ການຄ້າໂລກ 2025: ມານະພະຍາມຍາມຜ່ານຜ່າສິ່ງທ້າທາຍ

(VOVWORLD) - ສຳລັບແງ່ຫວັງດ້ານການຄ້າທົ່ວໂລກປີ 2026, WTO, ອົງການການຄ້າ ແລະ ພັດທະນາສະຫະປະຊາຊາດ (UNCTAD) ພ້ອມກັບຫຼາຍອົງການເສດຖະກິດອື່ນ ໄດ້ຍົກອອກການຕີລາຄາຢ່າງລະມັດລະວັງ.
ການຄ້າໂລກ 2025: ມານະພະຍາມຍາມຜ່ານຜ່າສິ່ງທ້າທາຍ - ảnh 1(ພາບປະກອບ: kinhte.vn)

ກະແສການຄ້າທົ່ວໂລກໃນປີ 2025 ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຫຼາຍທົດສະວັດຜ່ານມາ ຍ້ອນສົງຄາມດ້າພາສີອາກອນ ແລະ ຄວາມເຄັງຕຶງດ້ານພູມສາດການເມືອງ. ເຖິງຢ່າງໃດກໍ່ຕາມ, ການຄ້າໂລກຍັງສະແດງໃຫ້ເຫັນຄວາມສາມາດຕ້ານທານເປັນຢ່າງດີ ແລະ ຮັບຮູ້ໄດ້ກາເຕີບໂຕ.

ໃນບົດລາຍງານຕິດຕາມກວດກາການຄ້າປະຈຳປີກ່ຽວກັບສະພາບແວດລ້ອມສັງລວມດ້ານການຄ້າສາກົນ, ທີ່ປະກາດໃນວັນທີ 03 ທັນວາ ຜ່ານມາ, ອົງການການຄ້າໂລກ (WTO) ໃຫ້ຂໍ້ສັງເກດວ່າ ການຄ້າໂລກໃນປີ 2025 ຕ້ອງປະເຊີນໜ້າກັບສິ່ງທ້າຍໃຫຍ່ທີ່ສຸດໃນໄລຍະ 80 ປີຜ່ານມາ, ຍ້ອນບັນດານະໂຍບາຍພາສີອາກອນພຽງລຳພັງຝ່າຍດຽວ ແລະ ຄວາມເຄັງຕຶງດ້ານພູມສາດການເມືອງທົ່ວໂລກເພີ່ມຂຶ້ນ.

ສິ່ງທ້າທາຍໃຫຍ່ທີ່ສຸດ.

ບົດລາຍງານຂອງ WTO ຊີ້ແຈ້ງວ່າ ໃນໄລຍະແຕ່ກາງເດືອນ ຕຸລາ 2024 ຮອດກາງເດືອບ 10 ຕຸລາ 2025, ມີເກືອບ 1/5 (19,7%) ປະລິມານສິນຄ້ານຳເຂົ້າທົ່ວໂລກຖືກຜົນສະທ້ອນຈາກພາສີອາກອນປະເພດໃໝ່ ແລະ ບັນດາມາດຕະການທີ່ຄ້າຍຄືກັນ, ສູງກວ່າຫຼາຍເມື່ອທຽບໃສ່ລະດັບ 12,6% ຂອງ 1 ປີກ່ອນ. ກ່ຽວກັບມູນຄ່າ, ຍອດມູນຄ່ານຳເຂົ້າສິນຄ້າທົ່ວໂລກຖືກຜົນສະທ້ອນຈາກພາສີອາກອນໃໝ່ ແລະ ບັນດາມາດຕະການນຳເຂົ້າອື່ນໄດ້ຂຶ້ນເຖິງ 2.640 ຕື້ USD, ເພີ່ມຂຶ້ນເກືອບ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 (611 ຕື້ USD), ສ້າງຂີດໝາຍສູງທີ່ສຸດໃນໄລຍະກວ່າ 15 ປີຜ່ານມາ. ໃນການສົ່ງອອກ, ຍອດມູນຄ່າການຄ້າຖືກຜົນກະທົບແມ່ນປະມານ 2.966 ຕື້ USD, ເພີ່ມຂຶ້ນເກືອບ 3 ເທົ່າເມື່ອທຽບໃສ່ລະດັບ 888 ຕື້ USD ໃນບົດລາຍງານກ່ອນນັ້ນ.

ຕາມທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ອົງການ WTO, ໂລກຫຼີກລ່ຽງໄດ້ສະພາບຮ້າຍແຮງທີ່ສຸດ ເມື່ອ ອາເມລິກາ ແລະ ຫຼາຍປະເທດໄດ້ດຳເນີນການເຈລະຈາ ແລະ ບັນລຸໄດ້ຂໍ້ຕົກລົງດ້ານຄ້າໃໝ່, ພ້ອມກັນນັ້ນ, ອາເມລິກາ ແລະ ຈີນ, ເຊິ່ງແມ່ນ 2 ພື້ນຖານເສດຖະກິດໃຫຍ່ຂອງໂລກ, ກໍບັນລຸໄດ້ຂໍ້ຕົກລົງຢຸດຕິສົງຄາມດ້ານການຄ້າໃນໄລຍະ 1 ປີ. ບັນດາສິ່ງດັ່ງກ່າວໄດ້ຊ່ວຍການຄ້າສິນຄ້າໂລກບັນລຸລະດັບເຕີບໂຕປະມານ 2,4% ໃນປີ 2025.

ເຖິງຢ່າງໃດກໍ່ຕາມ, ເຖິງວ່າໄດ້ຜ່ານຜ່າສິ່ງທ້າທາຍກໍ່ຕາມ, ແຕ່ບັນດາການຜັນແປຢ່າງແຮງໃນປີນີ້ສືບຕໍ່ວາງອອກຄຳຖາມໃຫຍ່ກ່ຽວກັບບົດບາດ ແລະ ຄວາມຈຳເປັນຂອງການປັບປຸງບັນດາລະບົບການຄ້າຫຼາຍຝ່າຍ, ໃນນັ້ນ WTO ເປັນເສົາຄ້ຳ. ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO, ໃຫ້ຂໍ້ສັງເກດວ່າ:

ປະເທດ ອາເມລິກາ ມີບັນດາຄວາມວິຕົກກັງວົນຢ່າງຊອບທຳ ແລະ ສາມາດເຂົ້າໃຈໄດ້ກ່ຽວກັບ WTO ແລະ ລະບົບການຄ້າຫຼາຍຝ່າຍ, ພ້ອມກັນນັ້ນ ບັນດາປະເທດສະມາຊິກ (WTO) ພັດທະນາ ແລະ ພວມພັດທະນາອື່ນ ກໍ່ມີຄວາມວິຕົກັງວົນສະເພາະຂອງຕົນ. ສະນັ້ນ, ພວກເຮົາສາມາດອີງໃສ່ບັນດາຄວາມວິຕົກກັງວົນນີ້ເພື່ອປ່ຽນແປງລະບົບໃຫ້ດີກວ່າ”.

ໃນການກວດກາຄືນຂອງອົງການກວດກາຄືນນະໂຍບາຍການຄ້າ WTO (TPRB) ໃນຕົ້ນເດືອນ ທັນວາ ຜ່ານມາ, ມີ 311 ມາດຕະການໄດ້ປະກາດໃຊ້ ດ້ວຍມູນຄ່າການຄ້າຄາດວ່າບັນລຸ 2.090 ຕື້ USD, ສູງກວ່າປະມານ 1,5 ເທົ່າ ເມື່ອທຽບໃສ່ລະດັບ 1.441 ຕື້ USD ໃນບົດລາຍງານກ່ອນນັ້ນ.

ແງ່ຫວັງໃຫ້ປີ 2026

ສຳລັບແງ່ຫວັງດ້ານການຄ້າທົ່ວໂລກປີ 2026, WTO, ອົງການການຄ້າ ແລະ ພັດທະນາສະຫະປະຊາຊາດ (UNCTAD) ພ້ອມກັບຫຼາຍອົງການເສດຖະກິດອື່ນ ໄດ້ຍົກອອກການຕີລາຄາຢ່າງລະມັດລະວັງ. ຕາມທ່ານ Marc Bachetta, ນັກຊ່ຽວຊານດ້ານເສດຖະກິດຂັ້ນສູງຂອງ WTO ແລ້ວ, ຈຸດພົ້ນເດັ່ນທີ່ສຸດຂອງການຄ້າທົ່ວໂລກໃນປີ 2026 ຍັງແມ່ນລັກສະນະບໍ່ແນ່ນອນກ່ຽວກັບນະໂຍບາຍຂອງຫຼາຍປະເທດ, ໂດຍສະເພາະແມ່ນບັນດາປະເທດມະຫາອຳນາດດ້ານການຄ້າໃຫຍ່. ສະນັ້ນ, WTO ໄດ້ຄາດຄະເນລະດັບເຕີບໂຕດ້ານການຄ້າສິນຄ້າໂລກບັນລຸພຽງ 0,5% ໃນປີ 2026.

ເຖິງຢ່າງໃດກໍ່ຕາມ, ມີບາງປັດໃຈຕັ້ງໜ້າສາມາດປ່ຽນແປງສະພາບການຄ້າທົ່ວໂລກໃນໄລຍະຈະມາເຖິງ, ພິເສດແມ່ນທ່າອ່ຽງເພີ່ມຄວາມຕ້ອງການກ່ຽວກັບຜະລິດຕະພັນທີ່ກ່ຽວຂ້ອງເຖິງເຕັກໂນໂລຊີປັນຍາປະດິດ (AI) ຢ່າງແຮງ ແລະ AI ອາດຈະແມ່ນໜຶ່ງໃນບັນດາປັດໃຈປ່ຽນແປງການຄ້າທົ່ວໂລກໃນປີ 2026. ທ່ານນາງ Johanna Hill, ຮອງຜູ້ອຳນວຍການໃຫຍ່ WTO, ໃຫ້ຂໍ້ສັງເກດວ່າ:

“AI ນຳມາເຊິ່ງຈຸດພົ້ນເດັ່ນໃຫ້ແກ່ການຄ້າ ໃນສະພາບທົ່ໂລກນັບມື້ນັບສັບສົນ. AI ເປີດໂອກາດຫຼຸດລາຍຈ່າຍດ້ານການຄ້າ, ຊຸກຍູ້ການຜະລິດ ແລະ ເພີ່ມການເຂົ້າຮ່ວມຕະຫຼາດທົ່ວໂລກ. ເຖິຢ່າງໃດກໍ່ຕາມ, ສິ່ງສຳຄັນແມ່ນຄວາມສາມາດບົ່ມຊ້ອນ AI ຊຸກຍູ້ການເຕີບໂຕກວມລວມ ຽງແຕ່ປະຕິບັດໄດ້ເມື່ອພວກເຮົາມີການກະທຳຢ່າງຂ້ຽວຂາດ ເພື່ອຮັດແຄບການແບ່ງແຍກດ້ານດີຈີຕອນ”.

ພ້ອມກັນນັ້ນ, ທ່າອ່ຽງຫັນປ່ຽນດ້ານການຄ້າໄປສູ່ບັນດາຄູ່ຮ່ວມມືທີ່ມີທັດສະນະການເມືອງດ່ຽວກັນ ແລະ ຄູ່ຮ່ວມມືທີ່ມີພູມສາດໃກ້ກັນ ພວມສ້າງລະບົບຕ່ອງໂສ້ດ້ານການຄ້າທົ່ວໂລກຄືນໃໝ່, ສະແດງໃຫ້ຫັນຢ່າງຈະແຈ້ງທີ່ສຸດແມ່ນຢູ່ພາກພື້ນ ອາຊີຕາເວັນອອກ, ພາກພື້ນນຳໜ້າການເຕີບໂຕໃນການສົ່ງອອກຂອງປີຜ່ານມາ ດ້ວຍລະດັບ 9%, ໃນຂະນະທີ່ການຄ້າພາຍໃນກຸ່ມກໍ່ເພີ່ມຂຶ້ນ 10%. ນອກນັ້ນ, ອາຟະລິກາ ແລະ ການຄ້າ ໃຕ້ - ໃຕ້ ກໍ່ຮັບຮູ້ທ່າຟື້ນຟູຢ່າງແຮງ, ສະແດງໃຫ້ເຫັນບົດບາດທີ່ນັບມື້ນັບໃຫຍ່ຫຼວງຂອງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັນສຳລັບກະແສການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ