ຍາດແຍ່ງກາລະໂອາກາດໃໝ່ເພື່ອແນໃສ່ ພັດທະນາເສດຖະກິດການຄ້າຫວຽດນາມ-ຈີນໃຫ້ດີຍິ່ງໆຂຶ້ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພວມ​ທຳ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຈີນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ ແລະ ງານ​ຕະຫຼາດ​ນັດ​ຈີນ-ອາ​ຊຽນ​ຄັ້ງ​ທີ 13. ໃນ​ສະ​ພາ​ວະ​ທີ່​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນນັ້ນ, ມີ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ​ພ​ວມ​ຖືກ​ເປີດ​ກ້​ວາງ​ໃຫ້​ແກ່​ທັງ​ຈີນ ແລະ ອາ​ຊຽນເວົ້າ​ລວມ ແລະ ແຕ່​ລະ​ປະ​ເທດ​ເວົ້​າ​ສະ​ເພາະ, ໃນ​ນັ້ນ​ມີ​ຫວຽດ​ນາມ.

ຍາດແຍ່ງກາລະໂອາກາດໃໝ່ເພື່ອແນໃສ່ ພັດທະນາເສດຖະກິດການຄ້າຫວຽດນາມ-ຈີນໃຫ້ດີຍິ່ງໆຂຶ້ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຢ້ຽມ​ຊົມ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ຫວຽດ​ນາມ

    ຫວຽດ​ນາມ ແລະ ຈີນໄດ້​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ເມື່ອ​ເດືອນ 11/1991 ນັ້ນ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ການ​ຄ້າ ແລະ ການ​ລົງ​ທຶນລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງວ່ອງ​ໄວ ແລະ ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ.

     ບັນ​ດາ​ຕົວ​ເລກ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​

  25 ປີ​ທີ່​ຜ່ານ​ມາ, ຍອດ​ວົງ​ເງິນ​ການ​ຄ້າ​ຂອງຫວຽດ​ນາມກັບຈີນໄດ້​ເພີ່ມ​ຂຶ້ນ​ທົບ​ເກືອບ 2000 ເທົ່າ, ຈາກ​ລະ​ດັບ​ກວ່າ 30 ລ້ານ USD ເມື່ອ​ປີ 1991 ໄດ້​ເພີ່ມ​ຂຶ້ນ​ເຖິງກວ່າ 66 ຕື້ USD ໃນ​ປີ 2015. ໄລ່​ມາ​ຮອດ​ທ້າຍ​ເດືອນ 7/2015, ຈີນ​ຍາມ​ໃດ​ກໍ​ແມ່ນ​ຄູ່​ຄ້າ​ລາຍ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດ​ນາມ, ສ່ວນ​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ ໄດ້​ກາຍ​ເປັນຄູ່​ຄ້າ​ລາຍ​ໃຫຍ່​ແຖວ​ໜ້າ​ຂອງ​ຈີນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. 2 ຝ່າຍ​ພວມ​ຕັດ​ສິນ​ໃຈ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຊຸກ​ຍູ້​ການ​ຄ້າ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ດຸ່ນ​ດຽງ, ຍືນ​ຍົງ​, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ້​ບັນ​ລຸ 100 ຕຶ້ USD ໃນ​ປີ 2017. ທາງ​ດ້ານ​ການ​ລົງ​ທຶນ, ຈີນ​ພວມ​ມີ 1500 ໂຄງ​ການ​ລ​ົງ​ທຶນ​ຢູ່​ຫວຽດ​ນາມ ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ແມ່ນ​ເກືອບ 11 ຕື້ USD ຢືນ​ອັນ​ດັບ​ທີ 9 ໃນ​ຍອດ​ຈຳ​ນວນ 116 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ເຂົ້​າ ມາ​ລົງ​ທຶນ​ຢູ່ຫວຽດ​ນາມ. ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ຫວຽດ​ນາມ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງວ່ອງໄວ​ນັບ​ທັງ​ທາງ​ດ້ານ​ປະ​ລີ​ມານ, ຂອບ​ຂະ​ໜາດ ແລະ ບໍ​ລິ​ເວນ​ລົງ​ທຶນ.

    ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່

   ໃນ​ສະ​ພາບ​ການ​ໃໝ່, ພື້ນ​ຖານ​ເສດ​ຖະ​ກິດ​ຈີນ​ພວມ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ແຖວ​ໜ້າ​ໃນ​ໂລກ. ການ​ທີ່​ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ທ້າຍ​ປີ 2015ໄດ້ ແລະ ພວມ​ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ​ເສດ​ຖະ​ກິດ ​ ອາ​ຊຽນ - ຈີນພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ຫວຽດ​ນາມ​ກໍ​ພວມ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ກ້​ວາງ​ເລິກ​ດ້ວຍ​ການ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີຫຼາຍ​ສະ​ບັບ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ເຂົ້າຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ 12 ສະ​ບັບ ແລະ ພວມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າອື່ນໆ​ອີກ 4 ສະ​ບັບ, ໃນ​ນັ້ນ​ມີ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ ແລະ ຈີນ. ໃນ​ມໍ່ໆ​ມານີ້, ທະ​ນາ​ຄານ​ໂລກ​ໄດ້​ຈັດ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ​ເພີ່ມ​ຂຶ້ນ 3 ຂັ້ນ, ຢືນ​ອັນ​ດັບ​ທີ 5 ໃນ 10 ປະ​ເທດ​ອາ​ຊຽນ ແລະ ສູ້​ຊົນ​ໃນ​ປີ 2017, ຫວຽດ​ນາມ​ຈະ​ຖືກ​ຈັດ​ເຂົ້າ​ໃນ​ກຸ່ມ​ອາ​ຊຽນ - 4 . ທັງ​ໝົດ​ເຫຼົ່າ​ນັ້ນ, ພວມໝັ້ນ​ໝາຍ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່ຫຼາຍ​ຢ່າງ.

    ໂດຍ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ການ​ພົວ​ພັນ​ເສດ​ຖະ​ກິດຢ່າງໃກ້​ຊິດ​ກັບ​ຈີນ, ພ້ອມ​ທັງ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ໃນ​ອາ​ຊຽນ, ຫວຽດ​ນາມ​ພວມ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຈີນ​ໃຫ້​ແຂງ​ແຮງ, ນັບ​ທັງ​ຂອບ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ. ເພາະ​ສະ​ນັ້ນ, ຫວຽດ​ນາມຍ​າມ​ໃດກໍ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂອບ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຄື ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ ແລະ ງານ​ຕະຫຼາດ​ນັດ​ຈີນ-ອາ​ຊຽນເປັນ​ຕົ້ນ. ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ທີ່​ເຂົ້າ​ຮ່ວມບັນ​ດາ​ການ​ເຄື່ອນ​ໄຫວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ສົນ​ທະ​ນາ​ກັບ​ບັນ​ດາ​ການ​ນຳ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ​ຈີນ, ພ້ອມ​ທັງ​ຢືນ​ຢັນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ​ໃນ​ການ​ຮຽກ​ຮ້ອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ນັກ​ລົງ​ທຶນ​ຈີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ສູ້​ຊົນສ້າງ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເປີດ​ອົກ​ເ​ປີດ​ໃຈ ແລະ ໂປ່ງ​ໃສ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທຸກ​ແຫ່ງ​ດ້ວຍ​ທິດ​ນຳ​ຖື​ຜົນ​ສຳ​ເລັດ​ຂອງ​ນັກ​ລົງ​ທຶນ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າກຳ​ນົດ​ແຈ້ງ​ທິດ​ກ້າວ​ເດີນ ນັ້ນ​ແມ່ນກໍ່​ສ້າງ​ລັດ​ຖະ​ບ​ານ​ໂປ່ງ​ໃສ່, ປັບ​ປຸງ​ເພື່ອ​ພັດ​ທະ​ນາ, ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ສຸມ​ໃສ່​າ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ. ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ພັ​ດ​ທະ​ນາ​ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ເລີ່ມ​ຕົ້ນ​ສ້າງ​ອາ​ຊີບ ”

     ການ​ມີ​ໜ້າ​ຂອງວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ​ຈີນນັບ​ຮ້ອຍ​ແຫ່ງ ແມ່ນ​ປະ​ກົດ​ການ​ທີ່​ມີ​ຊີ​ວິດ​ຊີ​ວາ​ແຫ່ງ​ຄວາມ​ສົນ​ໃຈ​ຂອງ​ນັກ​ລົງ​ທຶນ​ຈີນ​ເມື່ອ​ເຂົ້າ​ມາ​ຫວຽດ​ນາມ. ບັນ​ດາ​ຂົງ​ເຂດກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຕຳ​ແຜ່ນ​ຕັດ​ຫຍິບ, ທະ​ນາ​ຄານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ຄົມ​ມະ​ນາ​ຄົມ, ເຕັດ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ພະ​ລັງ​ງານ, ທ່ອງ​ທ່ຽວ… ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່ສຸດ​ຈາກ​ບັນ​ດາ​ລົງ​ທຶນ​ຈີນ. ແຕ່​ທັດ​ສະ​ນະ​ຂອງ​ຫວຽດ​ນາມ​ກໍ​ຖືກ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ຢືນ​ຢັນ​ວ່າ ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ກຳ​ລັງ​ບົ່ມ​ຊ້ອນ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີຂອງ​ບັນ​ດາ​ນັກ​ລົງ​ທຶນ​ຈີນ, ແຕ່ບໍ່​ຮັບ​ຮູ້​ເຕັກ​ໂນ​ໂລຢ​ີ​ທີ່ຫຼ້າຫຼັງ​ເພື່ອ​ຮັກ​ສາ​ສິ່ງ​ແວດ​ລ້ອມ.  ພ້ອມ​ກັນ​ນັ້ນ, ຫວຽດ​ນາມກໍ​ມີ​ຄວາມ​ຫວັງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຈີນ​ເຂົ້າ​ມາ​ລົງ​ທຶນ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ຊຶ່ງ​ແມ່ນ​ຂົງ​ເຂດ​ທີ່​ຫວຽດ​ນາມ​ພວມ​ມີ​ຄວາມ​ຕ້ອງ​ການ​ສູງ.  ກ່ຽວ​ກັບ​ຂົງ​ເຂດນີ້, ທ່ານ ເຈີນ​ຕ້ວນ​ແອງ, ລັດ​ຖະ​ມົນ​ຕີກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຖື​ວ່າ :

   “ ຈີນ​ກໍ​ແມ່ນ​ປະ​ເທດ​ມີ​ຄວາມ​ສາ​ມາດ​ສູງ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ​ກ່ຽວ​ກັບ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ ແລະ ນັບ​ທັງ​ບັນ​ດາ​ເຕັກ​ໂນ​ໂລຢີ​ພວມ​ສືບ​ຕໍ່​ມີ​ການ​ປັດ​ປຸງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ທາງ​ດ້ານ​ພາ​ຫະ​ນະ ກໍ​ຄື​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະ​ລິດ​ໄຟ​ຟ້າ ”

      ໂດຍ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ, ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື ອາ​ຊຽນ - ຈີນ, ພ້ອມ​ແລ້ວ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ ອາ​ຊຽນ ແລະ  ຈີນ, ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃຫ້​ແຂງ​ແຮງ,  ຮັກ​ສາ​ສັນ​ຕິ​ພາບ, ສ​ະ​ຖຽນ​ລະ​ພາບ, ແກ້​ໄຂ​ຄ​ວາມ​ແຕກ​ຕ່າງ​ກັນເພື່ອ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຝ່າຍ​ເພື່ອ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດ​ຖະ​ກິດ-ການ​ຄ້າ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ລຸ​ລວງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງ​ພ​າກ​ພື້ນ. ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່, ຫວຽດ​ນາມ​ພວມ​ຕັ້ງ​ໜ້າ​ພ້ອມ​ກັບ​ຈີນ​ຍາດ​ແຍ່ງ​ກາ​ລະໂອ​ກາດເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ ຫວຽດ​ນາມ-ຈີນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ