ບັນ​ດາ​ປະ​ເທດ ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ອັດ​ຕາ​ພາ​ສີ​ໂດຍ​ອາ​ເມ​ລິ​ກາ ຈັດ​ວາງ

(VOVWORLD) - ອັດຕາພາສີໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນວັນທີ 2 ເມສາສຳລັບບັນດາພື້ນຖານເສດຖະກິດເກືອບທັງໝົດໃນໂລກ ຕາມແຜນການມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 9 ເມສາ, ຕາມເວລາ ອາເມລິກາ. ໃນສະພາບການຄວາມສ່ຽງເສດຖະກິດທົ່ວໂລກຊຸດໂຊມເພີ່ມຂຶ້ນສູງຍ້ອນບັນດາອັດຕາພາສີດັ່ງກ່າວ, ມີຫຼາຍປະເທດມານະພະຍາຍາມເຈລະຈາກັບ ອາເມລິກາ ເພື່ອບັນລຸໄດ້ຂໍ້ຕົກລົງ.

ຕາມຂໍ້ຕົກລົງໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນວັນທີ 2 ເມສາ, ອັດຕາພາສີພື້ນຖານ 10% ຂອງອາເມລິກາໄດ້ນຳໃຊ້ນັບແຕ່ວັນທີ 5 ເມສາ ແລະ ໃນວັນທີ 9 ເມສາ (ຕາມເວລາ ອາເມລິກາ), ອັດຕາພາສີມີການເຄື່ອນເໜັງຕິງແຕ່ 20 ຫາ 50% ສຳລັບບັນດາຄູ່ຮ່ວມມືເສດຖະກິດເກືອບທັງໝົດຂອງ ອາເມລິກາ, ມີຜົນສັກສິດຢ່າງເປັນທາງການ.

ບັນດາຄວາມມານະພະຍາຍາມໃນການເຈລະຈາປະສົບກັບຄວາມຫຍຸ້ງຍາກ

ນັບແຕ່ເວລາໄດ້ປະກາດໃນວັນທີ 2 ເມສາ, ນະໂຍບາຍພາສີອາກອນໃໝ່ຂອງ ອາເມລິກາ ໄດ້ເຮັດໃຫ້ຕະຫຼາດການເງິນທົ່ວໂລກມີການຜັນແປທີ່ສັບສົນ. ບັນດາຕະຫຼາດຫຼັກຊັບໃນທົ່ວໂລກ, ລວມມີ ອາເມລິກາ ໄດ້ຢັ້ງຢືນມີລະດັບຫຼຸດລົງຢ່າງແຮງທີ່ສຸດໃນຫຼາຍປີມານີ້ ແລະ ເຮັດໃຫ້ທຶນຂອງບັນດາບໍລິສັດຫຼຸດລົງກ່ວາ 10.000 ຕື້ USD, ເມື່ອບັນດານັກລົງທຶນຮູ້ສຶກວິຕົກກັງວົນຕໍ່ການປະທະກັນທາງການຄ້າທົ່ວໂລກທີ່ມີຂອບຂະໜາດໃຫຍ່. ບັນດາອັດຕາພາສີນີ້ກໍ່ເຮັດໃຫ້ຫຼາຍອົງການການເງິນສາກົນ ກ່າວເຕືອນຄວາມສ່ຽງຊຸດໂຊມເສດຖະກິດທົ່ວໂລກ ອາດຈະເກີດຂຶ້ນໃນປີນີ້. ໃນສະພາບການນັ້ນ, ມີຫຼາຍປະເທດສະແດງເຈດຕະນາດີເຈລະຈາກັບ ອຳນາດການປົກຄອງ ອາເມລິກາ ເມື່ອຫຼຸດຜ່ອນບັນດາຜົນກະທົບຈາກນະໂຍບາຍພາສີອາກອນໃໝ່ຂອງ ອາເມລິກາ, ຜ່ານການເຊັນຂໍ້ຕົກລົງການຄ້າໃໝ່ສະບັບຕ່າງໆ. ຕາມ ຜູ້ຕາງໜ້າການຄ້າ ອາເມລິກາ ແລ້ວ, ໄລ່ຮອດ 8 ເມສາ, ມີປະມານ 70 ປະເທດ ແລະ ເຂດແຄ້ວນໄດ້ສະແດງຄວາມຫວັງຢາກເຈລະຈາກັບ ອາເມລິກາ ກ່ຽວກັບບັນຫາພາສີ. ທ່ານປະທານາທິບໍດີ ອາເມລິກາ ກໍ່ເປີດໂອກາດເມື່ອ ຖະແຫຼງໃນວັນທີ 7 ເມສາວ່າ ທ່ານຍາມໃດກໍ່ເປີດໂອກາດກັບການເຈລະຈາ ເຖິງວ່າຢັ້ງຢືນ ອາເມລິກາ ຈະບໍ່ຢຸດຕິການຈັດວາງອັດຕາພາສີໃໝ່.

ການເຈລະຈາກັບ ອາເມລິກາ ພວມແມ່ນການຄັດເລືອກບຸລິມະສິດຂອງຫຼາຍປະເທດ ແລະ ສຳພັນທະມິດ. ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ຈະເລີ່ມຕົ້ນບັນດາການເຈລະຈາຂັ້ນລັດຖະບານ ກັບອາເມລິກາໃນອາທິດນີ້, ພ້ອມນັ້ນ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ພ້ອມແລ້ວທີ່ຈະໄປຍັງ ອາເມລິກາ ພົບປະກັບທ່ານ Donald Trump. ທ່ານນາຍົກລັດຖະມົນຕີ Ibrahim Anwar ຂອງ ມາເລເຊຍ ເຊິ່ງແມ່ນປະເທດພວມດຳລົງຕຳແໜ່ງປະທານ ອາຊຽນ ປີນີ້ ປະກາດວ່າ ອາຊຽນຈະສາມັກຄີກັນເພື່ອເຈລະຈາກັບ ອາເມລິກາ:

ອັດຕາພາສີນນີ້ ອາດຈະກໍ່ຜົນເສຍຫາຍເຖິງທຸກຝ່າຍ. ດັ່ງນັ້ນ, ບົນພື້ນຖານການທູດທີ່ອ່ອນໂຍນ ແລະ ຄຳໝັ້ນສັນຍາທີ່ມິດງຽບ, ສິ່ງທີ່ຂ້າພະເຈົ້າບັນລຸໄດ້ ແມ່ນຄວາມເຫັນດີເຫັນພ້ອມຂອງບັນດາການນຳ ອາຊຽນ, ພວກຂ້າພະເຈົ້າກໍ່ຈະພ້ອມກັບບັນດາຄູ່ຮ່ວມມືໃນອາຊຽນ ແລະ ບັນດາເຈົ້າໜ້າທີ່ຂອງ ພວກຂ້າພະເຈົ້າ ຢູ່ຫວໍຊິງຕັນ ເລີ່ມຕົ້ນວິວັດການເຈລະຈາກັບ ອາເມລິກາ.

ເຖິງຢ່າງໃດກໍຕາມ, ຕາມວົງການນັກສັງເກດການແລ້ວ, ບັນດາການເຈລະຈາໃນໄລຍະຈະມາເຖິງ ຈະບໍ່ງ່າຍດາຍຍ້ອນວ່າ ບັນດາເປົ້າໝາຍເຊິ່ງອຳນາດການປົກຄອງ ອາເມລິກາວາງອອກ ເມື່ອຈັດວາງພາສີນ້ຳເຂົ້າສຳລັບທົ່ວໂລກຄື: ການຂາດດູນການຄ້າ, ນຳການເຄື່ອນໄຫວຜະລິດກັບຄືນ ສູ່ອາເມລິກາ… ຕ້ອງການມິວັນເວລາ ແລະ ຍາກທີ່ຈະປະຕິບັດໄດ້. ດັ່ງນັ້ນ, ສິ່ງສຳຄັນທີ່ສຸດແມ່ນບັນດາປະເທດຕ້ອງກະກຽມທຸກວິທີການເຈລະຈາກໍຄືວິທີການສຳຮອງເມືອການເຈລະຈາບໍ່ປະສົບຜົນສຳເລັດ.

ຄວາມສ່ຽງຍັງຢູ່ລະດັບສູງ

ເຖິງວ່າຫຼາຍປະເທດບຸລິມະສິດການເຈລະຈາກັບອຳນາດການປົກຄອງ ອາເມລິກາ, ຄວາມສ່ຽງກ່ຽວກັບການປະທະກັນທາງການຄ້າທົ່ວໂລກຍັງຢູ່ລະດັບສູງ, ດ້ານໜຶ່ງຍ້ອນລັກສະນະສັບສົນຂອງບັນດາການເຈລະຈາ, ດ້ານໜຶ່ງແມ່ນຄວາມເຄັ່ງຕຶງທີ່ມີທ່າອ່ຽງເພີ່ມຂຶ້ນລະຫວ່າງ ອາເມເລິກາ ແລະ ຈີນ. ເພື່ອໂຕະຕອບນະໂຍບາຍພາສີອາກອນໃໝ່ຂອງ ອາເມລິກາ ຈັດວາງສຳລັບສິນຄ້າ ຈີນ (ລວມຍອດອັດຕາພາສີຂຶ້ນເຖິງ 54%), ວັນທີ 4 ເມສາ, ຈີນ ຕັດສິນໃຈຈັດວາງອັດຕາພາສີ 4%ສຳລັບທຸກສິນຄ້ານຳເຂົ້າຈາກອາເມລິກາ ເຂົ້າ ຈີນ. ຕໍ່ໜ້າການກະທຳໂຕ້ຕອບຂອງ ຈີນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດອາເມລິກາ ຈະຈັດວາງພາສີເພີ່ມເຕີມ 50% ສຳລັບສິນຄ້າ ຈີນ. ສຳລັບຈີນ ໃຫ້ຮູ້ວ່າ ຖ້າອາເມລິກາ ຢຶດໝັ້ນເດີນຕາມນະໂຍບາຍນີ້, ຈີນຈະໂຕ້ຕອບຈົນສຸດທ້າຍ. ທ່ານ Rintaro Nishimura ນັກຊ່ຽວຊານມາຈາກບໍລິສັດໃຫ້ຄຳປຶກສາດ້ານຍຸດທະສາດ ໃຫ້ຂໍ້ສັງເກດວ່າ ສະພາບການເຄັ່ງຕຶງໃນປັດຈຸບັນລະຫວ່າງ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຄ້າຍຄືກັນກັບ ໄລຍະອາຍຸການທຳອິດຂອງທ່ານ Donald Trump (2016-2020) ແລະ ກໍ່ຜົນກະທົບທີ່ຫຍໍ້ທໍ້ຕໍ່ການຄ້າທົ່ວໂລກ:

ຂ້າພະເຈົ້າຄິດວ່າກໍລະນີດີທີ່ສຸດແມ່ນບັນດາສິ່ງທີ່ພວມເກີດຂຶ້ນແມ່ນປັດໄຈໜຶ່ງໃນການເຈລະຈາ ແລະ ໃນກໍລະນີທ່ານປະທານາທິບໍດີ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ອາດສາມາດມີໂອກາດນັ່ງນຳກັນ ເພື່ອປຶກສາຫາລື ແລະ ແກ້ໄຂໄດ້ບັນຫານີ້. ແຕ່ວ່າໃນຈຸດເວລານີ້ ສິ່ງນີ້ ເບິ່ງຄືວ່າຍາກທີ່ຈະເກີດຂຶ້ນ.

ໄປຄຽງຄູ່ກັບບັນດາຄວາມວິຕົກກັງວົນກ່ຽວກັບການປະທະກັນດ້ານການຄ້າທົ່ວໂລກໃນໄລຍະສັ້ນ ທີ່ແກ່ຍາວຄວາມສ່ຽງເກີດຄວາມຊຸດໂຊມດ້ານເສດຖະກິດໃນໄລຍະກາງ, ວົງການນັກສັງເກດການຍັງຕັ້ງຄຳຖາມກ່ຽວກັບເປົ້າໝາຍສຸດທ້າຍຂອງນະໂຍບາຍພາສີອາກອນໃໝ່ຂອງອຳນາດການປົກຄອງ ອາເມລິກາ. ທ່ານນາງ Arancha Gonzalez Laya ຫົວໜ້າ ພະແນກບັນດາບັນຫາສາກົນ, ໂຮງຮຽນການເມືອງ ປາຣີ (Sciences Po Paris) ຖືວ່າປະຕິກິລິຍາຢ່າງຂ້ຽວຂາດທີ່ມາຈາກບັນດາຕະຫຼາດທົ່ວໂລກໃນຊຸມວັນຜ່ານມາແມ່ນຄຳກ່າວເຕືອນວ່າ ນະໂຍບາຍພາສີຂອງ ອາເມລິກາ ພວມກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ບັນດາລະບົບການເງິນ - ເງິນຕາ ທີ່ໄດ້ສ້າງຂຶ້ນພາຍຫຼັງສົງຄາມໂລກຄັ້ງທີ II ເຊິ່ງໃນນັ້ນ ອາເມລິກາ ແມ່ນເສົາຄ້ຳ (ລະບົບ Bretton Woods).

ຕ້ອງຮັບປະກັນວ່າ ພວກເຮົາຮັບຟັງຢ່າງລະອຽດບັນດາສິ່ງທີ່ຍັງເຫຼືອຂອງໂລກ ປາດຖະໜາ ຍ້ອນວ່າ ປັດຈຸບັນ, ສ່ວນຍັງເຫຼືອຂອງໂລກ ມີບົດບາດໃຫຍ່ ແລະ ຕ້ອງຄິດໄລ່ເຖິງ. ກ່ຽວກັບດ້ານເສດຖະກິດ, ການເງິນ ຫຼືການຄ້າ ຈະແຈ້ງແລ້ວວ່າ ປະເທດ ອາເມລິກາ ມີຄວາມສຳຄັນ ແຕ່ອາເມລິກາ ບໍ່ແມ່ນປັດໄຈອັນໜຶ່ງດຽວໃນຕະຫຼາດສາກົນ.

ຄຳກ່າວເຕືອນນີ້ໂດຍນັກຊ່ຽວຊານດ້ານເສດຖະກິດ ແລະ ການນຳບັນດາກຸ່ມບໍລິສັດໃຫຍ່ຫຼາຍທ່ານຢູ່ ອາເມລິກາ ຍົກອອກມາໃນຊຸມວັນຜ່ານມາ, ຕາມນັ້ນແລ້ວ ນະໂຍບາຍພາສີອາກອນໃໝ່ນີ້ ບໍ່ພຽງແຕ່ມີຄວາມສ່ຽງກໍ່ຜົນເສຍຫາຍຕໍ່ການເຕີບໂຕດ້ານເສດຖະກິດອາເມລິກາ ເທົ່ານັ້ນ ຫາກຍັງເຮັດໃຫ້ຫຼຸດຜ່ອນລະດັບຄວາມໄວ້ເນື້ອເຊື່ອໃຈຂອງອາເມລິກາ ກັບບັນດາຄູ່ຮ່ວມມືໃນທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ