(VOVWORLD) - ຍຸດທະສາດນັ້ນຊີ້ແຈ້ງວ່າ ອຳນາດການປົກຄອງຂອງທ່ານ Donald Trump ຄາດວ່າຈະສືບຕໍ່ຮັກສາການທະຫານດ້ວຍຂະໜາດໃຫຍ່ກວ່າຢູ່ ຊິກໂລກຕາເວັນຕົກ ໃນໄລຍະຈະມາເຖິງ ເພື່ອຮັບມືກັບບັນຫາເຂົ້າເມືອງຢ່າງຜິດກົດໝາຍ, ຢາເສບຕິດ ແລະ ການຟື້ນຕົວຂອງບັນດາກຳລັງທີ່ເປັນປໍລະປັກຢູ່ພາກພື້ນ.
ຄາດວ່າ ອາເມລິກາ ຈະສືບຕໍ່ຮັກສາການທະຫານດ້ວຍຂະໜາດໃຫຍ່ກວ່າທາງທະເລ
(ພາບ :REUTERS)
|
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ໃນວັນທີ 05 ທັນວາ, ໃນນັ້ນຊີ້ແຈ້ງຫຼາຍບຸລິມະສິດໃໝ່ເຊິ່ງປະເທດ ອາເມລິກາ ຈະປະຕິບັດຕາມເພື່ອປົກປ້ອງຜົນປະໂຫຍດຂອງຊາດ. ເອກະສານສະບັບນີ້ໄດ້ຂີດໝາຍໜຶ່ງໃນບັນດາການປ່ຽນແປງໃຫຍ່ທີ່ສຸດໃນຍຸດທະສາດທົ່ວໂລກຂອງ ອາເມລິກາ ນັບແຕ່ເມື່ອສິ້ນສຸດສົງຄາມເຢັນ.
ຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ຂອງ ອາເມລິກາ ຍາວ 33 ໜ້າ, ສະແດງໃຫ້ເຫັນບຸລິມະສິດຍຸດທະສາດໃຫຍ່ທີ່ສຸດຂອງ ອາເມລິກາ ໃນຄຳນຳເມື່ອຢືນຢັນຫຼັກໝັ້ນ “ອາເມລິກາກ່ອນ”, ພ້ອມທັງເນັ້ນໜັກວ່າ ອາເມລິກາ ປະຕິເສດທັດສະນະປົກຄອງທົ່ວໂລກທີ່ຫຼ້າສະໄໝ.
ທິດສະດີ Monroe ປະກົດຄືນໃໝ່
ສິ່ງທີ່ໜ້າສົນໃຈທີ່ສຸດ, ທັງແມ່ນຄວາມແຕກຕ່າງກັນທີ່ສຸດໃນຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ເຊິ່ງ ອາເມລິກາ ຫາກໍ່ປະກາດເມື່ອທຽບໃສ່ບັນດາເອກະສານຍຸດທະສາດຂອງອຳນາດການປົກຄອງ ອາເມລິກາ ກ່ອນນີ້, ແມ່ນທີ່ຕັ້ງບຸລິມະສິດແຖວໜ້າຂອງ ຊິກໂລກຕາເວັນຕົກ, ລະອຽດແມ່ນ ອາເມລິກາ ລາຕິງ. ຍຸດທະສາດນັ້ນຊີ້ແຈ້ງວ່າ ອຳນາດການປົກຄອງຂອງທ່ານ Donald Trump ຄາດວ່າຈະສືບຕໍ່ຮັກສາການທະຫານດ້ວຍຂະໜາດໃຫຍ່ກວ່າຢູ່ ຊິກໂລກຕາເວັນຕົກ ໃນໄລຍະຈະມາເຖິງ ເພື່ອຮັບມືກັບບັນຫາເຂົ້າເມືອງຢ່າງຜິດກົດໝາຍ, ຢາເສບຕິດ ແລະ ການຟື້ນຕົວຂອງບັນດາກຳລັງທີ່ເປັນປໍລະປັກຢູ່ພາກພື້ນ.
ຕາມວົງການນັກໄຈ້ແຍກແລ້ວ, ບັນດາການປ່ຽນແປງດັ່ງກ່າວໄດ້ເປັນຂີດໝາຍການປະກົດຕົວຄືນໃໝ່ຂອງທິດສະດີ Monroe, ໂດຍທ່ານ James Monroe, ອະດີດປະທານາທິບໍດີ ອາເມລິກາ ຍົກອອກມາເມື່ອປີ 1823. ສາດສະດາຈານ Atilio Boron, ສັງກັດມະຫາວິທະຍາໄລ Buenos Aires ຂອງ ອາກຊັງຕິນ, ໃຫ້ຂໍ້ສັງເກດວ່າ:
“ສິ່ງທີ່ປະເທດ ອາເມລິກາ ເອົາໃຈໃສ່ທີ່ສຸດແມ່ນການຄວບຄຸມພາກພື້ນ ອາເມລິກາ ລາຕິງ ຍ້ອນເຂດນີ້ມີບັນດາຊັບພະຍາກອນທີ່ຈຳເປັນເຊິ່ງປະເທດ ອາເມລິກາ ຕ້ອງການ, ຈາກນ້ຳ, ນ້ຳມັນອາຍແກັດສທຳມະຊາດ ຕະຫຼອດຮອດ lithium, ໄມ້, ຄຳ. ບັນດາຊັບພະຍາກອນດັ່ງກ່າວແມ່ນໃກ້ກັບປະເທດ ອາເມລິກາ ທີ່ສຸດ, ສ້າງຄວາມສະດວກດ້ານພູມສາດ. ສະນັ້ນ, ປະເທດ ອາເມລິກາ ຈະຕິດຕາມ ທຸກການເຄື່ອນໄຫວດ້ານການທູດ ແລະ ການເມືອງຂອງບັນດາປະເທດໃນພາກພື້ນ”.
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: REUTERS)
|
ການປ່ຽນແປງຢ່າງໃຫຍ່ຫຼວງດັ່ງກ່າວເຮັດໃຫ້ບັນດາບຸລິມະສິດໃຫຍ່ກ່ອນນີ້ຂອງ ອາເມລິກາ, ຄື: ການແກ່ງແຍ້ງກັບບັນດາປະເທດມະຫາອຳນາດ ລັດເຊຍ ແລະ ຈີນ ຫຼື ການຕ້ານການກໍ່ການຮ້າຍ, ໄດ້ເຕື້ອງເຖິງດ້ວຍຄຳສັບທຳມະດາແລະ ບໍ່ເຄັງຕຶງຄືເກົ່າ. ສຳລັບ ລັດເຊຍ, ຍຸດທະສາດໃໝ່ນີ້ໄດ້ເນັ້ນໜັກເຖິງເປົ້າໝາຍຟື້ນຟູບັນດາເງື່ອນໄຂຮັກສາຍຸດທະສາດເປັນປົກກະຕິກັບ ລັດເຊຍ, ພ້ອມທັງຊີ້ແຈ້ງຜົນປະໂຫຍດຫຼັກຂອງ ອາເມລິກາ ແມ່ນເຈລະຈາເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ, ສ້າງເງື່ອນໄຂໃຫ້ວິວັດການກໍ່ສ້າງ ຢູ່ແກຼນ ຄືນໃໝ່ພາຍຫຼັງການປະທະກັນ.
ຍຸດທະສາດກໍ່ສະຫງວນເນື້ອໃນສ່ວນໜຶ່ງຫຼາຍພໍສົມຄວນໃຫ້ແກ່ ຈີນ, ໃນນັ້ນເນັ້ນໜັກເຖິງຄຳໝັ້ນສັນຍາສ້າງຄວາມດຸ່ນດ່ຽງໃນການພົວພັນດ້ານເສດຖະກິດລະຫວ່າງ ອາເມລິກາ ກັບ ຈີນ ຄືນໃໝ່, ໃຫ້ບຸລິມະສິດນຳກັນ ແລະ ມີຄວາມຍຸຕິທຳ ເພື່ອຟື້ນຟູລັກສະນະເອກະລາດຂອງເສດຖະກິດ ອາເມລິກາ.
ການປ່ຽນແປງໃຫຍ່ສຳລັບ ເອີລົບ
ກົງກັນຂ້າມກັບບັນດາຄຳສັບທີ່ລະມັດລະວັງ, ມີລັກສະນະສ້າງສັນກວ່າໃນການພົວພັນກັບ ລັດເຊຍ ແລະ ຈີນ, ໃນຍຸດທະສາດສະບັບໃໝ່ນຂອງ ອາເມລິກາ ພັດມີເນື້ອໃນຕຳໜິຕິຕຽນບັນດາພັນທະມິດ ເອີລົບ, ຢືນຢັນວ່າ ວໍຊິງເຕັນ ຈະສະໜັບສະໜູນຝ່າຍທີ່ມີທັດສະນະກົງກັນຂ້າມກັບບັນດາຄຸນຄ່າທີ່ສະຫະພາບເອີລົບ (ອີຢູ) ນຳພາ, ພິເສດແມ່ນໃນບັນຫາເຂົ້າເມືອງ.
ບັນດາຄຳຕຳໜິຕິຕຽນນີ້ພວມສ້າງຄວາມເຄັງຕຶງຢູ່ ເອີລົບ, ເມື່ອນັກໄຈ້ແຍກຫຼາຍທ່ານຕີລາຄາວ່າ ນີ້ແມ່ນຄຳຢືນຢັນຂອງ ເລື່ອງອາເມລິກາ “ພວມປ່ອຍປະ” ເອີລົບ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ ເອີລົບ ຫຼາຍທ່ານພວມມານະພະຍາຍາມຫຼຸດຜ່ອນການປ່ຽນແປງໃນຍຸດທະສາດສະບັບໃໝ່ຂອງ ອາເມລິກາ ເມື່ອເນັ້ນໜັກວ່າ “ອາເມລິກາ ຍັງຄົງແມ່ນພັນທະມິດໃຫຍ່ທີ່ສຸດຂອງ ເອີລົບ”, ພ້ອມທັງ ກໍ່ປົກປ້ອງການຄັດເລືອກສະເພາະຂອງກຸ່ມ. ທ່ານ Johann Wadephul, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ຖະແຫຼງວ່າ:
“ປະເທດ ອາເມລິກາ ຍັງຄົງແມ່ນພັນທະມິດສຳຄັນທີ່ສຸດຂອງພວກຂ້າພະເຈົ້າໃນສຳພັນທະມິດ (NATO). ນີ້ແມ່ນສຳພັນທະມິດທີ່ສຸມໃສ່ບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ, ໂດຍອີງໃສ່ບັນດາຄຸນຄ່າແບ່ງປັນລວມ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າເຊື່ອໝັ້ນວ່າ ບັນຫາເສລີໃນການປາກເວົ້າ ຫຼື ອົງການຈັດຕັ້ງຂອງບັນດາສັງຄົມເສລີ, ຢ່າງໜ້ອຍສຸດແມ່ນຢູ່ ເຢຍລະມັນ ແມ່ນບໍ່ນອນໃນການປຶກສາຫາລືດັ່ງກ່າວ”.
ມີບັນຫາອື່ນທີ່ເອກະສານຍຸດທະສາດໃໝ່ຂອງ ອາເມລິກາ ໄດ້ວາງອອກສຳລັບ ເອີລົບ ແມ່ນອະນາຄົດຂອງສຳພັນທະມິດການທະຫານ ອົງການສົນທິສັນຍາອັດລັງຕິກເໜືອ (NATO). ໃນຍຸດທະສາດໃໝ່, ອາເມລິກາ ຍົກອອກເປົ້າໝາຍ “ຢຸດຕິຄວາມຮັບຮູ້ ແລະ ສະກັດກັ້ນສະພາບຕົວຈິງທີ່ວ່າ NATO ແມ່ນສຳພັນທະມິດເປີດກວ້າງຢ່າງບໍ່ຢຸດຢັ້ງ”. ຕາມ ວໍຊິງເຕັນ ແລ້ວ, ມີພັນທະມິດ ເອີລົບ ຈຳນວນໜຶ່ງຕ້ອງຮັບຜິດຊອບຄວາມໝັ້ນຄົງຫຼາຍກວ່າ, ຮັບປະກັນຄວາມປ້ອງກັນຊາດແທນທີ່ລ້ໍຖ້າ ອາເມລິກາ ສວມບົດບາດ “ຮັບຜິດຊອບຄວາມເປັນລະບຽບຮຽບຮອຍທົ່ວໂລກ”. ມີແຫຼ່ງຂ່າວການທູດ ເອີລົບ ຈຳນວນໜຶ່ງໄດ້ເຜີຍວ່າ ປີ 2027 ອາດຈະແມ່ນກຳນົດສຸດທ້າຍເຊິ່ງ ອາເມລິກາ ໄດ້ວາງອອກ ເພື່ອໃຫ້ ເອີລົບ ຮັບຜິດຊອບພາລະໜ້າທີ່ຮັບປະກັນຄວາມໝັ້ນຄັງຂອງຕົນ, ແທນທີ່ອີງໃສ່ NATO , ເຊິ່ງ ອາເມລິກາ ເປັນເສົ້າຄ້ຳ.