ທົ່ວປະເທດຮ່ວມແຮງຮ່ວມໃຈຕອບບຸນແທນຄຸນ

ທົ່ວປະເທດຮ່ວມແຮງຮ່ວມໃຈຕອບບຸນແທນຄຸນ - ảnh 1
(ພາບປະກອບ)

(vovworld)- ໃນ​ຫລາຍ​ປີ​ຜ່ານ​ມາ, ພັກ, ລັດ ແລະ ທົ່ວ​ປວງ​ຊົນ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ, ປົວ​ແປງ​ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ. ຄວາມ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ​ສະ​ແດງ​ຜ່ານ​ບັນ​ດານະ​ໂຍ​ບາຍ​ລະ​ອຽດ ໃນ​ການ​ເບິ່ງ​ແຍງ​ດູ​ແລ ຊີ​ວິດ​ປະ​ຈຳ​ວັນ​ຂອງ​ບັນ​ດາ​ຄອບ​ຄ​ົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ແມ່ນວຽດ​ນາມ ວິ​ລະ​ຊົນ, ຜູ້​ມີ​ຄຸນ​ງາມຄວາມດີ. ພ້ອມ​ກັນ​ນັ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ບຸ​ນ​ແທນ​ຄຸນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ທົ່ວ​ປະ​ເທດ.

       ປະ​ຈຸ​ບັນ ທົ່ວ​ປະ​ເທດ ໄດ້ຮັບ​ຮູ້​ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ​ແມ່ນ​ເກືອບ 8,8 ລ້ານ​ຄົນ, ກວມ​ປະ​ມານ 10% ຈຳ​ນວນ​ພົນ​ລະ​ເມືອງ. ໃນ​ຊຸມ​ປີ​ຜ່ານ​ມາ, ພັກ ແລະ ລັດ ໄດ້​ປະ​ກາດ​ໃຊ້​ຫລາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ ແລະ ຈັດ​ຕັ້ງ​ການ​ປະ​ຕິ​ບັດບັນ​ດາ​ນະ​ໂຍ​ບາຍ​ ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ ຢ່າງ​ທັນ​ການ, ມີ​ປະ​ສິດ​ທິ​ຜົນ.

        ປະ​ຕິ​ບັດ​ນະ​ໂຍ​ບາຍ​​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄ​ວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

       ປີ 2013, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້ ຄຳ​ສັ່ງ​ກ່ຽວ​ກັບ​ການ​ສຳ​ຫລວດ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ທົ່ວ​ປະ​ເທດ​ໃນໄລ​ຍະ 2 ປີ ຄື ປີ 2014-2015. ໂດຍ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄະ​ນະ​ປະ​ຈຳ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ​ສັງ​ຄົມ ລົງ​ນາມ, ຜັນ​ຂະ​ຫຍາຍ​ໂຄງ​ການ. ເລື່ອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວ​າມ​ດີ​ຕໍ່​ການ​ປະ​ຕິ​ວັດ ແມ່ນ​ຖືກ​ກັບ​ເປົ້າ​ໝາຍ, ມີນະ​ໂຍ​ບາຍພຽງ​ພໍ ແລະ ທັນ​ກັບ​ເວ​ລາ, ຄວາມ​ຄືບ​ຫນ້າ. ບັນ​ດາ​ນະ​ໂຍ​ບາຍ​ສຳ​ລັບ​ 7 ກຸ່ມ​ເປົ້າ​ໝາຍ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ນັ້ນ​ແມ່ນ ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ແລະ ຄອບ​ຄົວ ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ແມ່​ຫວຽດ​ນາມ ວິ​ລະ​ຊົນ​, ທະ​ຫານ​ເຈັບ​ປ່ວຍ, ທະ​ຫານ​ເສຍ​ອົງ​ຄະ, ຜູ້​ເຄື່ອນ​ໄຫວ​ໃນ​ການ​ຕໍ່​ຕ້ານ ຖືກ​ຕິດ​ທາດ​ພິດ​ເຄ​ມີ, ຜູ​້​ມີ​ຄຸນ​ງາມ​ຄວາມ​ດີ​ຊ່ວຍ​ເຫລືອ​ການ​ປະ​ຕິວ​ັດ, ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມບອນ ໄດ້​ຮັບ​ການ​ສຳ​ຫລວດ​ຮອບ​ດ້ານ, ລະ​ອຽດ, ເປີດ​ເຜີຍ ແລະ ກະ​ຈ່າງ​ແຈ້ງ ຈາກ​ຂັ້ນ​ຕາ​ແສງ, ເມືອງ, ເທດ​ສະ​ບານ ໂດຍ​ມີ​ການ​ເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ວຽກ​ງານນີ້ ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ ກໍ​ຄື ຜູ້​ພວມ​ປະ​ຕິ​ບັດ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ມີ​ຄວາມພຶງ​ພໍ​ໃຈ. ທີ່​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະ ກົມ​ນະ​ໂຍ​ບາຍ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ​ໃນ​ຕອນ​ບ່າຍ​ວັນ​ທີ 25/7 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ສະ​ເຫນີ​ວ່າ:

        “ການ​ສຳ​ຫລວດ​ທົ່ວ​ປະ​ເທດ​ໃນ​ຄັ້ງ​ຜ່ານ​ມາ​ແມ່ນ​ມີ​ປະ​ສິດ​ທິ​ຜົນ. ​ຈຳ​ນວນ​ຜ​ູ້​ບໍ່​ທັນໄດ້​ຊົມ​ໃຊ້​ລະ​ບອບ​ນະ​ໂຍ​ບາຍ​ ມາ​ຮອດ​ປະ​ຈຸ​ບັນ​ແມ່ນ​ແກ້​ໄຂ​ໄດ້ 62% ແລ້ວ, ສູ້​ຊົນ ຮອດ​ວັນ​ທີ 30/8 ຈະ​ສຳ​ເລັດ​ການ​ແກ້​ໄຂ​​ນະ​ໂຍ​ບາຍ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ທີ່ບໍ່ທັນ​ໄດ້​ຮັບ​ ​ເງິນ​ຊົມ​ໃຊ້ ແລະ ສູ້​ຊ​ົນ​ແກ້​ໄຂ​​ໃຫ​້ສຳ​ເລັດ​ໃນ​ປີນີ້.”

        ພ້ອມ​ກັນ​ນັ້ນ, ພັກ ແລະ ລັດ ໄດ້​ມີ​ໂຄງ​ການ​ສ້າງ​ແຜນ​ຮ່າງ​ກຳ​ນົດ​ລາຍ​ຊື່​ອັດ​ຖິ​​ນັກ​ຮ​ົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ແລະ ແຜນ​ຮ່າງນີ້ ມອບ​ໃຫ້​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ເປັນ​ເຈົ້າ​ພາບ ແລະ ປະ​ຕິ​ບັດ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ ວ່​າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

    “ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ຄອບຄົວ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ ​ໄດ້​ສະໜອງ​ຂໍ້​ມູນໃຫ້ພວກ​ຂ້າພະ​ເຈົ້າກ່ຽວ​ກັບ 8 ພັນ​ກໍລະນີ​ນັກຮົບ​ທີ່​​ເສຍສະຫຼະຊີວິດ​ເພື່ອ​ຊາດ ​ແຕ່​ບໍ່​ທັນ​ຮູ້ຊື່. ພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ແຊນ​ຂອງກວ່າ​ 8 ພັກກໍລະນີ​ດັ່ງກ່າວ ສົມທົບ​ກັບ 3 ສະ​ຖາ​ບັນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ ​ແລະ ສະ​ຖາ​ບັນ​ວິທະຍາສາດ​ຫວຽດນາມ​ ຄົ້ນ​ຄ້ວາ​ໄຈ້​ແຍກ, ​ແນ​ໃສ່​ກຳນົດ​ຊື່​ຂອງ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໂດຍ​ໄວ“.

ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄູນ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້“

     ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ລະອຽດ, ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໄດ້​ຮັບ​ການ​ດຳ​ເນີນ​​ໄປໃນ​ທົ່ວ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ ​ແຫ່ງວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947-27/7/2015), ບັນດາ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ໄດ້​ລົງຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ, ມອບ​ຂອງຂວັນ​ບັນດາ​ທະຫານ​ເສຍ​ອົງຄະ, ຜູ້​ມີ​ຄຸນງາມຄວາມດີ, ຄອບຄົວນັກຮົບ​ທີ່​ເສ​ຍສະຫຼະ​ຊີວິດ​ເພື່ອ​ຊາດ; ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນັກຮົບວິລະ​ຊົນທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ຕອນ​ຄຳ່​ວັນ​ທີ 26/7, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​, ສະ​ແດງ​ສິລະ​ປະ “ຈົດ​ຈຳ​ບຸນຄຸນ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຕະຫຼອດ​ໄປ”. ຢູ່​ທີ່​ນີ້, ບັນດາ​ຜູ້​ເຂົ້າ​ຮ່ວມ ​ໄດ້​ຮັບ​ຟັງ​ບົດ​ເພງ​ປະຕິວັດ ​ແລະ ຊົມ​ຮູບ​ເງົາ​ສາລະ​ຄະ​ກ່ຽວ​ກັບ​ວຽກ​ງານ​ຊອກ​ຫາ, ​ເຕົ້າ​ໂຮມ​ອັດຖິ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ບັນດາ​ກອງຊອກ​ຫາ,
ທ້ອນ​​ໂຮມ​ອັດຖິ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ພັນ​ເອກ ຫງວຽນ​ວັນ​ຮູ​ຍ, ຫົວໜ​້າກ​ອງຊອກ​ຫາ, ​ທ້ອນ​ໂຮມ​ອັດຖິ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ສັງກັດ​ກົມ​ການ​ເມືອງ​ທະຫານ​ເຂດ 2, ​ໃຫ້​ຮູ້​ວ່າ:

    “​ໃນ​ວຽກ​ງານຊອກ​ຫາ, ທ້ອນ​​ໂຮມ​ອັດຖິ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ກ່ອນ​ອື່ນ​ໝົດ​ພວກ​ຂ້າພະ​ເຈົ້າ​ຕ້ອງ​ຊອກ​ຫາ, ກຳນົດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບ່ອນ​ທີ່​ຝັງບັນດານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໃນ​ສະ​ໄໝ​ຕ້ານ​ຝລັ່ງ ​ແລະ ອາ​ເມ​ລິ​ກາ​ ຈາກບັນດາ​ກົມ​ກອງ​ເຂົ້າ​ຮ່ວມ​ການ​ສູ້​ຮົບ, ຈາກ​ຄອບຄົວນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຈາກ​ເພື່ອນ​ຮ່ວມ​ກົມ​ກອງ​ຂອງບັນດານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ“.

​    ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 26/7, ຢູ່​ສຸສານ​ບັນດານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງຕ່າງໆ​ໃນ​ທົ່ວ​ປະ​ເທດ, ກໍ່​ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນດານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

   ຂະ​ບວນການ​ຕອບ​ບຸນ​ແທນ​ຄຸນບັນດາ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ການສົ່ງ​ເສີມ, ​ເບິ່ງ​ແຍງ​ຜູ້​ທີ່​ມີ​ຄຸນງາມ​ຄວາມ​ດີ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ຈາກ​ຂັ້ນ​ສູນ​ກາງ ລົງ​ຂັ້ນ​ທ້ອງ​ຖີ່​ນ, ໝູ່​ບ້ານ, ​ເຂດ​ຊຸມ​ຊົນ​, ດ້ວຍ​ການ​ກະທຳ​ອັນ​ສູງ​ສົ່ງ​ຫຼາຍ​ຢ່າງ ​ແລະ ​ໄດ້​ຮັບ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ, ອັນ​ໄດ້​ກາຍ​ເປັນໜ້າ​ທີ່​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ, ​ເຕັມ​ໄປ​ດ້ວຍ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ