ປ່ຽນແປງໃໝ່ ວຽກງານຂົນຂວາຍປະຊາຊົນ ເພື່ອໃຫ້ພັກໃກ້ຊິດຕິດແທດກັບປະຊາຊົນກ່ວາ


    ໜຶ່ງ​ໃນ​ບັນດາ​ບັນຫາທີ່ສຳຄັນຖືກນຳມາປຶກສາຫາລືໃນກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ຊຶ່ງພວມດຳເນີນຢູ່ ຮ່າໂນ້ຍ,   ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ໃໝ່, ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່.  

ປ່ຽນແປງໃໝ່ ວຽກງານຂົນຂວາຍປະຊາຊົນ ເພື່ອໃຫ້ພັກໃກ້ຊິດຕິດແທດກັບປະຊາຊົນກ່ວາ - ảnh 1
ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານ
ສູນກາງ ພັກກອມມູນິດຫວຽດນາມຊຸດທີ 11

    ຕາມ​ທ່ານ​ເລຂາທິການ​ໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ​ແລ້ວ, ​ໃນ​ທຸກໆ​ໄລຍະ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ. ​ໃນ​ສະຖານະ​ການ​ທີ່ພວມ​ມີການ​ຜັນ​ແປ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ປະຈຸ​ບັນ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຍິ່ງ​ມີ​ຄວາມ​ສຳຄັນ ​ແລະ ບໍ່​ຄວນ​ຖື​ເບົາ. ທ່ານ​ຫງວຽນ​ວັນ​ຮຸ່ງ ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ຖື​ວ່າ ​ເລື່ອງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມຕັ້ງ​ບັນຫາ​ປ່ຽນ​ແປງ​ໃໝ່ ວຽກ​ງານ​ຂົນຂວາຍ​ປະຊາຊົນ​​ໃນ​ສະພາບ​ການ​ໃໝ່ ​ແລະ ກຳນົດ​ທິດ​ບັນດາ​ວິທີ​ການ​ແກ້​ໄຂ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ ວຽກ​ງານ​ຂົນຂວາຍ​ປະຊາຊົນ​, ຈະ​ເປັນ​ກຳລັງ​ຊຸກຍູ້​ເພື່ອ​ໃຫ້​ວຽກ​ງານ​ນີ້​ບັນລຸ​ປະສິດທິ​ຜົນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຫງວຽນ​ວັນ​ຮຸ່ງ ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ກ່າວ​ວ່າ :
   “ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ມີ​ບົດບາດ​ສຳຄັນ​ທີ່​ສຸດ, ນີ້​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ການ​ປະຕິວັດ. ເລື່ອງ​ເພີ່ມ​ທະວີ, ປ່ຽນ​ແປງ​ໃໝ່ວຽກ​ງານ​ຂົນຂວາຍປະຊາຊົນ​​​ແມ່ນເພື່ອສ້າງສາ​ຍພົວພັນ​ຢ່າງ​ສະໜິດ​ແໜ້ນ​ກ່ວາລະ​ຫວ່າງພັກ​ກັບ​ປະຊາຊົນ. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຈຸດໝາຍ, ທັດສະນະ, ໜ້າ​ທີ່ ​ແລະ ວິທີ​ການ​ແກ້​ໄຂ​ເພື່ອ​ເພີ່ມ​ທະວີ ວຽກ​ງານ​ຂົນຂວາຍ​ປະຊາຊົນ​​ຂອງ​ພັກ​ໃນ​ສະພາບ​ການ​ໃໝ່ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ.”

      ບັນຫາ​ທີ່​ວາງອອກ, ນັ້ນ​ແມ່ນ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ້​ສົມບູນ​ແບບ, ສອດຄ່ອງ​ກັບ​ພຶດຕິ​ກຳ​ຊີວິດ​ຕົວ​ຈິງ, ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ດຳ​ເນີນ​ການຂົນຂວາຍ​ປະຊາຊົນ​ຕ້ອງ​ຮັບ​ຖື​ເປັນ​ສຳຄັນ. ​ໃນ​ໄລຍະ​ປະຈຸ​ບັນ, ບັນຫາ​ທີ່​ສຳຄັນ​ກ່ວາ​ໝູ່ ນັ້ນ​ແມ່ນ​ຄະ​ນັກ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ຕ້ອງ​ປຸກລະດົມ​ສະຕິ​ປັນຍາ​ຂອງ​ປະຊາຊົນ, ຊ່ວຍ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເພື່ອ​ໃຫ້​ແຕ່ລະຄົນ​ກາຍ​ເປັນ​ຜູ້​ອາສາ​ສະໝັກ​ເຮັດ​ ວຽກ​ງານ​ຂົນຂວາຍ​ປະຊາຊົນ​. ທັງ​ນີ້ ກໍ​ເປັນ​ການ​ເພີ່ມ​ທະວີ​ລັກສະນະ​ປະຊາທິປະ​ໄຕ, ການ​ໜູນ​ຊ່ວຍ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າງ​ບັນດາ​ຜູ້​ເຮັດ ວຽກ​ງານ​ຂົນຂວາຍ​ປະຊາຊົນ​ ​ແລະ ພະນັກງານ​ສະມາຊິກ​ພັກ, ປະຊາຊົນ, ທັງ​ເປັນ​ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ ວຽກ​ງານ​ຂົນຂວາຍ​ປະຊາຊົນ​. ​ທ່ານ​ນາງ​ປະ​ລີ​ຍາ​ໂທ ຝ້າ​ມທິຍືກີ​ງ ອາຈານ​ສອນ​ສັ​ງກັດ​ພະ​ແນ​ກ ​ຂົນຂວາຍ​ປະຊາຊົນ​, ​ໂຮງຮຽນ​ການ​ເມືອງ​ ​ເງະ​ອານ ​ໄດ້​ແບ​່ງປັນ​ກ່ຽວ​ກັບ​ວຽກ​ງານ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ ​ເຮັກ​ວຽກ​ງານຂົນຂວາຍ​ປະຊາຊົນ​ວ່າ :

   “ ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ໃນ​ປະຈຸ​ບັນ, ນັ້ນ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຖັນ​ແຖວ​ພະນັກງານ​ໃນ​ບັນຫາ​ຮັບ​​ໃຊ້​ປະຊາຊົນ. ຄວາມ​ຮັບຜິດຊອບ​ຂອງ ຖັນ​ແຖວ​ພະນັກງານ, ​ໂດຍ​ທາງ​ກົງ​ແມ່ນ​ບັນດາ​ຜູ້​ເຄີຍ​ລົງ​ພົບ​ປະ​ເຮັກ​ວຽກກັບ​ປະຊາຊົນ ​ແມ່ນ​ຕ້ອງ​ເລີ່​ມຕົ້ນ​ຈາກ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ ​ແລະ ​ເລີ່​ມຕົ້ນຈາກ ຖັນ​ແຖວ​ພະນັກງານຄະນະ​ພັກ​ຊຶ່ງ​ແມ່ນ​ບັນດາ​ຜູ້​ເປັນ​ແບບຢ່າງ​ເພື່ອ​ສ້າງ​ກຳລັງ​ແຜ່​ຂະຫຍາຍ ”

    ​ໃນ​ຂະນະ​ນັ້ນ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທ່ານ ​ເຈືອງ​ກວາງ​​ເດືອກ ພັດ​ຖື​ວ່າ : ຄຳ​ເວົ້າ ​ແລະ ການ​ກະທຳ, ບົດຮຽນ​ທີ່​ກະທັດ​ລັດ​ກ່ຽວ​ກັບ ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, ​ແມ່ນ​ເຂັມ​ຊີ້​ທິດຂອງ ວຽກ​ງານ​ຂົນຂວາຍ​ປະຊາຊົນ​​ໃນ​ທຸກໆ​ສະ​ໄໝ. ​ໃນ​ໄລຍະ​ປະຈຸ​ບັນ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ທີ່​ແຂງ​ແຮງ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຮ້ອນ​ເຮ່ງໃນ​ການ​ດຳລົງຊີວິດຄື ການ​ຕໍ່ສູ້​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​, ການ​ຟຸມ​ເຟືອຍ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ກຳມະກອນ, ຊາວນາ, ຮັດ​ແຄບ​ຊອງ​ວ່າງລະຫວ່າງ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ, ການຈັດ​ແບ່ງ​ລະຫວ່າງ​ຄວາມ​ຮັ່ງມີ ​ແລະ ທຸກ​ຍາກ......ນອກ​ຈາກ​ນັ້ນ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຕ້ອງ​ຊ່ວຍ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ໃນ​ຊີວິດ​ຕົວ​ຈິງ​ໃຫ້​ແຂງ​ແຮງ​ກ່ວາ​ອີກ. ທ່ານ​ເຈືອງ​ກວາງ​​ເດືອກ ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຊີ້​ແຈ້ງວ່າ : 

    “ ຄຳ​ວ່າ ​ຂົນຂວາຍ​ປະຊາຊົນ​ ກໍ​ແມ່ນ​ຄຳ​ກຳມະ, ມັນ​ແມ່ນ​ການ​ກະທຳ. ຖ້າ​ຫາກ​ວ່າ ບໍ່​ມີການ​ກະທຳ ກໍ​ປຽບ​ເໝືອນ​ບໍ່​ມີ​ການ​ຂົນຂວາຍ​ປະຊາຊົນ​.  ສຳລັບ​ການ​ກະທຳ​ແມ່ນ​ຫຍັງ? ​ນັ້ນແມ່ນຕ້ອງ​ສຳຜັດ​ກັບ​ແນວທາງ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ຢ່າງ​ໃກ້ຊິດຕິດ​ແທດ, ​ເຮັດ​ແນວ​ໃດ​ໃຫ້​ແທດ​ເໝາະ​ກັບ​ປະຊາຊົນ, ກັບ​ຮາກ​ຖານ ​ແລະ ຕົວ​ຈິງ​ເພື່ອ​ສ່ອງ​ແສງ​ດ້ວຍ​ຄວາມ​ສັດ​ຊື່, ສິ່ງ​ເຫຼົ່ານັ້ນພວມ​ເກີດ​ຂຶ້ນ, ຫາກ​ບໍ່​ແມ່ນ​ເວລາ​ມັນ​ສິ້ນ​ສຸດ. ອັນ​ທີ່ 3 ​ແມ່ນ​ຕ້ອງ​ສຳຜັດ​ກັບ​ພະນັກງານ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ. ມີການສຳຜັດ ຈຶ່ງ​ຈະ​ຮູ້​ວ່າ ຊີວິດ​ການ​ເປັນ​ຢູ່​, ແນວ​ຄິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ຄື​ແນວ​ໃດ ”

    ​ເພີ່ມ​ທະວີ ​ແລະ ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່ ວຽກ​ງານ​ຂົນຂວາຍ​ປະຊາຊົນ​​ໃນ​ສະພາບ​ການ​ໃໝ່, ຈຸດປະສົງ​ສຸດ​ທ້າ​ຍ​ແມ່ນ​ເພື່ອ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ​ເພີ່ມ​ທະວີ ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ສາຍ​ພົວພັນ​ເລືອດ​ເນື້ອ​ລະຫວ່າງ​ພັກ​ກັບ​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຢ່າງ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ, ສ້າງ​ຂະ​ບວນການ​ມະຫາຊົນ​ຢ່າງ​ກ້ວາງ​ຂວາງ, ກໍ່ສ້າງ ​ແລະ ປົກ​ປັກຮັກສາປະ​ເທດ​ຊາດ ​ແລະ ປະຕິບັດ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​

ຕອບກັບ

ຂ່າວ/ບົດ​ອື່ນ