ປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃຫ້ເໝາະສົມກັບສະພາບຕົວຈິງ

 ​( vovworld ) – ​ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ຊຸດ​ທີ 11 ໄດ້​ຕົກລົງບັນດາບັນຫາສຳຄັນທີ່ກ່ຽວຂ້ອງເຖິງ ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນ. ຕາມ​ນັ້ນ​ແລ້ວ, ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນສືບ​ຕໍ່​ໄດ້​ຮັບ​ການ​ສ້າງ​​ໃຫ້ສົມ​ບູນ​ແບບ ຕາມ​ທິດ​ຕອບ​ສະໜອງ​ຄວາມ​ຕ້ອງການຈັດ​ແບ່ງ​ໃຫ້​ເໝາະ​ສົມກ່ວາ, ນຳ​ໃຊ້​ທີ່​ດິນ​ຖືກຕ້ອງ​ຕາມ​ຈຸດປະສົງ, ປະຢັດ ​ແລະ ມີ​ປະສິດທິ​ຜົນ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ຕໍ່​ໄປ​ແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ Thu Hoa ທີ່​ມີ​ຫົວ​ຂໍ້​ວ່າ: “ປັບປຸງນະໂຍບາຍ, ກົດໝາຍ ກ່ຽວກັບທີ່ດິນໃຫ້ເໝາະສົມກັບ ສະພາບຕົວຈິງ

ປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃຫ້ເໝາະສົມກັບສະພາບຕົວຈິງ - ảnh 1

(ພາບ:thanhnien.com.vn)

   ຕາມ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລ້ວ, ກອງປະຊຸມ​ສູນ​ກາງ​ພັກ​​ຮັບ​ຮູ້​​ໄດ້ວ່າ: ທີ່​ດິນ, ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ເສດຖະກິດ​ອັນ​ກ້ວາງ​ຂວາງ​, ສັບສົນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນຫາ​ການ​ເມືອງ​ສັງຄົມ​ທີ່​ສຳຄັນ​ຍິ່ງ, ສະດຸ້ງ​ໄວ້, ກ່ຽວຂ້ອງ​ເຖິງ​ເລື່ອງ​ຮັກສາ​ຜົນງານຂອງ​ການ​ປະຕິວັດ​ໄວ້​ຢ່າງໝັ້ນຄົງ, ​ການ​ຕໍ່ສູ້ຂອງ​​ຊາດ, ການຕໍ່ສູ້​ຂອງຊົນ​ຊັ້ນອີກ​ດ້ວຍ. ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລືຢ່າງ​ລະອຽດ​ ​ແລະ ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ນີ້. ສູນ​ກາງ​ພັກຢືນຢັນ​ວ່າ: ​ໃນ​ການ​ປະຕິບັດມະຕິ​ກອງ​ປະຊຸມ​​ໃຫ່ຍສູນ​ກາງພັກຄັ້ງທີ 7 ຊຸດ​ທີ 9 ​ເປັນ​ເວລາ​​ເກືອບ 10 ປີ, ຫວຽດນາມ ບັນລຸ​ໄດ້​ຫຼາຍ​ຜົນງານ​ທີ່​ຕັ້ງໜ້າ, ປະກອບສ່ວນ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ຊັບພະຍາກອນ​ທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ໂດ​ຍຜ່ານ​ການ​ປະຕິບັດ​ມະຕິ, ນະໂຍບາຍ, ກົດໝາຍວ່າ​ດ້ວຍທີ່ດິນ​ໄດ້ຮັບ​ການ​ສ້າງ​ສຳ​ເລັດ​ເທື່ອ​ລະ​ກ້າວ; ບັນດາ​ສິດ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ​ໄດ້​ຮັບ​ການເປີດ​ກ້ວາງ ​ແລະ ຮັບປະກັນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວຽກ​ງານ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ທິ່ດິນ​ຍັງ​ມີ​ຫຼາຍ​ສິ່ງ​ຄົງ​ຄ້າງ. ​ໂດຍ​ອິງ​ໃສ່​ພຶດຕິ​ກຳ​ຕົວ​ຈິງ, ປ້າ Nguyen Thi Thanh ຢູ່​ເມືອງ Gia Loc ​ແຂວງ Hai Duong ສະ​ແດງ​ຄວາມ​ເຫັນ​ວ່າ:

    “​ຂ້າພະ​ເຈົ້​າ​ເຫັນ​ວ່າ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ຍັງ​ມີ​ບັນດາ​ຂໍ້​ກຳນົດ​ທີ່​ບໍ່​ຈະແຈ້ງ, ບໍ່​ເປັນ​ເອກະ​ພາບ, ອີກ​ຢ່າງ​ໜື່ງ, ປະຈຸ​ບັນ, ພະນັກງານ​ມີ​ສະຕິ​ຄວາມ​ຮັບ​ຮູ້​ບໍ່​​ເຖິງ​ຖອງ ​ແລະ ມີ​ບາງ​ພາກສ່ວນ​ຂາດ​ຄວາມ​ຮັບຜິດຊອບ. ຂ້າພະ​ເຈົ້າສະ​ເໜີ​ໃຫ້ມີການ​ປັບປຸງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ຄື​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ສະພາບຕົວ​ຈິງ, ​ເພື່ອ​ໃຫ້​ປະຊາຊົນ​ບໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ປະຕິບັດ“.

ປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃຫ້ເໝາະສົມກັບສະພາບຕົວຈິງ - ảnh 2

ການນຳພັກ, ລັດ ເຂົ້າຮ່ວມພິທີໄຂວາລະປະຊຸມຂອງສະພາແຫ່ງຊາດ ປຶກສາຫາລືກ່ຽວກັບບັນຫາທີ່ດິນ

(ພາບ: dantri.com.vn)

  ທີ່ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11, ບັນດາ​ຜູ້ນຳ​​ໄດ້ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ໂດຍ​ຖື​ວ່າ: ທີ່​ດິນ​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງຊາດ​ທີ່​ລ້ຳຄ່າ​ທີ່​ສຸດ, ຮັບ​ໃຊ້​ການຜະລິດ​ເປັນ​ພິ​ເສດ, ​ແມ່ນ​ແຫຼ່ງດຳລົງ​ຊີວິດ​ຂອງ​ປະຊາຊົນ, ​ແມ່ນ​ຊັບ​ສົມບັດ, ​ແມ່ນ​ແຫຼ່ງກຳລັງ​ທີ່​ໃຫ່ຍຫຼວງ​ຂອງ​ປະ​ເທດ​ຊາດ. ຕາມ​ນັ້ນ​ແລ້ວ, ທີ່​ດິນ​ແມ່ນຂຶ້ນ​ກັບ​ການ​ຄອບ​ຄອງ​ຂອງ​ທົ່ວ​ປວງ​ຊົນ ​ໂດຍ​ລັດ​ເປັນ​ຜູ້​ຕາງໜ້າ​​ເຈົ້າຂອງ​ກຳມະສິດ ​ແລະ ​​ເປັນເອກະ​ພາບ​​ໃນ​ການ​ຄຸ້ມ​ຄອງ. ​ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ໄດ້​ຮຽກ​ຮ້ອງ​ໃຫ້​ກຳນົດ​ຢ່າງ​ຈະ​ແຈ້ງ, ລະອຽດ​ກ່ວາສຳລັບ​ບັນດາ​ສິດ​ຂອງ​ຜູ້ຕາງໜ້າ​ເຈົ້າຂອງ​ກຳມະສິດ ​ແລະ ສິດ​ເອກະ​ພາບ​ຄຸ້ມ​ຄອງ​ຂອງ​ລັດ, ພິ​ເສດ​ແມ່ນ​ໃນ​ການ​ຕົກລົງ​ການວາງ​ແຜນ​ກຳນົດ, ​ແຜນການ​ນຳ​ໃຊ້​ທີ່​ດິນ, ຕົກລົງ​ລາຄາ​ທີ່​ດິນ, ມອບ​ສິດ​ນຳ​ໃຊ້​ທີ່​ດິນ ​ແລະ ​ຖອນທີ່​ດິນ​ຄືນ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ບັນດາ​ຈຸດປະສົງ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຜົນ​ປະ​ໂຫຍ​ດສ່ວນ​ລວມ ​ແລະ ບັນດາ​ໂຄງການ​ພັດທະນາ​ເສດຖະກິດ-​ສັງຄົມ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ. ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ເນັ້ນໜັກ​ວ່າ:

   “​ອາດ​ເວົ້າ​ໄດ້​ວ່າ, ຈຸດ​ໃໝ່​ໃນ​ກອງ​ປະຊຸມ​ຄັ້ງນີ້, ນັ້ນ​ແມ່ນ​ພວກ​​ເຮົາ​ມີ​ສິຕິ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ວາ ​ແລະ ກຳນົດ​ຢ່າງ​ລະອຽດ​ກ່ວາ ກ່ຽວ​ກັບຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ກຳມະສິດ​ທີ່​ດິນ ​ແລະ ສິດ​ນຳ​ໃຊ້​ທີ່​ດິນ; ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ລັດ ຕໍ່​ສິດ ​ແລະ ພັນທະ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ​ສຳລັບ​ດິນ​ແຕ່ລະ​ປະ​ເພດ. ສິດ​ນຳ​ໃຊ້​ທີ່​ດິນ​ກໍ່​ແມ່ນຊັບ​ສົມບັດປະ​ເພດ 1 ​ແລະ ສິນຄ້າພິ​ເສດ ​ແຕ່​ບໍ່​ແມ່ນ​ກຳມະສິດ. ຜູ້ນຳ​ໃຊ້​ທີ່​ດິນ​ຕ້ອງ​ມີ​ພັນທະ​ປະຕິບັດ​ກົດໝາຍ​ທີ່​ດິນ, ຕ້ອງ​ຈົດ​ທະບຽນ​ສິດ​ນຳ​ໃຊ້​ທີ່​ດິນ, ນຳ​ໃຊ້​ທີ່​ດິນ​ຖືກຕ້ອງ​ຕາມ​ຈຸດປະສົງ, ປະຕິບັດ​ການວາງ​ແຜນ​ນຳ​ນົດ ​ແລະ ປະຕິບັດ​ຕາມ​ຂໍ້​ຕົກລົງ​ຖອນທີ່​ດິນ​ຄືນ​ຂອງ​ລັດ“

ປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃຫ້ເໝາະສົມກັບສະພາບຕົວຈິງ - ảnh 3

(ພາບ:tintuc.vibonline.com.vn)

   ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ໄດ້​​ໃຫ້ການຊີ້​ນຳ​ຈົ່ງ​ຮີບ​ເຮັ່ງ​ຄົນຄ້ວາ ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ສ້າງ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ​ໃຫ້​ສົມບູນ​ແບບ ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້ຈຳກັດ, ຄວາມ​ອ່ອນ​ດ້ອຍ​ທີ່​ຍັງ​ຄົງຄ້າງ​ໃນ​ປະຈຸ​ບັນ​ໂດຍ​ໄວ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຈັດ​ແບ່ງ​ເໝາະ​ສົມ, ນຳ​ໃຊ້​ທີ່​ດິນ​ຖືກຕ້ອງ​ຕາມ​ຈຸດປະສົງ, ປະຢັດ ​ແລະ ມີ​ປະສິດ​ທິຜົນ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Tran Quang Huy ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ໃຫ້​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າຖື​ວ່າ, ​ເລື່ອງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2003 ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ຕາມ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ກຳມະສິດ, ມີ​ການຈຳ​ແນ​ກລະຫວ່າງ​ກຳມະສິດ​ທີ່​ດິນ​ທົ່ວ​ປວງ​ຊົນ ກັບ ສິດ​ນຳ​ໃຊ້​ທີ່​ດິນ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ. ບັນຫາ​ກຳມະສິດ​ຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ລັດຖະທຳ​ມະນູນ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ບັນດາ​ຂໍ້​ກຳນົດ​ຂອງ​ປະມວນ​ກົດໝາຍ​ອາຍາ​“

    ຕໍ່ໜ້າຄວາມ​ຮຽກຮ້ອງ​ຂອງ​ຊີວິດ​ສັງຄົມ, ​ເລື່ອງ​ປັບປຸງ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ່​ດິນ​ຍັງ​ໄປ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປົກ​ປັກ​ຮັກສາ​ທິ່ດິນ​ຜະລິດ​ກະສິກຳ, ຄ້ຳປະກັນ​ສະບຽງ​ອາຫານ​ແຫ່ງ​ຊາດ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ-​ສັງຄົມ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊີ້​ນຳ​ລັດຖະບານ ຕ້ອງ​ສືບ​ຕໍ່​ຍື່ນ​ສະ​ເໜີ​ຕໍ່​ສະພາບ​ແຫ່ງຊາດສ້າງ​ກອບ​ກົດໝາຍການ​ປະຕິບັດ​ການ​ມອບ​ທີ່​ດິນ, ​ໃຫ້​ຄອບຄົວ​ຊາວ​ກະສິກອນ, ສ່ວນ​ບຸກຄົນເຊົ່າ​ທີ່​ດິນ​ກະສິກຳ​ ສຳ​ເລັດ ​ເພື່ອ​ສົ່ງ​​ເສີມຊາວ​ກະສິກຳ​ຕິດ​ພັນ​ກັບ​ທົ່ງ​ນາ ​ແລະ ອຸ່ນ​ອ່ຽນ​ໃຈ​ລົງທຶນ​ເຂົ້າ​ໃນການ​ຜະລິດ. ພ້ອມ​ກັນນັ້ນ, ​ເປີດ​ກ້ວາງ​ການ​ກຳນົດ​ຮັບ​ການ​ມອບ​ໂອນ​ສິດ​ນຳ​ໃຊ້​ທີ່​ດິນ​ກະສິກຳ ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ລະອຽດ​ຂອງ​ແຕ່ລະ​ເຂດ, ​ແຕ່ລະ​ໄລຍະ, ສ້າງ​ບັນດາ​ເຂດ​ຜະລິດ​​ເປັນສິນຄ້າ​ໃຫ່ຍ​ໃນ​ຂົງ​ເຂດກະ​ສິກຳ​ເທື່ອ​ລະ​ກ້າວ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ