ປະສິດທິຜົນຂອງຂະບວນການແຂ່ງຂັນຮັກຊາດ ຕາມແນວຄິດ ໂຮ່ຈີມິນ ໃນຍຸກປະຈຸບັນ

(vovworld) – ກ່ອນ​ນີ້ 65 ປີ, ວັນ​ທີ 11/6/1948, ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້​ອອກ​ຄຳ​ຮຽກຮ້ອງ​ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ແຂ່ງຂັນ​ຮັກ​ຊາດ ​ເພື່ອ​ແນ​ໃສ່​ປຸກລະດົມ​ປະຊາຊົນ​ຫວຽດນາມ “ລົບ​ລ້າງ​ຄວາມ​ອຶກ​ຫີ​ວ, ຄວາມ​ກືກ​ໜັງສື, ​ແລະ ສັດຕູ​​ຕ່າງ​ດ້າວ“. ມາ​ຮອດ​ປະຈຸ​ບັນ, ບັນດາ​ຂະ​ບວນການ​ແຂ່ງຂັນ​ທີ່ເລີ່​ມມາ​ຈາກຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໄດ້​ກາຍ​ເປັນ​ກຳລັງ​ໜູນ​ຢ່າງ​ແຮງ, ປຸກລະດົມ​ຊາວ​ຫວຽດນາມ​ ທຸກ​ຄົນ​ບັນລຸ​ຜົນງານ​ອັນໃຫຍ່​ຫຼວງ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ປະສິດທິຜົນຂອງຂະບວນການແຂ່ງຂັນຮັກຊາດ ຕາມແນວຄິດ ໂຮ່ຈີມິນ ໃນຍຸກປະຈຸບັນ - ảnh 1

(ພາບ:ອິນເຕີແນດ)

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຕາມ​ແນວ​ຄິດ​ປະທານ ​ໂຮ່ຈີ​ມິນ ​ໃນ​ຍຸກປະຈຸ​ບັນ“ ​ໂດຍ​ຄະນະ​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ​ຈັດ​ຕັ້ງ​ໃນ​ວັນ​ທີ 10/6, ຢູ່ຮ່າ​ໂນ້ຍ, ຮອງ​ສາ​ສະ​ດາ​ຈານ, ດຣ. ດ່າວຢູຍກວາດ, ຮອງ​ຫົວໜ້າ​ບັນນາທິການ​ໃຫຍ່​ສື່​ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ, ຊີ້​ແຈ້ງວ່າ:

        “​ແນວ​ຄິດ ​ໂຮ່ຈີ​ມິນ ກ່ຽວ​ກັບ​ການແຂ່ງຂັນ​ຮັກ​ຊາດ ກ່ອນ​ອື່ນ​ໝົດ​ແມ່ນ​ກຳນົດ​ເນື້ອ​ໃນ​ແຂ່ງຂັນ. ຈຸດປະສົງ​ຂອງ​ການ​ແຂ່ງຂັນ​ຕ້ອງ​ຕິດ​​ແໜ້ນ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ແຕ່ລະ​ຂະ​ແໜງ​ການ, ​ແຕ່​ລະກຳ​ລັງ, ​ແຕ່​ລະ​ທ້ອງ​ຖີ່​ນ ​ແລະ ​ແຕ່​ລະ​ຫົວໜ່ວຍ. ກຳລັງ​ໜູນ​ດ້ານ​​ຈິດ​ໃຈຂອງ​ການ​ແຂ່ງຂັນ​ແມ່ນ​: ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ​ເຈດ​ຈຳນົງ​ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຈິດ​ໃຈ​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ຂະຫຍັນ​ພຽນ, ມີ​ຫົວຄິດ​ປະດິດ​ສ້າງ, ​ເຈດ​ຈຳນົງ​ອົງອາດ, ສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສ່ວນ​ກຳລັງ​ໜູນ​ດ້ານ​ວັດຖຸ​ນັ້ນ​ແມ່ນຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຜົນ​ປະ​ໂຫຍ​ດສ່ວນ​ລວມ ​ແລະ ຜົນ​ປະ​ໂຫຍ​ດສັງຄົມ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ປ່ອງ​ດອງ​ໃນ​ຂະ​ບວນການ​ແຂ່ງຂັນ​ຕ່າງໆ. ຜູ້​ຮັກ​ຊາດ ​ແມ່ນ​ຕ້ອງ​ແຂ່ງຂັນ, ຜູ້​ແຂ່ງຂັນ​ແມ່ນ​ຜູ້​ຮັກ​ຊາດ​ກວ່າ​ໝູ່“.

        ​ໃນ​ສະພາບ​ການ​ໃໝ່​, ​ໄລຍະ​ໃໝ່, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຕາມ​ແນວ​ຄິດ ​ໂຮ່ຈີ​ມິນ ​ໄດ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມີ​ຫຼາຍ​ຮູບ​ການ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ດຶງ​ດູດ​ຫຼາຍ​ຄົນ​ເຂົ້າ​ຮ່ວມ. ​ໃນ​ຫຼາຍ​ປີຜ່ານມາ, ບັນດາ​ຂະ​ບວນການ “​ແບ່ງປັນ​ຄວາມ​ເຈັບ​ແສບ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ“, “​ປະກອບ​ຫີນ​ກໍ່ສ້າງ​ເຈື່ອງ​ຊາ“, “ຊາວ​ໜຸ່ມ​ສະໝັກ​ໃຈ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸ​ດຜ່ອນ​ຄວາມ​ທຸກ​ຍາກ“, “ປະກອບ​ປື້​ມຝາກ​ເງິນ​ປະຢັດ​ເພື່ອ​ທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ“…​ໄດ້​ເປັນ​ກຳລັງ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມຂະ​ບວນການ​ຢ່າງ​ກວ້າງຂວາງ. ພິ​ເສດ, ​ລາຍການ “ທົ່ວ​ປວງ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ​ຢູ່​ທ້ອງ​ຖີ່​ນຕ່າງ ​ແລະ​ໃນ​ເບື້ອງ​ຕົ້ນ ​ໄດ້​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ຫວຽດນາມ​ ມີ​ການ​ປ່ຽນ​ແປງ, ​ເໝາະ​ສົມ​ກັບ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ.​ ສ່ວນ​ຂົງ​ເຂດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ກໍ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ຮັກສາ​ລະດັບ​ເຕີບ​ໂຕ​ເປັນ​ປົກກະຕິ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ເຈິ່ນວັນ​ຕຸ່ງ, ຖື​ວ່າ:

        “​ໃນ​ຂະ​ບວນການ​ແຂ່ງຂັນ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ພວມ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ຊາວ​ກະ​ສີກ​ອນສ້າງ​ຄູນ​ຄ່າ​ດ້ານ​ຈິດ​ໃຈ, ນັບ​ແຕ່​ການ​ອະນຸລັກ​ຮັກສາ, ​ພັດທະນາ​ໄມ້​ປູກ, ປະກອບ​ຄວາມ​ຮູ້​ກ່ຽວ​ກັບ​ວິທີການ​ປູກຝັງ, ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ພັດທະນາ​ຕະຫຼາດ ​ເພື່ອ​ໃຫ້​ບັນດາ​ຜະລິດ​ຕະພັນ​ນັ້ນ​ສາມາດ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ໄດ້. ພວກ​ຂ້າພະ​ເຈົ້າຍັງ​ສຸມ​ໃສ່​ການ​ຖ່າຍທອດເຕັກ​ໂນ​ໂລ​ຢີ​ໃໝ່​ໃຫ້​ແກ່​ຊາວ​ກະ​ສີກ​ອນອີກ ​ແລະ ຫວັງ​ວ່າ​ເຂົາ​​ເຈົ້າ​ຈະ​ມີ​ລາຍ​ຮັບ​ສູງ​ກວ່າ, ອູ່​ນອ່ຽນ​ໃຈ​ທຳ​ການ​ຜະລິດ ​ແລະ ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ປະຕິບັດ​ຕາມ​ຄຳ​ເວົ້າ​ຂອງ​ລຸງ​ໂຮ່ທີ່​ວ່າ, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ແມ່ນ​ເລີ່​ມມາ​ຈາກ​ຊີວິດ ​ແລະ ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ“.

        ​ໃນ​ຊຸມ​ປີຜ່ານມາ, ທະຫານ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ນຳ​ໜ້າ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ມຸ່ງ​ໄປ​ສູ່​ຈຸດໝາຍ​ເພີ່ມ​ທະວີ​ກຳລັງ​​ແຮງສູ້​ຮົບ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ຊາດ. ພົນ​ຕີ ຫງວຽນ​ແທງ​ຕ໋ວນ, ຫົວໜ້າ​ກົມ​​ໂຄສະນາ​ອົບຮົມ, ກົມ​ໃຫຍ່​ການ​ເມືອງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໃຫ້​ຮູ້​ວ່າ:

        “​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​​ເຄື່ອງ​ສື່ສານໂທລະ​ຄົມ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ກອງທັບ​ຂອງ​ພວກ​ເຮົາ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຜະລິດ​​ເຄື່ອງ​ສື່ສານຄື່ນ​ສັ້ນ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ດ້ວຍ​ບັນດາ​ພາຫະນະ​ຜະລິດ​ທີ່​ມີ​ຢູ່​ແລ້ວ, ພວກ​ເຮົາ​ສາມາດ​ຮັບປະກັນ​ດ້ານ​ຕິດ​ຕໍ່​ພົວພັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ບໍ່​ຕ້ອງ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ.​ເປັນ​ອັນວ່າ​ພວກ​ເຮົາ​ໄດ້​ເປັນ​ເຈົ້າ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທີ່​ຕ້ອງການ​ພູມ​ປັນຍາ​ສູງ“.

        ມາ​ຮອດ​ປະຈຸ​ບັນ, ການ​ຊີ້​ນຳ​ຂອງ​ປະທານ​ ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດນັ້ນ ​ຍັງ​ຄົງ​ແມ່ນ​ເຂັມ​ຊີ້​ທິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ທຸກ​ຢ່າງ​ຂອງ​ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ຫວຽດນາມ ຢູ່. ທ່ານ ບູ່​ຍງອກ​ຮ່ວາ, ຮອງ​ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ການ​ເຄື່ອນ​ໄຫວ​ພິພາກສາ, ຂະ​ແໜງ​ສານ​ປະຊາຊົນ​ໄດ້​ປະກອບສ່ວນ​ຕໍ່ສູ້​ຕ້ານ​ອາດ​ສະ​ຍາ​ກຳ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ໃນ​ສັງຄົມ, ຮັກສາ​ຄວາມ​ຍຸຕິ​ທຳ. ​ເຖິງ​ວ່າ​ຈະ​ຢູ່​ໃນ​ໄລຍະ​ໃດ, ຄຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈີ​ມິນ ສຳລັບ​ຂະ​ແໜງ​ສານ​ປະຊາຊົນກໍ່​ໄດ້​ຮັບ​ການ​ເຊີດ​ຊູ, ​ແມ່ນ​ທິດ​ນຳ​​ໃຫ້​ແກ່​ການ​ກະທຳ​ຂອງ​ພະນັກງານ​ ລັດຖະກອນ​ຂະ​ແໜງ​ສານ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ພະນັກງານ​ຂະ​ແໜງ​ສານ ​ໄດ້​ຕັ້ງໜ້າ​ຕອບ​ສະໜອງ, ຍູ້​ແຮງ​ຂະ​ບວນການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ດ້ວຍ​ທິດ​ນຳ​ໃກ້​ຊິດ​ກັບ​ປະຊາຊົນ, ຮຳ່ຮຽນ​ປະຊາຊົນ, ຊ່ວຍ​ເຫຼືອ​ປະຊາຊົນ. ສິ່ງ​ດັ່ງກ່າວໄດ້​ກາຍ​ເປັນ​ກຳລັງ​ໜູນ​ທີ່​ເຂັ້ມ​ແຂງ ​ເພື່ອ​ໃຫ້​ຂະ​ແໜງ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່ ທີ່​ໄດ້​ຮັບມອບ​ໝາຍ“.

        ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດສັງຄົມ​ນິຍົມ​ໃນ​ປະຈຸ​ບັນ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ຍາມ​ໃດ​ກໍ່​ເປັນ​ແຫຼ່ງກຳລັງ​ດ້ານ​ຈິດ​ໃຈ ​ເພື່ອ​ລະດົມ​ກຳລັງ​ໃຈ​​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ ​ເພື່ອປະຕິບັດ​ບັນດາ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ

ຂ່າວ/ບົດ​ອື່ນ