕອນ
ໄປຄຽງຄູ່ການປະທະກັນ, ອີກປັດໄຈອື່ນກໍພວມກໍ່ກຳລັງກົດດັນຢ່າງໃຫຍ່ຫຼວງໃຫ້ແກ່ຄວາມມານະພະຍາຍາມຮັບປະກັນສິດທິມະນຸດໃນທົ່ວໂລກ, ນັ້ນແມ່ນຄວາມບໍ່ສະເໝີພາບດ້ານເຕັກໂນໂລຢີ ກໍຄືການຂາດແຄນກົນໄກຄວບຄຸມທາງໄຊເບີຢ່າງມີປະສິດທິຜົນ. ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຢີ, ພິເສດແມ່ນປັນຍາປະດິດ (AI), ເຮັດໃຫ້ໄລຍະຫ່າງທາງດ້ານຈີຈີຕອນລະຫວ່າງບັນດາປະເທດພັດທະນາ ແລະ ບັນດາປະເທດພວມພັດທະນາໃຫຍ່ຂຶ້ນ,ໃນຂະນະທີ່ອາດຊະຍາກຳທາງໄຊເບີ, ພິເສດແມ່ນອາດຊະຍາກຳທີ່ນຳໃຊ້ AI, ໄດ້ກໍ່ຜົນເສຍຫາຍນັບພັນຕື້ USD ຕໍ່ປີ, ເຊິ່ງໃນນັ້ນຜູ້ປະສົບເຄາະຮ້າຍສ່ວນໃຫຍ່ແມ່ນມາຈາກບັນດາປະເທດພວມພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ອາຟະລິກາ.
ວັນທີ 24 ທັນວາ, ສປຊ ໄດ້ອອກແຈ້ງເຕືອນ Generative AI ອາດຈະກາຍເປັນ “ສັດປະຫຼາດ Frankenstein ຍຸກທັນສະໄໝ”, ດ້ວຍຜູ້ປະສົບເຄາະຮ້າຍທຳອິດຂອງມັນ ອາດຈະແມ່ນສິດທິມະນຸດ. ຕາມທ່ານ Volker Turk ຂ້າຫຼວງໃຫຍ່ອົງການສິດທິມະນຸດ ສປຊ ແລ້ວ, Generative AI ມີກຳລັງບົ່ມຊ້ອນຫຼາຍຢ່າງ ແຕ່ເລື່ອງຂຸດຄົ້ນມັນ ເພື່ອຮັບໃຊ້ຜົນປະໂຫຍດດ້ານການເມືອງ ຫຼື ເສດຖະກິດຢ່າງດຽວນັ້ນ ອາດຈະຄອບງຳ, ບິດເບືອນຄວາມຈິງ ແລະ ເຮັດໃຫ້ເສຍສະມາທິ. ນອກຈາກ Generative AI ແລ້ວ, ທ່ານ Volker Turk ຍັງເນັ້ນໜັກວ່າ ໄພນາບຂູ່ຈາກການສຸມແຫຼ່ງກຳລັງທີ່ນັບມື້ນັບເພີ່ມຂຶ້ນຂອງບັນດາກຸ່ມບໍລິສັດ ແລະ ການສະສົມຊັບສິນສ່ວນຕົວ ແລະ ວິສາຫະກິດຈຳນວນມະຫາສານຢູ່ໃນກຳມືຂອງກຸ່ມຄົນຈຳນວນໜ້ອຍ, ອາດຈະພາໄປເຖິງການສວຍໃຊ້ໂອກາດ ແລະ ເອົາເປັນທາດ. ໃນເບື້ອງຕົ້ນ, ມີປະກົດການໜຶ່ງທີ່ໜ້າວິຕົກກັງວົນ ນັ້ນແມ່ນການນຳໃຊ້ເຕັກໂນໂລຢີເພື່ອເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງລົງພື້ນທີ່ໄຊເບີ ພວມກໍ່ໃຫ້ເກີດຫຼາຍຂະບວນການຂັດຄ້ານການປົກຄອງ. ທ່ານ Volker Turk ກ່າວເຕືອນວ່າ:
“ປັດຈຸບັນພວມມີກະແສເງິນຫຼາຍພໍສົມຄວນຈາກບັນດາຜູ້ອຸປະຖຳເອີຣົບ, ລັດເຊຍ, ອາເມລິກາ ໄດ້ຈ່າຍໃຫ້ແກ່ບັນດາໂຄງການດຳເນີນການຂັດຄ້ານການປົກຄອງ. ຈຳນວນເງິນດັ່ງກ່າວ, ບວກກັບການຄວບຄຸມບັນດາສື່ມວນຊົນ ແລະ ບັນດາຍຸດທະສາດເຜີຍແຜ່ຂໍ້ມູນບໍ່ມີມູນຄວາມຈິງ ໄດ້ເຮັດໃຫ້ບັນດາໂຄງການດຳເນີນການຂັດຄ້ານການປົກຄອງກາຍເປັນແຫຼ່ງກຳລັງສຳພັນເຂດທີ່ໃຫຍ່ ແລະ ເຂັ້ມແຂງ”.
ຄຳກ່າວເຕືອນດັ່ງກ່າວຂອງຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ກໍເຄີຍຖືກລັດຖະສະພາເອີຣົບ (EP) ເຕື້ອງເຖິງເປັນຫຼາຍຄັ້ງໃນປີນີ້. ຫວ່າງມໍ່ໆມານີ້, ຫຼາຍກຸ່ມຂົນຂວາຍຢູ່ ອັງກິດ ແລະ ບາງປະເທດ ເອີຣົບ, ດ້ວຍການສະໜັບສະໜູນຈາກບັນດາລັດຖະບານ ກໍພວມຊອກຫາວິທີລົບລ້າງຫຼາຍມາດຕາໃນສົນທິສັນຍາ ເອີຣົບ ວ່າດ້ວຍສິດທິມະນຸດ ແນໃສ່ປະຕິບັດບັນດານະໂຍບາຍທີ່ເຄັ່ງຄັດກວ່າ ສຳລັບຜູ້ເຂົ້າເມືອງຕັ້ງຖິ່ນຖານໃໝ່, ກໍ່ຄວາມວິຕົກກັງວົນຕໍ່ເລື່ອງສິດຜົນປະໂຫຍດຂອງກຸ່ມຄົນມີຄວາມສ່ຽງສູງກວ່າເພິ່ນນີ້ ຈະນັບມື້ນັບຖືກຮັດແຄບເຂົ້າ.